ທ່າກຳປັ່ນຍ່າຣົ່ງແລະຫໍພິພິທະພັນໂຮ່ຈີມິນ - ບ່ອນຂີດໝາຍ ຊີວິດແລະພະລາກິດຂອງປະທານໂຮ່ຈີມິນ

09:28 | 24/06/2021

ທ່າກຳປັ່ນຍ່າຣົງ່ ແລະຫໍພິພິທະພັນໂຮ່ຈີມິນສາຂານະຄອນໂຮ່ຈີມິນຢູ່ເຮືອນເລກທີໜຶ່ງຖະໜົນຫງວຽນເຕິດແທັ່ງເມືອງ 4 ນະຄອນໂຮ່ຈີມິນ, ຢູ່ແຫ່ງນີ້ ນອກຈາກວາງສະແດງບັນດາວັດຖຸພັນທີ່ຕິດພັນກັບຊີວິດພາລະກິດຂອງເພິ່ນນັ້ນຍັງເປັນຂີດໝາຍເຫດການເມື່ອວັນທີ 5 ມິຖຸນາປີ 1911 ທ່ານປະທານໂຮ່ຈີມິນໄດ້ເລີ່ມເດີນທາງອອກຈາກຫວຽດນາມໄປຕ່າງປະເທດເພື່ອຊອກຫາເສັ້ນທາງກູ້ຊາດ ປົດປ່ອຍຊາດໃຫ້ຫຼຸດພົ້ນອອກຈາກແອກຄອບຄອງຂອງລ່າເມືອງຂຶ້ນ ຝລັ່ງເຊິ່ງເລີ່ມຕົ້ນຈາກທ່າກຳປັ່ນຍ່າຣົ່ງ

ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ຮັບຮູ້ການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງຫວຽດນາມ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ຮັບຮູ້ການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງຫວຽດນາມ
ນັກສິລະປິນ 50 ຄົນເຂົ້າຮ່ວມການຮ້ອງເພງປະສານສຽງ “ກຳລັງແຮງຫວຽດນາມ” ເພື່ອເປັນກຳລັງໃຈກຳລັງແຖວໜ້າໃນການຕ້ານໂລກລະບາດ ນັກສິລະປິນ 50 ຄົນເຂົ້າຮ່ວມການຮ້ອງເພງປະສານສຽງ “ກຳລັງແຮງຫວຽດນາມ” ເພື່ອເປັນກຳລັງໃຈກຳລັງແຖວໜ້າໃນການຕ້ານໂລກລະບາດ
ທ່າກຳປັ່ນຍ່າຣົ່ງແລະຫໍພິພິທະພັນໂຮ່ຈີມິນ - ບ່ອນຂີດໝາຍ ຊີວິດແລະພະລາກິດຂອງປະທານໂຮ່ຈີມິນ
ບັນດາວັດຖຸພັນ, ຮູບຖ່າຍທີ່ວາງສະແດງໃນຫໍພິພິທະພັນ

ຫໍພິພິທະພັນໂຮ່ຈີມິນຖືກຕັ້ງໃນເຮືອນຫຼັງໜຶ່ງເຊິ່ງເມື່ອກ່ອນນີ້ ແມ່ນສຳນັກງານຂອງບໍລິສັດໃຫຍ່ຂົນສົ່ງພະກະສັດເຊິ່ງແມ່ນໜຶ່ງໃນບັນດາກິດຈະກຳທຳອິດໂດຍລ່າເມືອງ ຝລັ່ງປຸກສ້າງພາຍຫຼັງທີ່ໄດ້ຢຶດຄອງໄຊງ່ອນ. ເຮືອນຫຼັງນີ້ຖືກປຸກສ້າງກາງປີ 1862 ແລະ ສຳເລັດໃນປີ 1863 ດ້ວຍການອອກແບບຝ່າຍຕາເວັນຕົນແຕ່ຢູ່ຫຼັງຄາເຮືອນມີມັງກອນສອງໂຕພວມເຝົ້າດວງພະຈັນ. ມີເຫດການໜຶ່ງທີ່ມີຄວາມໝາຍພິເສດເຊິ່ງກ່ຽວຂ້ອງເຖິງທ່າກຳປັ່ນຍ່າຣົ່ງນັ້ນແມ່ນໃນວັນທີ 5 ມິຖຸນາປີ 1911, ທ່ານປະທານໂຮ່ຈີມິນຄາວນັ້ນໄດ້ມີຊື່ວ່າ ຫງວຽນວັນບາ, ໄດ້ລົງເຮືອເພື່ອອກເດີນທາງໄປຕ່າງປະເທດເພື່ອຊອກຫາເສັ້ນທາງກູ້ຊາດ.ເພື່ອຈົດຈຳເຫດການດັ່ງກ່າວ, ພາຍຫຼັງທີ່ປະເທດຊາດໄດ້ໂຮມເຂົ້າກັນເປັນເອກະພາບ, ເຮືອນຍ່າຣົ່ງໄດ້ຖືກຮັກສາໄວ້ເປັນອະນຸສອນສະຖານກ່ຽວກັບປະທານໂຮ່ຈີມິນແລະຮອດປີ 1995 ໄດ້ຫັນປ່ຽນຫໍພິພິທະພັນໂຮ່ຈີມິນສາຂານະຄອນໂຮ່ຈີມິນ. ນາງຟານເກ໊ຮວິ່ງ ຜູ້ນຳທ່ຽວຊົມຢູ່ຫໍພິພິທະພັນ ໂຮ່ຈີມິນໃຫ້ຮູ້ວ່າ:

