ລາວ – ຫວຽດນາມ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືຮອບດ້ານ

00:54 | 15/05/2019

ໃນວັນທີ 29 ມີນາ 2019 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ທ່ານ ນາງ ຮວ່າງ ທິ ຖຸ໊ຍ ລານ ກຳມະການສູນກາງພັກ, ເລຂາພັກແຂວງ ຫວິງຟຸກ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງ ວັນທີ 25 ຫາ 29 ມີນາ 2019.

ລາວ – ຫວຽດນາມ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືຮອບດ້ານ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບ ທ່ານນາງ ຮວ່າງ ທິ ຖຸ໊ຍ ລານ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ນາງ ຮວ່າງ ທິ ຖຸ໊ຍ ລານ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວ ພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນສອງແຂວງ ແຮກ ສ່ຽວ ແຂວງຫລວງນໍ້າທາ ແລະ ຫວິງຟຸກ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ໂດຍສະເພາະ ການຮ່ວມມືດ້ານພື້ນຖານໂຄງລາງ, ການສຶກສາ, ພັດທະນາຊັບພະຍາກອນມະ ນຸດ ເຊິ່ງແຕ່ລະປີໄດ້ໃຫ້ທຶນການສຶກສາ 10 ທຶນ ມອບໃຫ້ນັກຮຽນ ແຂວງຫລວງນໍ້າທາ ໄປສຶກສາຕໍ່ໃນລະດັບຊັ້ນສູງ ແລະ ປະລິນຍາຕີ, ຊ່ວຍສ້າງໂຮງຮຽນ, ສ້າງກອງບັນຊາການທະຫານເມືອງຫລວງ ນໍ້າທາ ແລະ ໄດ້ສ້າງໂຮງຮຽນປະຖົມນໍ້າແງ້ນ ມອບໃຫ້ແຂວງດັ່ງກ່າວ, ເຊິ່ງເປັນການສືບຕໍ່ເສີມຂະ ຫຍາຍການພົວພັນ-ຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນຢ່າງຕໍ່ເນື່ອງໃນທຸກຂົງເຂດວຽກງານ.

ໃນໂອກາດດຽວກັນນີ້, ທ່ານ ນາງ ຮວ່າງ ທິ ຖຸ໊ຍ ລານ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ທີ່ໄດ້ສະຫລະເວລາອັນມີຄ່າ ໃຫ້ການຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້, ແບບຖານອ້າຍນ້ອງເພື່ອນມິດທີ່ສະໜິດແໜ້ນ. ພ້ອມທັງແຈ້ງຈຸດປະສົງ ຂອງການເດີນທາງ ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານນາຍົກລັດຖະມົນຕີ ຮັບຊາບຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.