ຫວຽດນາມ - ກູບາ ເພີ່ມທະວີການຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະ ກັນ ໃນການປ້ອງກັນການລະບາດພະຍາດ Covid-19

17:09 | 18/04/2020

ຍສໝ - ໃນຕອນບ່າຍຂອງວັນທີ 17 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບ ທ່ານນາງ Lianys Torres Rivera, ເອກອັກຄະລັດຖະທູດກູບາປະຈຳ ຫວຽດນາມ.

ຫວຽດນາມ ກ ບາ ເພ ມທະວ ການຮ ວມມ ໜ ນຊ ວຍເຊ ງກ ນ ແລະ ກ ນ ໃນການປ ອງກ ນການລະບາດພະຍາດ covid 19 ຫວຽດນາມ ມອບເງິນ 50.000 USD ໃຫ້ແກ່ລັດຖະບານ ແລະ ປະຊາຊົນມຽນມາ ເພື່ອປ້ອງກັນ, ຕ້ານພະຍາດ ໂຄວິດ -19
ຫວຽດນາມ ກ ບາ ເພ ມທະວ ການຮ ວມມ ໜ ນຊ ວຍເຊ ງກ ນ ແລະ ກ ນ ໃນການປ ອງກ ນການລະບາດພະຍາດ covid 19 ສະມາຄົມມິດຕະພາບຫວຽດນາມ - ລາວ ໃນກໍາລັງຕໍາຫຼວດປະຊາຊົນຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ ລາວ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງ Covid – 19

ໃນການຕ້ອນຮັບ, ທ່ານຫງວຽນຊວນຟຸກ, ນາຍົກລັດຖະມົນຕີຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ບັນດາການນຳຂັ້ນສູງ ແລະ ລັດຖະບານປະເທດກູບາ ທີ່ໄດ້ຕັດສິນໃຈສະໜັບສະໜູນ ຫວຽດນາມ ໃນການປ້ອງກັນ ແລະ ຄວບຄຸມ ພະຍາດ Covid-19 ໂດຍໄວ.

ຫວຽດນາມ ກ ບາ ເພ ມທະວ ການຮ ວມມ ໜ ນຊ ວຍເຊ ງກ ນ ແລະ ກ ນ ໃນການປ ອງກ ນການລະບາດພະຍາດ covid 19
ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບ ທ່ານນາງ Lianys Torres Rivera, ເອກອັກຄະລັດຖະທູດກູບາປະຈຳ ຫວຽດນາມ. (ພາບ: VGP)

ທ່ານຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ກ່າວວ່າ: ນັບແຕ່ຕົ້ນເດືອນເມສາ, ສອງຝ່າຍໄດ້ຈັດສຳມະນາທາງອອນໄລໃນທຸກລະດັບ ເພື່ອແລກປ່ຽນປະສົບການທີ່ສຳຄັນ ໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ Covid-19. ທ່ານຫງວຽນຊວນຟຸກ ກໍ່ໄດ້ຕັດສິນໃຈຈະມອບເຂົ້າສານຈຳນວນ 5.000 ໂຕນ ໃຫ້ພັກ, ລັດ ແລະ ປະຊາຊົນກູບາ ເພື່ອແບ່ງປັນບາງຄວາມຫຍຸ້ງຍາກດ້ານສະບຽງອາຫານໃນປະຈຸບັນ, ພ້ອມທັງ ສົມທົບກັບປະເທດກູບາ ໃນການຮັບມືກັບພະຍາດ COVID-19 ເຊິ່ງໄດ້ຮັບຜົນທີ່ດີທີ່ສຸດ. ນອກຈາກນັ້ນ, ທ່ານຫງວຽນຊວນຟຸກ ໃຫ້ຮູ້ວ່າ ຫວຽດນາມກໍ່ພ້ອມແລ້ວ ຮ່ວມມືກັບສາກົນ, ສະໜັບສະໜູນບັນດາປະເທດ ເຄື່ອງອຸປະກອນການແພດ ແລະ ຜ້າປິດປາກ.

ທ່ານຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ໄດ້ຢືນຢັນວ່າ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນສາມັກຄີແບບພິເສດ, ການສະໜັບສະໜູນ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ກູບາ, ແລະ ນຳການພົວພັນສອງຝ່າຍ ໄດ້ນັບມື້ນັບເຂົ້າສູ່ລວງເລິກ, ແທດກັບຕົວຈິງ ແລະ ມີປະສິດທິຜົນ.

