ລາວ: ຍອດຜູ້ຕິດເຊື້ອ ໂຄວິດ-19 ບໍ່ເພີ່ມຂຶ້ນ ຍັງຢູ່ທີ່ 19 ກໍລະນີ

06:08 | 15/04/2020

ຍສໝ - ໃນວັນທີ 14 ເມສາ, ທີ່ສູນປະຕິບັດງານຄະນະສະເພະກິດ ສະກັດກັ້ນພະຍາດ Covid-19 ສປປ.ລາວ, ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ສປປ.ລາວ ໄດ້ໃຫ້ຮູ້ຂ່າວດີວ່າ ມາຮອດເວລາ 14:30, ປະເທດລາວ ບໍ່ມີການກວດພົບຜູ້ຕິດເຊື້ອ Covid-19 ລາຍໃໝ່, ແລະ ມີຜູ້ປ່ວຍ 1 ຄົນໄດ້ຮັບການປິ່ນປົວຢ່າງສຳເລັດຜົນ,ຈະໄດ້ອອກຈາກໂຮງໝໍ ໃນວັນທີ 14 ເມສາ.

ລາວ ຍອດຜ ຕ ດເຊ ອ ໂຄວ ດ 19 ບ ເພ ມຂ ນ ຍ ງຢ ທ 19 ກ ລະນ ລາວ: ລັດດຖະບານ ອອກແຈ້ງການຫ້າມຈຳໜ່າຍເຫລົ້າ-ເບຍ ໄລຍະບຸນປີໃໝ່ລາວ
ລາວ ຍອດຜ ຕ ດເຊ ອ ໂຄວ ດ 19 ບ ເພ ມຂ ນ ຍ ງຢ ທ 19 ກ ລະນ ລາວ ພົບຜູ້ຕິດເຊື້ອ Covid-19 ເພີ່ມອີກ 1 ຄົນ ລວມເປັນ 19 ຄົນ

ໃນວັນທີ 14 ເມສາ, ທີ່ສູນປະຕິບັດງານຄະນະສະເພະກິດ ສະກັດກັ້ນພະຍາດ Covid-19, ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ສປປ.ລາວ ໄດ້ແຈ້ງຂ່າວວ່າ ມາຮອດຕອນແລງຂອງວັນທີ 14 ເມສາ, ປະເທດລາວ ບໍ່ມີການກວດພົບຜູ້ຕິດເຊື້ອ Covid-19 ລາຍໃໝ່, ດັ່ງນັ້ນ ລວມຜູ້ຕິດເຊື້ອ ຢູ່ ສປປ.ລາວ ທັງຫມົດຍັງຢູ່ທີ່ຈຳນວນເປັນ 19 ຄົນ.

ລາວ ຍອດຜ ຕ ດເຊ ອ ໂຄວ ດ 19 ບ ເພ ມຂ ນ ຍ ງຢ ທ 19 ກ ລະນ
ກໍລະນີຜູ້ທີ 12 ມາຈາກປະເທດ ອັງກິດ ມີຜົນການກວດເປັນລົບ 2 ເທື່ອແລ້ວ ແລະ ໄດ້ອອກຈາກໂຮງໝໍໃນວັນທີ 14 ເມສາ. ພາບ: (vientianemai.la)

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ເປີດເຜີຍວ່າ: ນັບແຕ່ເດືອນມັງກອນ ຮອດວັນທີ 13 ເມສາ 2020 ໄດ້ເກັບຕົວຢ່າງມາກວດ ທັງໝົດມີ 1.235 ຄົນ, ກວດພົບເຊື້ອທັງໝົດ 19 ຄົນ; ສ່ວນຜູ້ສໍາຜັດໃກ້ຊິດ ທັງໝົດທີ່ໄດ້ຕິດຕາມ ແຕ່ວັນທີ 23 ມີນາ ຫາ 13 ເມສາ 2020 ມີ ທັງໝົດ 458 ຄົນ, ໝົດກໍານົດຕິດຕາມທັງໝົດ 387 ຄົນ, ຍັງສືບຕໍ່ຕິດຕາມທັງໝົດ 71 ຄົນ ຊຶ່ງອາໄສຢູ່ ນະຄອນຫລວງວຽງຈັນ 34 ຄົນ, ແຂວງໄຊສົມບູນ 36 ຄົນ ແລະ ແຂວງວຽງຈັນ 1 ຄົນ.

