ປະສົບການຊີວິດຂອງ ພັດທະນາ (ໂຕມີວ) ຈາກເວທີສາວງາມ ນວ 2019

14:32 | 05/04/2019

ເວທີ​ສາວ​ງາມນະຄອນຫລວງ​ວຽງຈັນ ​ເປັນ​ອີກ​ເວທີໜຶ່ງທີ່​ມີ​ຄວາມໝາຍສໍາຄັນທີ່ເອື້ອຍນ້ອງ​​ແມ່ຍິງ​​ທົ່ວ​ນະຄອນຫລວງວຽງຈັນ​​ສົນ​ໃຈ​​ເພາະ​​ເປັນເວທີແຫ່ງການເປີດ​ໂອກາດ​​​ໃຫ້​ສາວ​ລາວ​ຍຸກ​ໃໝ່ໄດ້ເກັບ​ກ່ຽວຄວາມ​ຮູ້, ປະສົບ​ການຊີວິດ​​ຫລາຍດ້ານ.

ປະສົບການຊີວິດຂອງ ພັດທະນາ (ໂຕມີວ) ຈາກເວທີສາວງາມ ນວ 2019

ເວທີ​ສາວ​ງາມນະຄອນຫລວງ​ວຽງຈັນ ​ເປັນ​ອີກ​ເວທີໜຶ່ງ ທີ່​ມີ​ຄວາມໝາຍສໍາຄັນທີ່ເອື້ອຍນ້ອງ​​ແມ່ຍິງ​​ທົ່ວ​ນະຄອນຫລວງວຽງຈັນ​​ສົນ​ໃຈ​​ເພາະ​​ເປັນເວທີແຫ່ງການເປີດ​ໂອກາດ​​​ໃຫ້​ສາວ​ລາວ​ຍຸກ​ໃໝ່​ໄດ້ເກັບ​ກ່ຽວຄວາມ​ຮູ້, ປະສົບ​ການຊີວິດ​​ຫລາຍດ້ານບໍ່ວ່າ​ຈະ​ເປັນມາລະ​ຍາດທາງ​ສັງຄົມ, ວັດທະນະ​ທໍາ​ ​ແລະ ​ສະຖານ​ທີ່ທ່ອງ​ ທ່ຽວລວມເຖິງ ການ​ສ້າງບຸກຄະ​ລິກ​ທີ່​ດີ​ຂອງ​ແມ່​ຍິງ​ລາວໃຫ້​ຫລາຍ​ຂຶ້ນ​ເໝືອນດັ່ງນາງ ພັດທະນາ (ໂຕມີວ) ສາວ​ງາມ​ຕົວ​ແທນ​ຈາກ​ເມືອງ​ໄຊ​ເສດ​ຖາທີ່​ກ້າວ​ເຂົ້າສູ່​ເວທີ​ນີ້ເພື່ອ​ເກັບ​ກ່ຽວປະສົບການ​ຊີວິດ ​ແລະ ຢາກມີ​ສ່ວນ​ຮ່ວມ​ສືບ​ທອດ​ວັດທະນະ​ທໍາ​ທີ່ດີງາມຂອງຊາດ​ລາວ.

ນາງ ພັດທະນາ ເວົ້າ​ຕື່ມ​ວ່າ: ໃນນາມເປັນແມ່ຍິງລາວຄົນໜຶ່ງກໍຂໍເປັນອີກໜຶ່ງກະບອກສຽງ ເພື່ອ​ເຊີນໝູ່ເພື່ອນຊາວໜຸ່ມຍຸກໃໝ່ ໃຫ້ຫັນມາເອົາໃຈໃສ່ເສີມຂະຫຍາຍວັດທະນະທຳເພື່ອເຮັດໃຫ້ປະເທດລາວພົ້ນເດັ່ນໃນສາຍຕາຂອງຄົນທົ່ວໂລກ ​ແລະ ຂໍໃຫ້ທຸກຄົນຕິດຕາມຊ່ວຍໂຫວດເປັນກຳລັງໃຈໃຫ້ໂຕມີວ (MVT20) ແດ່ໂດຍການພິມ MVT20*1=1 ຄະແນນສົ່ງໄປຫາໝາຍເລກ 2018 ແລະ ພິມ MVT20*10=10 ຄະແນນສົ່ງໄປໝາຍ 2018 ເບີທີ່ໃຊ້ໂຫວດຄືເບີຫລັກ 2 ເທົ່ານັ້ນ ຈົນຮອດວັນທີ 6 ເມສາ 2019 ເຊິ່ງຈະປະກວດຢູ່ ໂຮງ​ແຮມ​ແລນມາກ​ແມ່​ຂອງ​ລີ​ເວີ​ໄຊ​ຊັ້ນ 2.

