ອິນເດຍ ໄດ້ຕີລາຄາສູງບັນດາມາດຕະການຮັບມືກັບພະຍາດ COVID-19 ຂອງຫວຽດນາມ

16:30 | 26/08/2020

ຍສໝ - ທ່ານຟ້າມບິ່ງມິນ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ລັດຖະມົນຕີການຕ່າງປະເທດອິນເດຍ ໄດ້ເຫັນດີວ່າສອງປະເທດຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ແບ່ງປັນຂໍ້ມູນຂ່າວສານ ແລະ ປະສົບການ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19.

ອ ນເດຍ ໄດ ຕ ລາຄາສ ງບ ນດາມາດຕະການຮ ບມ ກ ບພະຍາດ covid 19 ຂອງຫວຽດນາມ ຫວຽດນາມດຶງດູດບັນດາວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານຂອງອິນເດຍ
ອ ນເດຍ ໄດ ຕ ລາຄາສ ງບ ນດາມາດຕະການຮ ບມ ກ ບພະຍາດ covid 19 ຂອງຫວຽດນາມ EVFTA ມີຜົນ​ສັກ​ສິດແມ່ນໂອກາດທີ່ດີເພື່ອຊຸກ​ຍູ້ການຮ່ວມມືອິນເດຍ - ອາຊຽນ - ໂອເຊຍເນຍ

ວັນທີ 25 ສິງຫາ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ແລະ ທ່ານ Subrahmanyam Jaishankar - ລັດຖະມົນຕີກະຊວງການຕ່າງປະເທດອິນເດຍ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 17 ຄະນະກຳມະການປະສົມຫວຽດນາມ - ອິນເດຍ ກ່ຽວກັບການຮ່ວມມືເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກໂນໂລຢີ.

ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນຫຼາຍ, ປະກອບສ່ວນກວດຄຶືນຢ່າງລະອຽດການຈັດຕັ້ງປະຕິບັດ ກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນໄລຍະ 2 ປີທີ່ຜ່ານມາ (ນັບແຕ່ກອງປະຊຸມຄັ້ງທີ 16 ທີ່ຈັດຂຶ້ນໃນເດືອນສິງຫາ 2018), ແລະ ສະເໜີມາດຕະການ ແລະ ທິດທາງການຮ່ວມມືໃໝ່ໃນໄລຍະຈະມາເຖິງ, ເພື່ອມຸ່ງໄປສູ່ການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (ມັງກອນ 2022).

ອ ນເດຍ ໄດ ຕ ລາຄາສ ງບ ນດາມາດຕະການຮ ບມ ກ ບພະຍາດ covid 19 ຂອງຫວຽດນາມ
ກອງປະຊຸມຄັ້ງທີ 17 ຄະນະກຳມະການປະສົມຫວຽດນາມ - ອິນເດຍ ກ່ຽວກັບການຮ່ວມມືເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກໂນໂລຢີ. (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ອິນເດຍ ພວມຢູ່ໃນໄລຍະພັດທະນາອັນດີງາມ, ມີຄວາມໄວ້ເນື້ອເຊື່ອໃຈທາງການເມືອງລະຫວ່າງສອງປະເທດ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງໂດຍຜ່ານການຢ້ຽມຢາມ, ການພົບປະຂັ້ນລະດັບສູງ ໃນບັນດາຊ່ອງທາງຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ພົບປະແລກປ່ຽນປະຊາຊົນ.

ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ກໍ່ໄດ້ເນັ້ນໜັກວ່າການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນແມ່ນການຮ່ວມມືສຳຄັນທີ່ຕ້ອງໄດ້ຮັບການຊຸກຍູ້ໃນໄລຍະຈະມາເຖິງ ແລະ ສະເໜີໃຫ້ສອງຝ່າຍປະຕິບັດໝາກຜົນ ຂອງກອງປະຊຸມອະນຸກຳມະການຮ່ວມດ້ານການຄ້າປະສົມ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ແລະ ທ່ານ Subrahmanyam Jaishankar - ລັດຖະມົນຕີກະຊວງການຕ່າງປະເທດອິນເດຍ ລ້ວນແຕ່ເຫັນດີເປັນເອກະສັນກັນວ່າ ສອງປະເທດຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ແບ່ງປັນຂໍ້ມູນຂ່າວສານ ແລະ ປະສົບການເພື່ອຮັບມືຕໍ່ການລະບາດຂອງ COVID-19.

ທ່ານ Jaishankar - ລັດຖະມົນຕີການຕ່າງປະເທດອິນເດຍ ກໍ່ໄດ້ຕີລາຄາສູງຄວາມພະຍາຍາມ ແລະ ມາດຕະການຂອງລັດຖະບານຫວຽດນາມ ໃນການຕອບໂຕ້ຕໍ່ການລະບາດຂອງພະຍາດ COVID-19, ພ້ອມທັງແບ່ງປັນບັນດາມາດຕະການເຊິ່ງລັດຖະບານອິນເດຍພວມປະຕິບັດ.

