ຫວຽດນາມ ຈະສືບຕໍ່ການໜູນຊ່ວຍ ບັນດາປະເທດທີ່ຖືກຮັບຜົນສະທ້ອນຈາກໂລກພະຍາດ Covid-19

16:59 | 15/04/2020

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ຫວຽດນາມຈະສືບຕໍ່ການໜູນຊ່ວຍບັນດາປະເທດທີ່ຖືກຮັບຜົນສະທ້ອນຈາກໂລກພະຍາດ Covid-19, ຮັກສາການເຄື່ອນໄຫວເສດຖະກິດເປັນປົກກະຕິ.

ຫວຽດນາມ ຈະສ ບຕ ການໜ ນຊ ວຍ ບ ນດາປະເທດທ ຖ ກຮ ບຜ ນສະທ ອນຈາກໂລກພະຍາດ covid 19 ບັນດາປະເທດ ອາຊຽນ ສະໜັບສະໜູນຂໍ້ລິເລີ່ມ ຂອງຫວຽດນາມ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19
ຫວຽດນາມ ຈະສ ບຕ ການໜ ນຊ ວຍ ບ ນດາປະເທດທ ຖ ກຮ ບຜ ນສະທ ອນຈາກໂລກພະຍາດ covid 19 ກອງປະຊຸມສຸດຍອດພິເສດອາຊຽນ: ຫວຽດນາມ ໄດ້ນຳສະເໜີຂໍ້ລິເລີ່ມເພື່ອສະກັດກັ້ນ ພະຍາດ COVID-19

ໃນວັນທີ 14 ເມສາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນບົດບາດເປັນປະທານອາຊຽນ 2020, ໄດ້ເປັນປະທານກອງປະຊຸມສຸດຍອດພິເສດອາຊຽນ ກ່ຽວກັບການຕ້ານໂລກພະຍາດ Covid-19. ກອງປະຊຸມຄັ້ງນີ້ ແມ່ນກອງປະຊຸມສຸດຍອດອາຊຽນ ຄັ້ງທຳອິດໄດ້ຈັດຂຶ້ນໃນຮູບແບບອອນລາຍຖ່າຍທອດສົດ ໂດຍມີການເຂົ້າຮ່ວມຂອງຜູ້ນຳຂອງ 10 ປະເທດສະມາຊິກອາຊຽນ.

ກອງປະຊຸມໄດ້ສະແດງໃຫ້ເຫັນເຖິງ ຄວາມໝັ້ນໝາຍທາງດ້ານການເມືອງໃນລະດັບສູງສຸດ ດ້ວຍຄວາມສາມັກຄີ ແລະ ການຮ່ວມມືໃນກຸ່ມອາຊຽນ, ຄູ່ຮ່ວມມື, ຢືນຢັນວ່ານີ້ ແມ່ນກໍາລັງໜູນທີ່ຈະຊ່ວຍໃຫ້ ອາຊຽນ ຍາດໄດ້ໄຊຊະນະ ການລະບາດຂອງ ພະຍາດ Covid-19. ບັນດາຜູ້ນຳ ອາຊຽນ ໄດ້ຕີລາຄາສູງຄວາມມານະພະຍາຍາມຮ່ວມກັນຂອງ ອາຊຽນ ເຊິ່ງໄດ້ຮັບຜົນສຳເລັດໃນເບື້ອງຕົ້ນ.

ຫວຽດນາມ ຈະສ ບຕ ການໜ ນຊ ວຍ ບ ນດາປະເທດທ ຖ ກຮ ບຜ ນສະທ ອນຈາກໂລກພະຍາດ covid 19
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມສຸດຍອດພິເສດ ອາຊຽນ 2020. (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ອາຊຽນ ຕ້ອງມີການປະສານສົມທົບ ເພື່ອຮັບປະກັນຄວາມປອດໄພ ແລະ ໜູນຊ່ວຍພົນລະເມືອງທີ່ຖືກຮັບຜົນສະທ້ອນຈາກການລະບາດ; ພ້ອມດຽວກັນນັ້ນ, ຮ່ວມກັນສ້າງແບບວິທີຫຼາຍຢ່າງ ເພື່ອຫຼຸດຜ່ອນຜົນກະທົບຕໍ່ດ້ານເສດຖະກິດ - ສັງຄົມ; ສ້າງແຜນການ ແລະ ສະເໜີມາດຕະການຕ່າງໆ ເພື່ອຟື້ນຟູເສດຖະກິດ ຫຼັງຈາກການລະບາດ, ພ້ອມກັນນັ້ນປະຕິບັດການແລກປ່ຽນປະສົບການ.

