| ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ແຂວງ ອານຢາງ (An Giang) ກັບ ລາວ ແລະ ກຳປູເຈຍ | |
| ນາຍົກລັດຖະມົນຕີ ລາວ ແລະ ກຳປູເຈຍ ກຽມເດີນທາງຢ້ຽມຢາມ ຫວຽດນາມ, ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ |
![]() |
| ອັດຖິຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ກຽມໄດ້ຮັບການປະກອບພິທີຝັງສົບ. ພາບ: TTXVN |
ພາຍໃດຕອນເຊົ້າວັນນີ້ (05/06), ຢູ່ທີ່ປ່າຊ້າ (ສຸສານ) ນັກຮົບເສຍສະຫຼະຊີວິດເພື່ອຊາດ ງັອກໂຮ້ຍ (Ngọc Hồi), ແຂວງ ກວາງຫງາຍ (Quảng Ngãi) ໄດ້ຈັດຕັ້ງພິທີໄວ້ອາໄລ, ສູດສົ່ງສະການ ແລະ ຝັງສົບອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຈຳນວນ 16 ທ່ານ ທີ່ໄດ້ເສຍສະຫຼະຊີວິດຢູ່ທີ່ ລາວ ແລະ ກຳປູເຈຍ ເຊິ່ງໄດ້ຮັບການຊອກຫາ, ເກັບກູ້ ແລະ ນຳສົ່ງກັບຄືນມາຕຸພູມ ໂດຍກອງຊອກຫາ ແລະ ເກັບກູ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ (ກອງ K53), ກອງບັນຊາການທະຫານແຂວງ ພາຍໃດລະດູແລ້ງປີ 2025 - 2026.
ພາຍໃດວາລະພິທີ, ທ່ານນາງ ຟ້າມທິແທັງຈ່າ (Phạm Thị Thanh Trà) - ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳການຊອກຫາ, ເກັບກູ້ ແລະ ກໍານົດຕົວຕົນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຂັ້ນຊາດ, ພ້ອມດ້ວຍບັນດາຜູ້ແທນ ໄດ້ຮ່ວມກັນຈຸດທູບ ແລະ ວາງຊໍ່ດອກໄມ້ ເພື່ອສະແດງຄວາມເຄົາລົບຮັກ ແລະ ອາໄລຫາ ບັນດາບຸດທິດາຜູ້ດີເດັ່ນຂອງຊາດ ທີ່ໄດ້ຕໍ່ສູ້ຢ່າງພິລາອາດຫານ ແລະ ເສຍສະຫຼະຊີວິດ ເພື່ອເອກະລາດ, ອິດສະຫຼະພາບຂອງປະເທດຊາດ ກໍຄືພັນທະສາກົນອັນສູງສົ່ງ.
ພາຍໃດລະດູແລ້ງປີ 2025-2026, ເພື່ອຕອບສະໜອງບັ້ນຮົບ "500 ວັນແລະຄືນ ແຫ່ງການຊອກຫາ, ເກັບກູ້ ແລະ ກຳນົດຕົວຕົນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ", ກອງເກັບກູ້ຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ ກອງບັນຊາການທະຫານແຂວງ ກວາງຫງາຍ ໄດ້ປະສານງານຢ່າງສະໜິດແໜ້ນ ຮ່ວມກັບບັນດາຂັ້ນ, ຂະແໜງການ, ທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າຂອງ ລາວ, ກຳປູເຈຍ ຈັດຕັ້ງການຊອກຫາ ແລະ ຂຸດຄົ້ນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຈຳນວນ 16 ທ່ານ ທີ່ໄດ້ເສຍສະຫຼະຊີວິດຢູ່ ທາງພາກໃຕ້ຂອງລາວ ແລະ ກຳປູເຈຍ. ພາຍຫຼັງການເກັບກູ້, ກອງບັນຊາການທະຫານແຂວງ ໄດ້ຈັດຕັ້ງການຄຸ້ມຄອງ, ປົກປັກຮັກສາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຢ່າງຖືກຕ້ອງຕາມລະບຽບການທີ່ໄດ້ກຳນົດໄວ້; ພ້ອມທັງປະສານງານຮ່ວມກັບອຳນາດການປົກຄອງທ້ອງຖິ່ນ, ຄະນະກຳມະການສະເພາະກິດ ແລະ ຄະນະຮັບຜິດຊອບສະເພາະກິດຂອງບັນດາແຂວງເພື່ອນມິດ ຈັດຕັ້ງພິທີສູດອະພິທຳ (ສູດກຸສົນ), ພິທີສົ່ງສະການ ແລະ ມອບ-ຮັບອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກັບຄືນສູ່ປະເທດ ໂດຍຮັບປະກັນຄວາມສົມກຽດ, ສະຫງ່າງາມ, ທົ່ວເຖິງ ແລະ ມີຄວາມປອດໄພຢ່າງສົມບູນ.
