ຜ່ານການຮັບຮອງເອົາສັນຍາ EVFTA, ທີ່ຕັ້ງຂອງຫວຽດນາມ ສືບຕໍ່ໄດ້ຮັບການເພີ່ມທະວີກວ່າອີກ

15:45 | 15/08/2020

ຍສໝ - ສັນຍາ FTA ສະບັບຫຼ້າສຸດນີ້ ຈະຊ່ວຍຫວຽດນາມ ຊຸກຍູ້ການເຕີບໂຕຫຼາຍພໍສົມຄວນໃນດ້ານການຄ້າ ແລະ ການລົງທຶນ. 

ຜ ານການຮ ບຮອງເອ າສ ນຍາ evfta ທ ຕ ງຂອງຫວຽດນາມ ສ ບຕ ໄດ ຮ ບການເພ ມທະວ ກວ າອ ກ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ ແລະ ສິງກະໂປ
ຜ ານການຮ ບຮອງເອ າສ ນຍາ evfta ທ ຕ ງຂອງຫວຽດນາມ ສ ບຕ ໄດ ຮ ບການເພ ມທະວ ກວ າອ ກ ທ່ານອະດີດເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ: ທ່ານ ເລຂາຟຽວ ອະດີດເລຂາທິການໃຫຍ່ ແມ່ນຄົນລຽບງ່າຍ, ນ້ຳໃສໃຈຈິງ, ສ້າງຄວາມດຶງດູດຄົນອື່ນຜ່ານການຈັບມື
ຜ ານການຮ ບຮອງເອ າສ ນຍາ evfta ທ ຕ ງຂອງຫວຽດນາມ ສ ບຕ ໄດ ຮ ບການເພ ມທະວ ກວ າອ ກ
ພາບປະກອບ

ຕາມ ໜັງສືພິມ The Business Times ແລ້ວ, ສັນຍາ FTA ສະບັບຫຼ້າສຸດນີ້ ຈະຊ່ວຍຫວຽດນາມ ຊຸກຍູ້ການເຕີບໂຕຫຼາຍພໍສົມຄວນໃນດ້ານການຄ້າ ແລະ ການລົງທຶນ. ບັນດາປະເພດສິນຄ້າສົ່ງອອກຕົ້ນຕໍລວມມີ ເຄື່ອງອາໄຫຼ່ໂທລະຄົມມະນາຄົມ, ເອເລັກໂຕນິກ, ເຄື່ອງຕັດຫຍິບ, ບັນດາຜະລິດຕະພັນອຸດສາຫະກໍາໜູນຊ່ວຍ ແລະ ສະບຽງອາຫານ. ສັນຍາ EVFTA ມີຜົນສັກສິດ, 70% ປະເພດສິນຄ້າຂອງຫວຽດນາມ ຈະໄດ້ຍົກເວັ້ນພາສີ ເມື່ອສົ່ງອອກໄປຍັງ 26 ປະເທດສະມາຊິກຂອງ ອີຢູ. ບັນດາປະເພດສິນຄ້າທີ່ຍັງເສຍພາສີຢູ່ນັ້ນ ຈະໄດ້ຫຼຸດລົງເທື່ອລະໜ້ອຍພາຍໃນ 7 ປີ.

ໃນສະພາບການທີ່ບັນດາປະເທດໃນທົ່ວໂລກເລີ່ມເປີດປະຕູພື້ນຖານເສດຖະກິດຄືນໃໝ່ຢ່າງລະມັດລະວັງ ພາຍຫຼັງປິດປະຕູນັ້ນ, ນັບມື້ນັບມີຫຼາຍບໍລິສັດຊອກຫາວິທີກໍ່ສ້າງ, ຟື້ນຟູບັນດາລະບົບສະໜອງ ແລະ ຜ່ານການຮັບຮອງເອົາສັນຍາ EVFTA, ທີ່ຕັ້ງຂອງຫວຽດນາມ ສືບຕໍ່ໄດ້ຮັບການເພີ່ມທະວີກວ່າອີກ.

