73 ປີ ໂສກກະນາດຕະກຳ Hiroshima ແລະ Nagasaki: ເລື່ອງຂອງ "ຄຳສັ່ງ" ຕາຍສອງສະບັບ

07:28 | 06/08/2018

ຍຸສໝ - ເຈ້ຍເຫຼືອງ "ຄຳສັ່ງ" ສອງສະບັບ ໃຫ້ໄປຖິ້ມລະເບີດປະລຳມະນູ ໃສ່ນະຄອນ Hiroshima ແລະ Nagasaki, ປະເທດຍີປຸ່ນ ຂ້າຊີວິດຊີວິດຫຼາຍແສນຄົນໂດຍທັນທີທັນໃດ ແລະ ຂ້າຊີວິດຄົນອີກຫຼາຍແສນຄົນໃນອີກຫຼາຍປີຕໍ່ມາ. ນີ້ແມ່ນໜື່ງໃນໂສກນາດຕະກຳທີ່ຮ້າຍແຮງທີ່ສຸດທີ່ຄົນສ້າງຂື້ນໃນປະຫວັດສາດຂອງມວນມະນຸດ.

ໃນວັນທີ 6 ສິງຫາ 2015 ຫໍພິພິດຕະພັນ ສົງຄາມໂລກຄັ້ງທີ II ຢູ່ ບອດສຕັ້ນ ປະເທດ ອາເມລິກາ ໄດຈັດການວາງສະແດງ ເອກກະສານ "ຄຳສັ່ງ" ການຖິ້ມລະເບີດປະລຳມະນູ ລົງໃສ່ນະຄອນສອງແຫ່ງຂອງປະເທດ ຢີປຸ່ນ.

ໃນວັນທີ 6 ສິງຫາ 1945 ເອກກະສານ 1 ໃນ 2 ນີ້ໄດ້ຖືກສົ່ງມາເຖິງມືຂອງ ຮ້ອຍຕີຼ Jacob Beser ກ່ອນທີ່ລາວ ແລະ ຄະນະນັກບິນ ຈະຂື້ນເຮືອບິນລຳລຽງ B29“Enola Gay” ອອກປະຕິບັດການພາລະກິດທີ່ຂັ້ນເທິງມອບໝາຍໃຫ້ນັ້ນຄື ການໄປຖິ້ມລະເບີດປະລຳມະນູໃສ່ ນະຄອນ ຮິໂຣຊີມາ –ປະເທດ ຢີປຸ່ນ.

73 ປີ ໂສກກະນາດຕະກຳ Hiroshima ແລະ Nagasaki: ເລື່ອງຂອງ

"ຄຳສັ່ງ" ຖິ້ມລະເບີດໃສ່ນະຄອນ Hiroshima.

ສາມາດເຫັນໄດ້ເນື້ອໃນຂອງເອກກະສານທີ່ນຳມາວາງສະແດງ, ຂໍ້ຕົກລົງສັ່ງການຖິ້ມລະເບີດ ໄດ້ເຊັນອະນຸມັດໃນວັນທີ 5 ສິງຫາ 1945, ຊື່ຂອງລູກລະເບີດໃນການໂຈມຕີບໍ່ໄດ້ລະບຸໄວ້ໃນເອກກະສານຄຳສັ່ງ ມີພຽງຕົວໜັງສືທີ່ຂຽນວ່າ: “special” (ພິເສດ).

ເນື້ອໃນສ່ວນອື່ນຂອງຄຳສັ່ງແມ່ນການປະຕິບັດທີ່ສະມາຊິກຂອງຄະນະນັກບິນທີ່ຮ່ວມໃນປະຕິບັດການໂຈມຕີຕ້ອງປະຕິບັດຕາມ ນັບແຕ່ການສູດມົນ, ການລຸກຂື້ນຈາກຕຽງນອນ, ກິນດື່ມ, ປະຊຸມ ກ່ອນຈະເລີ່ມປະຕິບັດພາລະກິດ.

ວັນທີ 6 ສິງຫາ 1945 ເຮືອບິນ B-29 Enola Gay ຂອງຝຸງບິນ 509 ໂດຍກັບຕັນ ຮ້ອຍເອກ Paul Tibbets, ອອກບິນຈາກ North Field – ຖ່ານທີ່ໝັ້ນກອງທັບອາກາດ ເທິງເກາະ Tinian ພາກຕາເວັນຕົກ ມະຫາສະໝຸດປາຊີຟິກ ຫ່າງຈາກ ຢີປຸ່ນ ປະມານ 6ຊົ່ວໂມງ.

73 ປີ ໂສກກະນາດຕະກຳ Hiroshima ແລະ Nagasaki: ເລື່ອງຂອງ

ເຮືອບິນ B-29 ຊື່ວ່າ Enola Gay ແລະ ນັກບິນ - ຜູ້ທີ່ຂັບຍົນໄປຖິ້ມລະເບີດປະລຳມະນູ "Little Boy" ລົງໃສນະຄອນ Hiroshima 6/8/1945. (ພາບ: Wiki)

ເວລາ 8ໂມງ15 (ຕາມເວລາຂອງ Hiroshima), ເຮືອບິນ Enola Gay ໄດ້ຖິ້ມລູກລະເບີດປະລຳມະນູ "Little Boy" ເທິງອາກາດລົງໃສ່ໃຈກາງ ຮິໂຣຊີມາ. ລູກລະເບີດແຕກຟົ້ງຂື້ນຫ່າງຈາກໜ້າດິນ ປະມານ 600ແມັດ ຊຳ່ກັບແຮງລະເບີດ 13 ກິໂລຕັນ, ເຮັດໃຫ້ມີຄົນເສຍຊີວິດທັນທີ 90.000ຄົນ ແລະ ຫຼາຍກວ່າ 60.000ຄົນ ເສຍຊີວິດຫຼາຍປີຕໍ່ຈາກນັ້ນຍ້ອນບາດເຈັບ ແລະ ຍ້ອນຜົນກະທົບຈາກລັງສີ.

