ຫວຽດນາມ ແລະ ລາວ ແລກປ່ຽນເອກະສານການຮ່ວມມືອັນສຳຄັນຫຼາກຫຼາຍສະບັບ

10:40 | 08/06/2026

ຍສໝ​ - ໃນຕອນບ່າຍວັນທີ 7/6, ຢູ່ທີ່ທຳນຽບລັດຖະບານ, ພາຍຫຼັງການດຳເນີນການເຈລະຈາ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ແລະ ທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສອນໄຊ ສີພັນດອນ ໄດ້ຮ່ວມເປັນສັກຂີພິຍານພາຍໃດພິທີແລກປ່ຽນບັນດາເອກະສານການຮ່ວມມື ລະຫວ່າງ ຫວຽດນາມ - ລາວ.

ເສັ້ນທາງແຫ່ງມິດຕະພາບ, ຍົກລະດັບການພົວພັນຕິດພັນແບບຍຸດທະສາດ ຫວຽດນາມ-ລາວ
ເພີ່ມທະວີຂໍ້ພິສູດໃຫ້ແກ່ການຮ່ວມສຳພັນຍຸດທະສາດ ຫວຽດນາມ-ລາວ ໃຫ້ເລິກເຊິ່ງກວ່າເກົ່າ
ຫວຽດນາມ ແລະ ລາວ ແລກປ່ຽນເອກະສານການຮ່ວມມືອັນສຳຄັນຫຼາກຫຼາຍສະບັບ
ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ແລະ ທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສອນໄຊ ສີພັນດອນ ຮ່ວມເປັນສັກຂີພິຍານພາຍໃດພິທີແລກປ່ຽນ ຂໍ້ຕົກລົງການຮ່ວມມື ລະຫວ່າງ ກະຊວງການເງິນ ຫວຽດນາມ ແລະ ກະຊວງການເງິນ ລາວ ໄລຍະ 2026-2030 - ພາບ: VGP/ຍືດບັກ

ຕອບສະໜອງຕາມຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng), ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ເດີນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີສາມ ແຕ່ວັນທີ 7 ຫາ ວັນທີ 9/6.

ຢູ່ພາຍໃດການເຈລະຈາ, ທ່ານນາຍົກລັດຖະມົນຕີທັງສອງທ່ານ ໄດ້ຮ່ວມກັນຕີລາຄາຜົນສຳເລັດຂອງການຮ່ວມມືລະຫວ່າງສອງປະເທດພາຍໃດໄລຍະຜ່ານມາ, ພ້ອມທັງປຶກສາຫາລືກ່ຽວກັບທິດທາງການຮ່ວມມືພາຍໃດໄລຍະຕໍ່ໜ້າ ເພື່ອສືບຕໍ່ຫັນເນື້ອໃນຄວາມໝາຍ "ການຮັດແໜ້ນທາງດ້ານຍຸດທະສາດ" ລະຫວ່າງ ສອງປະເທດໃຫ້ກາຍເປັນຮູບປະທຳ.

ຫວຽດນາມ ແລະ ລາວ ແລກປ່ຽນເອກະສານການຮ່ວມມືອັນສຳຄັນຫຼາກຫຼາຍສະບັບ
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ແລະ ທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສອນໄຊ ສີພັນດອນ ຮ່ວມເປັນສັກຂີພິຍານພາຍໃດພິທີແລກປ່ຽນ ບົດບັນທຶກຄວາມເຂົ້າອົກເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກໍ່ສ້າງ ຫວຽດນາມ ແລະ ກະຊວງສຶກສາທິການ ແລະ ກິລາ ລາວ - ພາບ: VGP/ຍືດບັກ

ບັນດາເອກະສານການຮ່ວມມື ລະຫວ່າງ ຫວຽດນາມ ແລະ ລາວ ທີ່ໄດ້ຮັບການແລກປ່ຽນພາຍໃດການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສອນໄຊ ສີພັນດອນ, ຕໍ່ໜ້າການຮ່ວມເປັນສັກຂີພິຍານຂອງນາຍົກລັດຖະມົນຕີທັງສອງທ່ານ ປະກອບມີ:

- ຂໍ້ຕົກລົງການຮ່ວມມື ລະຫວ່າງ ກະຊວງການເງິນ ຫວຽດນາມ ແລະ ກະຊວງການເງິນ ລາວ ໄລຍະ 2026-2030.