ເມື່ອບໍດົນມານີ້, ທີ່ກອງປະຊຸມແບບທາງໄກກ່ຽວກັບການຜັນຂະຫຍາຍແຜນການປະຕິບັດສັນຍາການຄ້າເສລີ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕີລາຄາວ່າສັນຍາການຄ້າເສລີຫວຽດນາມ-ອີຢູ ມີລະດັບຄວາມເປີດສູງ, ປະກອບສ່ວນເຕີບໂຕເສດຖະກິດໃຫ້ແກ່ຫວຽດນາມ 3,25% ໃນໄລຍະ 5 ປີທໍໍາອິດ, ເພີ່ມຂຶ້ນ 5% ໃນ 5 ປີໃນຕໍ່ໄປ ແລະ 7% ໃຫ້ 5 ປີຫຼັງຈາກນັ້ນ.

ສັນຍາການຄ້າເສລີຫວຽດນາມ-ອີຢູ ຄາດຄະເນວ່າຈະເປີດກາລະໂອກາດໃຫ້ບັນດາວິສາຫະກິດຫວຽດນາມ ເພີ່ມວົງເງິນສົ່ງອອກໄປຍັງອີຢູ ຕື່ມອີກປະມານ 42% ໃນປີ 2025 ແລະເກືອບ 45% ໃນປີ 2030 ເມື່ອທຽບໃສ່ແຜນການທີ່ບໍ່ມີສັນຍາ ແລະເພີ່ມການດຶງດູດເງິນລົງທຶນ FDI ເຂົ້າຫວຽດນາມ.

ທ່ານນາຍົກລັດຖະມົນຮຽກຮ້ອງໃຫ້ຍູ້ແຮງບັນດາໂຄງການຊຸກຍູ້ການຄ້າ - ການລົງທຶນຢູ່ບັນດາປະເທດ EU ເພື່ອແນໃສ່ແຈ້ງໃຫ້ປະຊາຄົມວິສາຫະກິດບັນດາປະເທດຮັບຊາບກ່ຽວກັບກາລະໂອກາດ ແລະ ທ່າໄດ້ປຽບຂອງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ລົງທຶນຢູ່ຫວຽດນາມ, ຜ່ານນັ້ນກໍ່ພັດທະນາການພົວພັນດ້ານການຄ້າ, ດຶງດູດເງິນລົງທຶນຈາກຕ່າງປະເທດເຂົ້າໃນບັນດາຂົງເຂດຈຸດສຸມ. ພ້ອມກັນນັ້ນແມ່ນສ້າງບັນດາໂຄງການໜູນຊ່ວຍ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງໃຫ້ແກ່ບັນດຂະແໜງສິນຄ້າ, ວິສາຫະກິດ, ພິເສດແມ່ນວິສາຫະກິດຂະໜາດນ້ອຍແລະ ກາງ, ຈຸນລະວິສາຫະກິດ, ຊາວກະສິກອນໃຫ້ເໝາະສົມກັບຄຳໝັ້ນສັນຍາສາກົນ.

ສະນັ້ນ, ສັນຍາການຄ້າເສລີຫວຽດນາມ-ອີຢູ ໄດ້ສ້າງກາລະໂອກາດໃຫ້ຫວຽດນາມ ປ່ຽນແປງໃໝ່ຮູບແບບການເຕີບໂຕ, ຊຸກຍູ້ບັນດາວິສາຫະກິດຫວຽດນາມ ຍົກລະດັບຕົນເອງ, ຍອມຮັບລະບຽບການໃໝ່ທີ່ຍາກກວ່າ ເພື່ອເຂົ້າເລິກກວ່າ, ບືນຕົວຂຶ້ນສູ່ບັນດາວິວັດການທີ່ມີມູນຄ່າສູງກວ່າໃນລະບົບສະໜອງ, ລະບົບຈໍາໜ່າຍຂອງອີຢູ ແລະທົ່ວໂລກ. ສິ່ງເຫຼົ່ານີ້ຍັງມີຄວາມໝາຍທີ່ສໍາຄັນຕໍ່ກັບຫວຽດນາມ ໃນສະພາບທີ່ກຸ່ມບໍລິສັດຂະໜາດໃຫຍ່ຂອງອີຢູ ຫຼາຍແຫ່ງກໍາລັງຫັນປ່ຽນການລົງທຶນ, ຫັນລະບົບສະໜອງຜະລິດສິນຄ້າເປັນຫຼາຍຮູບຫຼາຍແບບ.

