ນັກສຶກສາລາວ, ກຳປູເຈຍ ສະຫງ່າງາມໃນຊຸດອ໋າວຢ່າຍປະຈໍາຊາດຂອງຫວຽດນາມ

14:00 | 15/08/2022

ຍສໝ - ຄວາມຕື້ນຕັນໃຈ, ຄວາມພາກພູມໃຈ..... ນັ້ນເປັນຄວາມຮູ້ສືກຂອງນັກສືກສາລາວ, ກໍາປູເຈຍຫຼາຍຄົນເມື່ອໄດ້ຮັບຂອງຂັວນເຊີ່ງເປັນຊຸດເສື້ອຍາວ - ຊຸດອ໋າວຢ່າຍປະຈໍາຊາດຫວຽດນາມຈາກບັນດາຜູ້ເປັນແມ່, ເປັນເອື້ອຍ, ເປັນໝູ່ເພື່ອນຄົນຫວຽດ.

ນັກສຶກສາລາວ ລົງພຶດຕິກຳຕົວຈິງຢູ່ແຂວງລາວກາຍ: ຄວາມປະທັບໃຈຍາກທີ່ຈະລືມໄດ້ ນັກສຶກສາລາວ ລົງພຶດຕິກຳຕົວຈິງຢູ່ແຂວງລາວກາຍ: ຄວາມປະທັບໃຈຍາກທີ່ຈະລືມໄດ້
ນັກສຶກສາລາວ ທີ່ໂຮງຮຽນມິດຕະພາບ 80 ຈັດບຸນປີໃໝ່ ນັກສຶກສາລາວ ທີ່ໂຮງຮຽນມິດຕະພາບ 80 ຈັດບຸນປີໃໝ່

ອ໋າວຢ່າຍເປັນຂອງຂັວນທີ່ແມ່ຫວຽດນາມຜູ້ໜຶ່ງມອບໃຫ້ນາງ ຊານິຕາ ສະແຫວງໂຊກ ຮອງນາງງາມ Miss Laos 2019. ຊານິຕາ ເລົ່າວ່າ, ປີ 2020 ລາວໄດ້ມາ ອ່າວ ຫ້າລອງ ຖ່າຍ MV "ນາງສາວວຽງຈັນ" ເປັນບົດເພງໜຶ່ງທີ່ສັນລະເສີນສາຍໃຈມິດຕະພາບລາວ-ຫວຽດຂອງນັກຮ້ອງ ບູ່ຍຕ໋ວນງອັກ. ແມ່ຂອງນັກຮ້ອງ ບູ່ຍຕ໋ວນງອັກ ໄດ້ມອບອ໋າວຢ່າຍ ຫວຽດນາມ ຊຸດໜຶ່ງໃຫ້ນາງ.

"ນັ້ນແມ່ນຊຸດສີບົວສົ້ມ. ຂ້າພະເຈົ້າມັກຂອງຂັວນນີ້ຫຼາຍ, ນັ້ນບໍ່ພຽງແຕ່ເປັນເຄື່ອງອາພອນທີ່ງາມ ແຕ່ຍັງບັນຈຸເຕັມໄປດ້ວຍປະຫວັດສາດ, ມູນເຊື້ອວັດທະນາທໍາ, ບັນດາທັດສະນະກ່ຽວກັບຄວາມງາມ, ສະຕິ ແລະ ນໍ້າໃຈຮັກຊາດຂອງຄົນຫວຽດນາມ. ໃນບັນດາເຫດການທີ່ສໍາຄັນ, ໂອກາດທີ່ໄດ້ພົບປະແລກປ່ຽນວັດທະນາທໍາຫວຽດນາມ-ລາວ, ຂ້າພະເຈົ້າຈະເລືອກນຸ່ງຊຸດອ໋າວຢ່າຍ. ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ຈະອວດອ້າງຕໍ່ໝູ່ເພື່ອນ, ຍາດພີ່ນ້ອງຢູ່ລາວວ່ານີ້ເປັນຂອງຂວັນຈາກແມ່ຫວຽດຜູ້ໜຶ່ງທີ່ມອບໃຫ້”ຊານີຕາ ເລົ່າ.

