ການນຳແຂວງ,ເຂົ້າວາງກະຕ່າດອກໄມ້ ແລະ ດອກໄມ້ ທີ່ອະນຸສາວະລີ ທ່ານ ພູນ ສີປະເສີດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດທ່ານ ພູນ ສີປະເສີດ ຄົບຮອບ 99 ປີ

00:54 | 14/05/2019

ໃນຕອນເຊົ້າວັນທີ 15 ກຸມພາ 2019ນີ້ ການນຳແຂວງສະຫວັນນະເຂດ ໄດ້ພ້ອມກັນເຂົ້າວາງກະຕ່າດອກໄມ້ ແລະ ດອກໄມ້ ທີ່ອະນຸສາວະລີ ທ່ານ ພູນ ສີປະເສີດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດທ່ານ ພູນ ສີປະເສີດ ຄົບຮອບ 99 ປີ.

ການນຳແຂວງ,ເຂົ້າວາງກະຕ່າດອກໄມ້ ແລະ ດອກໄມ້ ທີ່ອະນຸສາວະລີ ທ່ານ ພູນ ສີປະເສີດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດທ່ານ ພູນ ສີປະເສີດ ຄົບຮອບ 99 ປີ

ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ແລະ ຄະນະການນຳຂອງແຂວງ ເຂົ້າວາງກະຕ່າດອກໄມ້ ແລະ ດອກໄມ້ ທີ່ອະນຸສາວະລີ ທ່ານ ພູນ ສີປະເສີດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດທ່ານ ພູນ ສີປະເສີດ ຄົບຮອບ 99 ປີ.

ເຊິ່ງນໍາພາໂດຍທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ,ມີບັນດາທ່ານ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ,ກົງສູນໃຫຍ່ແຫ່ງລາຊະອານາຈັກໄທ ປະຈຳແຂວງສະຫວັນນະເຂດເຂົ້າຮ່ວມ.

ການນຳແຂວງ,ເຂົ້າວາງກະຕ່າດອກໄມ້ ແລະ ດອກໄມ້ ທີ່ອະນຸສາວະລີ ທ່ານ ພູນ ສີປະເສີດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດທ່ານ ພູນ ສີປະເສີດ ຄົບຮອບ 99 ປີ

ທ່ານ ນາງ ພຸດທະສອນ ອິນທະເກສອນ ຮອງຫົວໜ້າຄະນະຮັບຜິດຊອບອະນຸສອນສະຖານປະທານ ໄກສອນ ພົມວິຫານ ໄດ້ກ່າວຄຳປາໄສໃນພິທີ.


ທ່ານ ນາງ ພຸດທະສອນ ອິນທະເກສອນ ຮອງຫົວໜ້າຄະນະຮັບຜິດຊອບອະນຸສອນສະຖານປະທານ ໄກສອນ ພົມວິຫານ ໄດ້ກ່າວສະດຸດີ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ທ່ານ ພູນ ສີປະເສີດ ຄົບຮອບ 99 ປີ (ວັນທີ 16 ກຸມພາ ປີ1920 ຫາ ວັນທີ 16ກຸມພາ2019) ທ່ານ ພູນ ສີປະເສີດ ຜູ້ນໍາພັກລັດ-ລັດທີ່ແສນເຄົາລົບຮັກຂອງປວງຊົນບັນດາເຜົ່າ,ທ່ານເປັນຜູ້ນຳຮຸ່ນທຳອິດຂອງການປະຕິວັດຂອງພວກເຮົາ,ຕະຫຼອດຊີວິດຂອງທ່ານໄດ້ອຸດທິດກຳລັງວັງຊາສະຕິປັນຍາຮັບໃຊ້ຊາດ ແລະ ປະຊາຊົນລາວບັນດາເຜົ່າຢ່າງໝົດຈິດໝົດໃຈ, ທ່ານເປັນຜູ້ນຳທີ່ມີບົດບາດອິດທິພົນສູງ ເດັ່ນໃນຂະບວນວິວັດແຫ່ງການຊີ້ນຳໆພາ, ພາລະກິດປະຕິວັດຊາດປະຊາທິປະໄຕກໍ່ຄືພາລະກິດ 2 ໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ ທ່ານເປັນນັກປະຕິວັດທີ່ກ້າແກ່ນ, ມີນໍາໃຈອັນຕໍ່ສູ້ເດັດດ່ຽວໜຽວແໜ້ນ ແລະ ອົງອາດກ້າຫານເປັນນາຍທະທານທີ່ເກັ່ງກ້າສາມາດ, ເປັນນັກຕໍ່ສູ້ການເມືອງທີ່ເຕັມໄປດ້ວຍວາດທະສິນໃນເວທີສາກົນ ເພື່ອສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ສັນລະເສີນຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງທ່ານທີ່ໄດ້ອຸທິດເພື່ອປະເທດຊາດ ແລະ ການປະຕິວັດ ດັ່ງນັ້ນ ການນຳຂອງແຂວງ ຈຶ່ງໄດ້ນຳພາກ້ອນກຳລັງພະນັກງານ,ທະຫານ,ຕຳຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຊາວແຂວງສະຫວັນນະເຂດ ເຂົ້າວາງ ກະຕ່າດອກ ແລະ ດອກໄມ້ທີ່ຫອມຫວນ ເພື່ອເປັນການສະແດງຄວາມເຄົາລົບຮັກ,ຄວາມກະຕັນຍູຮູ້ບຸນຄຸນ,ສັນລະເສີນຄຸນງາມຄວາມດີແລະຜົນງານອັນໃຫຍ່ຫຼວງ ທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ຈົດຈຳລຳລຶກຄຸນງາມຄວາມດີ ຂອງທ່ານ ພູນ ສີປະເສີດ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ພ້ອມທັງສະແດງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງຕໍ່ບັນດາທ່ານຜູ້ນຳພັກ - ລັດ ບັນດາພະນັກງານນັກຮົບ ແລະ ປະຊົນຊົນບັນດາເຜົ່າທຸກຊັ້ນຄົນ ທີ່ໄດ້ເສຍສະຫຼະຊີວິດເພື່ອຄວາມເປັນເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ເພື່ອອິດສະລະພາບ ແລະ ຄວາມຢູ່ດີມີສຸກຂອງປະຊົນຊົນລາວບັນດາເຜົ່າຂອງພວກເຮົາ.

(ແຫຼ່ງ​ຂໍ້​ມູນ​: ວິລັດດາ ດວງຈັນທາ/ວິທະຍຸກະຈາຍສຽງ ສຂ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.