ປະສົບການຊີວິດຂອງ ພັດທະນາ (ໂຕມີວ) ຈາກເວທີສາວງາມ ນວ 2019

ນາງ ພັດທະນາ ຄິດາພອນ (ໂຕມີວ) ປັດຈຸບັນ ພວມສຶກສາຢູ່ສະຖາບັນລັດດຕະນະ ບໍລິຫານທຸລະກິດປີ 3 ສາຂາການເງິນ-ການທະນາຄານ ​ເຜີຍ​ຄວາມ​ຮູ້​ສຶກ​ສູ່​ຟັງ​ວ່າ: ການທີ່ມາປະກວດໃນເວທີອັນຊົງກຽດນີ້ເນື່ອງຈາກກອງປະກວດສາວນະຄອນຫລວງ ເປັນເວທີທີ່ທຸກຄົນສົນໃຈຈຶ່ງລອງເປີດໂອກາດ ໃຫ້ໂຕເອງໄດ້ເຮັດສິ່ງໃໝ່ໆຄັ້ງໜຶ່ງໃນຊີວິດເຊິ່ງຄວາມຈິງ ແລ້ວມັນກະຄືຄວາມຝັນຂອງໂຕເອງຫັ້ນລະ ແລະ ເມື່ອຝັນແລ້ວຖ້າ ບໍ່ລົງມືເຮັດເຮົາຈະບໍ່ຮູ້ເລີຍວ່າຜົນອອກມາຈະເປັນແບບໃດ. ຂ້ອຍທັງພູມໃຈທັງຕື່ນເຕັ້ນຫລາຍທີ່ໄດ້ມາຢືນຢູ່ຈຸດ ນີ້ ແລະ ກໍຈະພະຍາຍາມ ເຮັດໜ້າທີ່ໃຫ້ດີທີ່ສຸດເຖິງວ່າຈະໄດ້ຫລືບໍ່ໄດ້ ຢ່າງໜ້ອຍເຮົາກໍໄດ້ປະສົບການໄດ້ໝູ່ຄູ່, ເອື້ອຍ, ອ້າຍ, ນ້ອງ ແລະ ​ໄດ້ຮຽນຮູ້ຫລາຍໆ ຢ່າງຈາກກອງປະກວດ​ເປັນ​ຕົ້ນ: ການແອບບົດລະຄອນວິຖີຊີວິດຊາວໄຮ່ຊາວນາປະສົມປະສານກັບການການຟ້ອນແບບລາວໆ ເພາະໂຕເອງບໍ່ເຄີຍສະແດງລະຄອນມາກ່ອນເລີຍຕ້ອງໄດ້ແອບສະແດງຕ້ອງ ຫລິ້ນໜ້າຫລິ້ນຕາວາງທ່າທີໄປນຳມັນຍາກຫລາຍ ແຕ່ຈະບໍ່ທໍ້ຖອຍ ເພາະເຮົາມາຢູ່ຈຸດນີ້ແລ້ວແນວໃດເຮົາກໍຕ້ອງເຮັດໃຫ້ອອກມາດີໃຫ້ສົມກັບເພິ່ນໃຫ້ໂອກາດເຮົາມາ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