ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ຕອບສຳພາດຕໍ່ສຳນັກຂ່າວຕ່າງປະເທດ ກ່ຽວກັບການປ້ອງກັນພະຍາດ COVID-19

10:15 | 23/05/2020

ຍສໝ - ຕອນບ່າຍວັນທີ 21 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ສຳພາດກັບ ບັນດາສຳນັກຂ່າວສານຕ່າງປະເທດ ທີ່ປະຈຳຫວຽດນາມ ກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ຂອງຫວຽດນາມ.

ທ ານນາຍ ກລ ດຖະມ ນຕ ຫວຽດນາມ ໄດ ຕອບສຳພາດຕ ສຳນ ກຂ າວຕ າງປະເທດ ກ ຽວກ ບການປ ອງກ ນພະຍາດ covid 19 EVFTA ຈະ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ ຫວຽດ​ນາມ ໄລ​ຍະຫຼັງ Covid – 19
ທ ານນາຍ ກລ ດຖະມ ນຕ ຫວຽດນາມ ໄດ ຕອບສຳພາດຕ ສຳນ ກຂ າວຕ າງປະເທດ ກ ຽວກ ບການປ ອງກ ນພະຍາດ covid 19 8 ​ປະ​ເທດໄດ້​ຮັບ​ການ ໜູນ​ຊ່ວຍອຸ​ປະ​ກອນ​ການ​ແພດ​ຈາ​ກ​ ຫວຽດ​ນາມ ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid -19

ທີ່ການສຳພາດ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ຢືນຢັນວ່າ ຜົນສຳເລັດຂອງຫວຽດນາມ ແມ່ນຍ້ອນການຮັບຮູ້ ກ່ຽວກັບພະຍາດລະບາດຢ່າງໄວວາ, ໄດ້ປະຕິບັດມາດຕະການທີ່ຖືກຕ້ອງ, ທິດທາງຊີ້ນຳທີ່ໜັກແໜ້ນ, ຖືປະຊາຊົນເປັນໃຈກາງ ແລະ ໄດ້ຮັບການສະໜັບສະໜູນ ແລະຮ່ວມແຮງຮ່ວມໃຈໂດຍປະຊາຊົນເປັນຢ່າງດີ.

ທ ານນາຍ ກລ ດຖະມ ນຕ ຫວຽດນາມ ໄດ ຕອບສຳພາດຕ ສຳນ ກຂ າວຕ າງປະເທດ ກ ຽວກ ບການປ ອງກ ນພະຍາດ covid 19
ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ. (ພາບ: VGP)

ທ່ານນາຍົກລັດຖະມົນຕີ ກໍ່ໄດ້ເນັ້ນໜັກວ່າ "ຕໍ່ສູ້ກັບພະຍາດ ຄືການຕໍ່ສູ້ຕ້ານສັດຕູ"; ລະດົມກຳລັງອຳນາດ ແລະ ການສ່ວນຮ່ວມຂອງທັງລະບົບການເມືອງ, ຊຸມຊົນສັງຄົມ; ຖືເອົາການປ້ອງກັນການລະບາດເປັນບູລິມະສິດ, ສະກັດກັ້ນຄວາມສ່ຽງຂອງການລະບາດພະຍາດ ຈາກພາຍນອກ, ໄດ້ປະຕິບັດກຳນົດຈຳກັດ ເຂດແຜ່ລະບາດພາຍໃນປະເທດ, ປິ່ນປົວຄົນເຈັບຢ່າງມີປະສິດຕິຜົນ, ຍອມຮັບການເສຍສະຫຼະຜົນປະໂຫຍດທາງເສດຖະກິດສະເພາະໜ້າ ເພື່ອປົກປ້ອງສຸຂະພາບ, ຊີວິດຂອງປະຊາຊົນທີ່ດີທີ່ສຸດ.

ທ່ານນາຍົກລັດຖະມົນຕີ ກ່າວວ່າ ຕໍ່ໜ້າກັບຜົນກະທົບທີ່ເກີດຈາກການລະບາດພະຍາດ, ລັດຖະບານຫວຽດນາມ ຍັງໄດ້ປະຕິບັດຫຼາຍມາດຕະການ ເພື່ອສະໜັບສະໜູນດ້ານເສດຖະກິດ, ແກ້ໄຂ ຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ ແລະ ທຸລະກິດ, ພິເສດແມ່ນ ໄດ້ເອົາໃຈໃສ່ຊີວິດການເປັນຢູ່ຂອງປະຊາຊົນ, ມີບັນດາຊຸດສະໜັບສະໜູນຄົນງານ, ຮັບປະກັນຄວາມສະຫງົບປອດໄພສັງຄົມ. ສະນັ້ນ, ມາຮອດປະຈຸບັນ ຫວຽດນາມ ໄດ້ຄວບຄຸມການແຜ່ລະບາດໂດຍພື້ນຖານ, ພ້ອມກັນນັ້ນ ໄດ້ຮັກສາເສດຖະກິດມະຫາພາກ, ຕັດສິນໃຈເຕີບໂຕ GDP ໃນປີ 2020 ໄດ້ບັນລຸແມ່ນ 4,5-5%.

