ຫວຽດນາມ ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນຢ່າງແຮງ ຕໍ່ສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ

17:05 | 29/02/2020

ຍສໝ - ກ່າວຄຳເຫັນ ທີ່ກອງປະຊຸມປຶກສາຫາລືກ່ຽວກັບສົນທິສັນຍາວ່າດ້ວຍການຫ້າມເຜີຍແຜ່ອາວຸດນິວເຄຼຍ (NPT), ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຖາວອນ ຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນຢ່າງແຂງແຮງຂອງ ຫວຽດນາມ ສຳລັບການປະຕິບັດ ອາວຸດນິວເຄຼຍ ໃນທັງສາມຂົງເຂດ, ເຊິ່ງນັ້ນແມ່ນຫ້າມເຜີຍແຜ່ອາວຸດນິວເຄຼຍ, ຫຼຸດຜ່ອນນິວເຄຼຍ ແລະນໍາໃຊ້ພະລັງງານນິວເຄຼຍໃຫ້ແກ່ເປົ້າໝາຍສັນຕິພາບ.

ທີ່ກອງປະຊຸມ, ບັນດາສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຢັ້ງຢືນຄືນໃໝ່ຄວາມສຳຄັນຂອງ ສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ໃນຄວາມມານະພະຍາຍາມຂອງຕົນໃນການຕ້ານການແຜ່ຂະຫຍາຍອາວຸດນິວເຄຼຍ, ແລະ ຖືວ່າສົນທິສັນຍາດັ່ງກ່າວ ແມ່ນພື້ນຖານເພື່ອປະຕິບັດການປົດອາວຸດນິວເຄຼຍ, ພ້ອມທັງໃຫ້ຮັບປະກັນວ່າໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບເທົ່ານັ້ນ. ສະພາຄວາມໝັ້ນຄົງສະແດງຄວາມຕັດສິນໃຈຂອງຕົນ ໃນການພະຍາຍາມຫຼາຍກວ່າເກົ່າເພື່ອບັນລຸເປົ້າ ໝາຍ ທີ່ວາງໄວ້ໃນ ສົນທິສັນຍາດັ່ງກ່າວ.

ສະພາຄວາມໝັ້ນຄົງສະຫະປະຊາຊາດ ຍັງໄດ້ຢືນຢັນອີກເທື່ອໜຶ່ງເຖິງຄວາມຮັບຜິດຊອບຮ່ວມກັນຂອງສະມາຊິກ NPT ສຳລັບອະນາຄົດຂອງສົນທິສັນຍາສະບັບນີ້ ແລະ ສະແດງຄວາມພະຍາຍາມໃນການຮ່ວມມືສຳລັບກອງປະຊຸມ NPT 2020 ທີ່ປະສົບຜົນສຳເລັດ. ໃນສະພາບການທີ່ເພີ່ມຂື້ນຂອງສິ່ງທ້າທາຍດ້ານການເມືອງທົ່ວໂລກ ໃນປະຈຸບັນ, ບັນດາສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ຢືນຢັນວ່າການປະຕິບັດຕາມ ແລະ ເພີ່ມເຕີມຄວາມເຂັ້ມແຂງຂອງ ສັນຍາວ່າດ້ວຍການຫ້າມເຜີຍແຜ່ອາວຸດນິວເຄຼຍ ແມ່ນມີຄວາມສຳຄັນຫຼາຍກ່ວາເກົ່າ.

ຫວຽດນາມ ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນຢ່າງແຮງ ຕໍ່ສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ

ກອງປະຊຸມປຶກສາຫາລືກ່ຽວກັບສົນທິສັນຍາວ່າດ້ວຍການຫ້າມເຜີຍແຜ່ອາວຸດນິວເຄຼຍ (NPT). (ພາບ: TTXVN)

ກ່າວຄໍາເຫັນທີ່ວາລະປະຊຸມດັ່ງກ່າວ, ທ່ານ ດັ້ງດີ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ຢັ້ງຢືນຄືນໃໝ່ການສະໜັບສະໜູນຢ່າງແຮງຂອງຫວຽດນາມ ຕໍ່ການຜັນຂະຫຍາຍ NPT ທັງສາມເສົາຄໍ້າ, ນັ້ນແມ່ນຫ້າມເຜີຍແຜ່ອາວຸດນິວເຄຼຍ, ຫຼຸດຜ່ອນນິວເຄຼຍ ແລະນໍາໃຊ້ພະລັງງານນິວເຄຼຍໃຫ້ແກ່ເປົ້າໝາຍສັນຕິພາບ. ທ່ານ ດັ້ງດີ່ງກຸ໊ຍ ຢັ້ງຢືນວ່າ ຫວຽດນາມ ໄດ້ເຂົ້າຮ່ວມຄວາມມານະພະຍາຍາມທັງໝົດຂອງສາກົນກ່ຽວກັບການຫ້າມເຜີຍແຜ່ອາວຸດນິວເຄຼຍ, ລວມມີບັນດາສົນທິສັນຍາທົ່ວໂລກ ແລະພາກພື້ນ; ປະຕິບັດຕາມມາດຕະຖານສູງສຸດຂອງອົງການພະລັງງານປະລະມານູສາກົນ (IAEA) ກ່ຽວກັບບັນດາມາດຕະການຮັບປະກັນຄວາມປອດໄພ ແລະປະຕິບັດບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ ຢ່າງເຂັ້ມງວດ.

ປະຈຸບັນ, ສົນທິສັນຍາ NPT ໄດ້ຮັບການໃຫ້ສັດຕະຍາບັນຈາກ 190 ປະເທດ ແລະ ເປັນໜຶ່ງໃນສົນທິສັນຍາທີ່ໄດ້ຮັບການຍອມຮັບຢ່າງກວ້າງຂວາງໃນໂລກ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.