Lifestart Foundation (ອົດສະຕາລີ) ມອບລົດຖີບ 55 ຄັນໃຫ້ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ

05:10 | 13/05/2024

ຍສໝ - ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ Lifestart Foundation (ອົດ​ສະ​ຕາ​ລີ) ຫາກໍສົມທົບ​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກວາງ​ນາມ ຈັດຕັ້ງມອບ​ລົດຖີບ 55 ຄັນ​ໃຫ້​ບັນດາ​ນັກຮຽນ​ທຸກ​ຍາກທີ່ຮັກການຮຽນ​ຢູ່​​ເມືອງ ເຟືອກ​ເຊີນ ​ແລະ ຢູຍຊວຽນ.

ອົດສະຕຣາລີ ຊຸກຍູ້ການຕ່າງປະເທດວິ​ທະ​ຍາ​ສາດ​ໃນ​ອາ​ຊີ​-ປາ​ຊີ​ຟິກ ອົດສະຕຣາລີ ຊຸກຍູ້ການຕ່າງປະເທດວິ​ທະ​ຍາ​ສາດ​ໃນ​ອາ​ຊີ​-ປາ​ຊີ​ຟິກ
ອົດສະຕຣາລີ ໜູນຊ່ວຍວັກຊີນ “5 ໃນ 1” ຈຳນວນ 490.600 ໂດສ ໃຫ້ຫວຽດນາມ ອົດສະຕຣາລີ ໜູນຊ່ວຍວັກຊີນ “5 ໃນ 1” ຈຳນວນ 490.600 ໂດສ ໃຫ້ຫວຽດນາມ

​ໃນ​ນັ້ນ, ​ໄດ້​ມອບ​ລົດຖີບ 30 ຄັນ​ໃຫ້​ນັກຮຽນ​ຊາວ​ເຜົ່າສ່ວນໜ້ອຍ Gi Trieng 30 ຄົນ​ຂອງ​ໂຮງຮຽນ​ມັດທະຍົມຕອນຕົ້ນ ຫຼີຕື້ຈ້ອງ ​ແລະ ​ໂຮງຮຽນ​ມັດທະຍົມຕອນຕົ້ນ ກິມດົງ (ເຟືອກ​ເຊີນ); ລົດຖີບ 25 ຄັນ​ໃຫ້​ບັນດາໂຮງຮຽນລວມມີ: ​ໂຮງຮຽນ​ມັດທະຍົມຕອນຕົ້ນ ຈູວັນອານ, ​ໂຮງຮຽນ​ມັດທະຍົມຕອນຕົ້ນ ຟູດົງ, ​ໂຮງຮຽນ​ມັດທະຍົມຕອນຕົ້ນ ກວາງຈຸ່ງ, ​ໂຮງຮຽນ​ມັດທະຍົມຕອນຕົ້ນ ເລືອງເຖວິງ ແລະ ​ໂຮງຮຽນ​ມັດທະຍົມຕອນຕົ້ນ ຫວຽນແທງຫານ (ຢູຍຊວຽນ). ມູນ​ຄ່າ​ໜູນ​ຊ່ວຍທັງໝົດ​ປະມານ 100 ລ້ານ​ດົ່ງ.

Lifestart Foundation (ອົດສະຕາລີ) ມອບລົດຖີບ 55 ຄັນໃຫ້ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ

ມອບ​ລົດຖີບ 30 ຄັນ​ໃຫ້​ນັກຮຽນ​ຊາວ​ເຜົ່າສ່ວນໜ້ອຍເມືອງ ເຟືອກ​ເຊີນ. ພາບ: L.F

ໃນຈຳນວນນັກຮຽນ 55 ຄົນທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້, ສ່ວນຫຼາຍແມ່ນມາຈາກຄອບຄົວທຸກຍາກ, ເປັນເດັກກ່ຳພ້າ, ມີອ້າຍເອື້ອຍນ້ອງຫຼາຍຄົນ, ມີພໍ່ແມ່ເຈັບປ່ວຍ ແລະ ມີຄວາມສາມາດເຮັດວຽກໄດ້ຈຳກັດ, ສະນັ້ນ ຈຶ່ງຂາດເຂີນດ້ານການຮຽນ, ພິເສດ ແມ່ນພາຫະນະທາງໄປໂຮງຮຽນ.

