ຫວຽດນາມ: ຍອດວົງເງິນການຄ້າສົ່ງອອກ - ນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຄາດວ່າບັນລຸເກືອບ 46 ຕື້ ໂດລາສະຫະລັດ

13:00 | 28/08/2020

ຍສໝ - ໃນ 8 ເດືອນຂອງປີ 2020, ຍອດວົງເງິນການຄ້າສົ່ງອອກ - ນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຄາດວ່າບັນລຸເກືອບ 46 ຕື້ ໂດລາສະຫະລັດ.

ຫວຽດນາມ ຍອດວ ງເງ ນການຄ າສ ງອອກ ນຳເຂ າຜະລ ດຕະພ ນກະເສດ ເຄ ອງປ າຂອງດ ງ ສ ນໃນນ ຳ ຄາດວ າບ ນລ ເກ ອບ 46 ຕ ໂດລາສະຫະລ ດ ກອງທຶນ Philip David Gray ໄດ້ມອບທຶນການສຶກສາໃຫ້ນັກຮຽນຫວຽດນາມທີ່ທຸກຍາກ ສຳລັບສົກຮຽນ 2020-2021
ຫວຽດນາມ ຍອດວ ງເງ ນການຄ າສ ງອອກ ນຳເຂ າຜະລ ດຕະພ ນກະເສດ ເຄ ອງປ າຂອງດ ງ ສ ນໃນນ ຳ ຄາດວ າບ ນລ ເກ ອບ 46 ຕ ໂດລາສະຫະລ ດ ບັນດາວິສາຫະກິດອັງກິດ ໄດ້ເພີ່ມຄວາມເອົາໃຈໃສ່ຕໍ່ທ້ອງຕະຫຼາດຫວຽດນາມ
ຫວຽດນາມ ຍອດວ ງເງ ນການຄ າສ ງອອກ ນຳເຂ າຜະລ ດຕະພ ນກະເສດ ເຄ ອງປ າຂອງດ ງ ສ ນໃນນ ຳ ຄາດວ າບ ນລ ເກ ອບ 46 ຕ ໂດລາສະຫະລ ດ
ພາບປະກອບ

ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 26,1 ຕື້ໂດລາສະຫະລັດ ,ຫລຸດລົງ 0,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019; ການນຳເຂົ້າຄາດວ່າບັນລຸປະມານ 19,9 ຕື້ໂດລາສະຫະລັດ , ຫລຸດລົງ 2,5%. ອາເມລິກາ ແມ່ນຕະຫລາດທີ່ ຫວຽດນາມ ສົ່ງອອກສິນຄ້າຫລາຍກ່ວາໝູ່ ດ້ວຍວົງເງິນການຄ້າສົ່ງອອກບັນລຸກ່ວາ 6,3 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 14,2% ເມື່ອທຽບໃສ່ໄລຍະດຽວກັນ.

ຕາມສະຫະສະມາຄົມທັນຍາຫານຫວຽດນາມ (VFA) ແລ້ວ, ນັບແຕ່ກາງເດືອນກໍລະກົດປີ 2020, ລາຄາເຂົ້າສານສົ່ງອອກຂອງຫວຽດນາມ ໄດ້ເພີ່ມຂຶ້ນຢ່າງລຽນຕິດ ແລະ ປະຈຸບັນ ໄດ້ລື່ນກາຍລາຄາເຂົ້າສານປະເພດດຽວກັນຂອງຫຼາຍປະເທດ, ບືນຂຶ້ນນຳໜ້າໂລກ. ໃນປະຫວັດສາດສົ່ງອອກເຂົ້າສານເປັນເວລາ 30 ປີ, ນີ້ແມ່ນຄັ້ງທຳອິດທີ່ເຂົ້າສານຫວຽດນາມ ມີລາຄາສົ່ງອອກເທົ່າທຽມກັບເຂົ້າສານຂອງໄທ.

ຕາມການສະຖິຕິຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ແລ້ວ, ໃນ 7 ເດືອນຕົ້ນປີ 2020, ຫວຽດນາມ ສົ່ງອອກເຂົ້າສານໄດ້ປະມານ 3.9 ລ້ານໂຕນ, ບັນລຸວົງເງິນ 1.9 ຕື້ USD, ຫລຸດລົງ 1,4% ທາງດ້ານປະລິມານ ແຕ່ເພີ່ມ 10,9% ທາງດ້ານຄຸນຄ່າ ເມື່ອທຽບກັບໄລຍະດຽວກັນຂອງປີ 2019.

ໜັງສືພິມ The Business Times ວັນທີ 11 ສິງຫາ ໄດ້ລົງບົດຂຽນໃນນັ້ນ ໄດ້ຖືວ່າ ສັນຍາການຄ້າເສລີ ອີຢູ - ຫວຽດນາມ (EVFTA) ແມ່ນຂີດໝາຍປະຫວັດສາດສໍາຄັນກ່ຽວກັບພື້ນຖານເສດຖະກິດສໍາລັບ ຫວຽດນາມ. ໂດຍມີຜົນສັກສິດໃນວັນທີ 01 ສິງຫາ ຜ່ານມາ, ສັນຍາການຄ້າສະບັບດັ່ງກ່າວ ຈະຫຼຸດພາສີລົງຫຼາຍພໍສົມຄວນລະຫວ່າງສອງຄູ່ຮ່ວມມືການຄ້າ ແລະ ສຸດທ້າຍຈະຍົກເວັ້ນ 99% ປະເພດພາສີໃນອະນາຄົດ.

ສັນຍາ FTA ສະບັບຫຼ້າສຸດນີ້ ຈະຊ່ວຍຫວຽດນາມ ຊຸກຍູ້ການເຕີບໂຕຫຼາຍພໍສົມຄວນໃນດ້ານການຄ້າ ແລະ ການລົງທຶນ. ບັນດາປະເພດສິນຄ້າສົ່ງອອກຕົ້ນຕໍລວມມີ ເຄື່ອງອາໄຫຼ່ໂທລະຄົມມະນາຄົມ, ເອເລັກໂຕນິກ, ເຄື່ອງຕັດຫຍິບ, ບັນດາຜະລິດຕະພັນອຸດສາຫະກໍາໜູນຊ່ວຍ ແລະ ສະບຽງອາຫານ. ສັນຍາ EVFTA ມີຜົນສັກສິດ, 70% ປະເພດສິນຄ້າຂອງຫວຽດນາມ ຈະໄດ້ຍົກເວັ້ນພາສີ ເມື່ອສົ່ງອອກໄປຍັງ 26 ປະເທດສະມາຊິກຂອງ ອີຢູ. ບັນດາປະເພດສິນຄ້າທີ່ຍັງເສຍພາສີຢູ່ນັ້ນ ຈະໄດ້ຫຼຸດລົງເທື່ອລະໜ້ອຍພາຍໃນ 7 ປີ.

ໃນສະພາບການທີ່ບັນດາປະເທດໃນທົ່ວໂລກເລີ່ມເປີດປະຕູພື້ນຖານເສດຖະກິດຄືນໃໝ່ຢ່າງລະມັດລະວັງ ພາຍຫຼັງປິດປະຕູນັ້ນ, ນັບມື້ນັບມີຫຼາຍບໍລິສັດຊອກຫາວິທີກໍ່ສ້າງ, ຟື້ນຟູບັນດາລະບົບສະໜອງ ແລະ ຜ່ານການຮັບຮອງເອົາສັນຍາ EVFTA, ທີ່ຕັ້ງຂອງຫວຽດນາມ ສືບຕໍ່ໄດ້ຮັບການເພີ່ມທະວີກວ່າອີກ.

ເມື່ອບໍ່ດົນມານີ້, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ໃຫ້ອະນຸມັດຜ່ານບັນຊີລາຍຊື່ວິສາຫະກິດສົ່ງອອກທີ່ມີອິດທິຜົນຊື່ສຽງ ປີ 2019 ດ້ວຍວິສາຫະກິດ 268 ແຫ່ງໃນ 25 ຂະແໜງສິນຄ້າ. ກະຊວງອຸດສາຫະກຳ ແລະ ການຄ້າ ຫວັງວ່າບັນດາວິສາຫະກິດສົ່ງອອກທີ່ມີອິດທິພົນຊື່ສຽງຫວຽດນາມ ຈະສືບຕໍ່ມານະພະຍາຍາມ, ເສີມຂະຫຍາຍຜົນງານໃນໄລຍະຈະມາເຖິງ ເພື່ອຢັ້ງຢືນໄດ້ທີ່ຕັ້ງຂອງຕົນໃນປະຊາຄົມວິສາຫະກິດໂລກ.