ນອກຈາກນັ້ນ, ກອງປະຊຸມໄດ້ຢືນຢັນວ່າ ປັດຈຸບັນ, ບຸລິມະສິດອັນດັບໜຶ່ງຂອງ ອາຊຽນ ແມ່ນການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ, ໂດຍສະເພາະ ແມ່ນການລະບາດລະຫວ່າງຊາດ. ບັນດາຜູ້ນຳ ອາຊຽນ ກໍ່ໃຫ້ຮູ້ວ່າ ອາຊຽນຕ້ອງສຸມໃສ່ການປົກປ້ອງປະຊາຊົນ ແລະ ສະໜັບສະໜູນວິສາຫະກິດຂະໜາດກາງ ແລະ ນ້ອຍ, ບັນດາປະເທດຕ້ອງມີການປະສານສົມທົບຢ່າງແໜ້ນແຟ້ນ ໃນການປົກປ້ອງພົນລະເມືອງ, ໃຫ້ການບໍລິການສະຫວັດດິການສັງຄົມ, ແລະ ຮັກສາໄວ້ການຕ່ອງໂສ້ການສະໜອງ.

ສິ້ນສຸດກອງປະຊຸມ, ບັນດາຜູ້ນຳໄດ້ຮັບຮອງເອົາຖະແຫຼງການ ຂອງກອງປະຊຸມສຸດຍອດພິເສດອາຊຽນ ກ່ຽວກັບການຮັບມືກັບພະຍາດ Covid-19. ບັນດາຜູ້ນຳຫຼາຍປະເທດ ໄດ້ຕີລາຄາສູງ ຫວຽດນາມ ໃນການຊ່ວຍເຫຼືອຢ່າງທັນການ ໃຫ້ແກ່ບັນດາປະເທດໃນການຄວບຄຸມພະຍາດ.

ຫວຽດນາມ ຈະສ ບຕ ການໜ ນຊ ວຍ ບ ນດາປະເທດທ ຖ ກຮ ບຜ ນສະທ ອນຈາກໂລກພະຍາດ covid 19 ບັນດາປະເທດ ອາເມລິກາລາຕິນ ມີຄວາມປະທັບໃຈກ່ຽວກັບ ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ-19

ຍສໝ - ຫຼາຍພັກການເມືອງກ້າວໜ້າຢູ່ ອາເມລິກາລາຕິນ ໄດ້ມີບັນດາສານທີ່ສະແດງເຖິງຄວາມສາມັກຄີ ແລະ ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ-19.

ຫວຽດນາມ ຈະສ ບຕ ການໜ ນຊ ວຍ ບ ນດາປະເທດທ ຖ ກຮ ບຜ ນສະທ ອນຈາກໂລກພະຍາດ covid 19 ອິນໂດເນເຊຍ ຕີລາຄາສູງ ຄວາມມານະພະຍາຍາມຂອງ ຫວຽດນາມ ໃນຂອບເຂດການຮ່ວມມື ອາຊຽນ ແລະ ກັບບັນດາປະເທດຄູ່ຮ່ວມມື

ຍສໝ - ບັນດາຜູ້ແທນຕີລາຄາສູງ ຫວຽດນາມ ໄດ້ຕັ້ງຫນ້າ ເປັນເຈົ້າການຈັດຕັ້ງກອງປະຊຸມຄັ້ງນີ້ສຳເລັດຜົນ, ປະກອບສ່ວນຢ່າງແທດຈິງໃຫ້ແກ່ການສະກັດກັ້ນໂລກລະບາດໂຄວິດ 19 ຂອງພາກພື້ນ ແລະປະຊາຄົມສາກົນ.

ຫວຽດນາມ ຈະສ ບຕ ການໜ ນຊ ວຍ ບ ນດາປະເທດທ ຖ ກຮ ບຜ ນສະທ ອນຈາກໂລກພະຍາດ covid 19 ຍີ່ປຸ່ນ ຕີລາຄາສູງບົດບາດເປັນປະທານອາຊຽນ 2020 ຂອງ ຫວຽດນາມ

ຍສໝ - ທ່ານ Motegi Toshimitsu ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ໄດ້ກ່າວວ່າ: "ຍີ່ປຸ່ນຕີລາຄາສູງບົດບາດການນຳຂອງ ຫວຽດນາມ ໃນຖານະເປັນປະທານອາຊຽນ 2020 ເຊິ່ງໄດ້ເປັນເຈົ້າການໃນການຮຽກຮ້ອງ ແລະ ຈັດຕັ້ງກອງປະຊຸມອາຊຽນຄັ້ງນີ້."

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.