ໃນໂອກາດນີ້, ທັງສອງຝ່າຍໄດ້ຢືນຢັນເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີພາບໃນການເດີນທະເລ ແລະ ການເດີນອາກາດ, ແລະ ການແກ້ໄຂຂໍ້ຂັດແຍ່ງໃນທະເລຕາເວັນອອກ ໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ. ໂດຍສະເພາະ ແມ່ນສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982 ຂອງສະຫະປະຊາຊາດ (UNCLOS), ພ້ອມກັນກໍ່ໄດ້ຮຽກຮ້ອງໃຫ້ບັນດາຝ່າຍ ສະແດງຄວາມເຄົາລົບນັບຖືການຕັດສິນບັນດາກົນໄກແກ້ໄຂຂໍ້ຂັດແຍ່ງຂອງ UNCLOS.

ອ ນເດຍ ໄດ ຕ ລາຄາສ ງບ ນດາມາດຕະການຮ ບມ ກ ບພະຍາດ covid 19 ຂອງຫວຽດນາມ ລັດຖະບານຫວຽດນາມ ຍັງຮັກສາເປົ້າໝາຍຄວບຄູ່ເພື່ອໃຫ້ບັນດານັກລົງທຶນອິນເດຍ ມີຄວາມອຸ່ນອ່ຽນໃຈສຳລັບກາລະໂອກາດທຳມາຫາກິນຢູ່ຫວຽດນາມ

ຍສໝ - ຫວຽດນາມມີຄວາມສາມາດບົ່ມຊ້ອນພັດທະນາຢ່າງໃຫຍ່ຫຼວງໃນຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ ຍ້ອນມີແຫຼ່ງຊັບພະຍາກອນມະນຸດໜຸ່ມ ແລະ ສະພາບແວດລ້ອມແຫ່ງການລົງທຶນ ທີ່ດຶງດູດໃຈ, ກາຍເປັນໜຶ່ງໃນບັນດາຈຸດນັດພົບຂອງການລົງທຶນທີ່ພົ້ນເດັ່ນທີ່ສຸດໃນພາກພື້ນ ສຳລັບບັນຫາວິສາຫະກິດ ອິນເດຍ.

ອ ນເດຍ ໄດ ຕ ລາຄາສ ງບ ນດາມາດຕະການຮ ບມ ກ ບພະຍາດ covid 19 ຂອງຫວຽດນາມ ຫວຽດນາມດຶງດູດບັນດາວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານຂອງອິນເດຍ

ຍ​ສ​ໝ - ຫວຽດນາມ, ດ້ວຍພື້ນຖານເສດຖະກິດເປີດ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະ​ດວກ, ມີຄວາມສາມາດກາຍເປັນໜຶ່ງໃນບັນດາປະເທດທີ່ເຕີບໂຕໄວທີ່ສຸດໃນໂລກໃນໄລຍະຫລັງໂລກ​ລະ​ບາດ.

ອ ນເດຍ ໄດ ຕ ລາຄາສ ງບ ນດາມາດຕະການຮ ບມ ກ ບພະຍາດ covid 19 ຂອງຫວຽດນາມ EVFTA ມີຜົນ​ສັກ​ສິດແມ່ນໂອກາດທີ່ດີເພື່ອຊຸກ​ຍູ້ການຮ່ວມມືອິນເດຍ - ອາຊຽນ - ໂອເຊຍເນຍ

ຍ​ສ​ໝ - EVFTA ທີ່ຜົນ​ສັກ​ສິດແມ່ນໂອກາດທີ່ດີເພື່ອຊຸກ​ຍູ້ການຮ່ວມມືອິນເດຍ - ອາຊຽນ - ໂອເຊຍເນຍ ນັ້ນແມ່ນ ຄຳເຫັນຂອງທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ ທີ່ກອງປະຊຸມໃຫ້​ແກ່ເອກອັກຄະລັດຖະທູດ, ຫົວໜ້າອົງ​ການການທູດໃນກອງປະຊຸມສຸດຍອດການຄ້າ ແລະ ຕະຫຼາດ​ນັດ,ວາງ​ສະ​ແດງ​ສິນ​ຄ້າ ອິ​ນ​ເດຍ - ອາ​ຊຽນ - ໂອເຊຍເນຍ ທີ່​ໄດ້​ຈັດ​ຕັ້ງ​ຄັ້ງ​ທ​ຳ​ດິດຢູ່ອິນເດຍ, ໃນຕອນເຊົ້າຂອງວັນທີ 4 ສິງຫາ 2020.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.