ນັກສຶກສາລາວ, ກຳປູເຈຍ ສະຫງ່າງາມໃນຊຸດອ໋າວຢ່າຍປະຈໍາຊາດຂອງຫວຽດນາມ
ຊານິຕາ ສະແຫວງໂຊກ ຮອງນາງງາມ Miss Laos 2019 ນຸ່ງຊຸດອ໋າວຢ່າຍທີ່ແມ່ຫວຽດນາມຜູ້ໜຶ່ງມອບໃຫ້. ພາບ: ຊານິຕາ ສະແຫວງໂຊກ

ພົມມາລິສັກ ສຸລິນດາ - ນັກສືກສາລາວໂຮງຮຽນ ມິດຕະພາບ 80 (T80) ຍາມໃດກໍເຫັນຄຸນຄ່າຊຸດອ໋າວຢ່າຍໂດຍໝູ່ຫວຽດນາມທີ່ຮຽນຢຸ່ໂຮງຮຽນດຽວກັນຊື່ ເຢືອງ ທິ ກີມ ຈີ (16 ປີ) ເປັນຜູ້ມອບໃຫ້. ມື້ທີ່ຫາກໍມາຫວຽດ, ບໍ່ຮູ້ພາສາຫວຽດ ກໍ່ບໍ່ໄດ້ເຂົ້າໃຈຮິດຄອງປະເພນີຫວຽດນາມ, ພົມມາລິສັກ ກໍ່ໄດ້ ຈີ ໃຫ້ຄວາມຊ່ວຍເຫຼືອຫຼາຍຢ່າງ.

ເມື່ອ ຈີ ກຽມພັກແລ້ງ ລາວໄດ້ມອບອ໋າວຢ່າຍຊຸດໜຶ່ງໃຫ້ນ້ອງ ເປັນຂອງຂັວນທີ່ລະນຶກ, ເມື່ອໄດ້ຮັບຂອງຂັວນ, ນ້ອງໄດ້ລອງເລີຍ, ມັນງາມ ແລະ ພໍດີສໍາລັບນ້ອງ" ພົມມາລິສັກ ໃຫ້ຮູ້.

ຄືກັບ ຊານິຕາ, ພົມມາລິສັກ, ນັກສືກສາລາວ, ກຳປຸເຈຍຫຼາຍຄົນກໍ່ຮູ້ສືກພາກພູມໃຈເມືື່ອໄດ້ໃສ່ຊຸດປະຈໍາຊາດອ໋າວຢ່າຍຂອງຫວຽດນາມ. ໃນລາຍການ "ຄອບຄົວຫວຽດກັບນັກສືກສາລາວ, ກໍາປຸເຈຍທີ່ກໍາລັງຮໍ່າຮຽນ ຢູ່ນະຄອນໂຮ່ຈິ້ມີງ" ທີ່ໄດ້ຈັດຂຶ້ນໃນເດືອນພຶດສະພາ 2022, ສະຫະພັນແມ່ຍິງນະຄອນ ໄດ້ປຸກລະດົມມອບອ໋າວຢ່າຍ 30 ຊຸດໃຫ້ນັກສືກສາຍິງລາວ ແລະ ກຳປູເຈຍ ເພື່ອໃຫ້ນ້ອງໆນຸ່ງໄປທັດສະນະ ແລະ ເຂົ້າຮ່ວມບັນດາກິດຈະກໍາເມື່ອຮໍ່າຮຽນທີ່ນະຄອນ.

ທຽນລືງສະຫວ່າງ ດາວທີບ, ນັກສືກສາລາວຮຽນປະລິຍາໂທ ສາຍບໍລິຫານທຸລະກິດ ຢູ່ມະຫາວິທະຍາໄລ ວັນລາງ ໃສ່ຊຸດອ໋າວຢ່າຍສີມ່ວງຖາມໝູ່ວ່າ: ອາຈານເບິ່ງນ້ອງຄືກັບສາວເຫ້ວບໍ? ນີ້ເປັນຊຸດອ໋າວຢ່າຍທຳອິດທີ່ ທຽນລືງສະຫວ່າງ ດາວທີບ ມີເຊິ່ງເປັນຂອງຂັວນຈາກສະຫະພັນແມ່ຍິງ ເມືອງ 6 (ນະຄອນໂຮ່ຈິ້ມີນ)ມອບໃຫ້. ທຽນລືງສະຫວ່າງ ດາວທີບ ໄດ້ໃສ່ກັບກຸບບ່າຍເທີ ເມື່ອມາຢ້ຽມຢາມຫໍພິພິທະພັນອ໋າວຢ່າຍ ຫວຽດນາມ.

Lun Leang Chheng ນັກສືກສາກຳປູເຈຍ ກໍາລັງຮຽນປີທີ 3 ຢູ່ໂຮງຮຽນຕົນດືກຖັ໋ງ ກໍ່ຮູ້ສືກດີໃຈເມື່ອໄດ້ພ້ອມກັບແມ່ຮັກຄົນຫວຽດນາມ ພ້ອມບັນດາອາວ, ອາເຂົົ້າຮ່ວມບັນດາກິດຈະກໍາຢູ່ຫໍພິພິທະພັນອ໋າວຢ່າຍ, ໄດ້ຊິມອາຫານພື້ນເມືອງຫວຽດນາມ, ແລກປ່ຽນສິລະປະ, ໄດ້ຮັບຂອງຂວັນເປັນຊຸດອ໋າວຢ່າຍງາມໆ. ໃສ່ຊຸດປະຈໍາຊາດຂອງແມ່ຍິງຫວຽດນາມ Lun Leang Chheng ຮູ້ສືກວ່າ ຕົນເອງງາມກວ່າ, ຫນ້າຮັກກວ່າ.

