ຫວຽດນາມ - ນິວຊີແລນ ແນໃສ່ຊຸກຍູ້ວົງເງິນການຄ້າໄດ້ບັນລຸ 1,7 ຕື້ USD

06:50 | 30/07/2020

ຍສໝ - ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 16 ຂອງນິວຊີແລນ, ໃນນັ້ນຫວຽດນາມແມ່ນປະເທດສົ່ງອອກໃຫຍ່ອັນດັບທີ 15 ເຂົ້າທ້ອງຕະຫລາດນີ້ ແລະ ເປັນປະເທດນຳເຂົ້າໃຫຍ່ອັນດັບທີ 18 ຂອງນິວຊີແລນ.

ຫວຽດນາມ ນ ວຊ ແລນ ແນໃສ ຊ ກຍ ວ ງເງ ນການຄ າໄດ ບ ນລ 1 7 ຕ usd ມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານເອກອັກຄະລັດຖະທູດ Mozambique ເພື່ອຊຸກຍູ້ການພົວພັນກັບຫວຽດນາມ
ຫວຽດນາມ ນ ວຊ ແລນ ແນໃສ ຊ ກຍ ວ ງເງ ນການຄ າໄດ ບ ນລ 1 7 ຕ usd ບັນດານັກຊ່ຽວຊານລັດເຊຍ ໄດ້ຕີລາຄາສູງການປະກອບສ່ວນໃຫຍ່ຂອງຫວຽດນາມ ສຳຫຼັບອາຊຽນ

ປີ 2020 ໄດ້ຮັບຖືວ່າແມ່ນຂີດໝາຍສຳຄັນ ໃນການພົວພັນສອງປະເທດຫວຽດນາມ ແລະ ນິວຊີແລນ, ເຊິ່ງແມ່ນປີສະເຫຼີມສະຫຼອງຄົບ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (1975-2020).

ໂດຍສະເພາະ, ທີ່ການເຈລະຈາຂັ້ນສູງດ້ວຍຮູບການຖ່າຍທອດສົດ ລະຫວ່າງຫວຽດນາມ - ນິວຊີແລນໃນເມື່ອບໍ່ດົນມານີ້, ທ່ານ ຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ Jacinda Ardern - ນາຍົກລັດຖະມົນຕີນິວຊີແລນ ໄດ້ປະກາດຍົກລະດັບການພົວພັນຮ່ວມມືລະຫວ່າງສອງປະເທດຢ່າງເປັນທາງການ ໄດ້ກາຍເປັນການຮ່ວມມືຍຸດທະສາດ, ເພື່ອຊຸກຍູ້ການພົວພັນຮ່ວມມືສືບຕໍ່ເຂົ້າສູ່ລວງເລິກ, ນັບມື້ນັບມີປະສິດທິຜົນໃນທຸກຂົງເຂດ.

ຫວຽດນາມ ນ ວຊ ແລນ ແນໃສ ຊ ກຍ ວ ງເງ ນການຄ າໄດ ບ ນລ 1 7 ຕ usd
ຫວຽດນາມ ໄດ້ສະເໜີໃຫ້ປະເທດນິວຊີແລນເປີດທ້ອງຕະຫຼາດ ໃຫ້ແກ່ຜະລິດຕະພັນກະເສດຂອງຫວຽດນາມຫຼາຍກວ່າອີກ. (ພາບ: vietnam+)

ນອກຈາກນັ້ນ, ສັນຍາຄູ່ຮ່ວມມືຢ່າງຮອບດ້ານ ແລະ ກ້າວໜ້າປາຊີຟິກ (CPTPP) ລະຫວ່າງຫວຽດນາມ ແລະ ບັນດາຄູ່ຮ່ວມມືໃນປີນີ້ ແມ່ນບາດກ້າວທີ່ສຳຄັນເພື່ອປັບປຸງກົດລະບຽບການຄ້າ, ປະກອບສ່ວນເຂົ້າສົ່ງເສີມການລົງທືນ ແລະ ທຸລະກິດລະຫວ່າງສອງປະເທດ.

