ການສຶກສາ ຂອງປະເທດ ຟິນແລນ

16:30 | 11/09/2018

ຍສໝ - ເດັກນ້ອຍນັກຮຽນ ຢູ່ ປະເທດຟິນແລນ ຈະເຂົ້າໂຮງຮຽນ ການສຶກສາສາມັນ ພາກບັງຄັບ ເມື່ອມີອາຍຸໄດ້ 7 ປີ, ໃຊ້ເວລາຮຽນພາກບັງຄັງພຽງ 9 ປີນັ້ນ .

ການສຶກສາ ຂອງປະເທດ ຟິນແລນ

ພື້ນຖານການສຶກສາຂອງປະເທດຟິນແລນ.

ເດັກນ້ອຍນັກຮຽນຈະເຂົ້າໂຮງຮຽນຊ້າ ເວລາຮຽນສັ້ນ ບໍ່ມີເສັງ ບໍ່ມີການຈັດອັນດັບທີ ແລະ ວຽກບ້ານໜ້ອຍ, ແຕ່ໜ້າສົນໃຈຄື: ຄຸນນະພາບການສຶກສາບໍ່ໄດ້ໜ້ອຍລົງນຳແຕ່ຢ່າງໃດ ແລະ ຖືກຍົກໃຫ້ເປັນຕົ້ນແບບການສຶກສາຄຸນນະພາບ.

ເດັກນ້ອຍນັກຮຽນ ຢູ່ ປະເທດຟິນແລນ ຈະເຂົ້າໂຮງຮຽນ ການສຶກສາສາມັນພາກບັງຄັບ ເມື່ອມີອາຍຸໄດ້ 7 ປີ, ໃຊ້ເວລາຮຽນພາກບັງຄັງພຽງ 9 ປີເທົ່ານັ້ນ . ແຕ່ປະເທດສ່ວນໃຫຍ່ ຈະສົ່ງເດັກນ້ອຍເຂົ້າໂຮງຮຽນ ອະນຸບານ ຫຼື ກ່ອນອະນຸບານ ຕັ້ງແຕ່ ອາຍຸ 3-4 ປີ ຮຽນພາກບັງຄັບ 12 ປີ.

ສາຍເຫດທີ່ເດັກນ້ອຍນັກຮຽນ ຊາວຟິນແລນ ເຂົ້າໂຮງຮຽນຊ້າ ກໍ່ເພາະວ່າ ພາກລັດເນັ້ນວ່າ ເດັກນ້ອຍນັກຮຽນຄວນເຂົ້າໂຮງຮຽນ ເມື່ອເດັກນ້ອຍມີຄວາມພ້ອມທີ່ຈະຮຽນ. ເດັກນ້ອຍນັກຮຽນ ແລະ ຄູອາຈານ ຊາວຟິນແລນໃຊ້ເວລາໃນໂຮງຮຽນສັ້ນ ພຽງແຕ່ 5 ຊົ່ວໂມງ/ມື້, ຄາບຮຽນມີພຽງ 3-4 ຄາບ, ມີເວລາພັກຜ່ອນຫຼາຍ ຖ້າຊ່ວງໃດບໍ່ມີຊົ່ວໂມງຮຽນ ກໍ່ບໍ່ຕ້ອງມາໂຮງຮຽນ. ເຫດຜົນທີ່ມີຊົ່ວໂມງຮຽນສັ້ນ ກໍ່ເພື່ອການຮຽນ-ການສອນໃນແຕ່ລະຄາບ ທັງເດັກນ້ອຍນັກຮຽນ ແລະ ຄູອາຈານ ພ້ອມທີ່ຈະຮຽນ-ສອນ ຫຼາຍທີ່ສຸດ. ໃນຄະນະທີ່ເດັກນ້ອຍທົ່ວໄປຂອງບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ ກໍ່ຄືທົ່ວໂລກ (ໃນນັ້ນມີ ປະເທດລາວ) ຕ້ອງໃຊ້ເວລາຢູ່ ໂຮງຮຽນ ຕັ້ງແຕ່ 7-8 ຊົ່ວໂມງຕໍ່ມື້ ນັ້ນບໍ່ນັບລວມທັງ ຊົ່ວໂມງຮຽນເພີ່ມອື່ນໆ.

