ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບບັນດາວິສາຫະກິດ ສ.ເກົາຫຼີ ທີ່ມາລົງທຶນ ຢູ່ ຫວຽດນາມ

06:40 | 30/07/2020

ຍສໝ - ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີ ຢືນຢັນວ່າລັດຖະບານຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ, ໃນນັ້ນມີນັກລົງທຶນ ແລະ ວິສາຫະກິດສ.ເກົາຫຼີ ສືບຕໍ່ເປີດກວ້າງບັນດາການເຄື່ອນໄຫວລົງທຶນ.

ທ ານນາຍ ກລ ດຖະມ ນຕ ຫວຽດນາມ ໄດ ພ ບປະກ ບບ ນດາວ ສາຫະກ ດ ສ ເກ າຫ ທ ມາລ ງທ ນ ຢ ຫວຽດນາມ ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ຕອບສຳພາດຕໍ່ສຳນັກຂ່າວຕ່າງປະເທດ ກ່ຽວກັບການປ້ອງກັນພະຍາດ COVID-19
ທ ານນາຍ ກລ ດຖະມ ນຕ ຫວຽດນາມ ໄດ ພ ບປະກ ບບ ນດາວ ສາຫະກ ດ ສ ເກ າຫ ທ ມາລ ງທ ນ ຢ ຫວຽດນາມ ຫວຽດນາມ - ກູບາ ເພີ່ມທະວີການຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະ ກັນ ໃນການປ້ອງກັນການລະບາດພະຍາດ Covid-19

ຕອນບ່າຍວັນທີ 29 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວນຟຸກ - ນາຍົກລັດຖະມົນຕີຢືນຢັນວ່າລັດຖະບານຫວຽດນາມ ໄດ້ມີການພົບປະກັບບັນດາວິສາຫະກິດ ສ.ເກົາຫຼີ ທີ່ກຳລັງລົງທຶນ ຢູ່ ຫວຽດນາມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ພົບປະກັບທ່ານ Park Noh Wan - ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳຫວຽດນາມ, ພ້ອມດ້ວຍບັນດາປະທານ, ບັນດາຜູ້ອຳນວຍການໃຫຍ່ຂອງບັນດາບໍລິສັດໃຫຍ່ ແລະ ນັກລົງທຶນ ສ.ເກົາຫຼີ ໃນບັນຍາກາດມິດຕະພາບ ແລະ ຄວາມເຂົ້ົ້າໃຈກັນລະຫວ່າງສອງປະເທດຫວຽດນາມ - ສ.ເກົາຫຼີ.

ທ ານນາຍ ກລ ດຖະມ ນຕ ຫວຽດນາມ ໄດ ພ ບປະກ ບບ ນດາວ ສາຫະກ ດ ສ ເກ າຫ ທ ມາລ ງທ ນ ຢ ຫວຽດນາມ
ການພົບປະລະຫວ່າງ ທ່ານ ຫງວຽນຊວນຟຸກ ແລະ ບັນດາວິສາຫະກິດ ສ.ເກົາຫຼີ ທີ່ມາລົງທຶນຢູ່ຫວຽດນາມ. (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ຢືນຢັນວ່າລັດຖະບານຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ, ໃນນັ້ນມີນັກລົງທຶນ, ກຸ່ມບໍລິສັດ ສ.ເກົາຫຼີ ເພື່ອສືບຕໍ່ເປີດກວ້າງການລົງທືນ ແລະ ການດຳເນີນທຸລະກິດ ຢູ່ ຫວຽດນາມ. ອໍານາດການປົກຄອງທ້ອງຖິ່ນທຸກຂັ້ນ ຂອງຫວຽດນາມ ກໍ່ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ສ.ເກົາຫຼີ.

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າໃນ 6 ເດືອນທີ່ຜ່ານມາ, ເຖິງວ່າໄດ້ຮັບຜົນກະທົບຈາກພະຍາດລະບາດ COVID-19, ແຕ່ດ້ວຍຄວາມມານະພະຍາຍາມຂອງລັດຖະບານ, ບັນດາກະຊວງ, ສາຂາ, ທ້ອງຖິ່ນ, ປະຊາຄົມວິສາຫະກິດ ແລະ ປະຊາຊົນຫວຽດນາມ, ໃນນັ້ນດ້ວຍຄວາມມານະພະຍາຍາມຂອງບັນດານັກລົງທຶນ ສ.ເກົາຫຼີ ເຊິ່ງເຮັດໃຫ້ຫວຽດນາມມີການເຕີບໂຕເສດຖະກິດໃນທາງບວກ.

ເນື່ອງໃນໂອກາດນີ້, ທ່ານ Park Noh Wan - ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳຫວຽດນາມ ໄດ້ສະເໜີບັນດາວິທີການເພື່ອຊຸກຍູ້ການພົວພັນສອງຝ່າຍ, ໂດຍເນັ້ນໜັກເຖິງການເພີ່ມທະວີການແລກປ່ຽນໃນໄລຍະປະຈຸບັນ ໂດຍອີງໃສ່ການປະຕິບັດຕາມລະບຽບການ ເພື່ອຮັບປະກັນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19.

