ມະຫາເສດຖີ ວາເລນ ບັບເຟດ (Warren Buffett) ຫາກໍ່ມອບເງິນ 3,4 ຕື້ໂດລາສະຫະລັດ ​ໃຫ້​ແກ່ກອງທືນການກຸສົນ

14:54 | 17/07/2018

ຍ​ສ​ໝ - Warren Buffett ໄດ້ມອບເງິນໃຫ້ແກ່ການກຸສົນ ລວມທັງໝົດ 31 ຕື້ໂດລາສະຫະລັດ ໃຫ້ອົງການການກຸສົນ ຂອງຄອບຄົວສອງຜົວເມຍ ມະຫາເສດຖີ ບິນ ເກດສ ແລະ ອົງການການກຸສົນອື່ນໆອີກ 4 ແຫ່ງ ຂອງຄອບຄົວ Warren Buffett ເອງ.

ມື້​ວັນ​ທີ 16 ກໍ​ລະ​ກົດ​ທີ່​ຜ່ານ​ມາ ນັກ​ລົງ​ທືນ Warren Buffett ໄດ້​ລວບ​ລ​ວມ​ເງິນ​ບໍ​ລິ​ຈາກ​ໄດ້​ເຖິງ 3,4 ຕື້​ໂດ​ລາ​ສ​ະ​ຫະ​ລັດ ເງິນ​ໂບ​ນັດ​ແຕ່​ລະ​ປີ ຈາກ​ຫຸ້ນ​ຂອງ​ບໍ​ລິ​ສັດ Berkshire Hathaway ເພື່ອ​ຮັດ​ການ​ກຸ​ສົນ.

ຕັ້ງ​ແຕ່​ໃດ​ມາ​ຈຳ​ນວນ​ເງິນ​ໂບ​ນັດ​ດັ່ງ​ກ່າວ​ນີ້​ແມ່ນ​ຈະ​ຖືກມອບ​ໃຫ້ ອົງ​ການ-ການ​ກຸ​ສົນ ບິນ ແລະ ເມ​ລິນ​ດາ ເກດ​ສ (thiện Bill & Melinda Gates Foundation) ອົງ​ການນີ້​ສ້າງ​ຕັ້ງ​ໂດຍ​ຄອບ​ຄົວ​ສອງ​ຜົວ​ເມຍ ມະ​ຫາ​ເສດ​ຖີ ບິນ​ເກດ​ສ ແລະ ອີກ​ 4 ອົງ​ການ​-ການ​ກຸ​ສົນ ຂອງ​ຄອບ​ຄົວ Buffett.

ທັງ 4 ອົງ​ການ-ການ​ກຸ​ສົນ​ນັ້ນ​ປະ​ກອບ​ມີ: ອົງ​ການ​ທີ່​ສຸມ​ໃສ່​ການ​ເຄື່ອນ​ໄຫວ​ດ້ານ​ການ​ສືກ​ສາ ທີ່​ມີ​ຊື່​ວ່າ ຊູ​ຊານ ເມຍ​ຂອງ ບັບ​ເຟດ​; ອົງ​ການ Sherwood Foundation ບໍ​ລິ​ຫານ​ໂດຍ​ລູກສາວ ​ຂອງ ບັບເຟດ; ​ Howard G. Buffett Foundation- ບໍ​ລິ​ຫານ​ໂດຍ​ລູກ​ຊາຍ ​ຂອງ ບັບເຟດ; ແລະ ອົງ​ການ NoVo Foundation- ບໍ​ລິ​ຫານ​ໂດຍ ລູກ​ຊາຍ​ຫຼ້າ​ ຂອງ ບັບເຟດ.

ມະຫາເສດຖີ ວາເລນ ບັບເຟດ (Warren Buffett)  ຫາກໍ່ມອບເງິນ 3,4 ຕື້ໂດລາສະຫະລັດ ​ໃຫ້​ແກ່ກອງທືນການກຸສົນ

ມະ​ຫາ​ເສດ​ຖີ ວາ​ເລນ ບັບ​ເຟດ ມີ​ຊັບ​ສິນ​ຫຼາຍ​ເປັນ​ອັນ​ດັບ 3 ປະ​ມານ 82 ຕື້​ໂດ​ລາ​ສະ​ຫະ​ລັດ.

ຖ້າ​ໄລ່​ທັງ​ຈຳ​ນວນ​ເງິນ 3,4 ຕື້​ໂດ​ລ​າ​ສະ​ຫະ​ລັດ​ນີ້ ບັບ​ເຟ​ດ ໄດ້​ບໍ​ລິ​ຈາກ​ໃຫ້​ແກ່​ການ​ກຸ​ສົນ​ລວມ​ແລ້ວ​ປະ​ມານ 31 ຕື້​ໂດ​ລາ​ສະ​ຫະ​ລັດ.

ປີ 2016 ທ່ານ​ໄດ້​ປະ​ກາດ​ວ່າ​ທ່ານ​ຈະ​ຄ່ອຍໆ​ບໍ​ລິ​ຈາກ​ເງິນ​ທັງ​ໝົດ​ ທີ່​ໄດ້​ມາ​ຈາກ​ຫຸ້ນ​ຂອງ​ຕົນ ໃນ​ບໍ​ລິ​ສັດ Berkshire ໃຫ້​ແກ່​ການ​ກຸ​ສົນ. ທ່ານ​ຍັງ​ເປັນ​ຜູ້​ໜື່ງ​ທີ່​ນຳ​ໜ້າ​ພາ​ທາງ​ໃນ​ການ​ປຸກ​ລະ​ດົມ​ມະ​ຫາ​ເສດ​ຖີ​ທົ່ວ​ໂລກ​ສຸມ​ໃສ່​ວຽກ​ງານ​ການ​ກຸ​ສົນ.

ປີ 2010 ຄອບ​ຄົວ​ ບິນ​ ແລະ ເມ​ລິນ​ດາ ເກດ​ສ ເລີ່ມ​ໂຄງ​ການ The Giving Pledge - ແນວ​ຄິດປຸກ​ລະ​ດົມ​ບັນ​ດາ​ມະ​ຫາ​ເສດ​ຖີ​ຂອງ​ໂລກ ປະ​ກອບ​ສ່ວນ​ບໍ​ລິ​ຈາກ​ຊັບ​ສົມ​ບັນ​ຂອງ​ຕົນ​ໃຫ້​ແກ່​ການ​ກຸ​ສົນ.

ຕາມ​ສະ​ຖິ​ຕິ​ການ​ຄິດ​ໄລ່ຂອງ Forbes, Buffett ປະ​ຈຸ​ບັນ ມີ​ຊັບ​ສິນ​ຫຼາຍກວ່າ 82 ຕື້​ໂດ​ລາ​ສະ​ຫະ​ລັດ , ເປັນ​ມະ​ຫາ​ເສດ​ຖີ​ອັນ​ດັບ​ທີ 3 ຖັດ​ຈາກ ບິນ​ເກດ​ສ ແລະ ເຈົ້າ​ຂອງ Amazon Jeff Bezos ໂດຍ​ມີ​ຊັບ​ສິນ ຫຼາຍກວ່າ 150 ຕື້​ໂດ​ລາ​ສະ​ຫະ​ລັດ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.