“ຢູ່ຫໍພິພິທະພັນກໍ່ວາງສະແດງຮູບຈຳລອງກຳປັ່ນອາມີຣານລາຕູເຈີວີນເຊິ່ງແມ່ນກຳປັ່ນຂອງບໍລິສັດຂົນສົ່ງຫ້າດາວ, ເຊິ່ງແມ່ນໜຶ່ງໃນຈຳນວນກຳປັ່ນການຄ້າ 6 ລຳແບບຫຼູຫຼາລະດັບຫ້າດາວ. ຕາມເອກະສານຖືກເກັບຮັກສາຢູ່ຫໍພິພິທະພັນໂຮ່ຈີມິນເຊິ່ງໄດ້ບັນທຶກວັນທີ 2 ມິຖຸນາປີ 1911 ກຳປັ່ນໄດ້ເດີນທາງຈາກຫ໋າຍຟ່ອງໄດ້ເຂົ້າທຽບທ່າກຳປັ່ນຍ່າຣົ່ງຄາວນັ້ນເອີ້ນວ່າທ່າກຳປັ່ນໄຊງ່ອນໄດ້ຮັບເອົາບຸກຄະລາກອນຈຳນວນໜຶ່ງເຂົ້າເຮັດວຽກໃນກຳປັ່ນໃນນັ້ນມີອ້າຍບ່າວຫງວຽນເຕິດແທັ່ງໄດ້ໃສ່ຊື່ວ່າ ວັນບາໄດ້ຮັບເຂົ້າເຮັດວຽກຢູ່ເຮືອນຄົວ”.

ສະເພາະກ່ຽວກັບຫໍພິພິທະພັນໂຮ່ຈີມິນແມ່ນປະກອບດ້ວຍສອງຊັ້ນ ດ້ວຍ 7 ຫ້ອງວາງສະແດງຕາມຫົວເລື່ອງ ແລະ 8 ຫ້ອງວາງສະແດງອື່ນໆ ດ້ວຍເນື້ອທີ່ທັງໝົດເກືອບ 1.500 ຕາແມັດເຊິ່ງໄດ້ແນະນຳປະມານ 11.000 ວັດຖຸພັນຮູບຖ່າຍກ່ຽວກັບຊີວະປະຫວັດຫຍໍ້ ພາລະກິດການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ. ນາງຟານເກ໊ຮວິ່ງໃຫ້ຮູ້ຕື່ມອີກວ່າ:

“ບັນດາວັດຖຸພັນ ຮູບຖ່າຍທີ່ນຳມາວາງສະແດງຢູ່ຫໍພິພິທະພັນກໍ່ລ້ວນແຕ່ມີບັນດາເຫດການປະຫວັດສາດມີເລື່ອງລາວສະເພາະ, ອາດຈະເວົ້າເຖິງປຶ້ມບັນທຶກເງິນເດືອນຂອງບັນດາລູກເຮືອໃນກຳປັ່ນພ້ອມກັບບັນດາວັດຖຸພັນຢູ່ຫໍພິພິທະພັນເຊິ່ງອາດຈະຊ່ວຍແຂກມາຢ້ຽມຊົມສາມາດເຂົ້າໃຈເລິກເຊິ່ງກ່ຽວກັບການເດີນທາງໄປຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດທີ່ເຕັມໄປດ້ວຍລຳບາກກາກກຳຂອງລຸງ ໂຮ່”.

ໃນບັນດາເຫດການວັນຊາດຫວຽດນາມວັນທີ 2 ກັນຍາຫຼື ລະນຶກເຖິງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນຄືວັນທີ 19 ພຶດສະພາ, ຫໍພິພິທະພັນໂຮ່ຈີມິນສາຂານະຄອນໂຮ່ຈີມິນໄດ້ຕ້ອນຮັບແຂກມາຢ້ຽມຊົມອາໄລຫາເຖິງເພິ່ນຢ່າງຫຼວງຫຼາຍ. ແຂກທ່ອງທ່ຽວບາງຄົນເວົ້າຄວາມໃນໃຈສູ່ຟັງວ່າ:

“ແຕ່ລະເທື່ອເມື່ອມາຢ້ຽມຊົມຢູ່ແຫ່ງນີ້ ເຮົາມີຄວາມເອກອ້າງທະນົງໃຈຍ້ອນວ່າເຮົາແມ່ນພົນລະເມືອງຂອງຊາດໜຶ່ງທີ່ມີພະບິດາໄດ້ເບິ່ງແຍງໃຫ້ຊາດຂອງຕົນເຊັ່ນນັ້ນ”. “ລູກມານີ້ຮູ້ສຶກມ່ວນຫຼາຍ. ລູກໄດ້ຊອກກຮູ້ກ່ຽວກັບປະທານໂຮ່ຈີມິນໄດ້ຫຼາຍສິ່ງຫຼາຍຢ່າງແລະລູກໝັ້ນໝາຍຈະດຸໝັ່ນຮ່ຳຮຽນໃຫ້ເກັ່ງກວ່າເກົ່າ”

ດ້ວຍຄຸນຄ່າປະຫວັດສາດຕິດພັນກັບຊີວິດການເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈີມິນ, ທ່າກຳປັ່ນຍ່າຣົ່ງ, ຫໍພິພິທະພັນໂຮ່ຈີມິນສາຂານະຄອນໂຮ່ຈີມິນໄດ້ກາຍເປັນສັນຍາລັກຂອງນະຄອນທີ່ໃສ່ຊື່ຂອງລຸງໂຮ່ ແລະທັງແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນໃນທົ່ວປະເທດ.

ບຸດທາບ ແມ່ນໜຶ່ງໃນບັນດາວັດເກົ່າແກ່  ແລະ ມີ ສະຖາປັດຕະຍະກຳທີ່ເປັນເອກະລັກ ບຸດທາບ ແມ່ນໜຶ່ງໃນບັນດາວັດເກົ່າແກ່ ແລະ ມີ ສະຖາປັດຕະຍະກຳທີ່ເປັນເອກະລັກ

ວັດບຸດທາບ ຍັງມີຊື່ເອີ້ນວ່າ ວັດນິງຟຸກ ຖືກຕັ້ງຢູ່ທາງທິດຕາເວັນຕົກຂອງບ້ານ ບຸດທາບ ຕາແສງ ດິ້ງໂຕ໋ ເມືອງ ທ້ວນແທັ່ງ ແຂວງ ບັກນິງ ຫ່າງຈາກໃຈການ ຮ່າໂນ້ຍ ປະມານ 25 ກິໂລແມັດ ໄປທາງທິດຕາເວັນອອກ. ບຸດທາບ ແມ່ນໜຶ່ງໃນບັນດາວັດເກົ່າແກ່ ແລະ ມີ ສະຖາປັດຕະຍະກຳທີ່ເປັນເອກະລັກ ແລະ ໄດ້ຮັບການກໍ່ສ້າງມາກ່ອນນີ້ເກືອບ 800 ...

ການສົ່ງອອກອາຫານທະເລຂອງຫວຽດນາມເພີ່ມຂຶ້ນ 26% ໃນເດືອນພຶດສະພາ ປີ 2021 ການສົ່ງອອກອາຫານທະເລຂອງຫວຽດນາມເພີ່ມຂຶ້ນ 26% ໃນເດືອນພຶດສະພາ ປີ 2021

ຍສໝ - ສະມາຄົມປຸງແຕ່ງ ແລະ ສົ່ງອອກອາຫານທະເລຫວຽດນາມ (Vasep) ໃຫ້ຮູ້ວ່າ, ການສົ່ງອອກບັນດາກຸ່ມຜະລິດຕະພັນອາຫານທະເລຂອງຫວຽດນາມ ລ້ວນແຕ່ເພີ່ມຂຶ້ນ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ປະຊາຄົມຊາວຫວຽດນາມ ໄດ້ຮັບລາງວັນທີ 2 ຂອງການແຂ່ງຂັນບານເຕະ ສະພາສູງເຊັກ ໃນປີ 2021 ປະຊາຄົມຊາວຫວຽດນາມ ໄດ້ຮັບລາງວັນທີ 2 ຂອງການແຂ່ງຂັນບານເຕະ ສະພາສູງເຊັກ ໃນປີ 2021

ຍສໝ - ໃນວັນທີ 19 ມິຖຸນາ, ການແຂ່ງຂັນບານເຕະ ສະພາສູງເຊັກ ປີ 2021 ໄດ້ໄຂຂຶ້ນຢູ່ສະໜາມກິລາກອງທັບ Dukla, ໃນນະຄອນຫຼວງ Prague ໂດຍມີການເຂົ້າຮ່ວມຂອງ 21 ທີມທີ່ເປັນຕົວແທນຂອງ​ ປະ​ຊາ​ຄົ​ມບັນດາຊົນເຜົ່າທີ່ດຳລົງຊີວິດຢູ່ສາທາລະນະລັດເຊັກ​.

vovworld.vn

ເຫດການ
302 Found

Found

The document has moved here.