ທ ານນາຍ ກລ ດຖະມ ນຕ ຫວຽດນາມ ໄດ ພ ບປະກ ບບ ນດາວ ສາຫະກ ດ ສ ເກ າຫ ທ ມາລ ງທ ນ ຢ ຫວຽດນາມ
(ພາບ: TTXVN)

ຜູ້ອຳນວຍການໃຫຍ່ Samsung ປະຈຳຫວຽດນາມ, ທ່ານ Choi Joo Ho ໄດ້ສະແດງຄວາມຂອບໃຈການຊີ້ນຳນຳພາຂອງລັດຖະບານ, ນາຍົກລັດຖະມົນຕີ ແລະ ປະຊາຊົນຫວຽດນາມ; ຢືນຢັນວ່າ ບໍລິສັດ Samsung ໂດຍສະເພາະ ແລະ ລັດຖະບານ ສ.ເກົາຫຼີ ໂດຍທົ່ວໄປ ໄດ້ຮັບການຕີລາຄາວ່າ ຫວຽດນາມ ໄດ້ປະສົບຜົນສຳເລັດໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19. ຍ້ອນໄດ້ຮັບຄວາມເອົາໃຈໃສ່ຈາກລັດຖະບານຫວຽດນາມ, Samsung ຫວຽດນາມ ໄດ້ຫຼຸດຜ່ອນຜົນກະທົບທີ່ຫຍໍ້ທໍ້ຕໍ່ການສົ່ງອອກ. ຈາກນີ້ຈົນເຖິງທ້າຍປີ, Samsung ຫວຽດນາມພະຍາຍາມບັນລຸເປົ້າໝາຍຂອງຕົນ.

ສິ້ນສຸດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ຫວຽດນາມຢາກດຶງດູດບັນດານັກລົງທຶນຈາກສ.ເກົາຫຼີ ດ້ວຍບັນດາໂຄງການທີ່ມີຄຸນນະພາບ, ເຕັກໂນໂລຢີສູງ. ຫວຽດນາມ ຊຸກຍູ້ບັນດາວິສາຫະກິດຂອງສອງປະເທດ ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃນການຄົ້ນຄ້ວາ, ພັດທະນາຜະລິດຕະພັນ, ການຜະລິດ ແລະ ດຳເນີນທຸລະກິດ; ຈາກນັ້ນ, ປະກອບສ່ວນໃນການເພີ່ມທະວີຄວາມມິດຕະພາບຂອງສອງປະເທດ.

ທ ານນາຍ ກລ ດຖະມ ນຕ ຫວຽດນາມ ໄດ ພ ບປະກ ບບ ນດາວ ສາຫະກ ດ ສ ເກ າຫ ທ ມາລ ງທ ນ ຢ ຫວຽດນາມ ຫວຽດນາມ - ຈີນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ຍສໝ - ທ່ານຫົວໜ້າຄະນະປະສານງານການພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ໄດ້ສະແດງວ່າ ປະເທດຈີນປາດຖະໜາຢາກສືບຕໍ່ພ້ອມກັບຫວຽດນາມ ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືໃນທຸກຂົງເຂດ.

ທ ານນາຍ ກລ ດຖະມ ນຕ ຫວຽດນາມ ໄດ ພ ບປະກ ບບ ນດາວ ສາຫະກ ດ ສ ເກ າຫ ທ ມາລ ງທ ນ ຢ ຫວຽດນາມ ນຳສົ່ງພົນລະເມືອງຫວຽດນາມ ຈາກຍີ່ປຸ່ນ, ອິນໂດເນເຊຍ ແລະ ບຣູໄນ ກັບມາປະເທດໂດຍຄວາມປອດໄພ

ຍສໝ - ເມື່ອບໍ່ດົນມານີ້, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງ ຍີ່ປຸ່ນ ຈັດຖ້ຽວບິນນຳສົ່ງພົນລະເມືອງຫວຽດນາມ 340 ຄົນຈາກຍີ່ປຸ່ນ ກັບມາປະເທດໂດຍຄວາມປອດໄພ.

ທ ານນາຍ ກລ ດຖະມ ນຕ ຫວຽດນາມ ໄດ ພ ບປະກ ບບ ນດາວ ສາຫະກ ດ ສ ເກ າຫ ທ ມາລ ງທ ນ ຢ ຫວຽດນາມ ຫວຽດນາມ - ນິວຊີແລນ ແນໃສ່ຊຸກຍູ້ວົງເງິນການຄ້າໄດ້ບັນລຸ 1,7 ຕື້ USD

ຍສໝ - ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 16 ຂອງນິວຊີແລນ, ໃນນັ້ນຫວຽດນາມແມ່ນປະເທດສົ່ງອອກໃຫຍ່ອັນດັບທີ 15 ເຂົ້າທ້ອງຕະຫລາດນີ້ ແລະ ເປັນປະເທດນຳເຂົ້າໃຫຍ່ອັນດັບທີ 18 ຂອງນິວຊີແລນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.