ໃນສະພາບການພື້ນຖານເສດຖະກິດໂລກ ແລະ ພາກພື້ນທີ່ຖືກຜົນກະທົບຍ້ອນໂລກລະບາດ COVID-19, ເພື່ອຊຸກຍູ້ການຄ້າສອງຝ່າຍ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ສະເໜີ ຫວຽດນາມ ແລະ ນິວຊີແລນ ຕ້ອງການພະຍາຍາມຮັກສາກຳລັງພັດທະນາຂອງການຮ່ວມມືການຄ້າ, ສູ້ຊົນນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 2 ຕື້ໂດລາສະຫະລັດຕໍປີ.

ຄຽງຂ້າງນັ້ນ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ສະເໜີໃຫ້ປະເທດນິວຊີແລນເປີດທ້ອງຕະຫຼາດ ໃຫ້ແກ່ຜະລິດຕະພັນກະເສດຂອງຫວຽດນາມຫຼາຍກວ່າອີກ, ແບ່ງປັນປະສົບການກ່ຽວກັບເຄື່ອງໝາຍການຄ້າ, ພັດທະນາຕ່ອງໂສ້ມູນຄ່າຂອງໝາກໄມ້ບາງປະເພດ ໃຫ້ປະຊິດເຂົ້າທ້ອງຕະຫຼາດມາດຕະຖານສູງ.

ຫວຽດນາມ ນ ວຊ ແລນ ແນໃສ ຊ ກຍ ວ ງເງ ນການຄ າໄດ ບ ນລ 1 7 ຕ usd ຜູ້ຊ່ຽວຊານມາເລເຊຍ ໄດ້ຕີລາຄາສູງບົດບາດເຊື່ອມຕໍ່ອາຊຽນຂອງຫວຽດນາມ

ຍສໝ - ຫວຽດນາມໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າ ໃນຂະບວນວິວັດແຫ່ງການດຶງດູດ ດ້ານເສດຖະກິດຂອງສະມາຄົມອາຊຽນ, ກໍ່ຄືປະກອບສ່ວນສຳຄັນເຂົ້າໃນການຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ.

ຫວຽດນາມ ນ ວຊ ແລນ ແນໃສ ຊ ກຍ ວ ງເງ ນການຄ າໄດ ບ ນລ 1 7 ຕ usd ຫວຽດນາມ ມີບັນດາການປະກອບສ່ວນໃຫ້ແກ່ວິວັດທະນາການເປີດກວ້າງການຮ່ວມມືຂອງອາຊຽນ

ຍສໝ - ຫວຽດນາມແມ່ນຂົວເຊື່ອມຕໍ່ລະຫວ່າງ 5 ປະເທດອາຊຽນ ທຳອິດ ກັບ ບັນດາປະເທດຄື: ກຳປູເຈຍ, ລາວ ແລະ ມຽນມາ ເຊິ່ງແມ່ນບັນດາປະເທດເຂົ້າເປັນສະມາຊິກຕາມຫຼັງ.

ຫວຽດນາມ ນ ວຊ ແລນ ແນໃສ ຊ ກຍ ວ ງເງ ນການຄ າໄດ ບ ນລ 1 7 ຕ usd ຊຸກຍູ້ຮ່ວມມືລະຫວ່າງບາງທ້ອງຖິ່ນຂອງຫວຽດນາມ ກັບບັນດາແຂວງພາກເໜືອຂອງລາວ

ຍສໝ - ເພີ່ມທະວີການຮ່ວມມືລະຫວ່າງບັນດາແຂວງຂອງຫວຽດນາມ ແລະ ບັນດາແຂວງພາກເໜືອຂອງລາວ, ພິເສດແມ່ນບັນແຂວງແຮກສ່ຽວກັບແຂວງຜົ້ງສາລີ ເພື່ອແນໃສ່ຊ່ວຍແຂວງກໍ່ສ້າງພື້ນຖານໂຄງລ່າງ ແລະພັດທະນາເສດຖະກິດ, ສັງຄົມ, ສົ່ງເສີມບັນດາວິສາຫະກິດຂອງຫວຽດນາມ ໄປລົງທຶນຢູ່ແຂວງຜົ້ງສາລີ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.