73 ປີ ໂສກກະນາດຕະກຳ Hiroshima ແລະ Nagasaki: ເລື່ອງຂອງ

ລູກລະເບີດປະລຳມະນູ Little Boy. (ພາບ: ສະຖາບັນສຳເນົາແຫ່ງຊາດ ອາເມລິກາ)

ຫຼັງຈາກນັ້ນ 3 ວັນ, ຮ້ອຍຕຼີ Beser ໄດ້ຮັບເອກກະສານທີ່ມີເນື້ອໃນຄຳສັ່ງຄືກັນ ແລະ ພາລະກິດໂຈມຕີດ້ວຍລະເບີດປະລຳມະນູໜ່ວຍທີ 2 ເກືອບຄ້າຍຄືກັບພາລະກິດ ຢູ່ ຮິໂຣຊີມາ. ຄືກັນກັບເອກກະສານ "ຄຳສັ່ງ" ສະບັບທຳອິດ ຊື່ຂອງລູກລະເບີດກໍ່ໄດ້ລະບູໄວ້ໃນເອກກະສານ ມີພຽງຄຳວ່າ "ພິເສດ".

73 ປີ ໂສກກະນາດຕະກຳ Hiroshima ແລະ Nagasaki: ເລື່ອງຂອງ

"ຄຳສັ່ງ" ຖິ້ມລະເບີດໃສ່ນະຄອນ Nagasaki.

ຕອນເຊົ້າວັນທີ 9 ສິງຫາ 1945 ສູນຄວບຄຸມການບິນ B-29 Bock's Car, ໂດຍການເປັນກັບຕັນຂອງ ພັນຕຼີ Charles W. Sweeney ນຳລູກລະເບີດປະລຳມະນູ "Fat Man" ໂດຍເປົ້າໝາຍອັນດັບ 1 ແມ່ນ Kokura, ເປົ້າໝາຍທີ 2 ແມ່ນ Nagasaki. ເມື່ອບິນມາຮອດ Kokura ທ້ອງຟ້າຖືກປົກຄຸມດ້ວຍເມກໝອກ ເຮັດໃຫ້ທັດສະນະວິໄສໃນການເບິ່ງບໍ່ດີ ພັນຕຼີ Sweeney ຕັດສິນໃຈບິນກັບໄປຫາເປົ້າໝາຍທີ 2 ຄື: Nagasaki.

73 ປີ ໂສກກະນາດຕະກຳ Hiroshima ແລະ Nagasaki: ເລື່ອງຂອງ

ເຮືອບິນ B29 "Rockscar" . (ພາບ: AFP)

ເວລາ 11ໂມງ 01 ລູກລະເບີດ"Fat Man", ມີຫົວລົບໜັກປະມານ 6,5 ກິໂລ Plutonium 239 ໄດ້ຖືກຖິ້ມລົງໃສ່ ນິຄົມອຸດສາຫະກຳ ຂອງນະຄອນ Nagasaki. 43 ວິນາທີຕໍ່ມາ ລະເບີດປະລຳມະນູແຕກຟົ້ງສູງຂື້ນກວ່າ 469ແມັດຈາກພື້ນດິນ, ລະຫວ່າງໂຮງງານເຫັຼກ ແລະ ອາວຸດ ຂອງ Misubishi ຢູ່ໂຮງງານປະກອບ ຕໍປີໂດ ຂອງ Misubishi-Urakami. ການລະເບີດມີຄວາມແຮງຊຳ່ກັບ 21 ກິໂລຕັນ ເຮັດໃຫ້ມີຜູ້ເສຍຊີວິດທັນທີ 70.000ຄົນ ແລະ ອີກປະມານ 60.000 ບາດເຈັບ.

73 ປີ ໂສກກະນາດຕະກຳ Hiroshima ແລະ Nagasaki: ເລື່ອງຂອງ

ຫຼາຍປີພາຍຫຼັງສຳເລັດປະຕິບັດພາລະກິດ, ຮ້ອຍໂທ Beser, ຜູ້ທຳອິດທີ່ເຂົ້າຮ່ວມທັງສອງພາລະກິດ ພົບກັບ Kenneth Rendell, ຜູ້ກໍ່ຕັ້ງຫໍພິພິດຕະພັນ ສົງຄາມໂລກຄັ້ງທີ II ຢູ່ Boston, ປະເທດອາເມລິກາ ແລະ ມອບໃຫ້ເອກກະສານ ສອງສະບັບດັ່ງກ່າວໃຫ້ລາວ. Rendell ໄດ້ໃຫ້ສຳພາດກັບສຳນັກຂ່າວ Time ວ່າ: "ເອກກະສານນີ້ແມ່ນກະແຈເປີດໃຫ້ເຫັນສິ່ງທີເກີດຂື້ນ ເຮັດໃຫ້ໂລກປ່ຽນແປງຊົ່ວກາລະນານ".

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.