ທ່ານ ພູທອນ ເມືອງປາກ ກໍ່ໄດ້ຮຽກຮ້ອງໃຫ້ປະຊາຊົນລາວ ຈົ່ງເພີ່ມທະວີເອົາໃຈໃສ່ຮັກສາສຸຂະພາບຕົນເອງ ແລະ ປະຕິບັດຕາມມາດຕະຖານຄໍາແນະນໍາ ແລະ ມາດຕະການປ້ອງກັນຂອງລັດຖະບານລາວ ຢ່າງເຂັ້ມງວດ.

ລາວ ຍອດຜ ຕ ດເຊ ອ ໂຄວ ດ 19 ບ ເພ ມຂ ນ ຍ ງຢ ທ 19 ກ ລະນ ເພີ່ມທະວີການປະສານສົມທົບເພື່ອປ້ອງກັນການລະບາດ ຂອງພະຍາດ COVID-19 ຢູ່ຊາຍແດນຫວຽດນາມ - ລາວ

ຍສໝ - ເພື່ອເພີ່ມທະວີການປ້ອງກັນການລະບາດ ຂອງພະຍາດ COVID-19 ໃນເຂດຊາຍແດນຫວຽດນາມ - ລາວ, ກອງບັນຊາການທະຫານຊາຍແດນ ແຂວງດ້ຽນບຽນ ໄດ້ມອບອຸປະກອນການແພດ ລວມມູນຄ່າເກືອບ 100 ລ້ານດົ່ງ ໃຫ້ກອງບັນຊາການທະຫານຊາຍແດນ ຂອງ 3 ແຂວງຄື: ແຂວງຫຼວງພະບາງ, ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ.

ລາວ ຍອດຜ ຕ ດເຊ ອ ໂຄວ ດ 19 ບ ເພ ມຂ ນ ຍ ງຢ ທ 19 ກ ລະນ ແຂວງເທື່ອທຽນ-ເຫ້ວ ໄດ້ມອບອຸປະກອນການແພດ ຊ່ວຍເຫຼືອທະຫານຊາຍແດນ ລາວ ເພື່ອສະກັດກັ້ນພະຍາດ COVID-19

ຍສໝ - ການສະໜັບສະໜູນ ໂດຍທະຫານຊາຍແດນ ແຂວງເທື່ອທຽນ - ເຫວ້ ໃນຄັ້ງນີ້ ປະກອບເຂົ້າສານ 2,5 ໂຕນ, ຜ້າບັງປາກທາງການແພດ 500 ແຜ່ນ, ນໍ້າຢາຂ້າເຊື້ອພະຍາດ 220 ຕຸກ ແລະ ເຄື່ອງໃຊ້ທີ່ຈຳເປັນອື່ນໆ ລວມມີ: ໝີ່ກຸ້ງ, ນ້ຳມັນປຸງແຕ່ງ, ນ້ຳປາ, ເກືອ... ...

ລາວ ຍອດຜ ຕ ດເຊ ອ ໂຄວ ດ 19 ບ ເພ ມຂ ນ ຍ ງຢ ທ 19 ກ ລະນ ເພີ່ມທະວີການແລກປ່ຽນດ້ານການຄ້າລະຫວ່າງ ຫວຽດນາມ - ເອີຣົບ ໃນສະພາບການລະບາດ COVID-19

ຍສໝ - ທ່ານ ເຈິນຕວນແອງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ແລະ ທ່ານ Phil Hogan, ເຈົ້າໜ້າທີ່ອາວຸໂສ ຂອງອົງກອນການຄ້າ EU ໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບການພົວພັນການຄ້າສອງຝ່າຍ. ສອງຝ່າຍຫວັງວ່າ ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ຈະມີຜົນບັງຄັບໃຊ້ຢ່າງເປັນທາງການ ໃນເດືອນກໍລະກົດຈະມາເຖິງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.