ຫວຽດນາມ ກ ບາ ເພ ມທະວ ການຮ ວມມ ໜ ນຊ ວຍເຊ ງກ ນ ແລະ ກ ນ ໃນການປ ອງກ ນການລະບາດພະຍາດ covid 19
ຫວຽດນາມ ໄດ້ມອບຂອງຂວັນເປັນສັນຍະລັກ ເຊິ່ງເປັນເຂົ້າສານຈຳນວນ 5.000 ໂຕນ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນກູບາ. (ພາບ: VTV)

ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນກູບາ, ທ່ານນາງ Lianys Torres Rivera, ເອກອັກຄະລັດຖະທູດກູບາປະຈຳ ຫວຽດນາມ ໄດ້ສະແດງຄວາມຂອບໃຈ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ສະໜັບສະໜູນ ເຂົ້າສານຈຳນວນ 5 ພັນໂຕນ ໃຫ້ແກ່ກູບາ ໃນຄັ້ງນີ້. ທ່ານນາງ Lianys Torres Rivera ກໍ່ໄດ້ກ່າວວ່າ ສຳລັບ ກູບາ, ຂອງຂວັນນີ້ແມ່ນມີຄວາມໝາຍສຳຄັນຢ່າງຍິ່ງໃຫຍ່ ໃນສະພາບການປະຈຸບັນ ເຊິ່ງຈະປະກອບສ່ວນໃນການໜຸນຊ່ວຍປະຊາຊົນກູບາ ເພື່ອປ້ອງກັນພະຍາດ ແລະ ຜ່ານຜ່າຄວາມຫຍຸ້ງຍາກ.

ທ່ານນາງ Lianys Torres Rivera ໃຫ້ຮູ້ວ່າ ການຖ່າຍທອດເຕັກໂນໂລຢີດ້ານກະສິກຳ ຂອງຫວຽດນາມ ໄດ້ຊ່ວຍໃຫ້ກູບາ ມີການພັດທະນາໃນຂົງເຂດກະສິກຳກວ່າເກົ່າ. ຫວຽດນາມ ແລະ ກູບາຍັງມີຄວາມສາມາດບົ່ມຊ້ອນດ້ານການຮ່ວມມືໃນຫຼາຍຂົງເຂດ ໃນໄລຍະຈະມາເຖິງ.

ຫວຽດນາມ ກ ບາ ເພ ມທະວ ການຮ ວມມ ໜ ນຊ ວຍເຊ ງກ ນ ແລະ ກ ນ ໃນການປ ອງກ ນການລະບາດພະຍາດ covid 19 ກອງບັນຊາການທະຫານນະຄອນດາໜັງ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ກອງບັນຊາການທະຫານ ແຂວງສາລະວັນ ສປປ.ລາວ

ຍສໝ - ເມື່ອບໍ່ດົນມານີ້, ກອງບັນຊາການທະຫານແຂວງ ສາລະວັນ ສປປ.ລາວ ໄດ້ຮັບເຄື່ອງອຸປະກອນການແພດ ຈາກກອງບັນຊາການທະຫານ ນະຄອນດາໜັງ ສສ.ຫວຽດນາມ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດຂອງ ພະຍາດ Covid -19.

ຫວຽດນາມ ກ ບາ ເພ ມທະວ ການຮ ວມມ ໜ ນຊ ວຍເຊ ງກ ນ ແລະ ກ ນ ໃນການປ ອງກ ນການລະບາດພະຍາດ covid 19 ຄະນະແພດຊ່ຽວຊານ ຫວຽດນາມ ໄດ້ສຳເລັດຊຸດເຝິກອົບຮົມການແພດ ເພື່ອສະກັດກັ້ນພະຍາດ Covid-19 ໃຫ້ປະເທດລາວ

ຍສໝ - ໃນວັນທີ 16 ເມສາ, ຄະນະຊ່ຽວຊານການແພດກອງທັບ ຫວຽດນາມ ໄດ້ສຳເລັດຊຸດເຝິກອົບຮົມການແພດເພື່ອສະກັດກັ້ນພະຍາດ Covid-19 ໃຫ້ບັນດາແພດໝໍ ຂອງປະເທດລາວ ໃນໄລຍະເວລາແຕ່ວັນທີ 7 ເມສາ ຫາ 15 ເມສາ. ພະລາທິການກອງທັບປະຊາຊົນລາວ ໄດ້ຈັດຕັ້ງພິທີສົ່ງຄະນະຊ່ຽວຊານການແພດກອງທັບປະຊາຊົນ ຫວຽດນາມ ກັບຄືນປະເທດ ຢ່າງເປັນທາງການ ແລະ ສະແດງຄວາມຂອບໃຈຕໍ່ຄະນະຊ່ຽວຊານການແພດກອງທັບ ຫວຽດນາມ ...

ຫວຽດນາມ ກ ບາ ເພ ມທະວ ການຮ ວມມ ໜ ນຊ ວຍເຊ ງກ ນ ແລະ ກ ນ ໃນການປ ອງກ ນການລະບາດພະຍາດ covid 19 ປະຊາຄົມສາກົນ ໄດ້ຕີລາຄາສູງບົດບາດຂອງຫວຽດນາມໃນການຈັດຕັ້ງ 2 ກອງປະຊຸມຂັ້ນສູງພິເສດ

ຍສໝ - ການຈັດຕັ້ງກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ກອງປະຊຸມສຸດຍອດພິເສດອາຊຽນ +3 ກ່ຽວກັບການປະເຊີນໜ້າ ຕໍ່ການລະບາດຂອງພະຍາດ Covid-19 ຂອງຫວຽດນາມ ໃນຖານະທີ່ເປັນປະທານອາຊຽນ ໄດ້ຮັບການຕີລາຄາສູງຂອງປະຊາຊົນ ໃນພາກພື້ນ ແລະ ສາກົນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.