ຜ ານການຮ ບຮອງເອ າສ ນຍາ evfta ທ ຕ ງຂອງຫວຽດນາມ ສ ບຕ ໄດ ຮ ບການເພ ມທະວ ກວ າອ ກ ກອງບັນຊາການທະຫານຊາຍແດນແຂວງເງະອານ ສສ.ຫວຽດນາມ ແລະກອງບັນຊາການທະຫານແຂວງບໍລິຄໍາໄຊ ສປປ.ລາວ ຈັດຕັ້ງການລາດຕະເວນສອງຝ່າຍຕາມເສັ້ນຊາຍແດນ

ຍສໝ - ກໍາລັງລາດຕະເວນສອງຝ່າຍໄດ້ດໍາເນີນການລາດຕະເວນຕາມເສັ້ນຊາຍແດນ ຫວຽດນາມ-ລາວ ແລະຫຼັກໝາຍຊາຍແດນເລກທີ 441, ນີ້ແມ່ນຫຼັກໝາຍທີ່ປັກຢູ່ໄກ, ທາງໄປມາປະສົບຄວາມຫຍຸ້ງຍາກຫຼາຍ.

ຜ ານການຮ ບຮອງເອ າສ ນຍາ evfta ທ ຕ ງຂອງຫວຽດນາມ ສ ບຕ ໄດ ຮ ບການເພ ມທະວ ກວ າອ ກ ການສົ່ງອອກຂອງຫວຽດນາມ ໄດ້ວາງຄາດໝາຍໃຫ້ບັນລຸ 340 ຕື້ ໂດລາສະຫະລັດ ໃນປີ 2025

ຍສໝ - ກະຊວງອຸດສາຫະກຳ ແລະ ການຄ້າ ສສ.ຫວຽດນາມ ຫາກໍ່ສ້າງບົດລາຍງານກ່ຽວກັບແຜນພັດທະນາເສດຖະກິດ - ສັງຄົມ ໄລຍະປີ 2021-2025 ໂດຍມີຫຼາຍເປົ້າໝາຍ ແລະ ວິທີການແກ້ໄຂຢ່າງລະອຽດ. ພິເສດ, ກະຊວງໄດ້ວາງຄາດໝາຍໃຫ້ບັນລຸ 340 ຕື້ ໂດລາສະຫະລັດ ໃນປີ 2025.

ຜ ານການຮ ບຮອງເອ າສ ນຍາ evfta ທ ຕ ງຂອງຫວຽດນາມ ສ ບຕ ໄດ ຮ ບການເພ ມທະວ ກວ າອ ກ ສະຖານທູດຫວຽດນາມ ປະຈຳ ປະເທດຊູແອດ ຢ້ຽມຢາມ ແລະ ໃຫ້ກຳລັງໃຈ ປະຊາຄົມຊາວຫວຽດນາມ ຢູ່ ປະເທດຊູແອດ

ຍສໝ - ການຢ້ຽມຢາມຊາວຫວຽດນາມທີ່ດຳລົງຊີວິດ ແລະ ດຳເນີນທຸລະກິດຢູ່ແຂວງ Skäne, ຄະນະປະຕິບັດງານໄດ້ມີການພົບປະ ແລະ ເຮັດວຽກກັບຄະນະບໍລິຫານງານສະມາຄົມວັດທະນະທຳ ຫວຽດນາມ ຢູ່ ປະເທດຊູແອດ, ຜູ້ຕາງໜ້າຊາວຫວຽດນາມຢູ່ ບາງແຂວງພາກໃຕ້ຂອງປະເທດຊູແອດ, ຜູ້ຕາງໜ້າບັນດາວິສາຫະກິດຫວຽດນາມຢູ່ບັນດານະຄອນ Malmo, Lund, Helsinborg, Göteborg...

ໄຊພອນ

ເຫດການ
302 Found

Found

The document has moved here.