ຄຽງຄູ່ກັນນັ້ນ, ພາຍໃດຕອນເຊົ້າວັນນີ້, ທ່ານນາງ ຮອງນາຍົກລັດຖະມົນຕີ ຟ້າມທິແທັງຈ່າ ກໍໄດ້ເຂົ້າຮ່ວມວາງຊໍ່ດອກໄມ້ ແລະ ຈຸດທູບໄວ້ອາໄລ ຢູ່ທີ່ປ່າຊ້ານັກຮົບເສຍສະຫຼະຊີວິດເພື່ອຊາດ ກອນຕູມ (Kon Tum) ຢູ່ທີ່ແຂວງ ດັກເກິ້ມ (Đăk Cấm); ພ້ອມທັງເຂົ້າຮ່ວມພິທີເປີດສາກວຽກງານຂຸດຄົ້ນ, ຊອກຫາ ແລະ ເກັບກູ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ບໍລິເວນເສັ້ນທາງ ເຈື່ອງຈິງ (Trường Chinh) ຂຶ້ນກັບສອງແຂວງ ດັກເກິ້ມ (Đăk Cấm) ແລະ ກອນຕູມ (Kon Tum), ແຂວງ ກວາງຫງາຍ.
| ພົບປະແລກປ່ຽນເພີ່ມທະວີຄວາມສາມັກຄີ ນາຍທະຫານໜຸ່ມ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ຍສໝ - ເມື່ອບໍ່ດົນມານີ້, ຢູ່ທີ່ຫໍວັດທະນະທຳມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ (ຕາແສງ ບໍອີ (Bo Y), ແຂວງ ກວາງຫງາຍ (Quang Ngai)), ຄະນະຊາວໜຸ່ມກອງທັບ ໄດ້ປະສານງານຮ່ວມກັບ ຄະນະບັນຊາທະຫານຊາຍແດນແຂວງ ກວາງຫງາຍ ຈັດຕັ້ງແຜນງານພົບປະແລກປ່ຽນນາຍທະຫານໜຸ່ມ ສາມປະເທດ ຫວຽດນາມ - ... |
| ປ່ຽນ "ຄວາມໃກ້ຊິດທາງດ້ານພູມສາດ" ໃຫ້ກາຍເປັນ "ທ່າແຮງແຫ່ງການຮັດແໜ້ນຍຸດທະສາດ" ລະຫວ່າງ 3 ປະເທດ ຫວຽດນາມ, ກຳປູເຈຍ ແລະ ລາວ ຍສໝ - ວັນທີ 08 ພຶດສະພາ, ໃນໂຄງການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ (ASEAN) ຄັ້ງທີ 48 ຢູ່ ເຊບູ (Cebu), ຟີລິບປິນ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ໄດ້ມີການຮ່ວມຮັບປະທານອາຫານເຊົ້າ ແລະ ເຮັດວຽກກັບ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ... |