ນອກຈາກນີ້ ການສຶກສາ ປະເທດຟິນແລນ ຍັງເສັງໜ້ອຍ, ແຕ່ເນັ້ນເວລາສ້າງຄວາມເຂົ້າໃຈກັບບົດຮຽນໃຫ້ຫຼາຍໆ, ເດັກນັກຮຽນບໍ່ຕ້ອງເສັງວັດຜົນ ໃຫ້ເກຼດ ຫຼື ຈັດລຳດັບທີ. ການວັດຜົນພາກບັງຄັບມີເທື່ອດຽວເມື່ອນັກຮຽນຈົບການສຶກສາຊັ້ນປີທີ 9, ໃນລະຫວ່າງນັ້ນ ຄູອາຈານມີໜ້າທີ່ ວາງແຜນການຮຽນ-ການສອນໃຫ້ນັກຮຽນ ຮູ້ ແລະ ມີທັກສະຕາມຂອບເຂດທີ່ວາງໄວ້.

ຄູອາຈານ ໃນປະເທດຟິນແລນ ຈະຕິດຕາມ ເບິ່ງແຍງນັກຮຽນຍາວນານ ແລະ ຕໍ່ເນື່ອງ ຕັ້ງແຕ່ 3-6 ປີ, ບໍ່ປ່ຽນຄູປະຈຳຫ້ອງທຸກປີ ຄືໃນຫຼາຍປະເທດ, ເຮັດໃຫ້ຄູອາຈານຮູ້ຈັກນັກຮຽນໝົດທຸກຄົນ ສາມາດປັບການຮຽນ-ການສອນໃຫ້ສອດຄ່ອງເຂົ້າກັບເດັກນັກຮຽນແຕ່ລະຄົນ. ອາຊີບຄູປະຖົມສຶກສາຢູ່ ຟິນແລນ ເປັນອາຊີບທີ່ມີການແຂ່ງຂັນສູງທີ່ສຸດ. ຄູປະຖົມຢ່າງໜ້ອຍຕ້ອງ ຈົບລະດັບປະລິນຍາໂທ ແລະ ຮັບນັກຮຽນພຽງ 10% ຈາກນັກຮຽນທີ່ສະໝັກທັງໝົດ.

ເມື່ອຄູອາຈານມີຄຸນນະພາບ ລະບົບການຮຽນ-ການສອນ ຂອງປະເທດຟິນແລນ ກໍ່ໃຫ້ຄວາມສຳຄັນ ແລະ ເຊື່ອໝັ້ນໃນຕົວຄູຜູ້ສິດສອນ. ແທນທີຈະໃຊ້ລະບົບກົດເກນ ການວັດຜົນ ມາເປັນຕົວບັງຄັບຈິ່ງເຮັດໃຫ້ຄູອາຈານ ມີອິດສະຫຼະໃນການວາງຫຼັກສູດການຮຽນ-ການສອນທີ່ເໝາະສົມ.

ເຖິງແມ່ນວ່າຊົ່ວໂມງຮຽນຈະໜ້ອຍ, ໄລຍະເວລາຮຽນຈະສັ້ນ, ວຽກບ້ານຈະໜ້ອຍ, ບໍ່ມີການສອບເສັງ, ຈຳນວນນັກຮຽນຕໍ່ຫ້ອງກໍ່ໜ້ອຍ, ຄູອາຈານປ່ຽນຕໍ່ປີໜ້ອຍ, ແຕ່ເບິ່ງແຍງກັນດົນ, ຄູອາຈານມີຄຸນນະພາບສູງ, ທັງໝົດນີ້ແມ່ນປັດໃຈທີ່ເຮັດໃຫ້ການສຶກສາຂອງປະເທດຟິນແລນ ໄດ້ຮັບການກ່າວຂານວ່າ: ເປັນລະບົບການສຶກສາທີ່ດີທີ່ສຸດໃນໂລກ ແລະ ເປັນປະເທດທີ່ຄອງອັນດັບຕົ້ນຂອງໂລກໃນການປະເມີນຜົນການສຶກສາຂອງ ຟີຊ້າ ມາໂດຍຕະຫຼອດ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.