- ບົດບັນທຶກຄວາມເຂົ້າອົກເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກໍ່ສ້າງ ຫວຽດນາມ ແລະ ກະຊວງສຶກສາທິການ ແລະ ກິລາ ລາວ ວ່າດ້ວຍການຮ່ວມມືຈັດຕັ້ງປະຕິບັດການສິດສອນພາສາລາວຢູ່ ຫວຽດນາມ, ການເພີ່ມທະວີການສິດສອນພາສາຫວຽດນາມຢູ່ ລາວ ພ້ອມທັງການນຳສົ່ງນັກຮຽນລາວໄປສຶກສາຮ່ຳຮຽນຢູ່ບັນດາໂຮງຮຽນສາມັນກິນນອນຢູ່ ຫວຽດນາມ.

- ບົດບັນທຶກຄວາມເຂົ້າອົກເຂົ້າໃຈ ລະຫວ່າງ ລັດຖະບານ ຫວຽດນາມ ແລະ ลັດຖະບານ ລາວ ວ່າດ້ວຍຍຸດທະສາດການຮ່ວມມືພາຍໃດຂົງເຂດໂຍທາທິການ ແລະ ຂົນສົ່ງ ໄລຍະ 2026-2035.

- ຂໍ້ຕົກລົງ ລະຫວ່າງ ກະຊວງກິດຈະການຊົນເຜົ່າ ແລະ ສາສະໜາ ຫວຽດນາມ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລາວ ວ່າດ້ວຍຂົງເຂດວຽກງານຊົນເຜົ່າ ແລະ ສາສະໜາ ໄລຍະ 2026-2035.

ຫວຽດນາມ ແລະ ລາວ ແລກປ່ຽນເອກະສານການຮ່ວມມືອັນສຳຄັນຫຼາກຫຼາຍສະບັບ
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ແລະ ທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສອນໄຊ ສີພັນດອນ ຮ່ວມເປັນສັກຂີພິຍານພາຍໃດພິທີແລກປ່ຽນ ບົດບັນທຶກຄວາມເຂົ້າອົກເຂົ້າใจ ລະຫວ່າງ ລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ ວ່າດ້ວຍຍຸດທະສາດການຮ່ວມມືພາຍໃດຂົງເຂດໂຍທາທິການ ແລະ ຂົນສົ່ງ ໄລຍະ 2026-2035 - ພາບ: VGP/ຍືດບັກ
ຫວຽດນາມ ແລະ ລາວ ແລກປ່ຽນເອກະສານການຮ່ວມມືອັນສຳຄັນຫຼາກຫຼາຍສະບັບ
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ແລະ ທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສອນໄຊ ສີພັນດອນ ຮ່ວມເປັນສັກຂີພິຍານພາຍໃດພິທີແລກປ່ຽນ ຂໍ້ຕົກລົງ ລະຫວ່າງ ກະຊວງກິດຈະການຊົນເຜົ່າ ແລະ ສາສະໜາ ຫວຽດນາມ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລາວ ວ່າດ້ວຍຂົງເຂດວຽກງານຊົນເຜົ່າ ແລະ ສາສະໜາ ໄລຍະ 2026-2035 - ພາບ: VGP/ຍືດບັກ
ເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງຫວຽດນາມ ແລະ ລາວ ໃນດິນແດນແຫ່ງເປືອຍຂາວ ເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງຫວຽດນາມ ແລະ ລາວ ໃນດິນແດນແຫ່ງເປືອຍຂາວ

ຍສໝ - ຕາມການລາຍງານຂອງນັກຂ່າວ VNA ປະຈຳ Moskva, ວັນທີ 6 ເມສາ, ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ແລະ ພັນລະຍາ ທ່ານນາງ ເລລິງລານ ໄດ້ນຳພາຄະນະຜູ້ແທນຈາກສະຖານທູດຫວຽດນາມ ປະຈຳລັດເຊຍ ມາຢ້ຽມຢາມສະຖານທູດລາວ ເພື່ອອວຍພອນເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດລາວ.

ຊຸກຍູ້ການຮ່ວມມືດ້ານການສຶກສາລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ແລະ ລາວ ຊຸກຍູ້ການຮ່ວມມືດ້ານການສຶກສາລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ແລະ ລາວ

ຍສໝ - ຕາມການລາຍງານຂອງນັກຂ່າວສຳນັກຂ່າວຫວຽດນາມປະຈຳລາວ, ໃນວັນທີ 2 ເມສາ ທີ່ແຂວງສາລະວັນ, ພາກໃຕ້ຂອງລາວ, ອຳນາດການປົກຄອງນະຄອນ ດານັງ ໄດ້ຈັດພິທີເປີດ ແລະ ມອບໂຮງຮຽນປະຖົມ ແລະ ມັດທະຍົມຕອນປາຍມິດຕະພາບໃຫ້ແກ່ສະມາຄົມຊາວຫວຽດນາມແຂວງສາລະວັນ.

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