ນີ້ແມ່ນການເຄື່ອນໄຫວທີ່ມີຄວາມຈຳເປັນທີ່ສຸດ ເພື່ອແນໃສ່ໜູນຊ່ວຍບັນດາວິສາຫະກິດຫວຽດນາມ ຍູ້ແຮງການສົ່ງອອກ ແລະ ເປີດກ້ວາງການຕະຫຼາດ, ເປັນຕົ້ນແມ່ນເມື່ອຫວຽດນາມໄດ້ເຂົ້າຮ່ວມບັນດາສັນຍາການຄ້າເສລີສອງຝ່າຍ ແລະ ຫຼາຍຝ່າຍ.

ຫວຽດນາມ ຍອດວ ງເງ ນການຄ າສ ງອອກ ນຳເຂ າຜະລ ດຕະພ ນກະເສດ ເຄ ອງປ າຂອງດ ງ ສ ນໃນນ ຳ ຄາດວ າບ ນລ ເກ ອບ 46 ຕ ໂດລາສະຫະລ ດ ບັນດາວິສາຫະກິດອັງກິດ ໄດ້ເພີ່ມຄວາມເອົາໃຈໃສ່ຕໍ່ທ້ອງຕະຫຼາດຫວຽດນາມ

ຍສໝ - ຜ່ານເຄືອຂ່າຍວິສາຫະກິດຫວຽດນາມ - ອັງກິດ, ມີວິສາຫະກິດອັງກິດຈຳນວນປະມານ 50 ແຫ່ງໄດ້ເຂົ້າຮ່ວມກອງປະຊຸມຖ່າຍທອດສົດ ເພື່ອຮັບຟັງທ່ານເຈີ່ນງອກອານ - ເອກອັກຄະລັດຖະທູດຫວຽດນາມປະຈຳອັງກິດ ກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມໃນໄລຍະຫວ່າງແລ້ວນີ້, ແລະ ຮັບຟັງຄຳ ເຫັນຈາກບັນດາວິສາຫະກິດອັງກິດ ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ.

ຫວຽດນາມ ຍອດວ ງເງ ນການຄ າສ ງອອກ ນຳເຂ າຜະລ ດຕະພ ນກະເສດ ເຄ ອງປ າຂອງດ ງ ສ ນໃນນ ຳ ຄາດວ າບ ນລ ເກ ອບ 46 ຕ ໂດລາສະຫະລ ດ ສັບປະດາພະລັງງານຜະລິດຄືນໃຫມ່ຢູ່ຫວຽດນາມປີ 2020

ພະລັງງານຜະລິດຄືນໃຫມ່ ປະຈຸບັນກວມເອົາປະມານ 10% ກຳລັງການຜະລິດຂອງທັງລະບົບໄຟຟ້າ.

ຫວຽດນາມ ຍອດວ ງເງ ນການຄ າສ ງອອກ ນຳເຂ າຜະລ ດຕະພ ນກະເສດ ເຄ ອງປ າຂອງດ ງ ສ ນໃນນ ຳ ຄາດວ າບ ນລ ເກ ອບ 46 ຕ ໂດລາສະຫະລ ດ ຫວຽດນາມແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດທີ່ດີເລີດຂອງອົດສະຕາລີ

ຍ​ສ​ໝ - ທ່ານ ດຣWilson ໃຫ້ຮູ້ວ່າ, ຫວຽດນາມ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາປະເທດປະສົບຜົນສຳເລັດໃນການປ້ອງກັນໂລກ​ລະ​ບາດ COVID-19 ແລະ ແມ່ນຄູ່ຮ່ວມມືເສດຖະກິດທີ່ດີທີ່ສຸດສຳລັບອົດສະຕາລີ.

ໄຊພອນ

ເຫດການ
302 Found

Found

The document has moved here.