ໃນລາຍການ, ບັນດານັກສືກສາລາວ, ກຳປູເຈຍໄດ້ມີປະສົບການຕົວຈິງທີ່ຈັບໃຈເມື່ອໄປທັດສະນະບັນດາເຂດວາງສະແດງອ໋າວຢ່າຍ ໄດ້ເບິ່ງງານສະແດງອ໋າວຢ່າຍຫວຽດນາມແບບດັ້ງເດີມ ຕະຫຼອດຮອດແບບປະຍຸກ, ຜ່ານນັ້ນກໍເຂົ້າໃຈຈຸດພິເສດຂອງວັດທະນະທໍາຫວຽດນາມໄດ້ຢ່າງເລິກເຊິ່ງກວ່າເກົ່າ.

ເນື່ອງໃນໂອກາດນີ້, ອາດິດຮອງປະທານປະເທດ ທ່ານນາງ ເຈືອງ ໝີ ຮວາ ແລະ ອາດິດ ປະທານສະພາປະຊາຊົນໂຮ່ຈິ້ມີງ ທ່ານນາງ ຫງວຽນ ທິ ກ໋ວຽດ ເຕີມ ໄດ້ມອບບັນດາຊຸດອ໋າວຢ່າຍງາມທິ່ສຸດໃຫ້ຫໍພິພິດທະພັນອ໋າວຢ່າຍ ຫວຽດນາມ ແລະ ພະນັກງານຂອງສະມາຄົມ.

ທ່ານນາງ ຫງວຽນ ທິ ກ໋ວຽດ ເຕີມ ໃຫ້ຮູ້ວ່າ "ເມື່ອຂ້າພະເຈົ້າໄດ້ຮັບການຄັດເລືອກເປັນປະທານສະພາປະຊາຊົນນະຄອນໂຮ່ຈີ້ມີງ, ຊຸດອ໋າວຢ່າຍໄດ້ໄປພ້ອມກັບຂ້າພະເຈົ້າໄປຮັບຫນ້າທີ່ສໍາຄັນນັ້ນ. ເມື່ອໄປຢາມລາວ-ກຳປູເຈຍ, ຄັ້ງແລກທີ່ໄປຕ່າງປະເທດໃນຕໍາແໜ່ງເປັນປະທານສະພາປະຊາຊົນນະຄອນໂຮ່ຈີ້ມີງ ຂ້າພະເຈົ້າກໍໄດ້ໃສ່ຊຸດອ໋າວຢ່າຍນີ້. ຮອດປະຈຸບັນແມ່ນ 10 ກວ່າປີ, ຂ້າພະເຈົ້າກໍຍັງໃສ່ຢູ່. ສໍາລັບຂ້າພະເຈົ້າ, ອ໋າວຢ່າຍບໍ່ພຽງແຕ່ເປັນເຄື່ອງນຸ່ງອາພອນ, ແຕ່ມັນຍັງເປັນກໍາລັງໃຈໃຫ້ຂ້າພະເຈົ້າເຮັດວຽກໃຫ້ດີກວ່າເກົ່າ, ເພື່ອຂ້າພະເຈົ້າໄດ້ນຸ່ງອ໋າວຢ່າຍໃນວຽກງງານທີ່ພັກ ແລະ ປະຊາຊົນມອບໝາຍ. ມື້ນີ້, ຂ້າພະເຈົ້າມອບໃຫ້ຫໍພິພິທະພັນເພື່ຮັກສາຈຸດທີ່ເປັນຂີດໝາຍ, ຈຸດທີ່ລະນືກເລັກນ້ອຍຂອງສ່ວນຕົວຂ້າພະເຈົ້າໄວ້, ເພື່ອພ້ອມກັບເອື້ອຍນ້ອງຮັກສາມູນເຊື້ຶອແມ່ຍິງຫວຽດນາມ”.

ການມອບອ໋າວຢ່າຍເປັນການກະທໍາທີ່ດີງາມ ສະແດງສາຍພົວພັນມູນເຊື້ອ, ຄວາມສາມັກຄີ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ-ກຳປູເຈຍ, ເປັນວິທິການໂຄສະນາວັດທະນາທໍາຫວຽດ ແລະ ເສີມສ້າງສາຍພົວພັນມິດຕະພາບກັບໝູ່ເພື່ອສາກົນ

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.