ທ ານນາຍ ກລ ດຖະມ ນຕ ຫວຽດນາມ ໄດ ຕອບສຳພາດຕ ສຳນ ກຂ າວຕ າງປະເທດ ກ ຽວກ ບການປ ອງກ ນພະຍາດ covid 19
ຫວຽດນາມ ໄດ້ສະໜັບສະໜູນ ແລະ ຮ່ວມມືກັບບັນດາປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19. (ພາບ: baoquocte)

ແບ່ງປັນກ່ຽວກັບການຮ່ວມມືສາກົນຂອງ ຫວຽດນາມ ໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມມີຫຼາຍກິດຈະກຳທີ່ແທດຈິງ ເພື່ອສະໜັບສະໜູນ ແລະ ຮ່ວມມືກັບບັນດາປະເທດ ແລະ ບັນດາອົງການຈັດຕັ້ງສາກົນ, ແລະ ໄດ້ຮັບການຕີລາຄາສູງໂດຍປະຊາຄົມສາກົນ, ເຊັ່ນ: ການສະໜັບສະໜູນຜ້າບັງປາກການແພດ, ເຄື່ອງໃຊ້ທາງການແພດ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ປະສົບການໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ຂອງຫວຽດນາມ.

ເນື່ອງໃນໂອກາດນີ້, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ຂອບອົກຂອບໃຈສຳລັບ ສື່ມວນຊົນສາກົນໃນໄລຍະຜ່ານມາ ທີ່ໄດ້ເອົາໃຈໃສ່ ແລະ ຕີລາຄາຢ່າງຮອບດ້ານ ແລະ ຢ່າງພາວະວິໄສທີ່ສຸດ ກ່ຽວກັບສະພາບການ ແລະ ໝາກຜົນຢ່າງຕັ້ງໜ້າ ໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ຂອງຫວຽດນາມ. ທ່ານຫງວຽນຊວນຟຸກ ຖືວ່າ ມັນເປັນກຳລັງໃຈອັນໃຫຍ່ຫຼວງ ສຳລັບລັດຖະບານ ແລະ ປະຊາຊົນຫວຽດນາມ ໃນການຕໍ່ສູ້ກັບພະຍາດ COVID-19.

ທ ານນາຍ ກລ ດຖະມ ນຕ ຫວຽດນາມ ໄດ ຕອບສຳພາດຕ ສຳນ ກຂ າວຕ າງປະເທດ ກ ຽວກ ບການປ ອງກ ນພະຍາດ covid 19 ສະພາແຫ່ງຊາດ ກຳປູເຈຍ ສະແດງຄວາມຂອບໃຈຫວຽດນາມ ທີ່ມອບຂອງຂວັນການແພດ ເພື່ອສະກັດກັ້ນ COVID-19

ຍສໝ - ຕອນເຊົ້າວັນທີ 20 ພຶດສະພາ, ຜູ້ຕາງໜ້າອົງການນິຕິບັນຍັດ ປະເທດກຳປູເຈຍ ໄດ້ຈັດພິທີຮັບເອົາເຄື່ອງຊ່ວຍເຫຼືອການແພດ ຈຳນວນ 30.000 ຜ້າບັງປາກ ເຊິ່ງເປັນຂອງຂວັນຈາກສະພາແຫ່ງຊາດຫວຽດນາມ ມອບໃຫ້ສະພາແຫ່ງຊາດ ແລະ ສະພາສູງ ປະເທດກຳປູເຈຍ ເພື່ອປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19.

ທ ານນາຍ ກລ ດຖະມ ນຕ ຫວຽດນາມ ໄດ ຕອບສຳພາດຕ ສຳນ ກຂ າວຕ າງປະເທດ ກ ຽວກ ບການປ ອງກ ນພະຍາດ covid 19 ຫວຽດ​ນາມ​ ມີ​ລະ​ດັບ​ຄວາມ​ໄວ້​​ວາງໃຈ​ໃນການ​ສື​່ສານ​ສູງ​ທີ່​ສຸດ​ເມື່ອໃຫ້​ຂ່າວ​ກ່​ຽວ​ກັບ Covid – 1

ຍສໝ -ປະເທດທີ່ມີລະດັບຄວາມໄວ້ວາງໃຈສູງທີ່ສຸດແມ່ນ ຫວຽດນາມ ດ້ວຍ 89%ຈຳນວນຊາວຫວຽດນາມທີ່ຖືກຖາມລ້ວນແຕ່ມີຄວາມເຊື່ອໝັ້ນຕໍ່ການສື່ສານພາຍໃນປະເທດ.

ທ ານນາຍ ກລ ດຖະມ ນຕ ຫວຽດນາມ ໄດ ຕອບສຳພາດຕ ສຳນ ກຂ າວຕ າງປະເທດ ກ ຽວກ ບການປ ອງກ ນພະຍາດ covid 19 ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍ ສະມັດຊາໃຫຍ່ອົງການອະນາໄມໂລກ ຄັ້ງທີ 73

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແມ່ນໜຶ່ງໃນບັນດາຜູ້ນຳຈຳນວນໜ້ອຍ ທີ່ໄດ້ຮັບການເຊື້ອເຊີນກ່າວຄຳປາໄສໃນກອງປະຊຸມປີນີ້ ໂດຍຜູ້ອຳນວຍການໃຫຍ່ອົງການ WHO. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ຮັບຮູ້ໄພອັນຕະລາຍຂອງພະຍາດ COVID-19 ແຕ່ເບື້ອງຕົ້ນ ແລະ ໄດ້ລະດົມບັນດາແຫຼ່ງກຳລັງເພື່ອຕ້ານໂລກລະບາດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.