ຫວຽດນາມ ເຂົ້າຮ່ວມພິທີເປີດກອງປະຊຸມກຸ່ມປຶກສາຫາລື AIPA ຄັ້ງທີ 11

11:50 | 16/08/2020

ຍສມ -  ໃນວັນທີ 14 ສິງຫາ 2020, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມກຸ່ມປຶກສາຫາລື AIPA ຄັ້ງທີ 11 (AIPA Caucus) ດ້ວຍຮູບການອອນລາຍ  ໂດຍສະພາແຫ່ງຊາດຟີລິບປິນເປັນເຈົ້າພາບ.

ຫວຽດນາມ ເຂ າຮ ວມພ ທ ເປ ດກອງປະຊ ມກ ມປ ກສາຫາລ aipa ຄ ງທ 11 ພິທີປະກາດເວັບໄຊຂອງປີປະທານ AIPA 2020
ຫວຽດນາມ ເຂ າຮ ວມພ ທ ເປ ດກອງປະຊ ມກ ມປ ກສາຫາລ aipa ຄ ງທ 11 ປະທານສະພາແຫ່ງຊາດຫວຽດນາມ: ສະເໜີຈັດກອງປະຊຸມ AIPA 41 ທາງອອນລາຍ ຢູ່ ຮ່າໂນ້ຍ

ກອງປະຊຸມກຸ່ມປຶກສາຫາລື AIPA (AIPA Caucus) ຄັ້ງທີ່11 ໄດ້ຈັດຂຶ້ນດ້ວຍຮູບການອອນລາຍ ເພື່ອຊ່ວຍກວດກາຕີລາຄາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຄຳໝັ້ນສັນຍາທີ່ໄດ້ລົງນາມໃນບັນດາ ມະຕິຕົກລົງ ຢ່າງມີປະສິດທິຜົນ.

ຫວຽດນາມ ເຂ າຮ ວມພ ທ ເປ ດກອງປະຊ ມກ ມປ ກສາຫາລ aipa ຄ ງທ 11
ຫວຽດນາມ ເຂົ້າຮ່ວມພິທີເປີດກອງປະຊຸມກຸ່ມປຶກສາຫາລື AIPA ຄັ້ງທີ 11. (ພາບ: quochoi.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນເຕຶ່ອງເວີນ - ເລຂາທິການໃຫຍ່ອົງການ AIPA ແລະທ່ານ Sir Alan Peter S. Hayetano - ປະທານສະພາຕ່ຳສາທາລະນະລັດຟິລິບປິນ ລ້ວນແຕ່ຢືນຢັນວ່າ ການລະບາດຂອງພະຍາດ COVID-19 ກຳລັງສົ່ງຜົນກະທົບຕໍ່ຄວາມສະຖຽນລະພາບດ້ານເສດຖະກິດ ຂອງບັນດາປະເທດສະມາຊິກອາຊຽນ. ສະນັ້ນຕ້ອງມີວິທີການໃນການຕ້ານການລະບາດຂອງໂລກລະບາດ COVID-19.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນວັນເຢົ່າ - ປະທານຄະນະກຳມະການພົວພັນຕ່າງປະເທດສະພາແຫ່ງຊາດຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາສະມາຊິກສະພາ AIPA ທັງໝົດດ້ວຍຈິດໃຈສາມັກຄີ, ເປັນເອກະພາບ ແລະ ຮ່ວມມື ທີ່ເຮັດໃຫ້ກອງປະຊຸມກຸ່ມທີ່ປຶກສາ AIPA Caucus 11 ຈະປະສົບຜົນສຳເລັດເປັນຢ່າງດີ. ພ້ອມກັນນັ້ນ, ທ່ານ ຫງວຽນວັນເຢົ່າ ຍັງປະກາດວ່າ ສະພາແຫ່ງຊາດຫວຽດນາມ ຈະຈັດກອງປະຊຸມສະມັດຊາໃຫຍ່ AIPA 41 ດ້ວຍຮູບການອອນລາຍໃນລະຫວ່າງວັນທີ 8-10 ກັນຍາ ປີ 2020.

ທັນທີຫຼັງພິທີເປີດກອງປະຊຸມ, ກອງປະຊຸມໄດ້ດຳເນີນກອງປະຊຸມຄົບຄະນະຄັ້ງທີ 2 ແລະ ກອງປະຊຸມເຮັດວຽກເປັນກຸ່ມ, ໃນນັ້ນກອງປະຊຸມ ໄດ້ຮັບຟັງການລາຍງານຈາກປະເທດຕ່າງໆ ກ່ຽວກັບການຈັດຕັ້ງປະຕິບັດມະຕິຕົກລົງກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 40 ຂອງສະມາຊິກສະພາ AIPA; ປຶກສາຫາລືກ່ຽວກັບຫົວຂໍ້ “ການຫຼຸດຜ່ອນຄວາມສ່ຽງ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ການຟື້ນຟູດ້ານເສດຖະກິດໃນໄລຍະພາຍຫຼັງການແຜ່ລະບາດ COVID-19; ຂໍ້ລິເລີ່ມຂອງບັນດາປະເທດ ແລະ ເຂດແຄວ້ນທີ່ຈະສະໝັກເຂົ້າໃນການປ້ອງກັນພະຍາດ ແລະ ຟື້ນຟູພື້ນຖານເສດຖະກິດ.

ຫວຽດນາມ ເຂ າຮ ວມພ ທ ເປ ດກອງປະຊ ມກ ມປ ກສາຫາລ aipa ຄ ງທ 11 ພິທີປະກາດເວັບໄຊຂອງປີປະທານ AIPA 2020

ຍສໝ - ວັນທີ 13 ສິງຫາ ທີ່ຫໍສະພາແຫ່ງຊາດ, ທ່ານນາງຫງວຽນທິກິມເງິນ - ປະທານສະພາລັດຖະສະພາລະຫວ່າງຊາດອາຊຽນຄັ້ງທີ 41 (AIPA 41), ຫົວໜ້າຄະນະຊີ້ນຳແຫ່ງຊາດ AIPA 41, ປະທານສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມພິທີປະກາດເວັບໄຊຂອງປີປະທານ AIPA 2020.

ຫວຽດນາມ ເຂ າຮ ວມພ ທ ເປ ດກອງປະຊ ມກ ມປ ກສາຫາລ aipa ຄ ງທ 11 ຫວຽດນາມ ມານະພະຍາຍາມຊຸກຍູ້ AIPA ເຄື່ອນໄຫວຢ່າງມີປະສິດທິຜົນ

ຕອນບ່າຍວັນທີ 19 ພະຈິກ, ທີ່ຫໍສະພາແຫ່ງຊາດ, ຄະນະຊີ້ນໍາແຫ່ງຊາດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 41 (AIPA 41), ຄະນະຈັດຕັ້ງ AIPA 41 ດໍາເນີນວາລະປະຊຸມຄັ້ງທີ 1 ພາຍໃຕ້ການເປັນປະທານຂອງທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ.

ຫວຽດນາມ ເຂ າຮ ວມພ ທ ເປ ດກອງປະຊ ມກ ມປ ກສາຫາລ aipa ຄ ງທ 11 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຮັບຕຳແໜ່ງປະທານ AIPA 41

ຍສໝ - ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ສະແດງຄວາມເປັນກຽດເມື່ອໄດ້ຮັບຕຳແໜ່ງປະທານ AIPA 41.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.