Lifestart Foundation ແມ່ນອົງການບໍ່ຂຶ້ນກັບລັດຖະບານທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2000 ໂດຍທ່ານນາງ Karen Leonard, ສັນຊາດ ອົດສະຕາລີ. ພາລະກິດ​ຂອງ​ອົງການ​ແມ່ນໜູນຊ່ວຍຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃຫ້​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ດີກ​ວ່າ​ເກົ່າ, ຜ່ານ​ບັນດາ​ໂຄງການ​ໜູນ​ຊ່ວຍ​ດ້ານ​ການ​ສຶກສາ, ບຳລຸງ​ສ້າງ​ອາຊີບ ແລະ ກໍ່ສ້າງ​ເຮືອນ​ຢູ່​ການ​ກຸສົນ, ມອບລົດຖີບ​ເພື່ອ​ນຳ​ການ​ປ່ຽນ​ແປງທີ່ມີລັກສະນະເປັນລຸ່ນ.

ສະເພາະໃນປີ 2023, ອົງການນີ້ ໄດ້ມອບລົດຖີບໃໝ່ໃຫ້ນັກຮຽນທຸກຍາກຢູ່ເມືອງ ເຟືອກ​ເຊີນ ແລະ ນາມຢາງ; ມອບໂທລະທັດອັດສະລິຍະ ແລະ ລະບົບບໍາບັດນ້ຳດື່ມໃຫ້ບັນດາໂຮງຮຽນຕົວແບບຢູ່ເຂດພູດອຍແຂວງ ກວາງນາມ; ມອບ​ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ໃຫ້​ນັກຮຽນຊາວ​ເຜົ່າ ກາຢອງ ຢູ່​ເມືອງ​ ນາມ​ຈ່າ​ມີ ແລະ ນ້ຳ​ນົມ​ສົດ​ໃຫ້​ແກ່ຄົນເຈັບເດັກ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ​ເຊິ່ງພວມປິ່ນ​ປົວ​ຢູ່​ໂຮງ​ໝໍຫຼາຍຂະແໜງເຂດ ກວາງ​ນາມ (ດ້ຽນ​ບານ).

​ໃນ​ບັນດາເດືອນ​ທຳ​ອິດ​ຂອງ​ປີ 2024, Lifestart Foundation ໄດ້​ມອບ​ສິ່ງ​ຂອງ​ຈຳ​ເປັນ, ລົດ​ຖີບ​ໃໝ່ ​ແລະ ປຶ້ມ​ຕຳລາໃຫ້​ນັກຮຽນ​ໂຮງຮຽນ​ມັດທະຍົມ​ຕອນຕົ້ນ ຟ່ານເຈົ່າຈິງ (ຕາ​ແສງ ໂຊງກົນ, ດົ່ງ​ຢ່າງ); ມອບທຶນການສຶກສາຂະແໜງ​ການ​ແພດ ແລະ ທ່ານໝໍພະແນກພາຍໃນ 25 ທຶນ​ໃຫ້​ນັກ​ສຶກສາ​ແພດ​ທີ່​ປະສົບ​ກັບ​ສະພາບ​ຫຍຸ້ງຍາກ​ພິ​ເສດ​ຢູ່​ພາກ​ກາງ​ ທີ່​ພວມຮຽນ​ຢູ່​ມະຫາວິທະຍາ​ໄລ​ແພດສາດ ແລະ ການ​ຢາ ​ເຫ້ວ, ມະຫາວິທະຍາ​ໄລ​ເຕັກນິກແພດສາດ ​ແລະ ການ​ຢາ ດ່າ​ນັງ ​ແລະ ມະຫາວິທະຍາ​ໄລ​ແພດສາດ ​ແລະ ການ​ຢາ ​ນະຄອນ​ ໂຮ່ຈິ​ມິນ. ຍອດ​ມູນ​ຄ່າ​ທຶນການສຶກສາທັງໝົດ​ແມ່ນ​ກວ່າ 189.560 USD (​ເທົ່າ​ກັບ​ກວ່າ 4,7 ຕື້​ດົ່ງ).

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.