ນັກສຶກສາລາວ 91 ຄົນຢູ່ໂຮງຮຽນມິດຕະພາບ 80 ມີຄອບຄົວທີສອງຢູ່ ຫວຽດນາມ ຕື່ມອີກ

18:49 | 19/03/2024

ຍສໝ - ວັນທີ 17 ມີນາ, ໂຮງຮຽນມິດຕະພາບ 80 (ເທດສະບານເມືອງ ເຊີນໄຕ, ຮ່າໂນ້ຍ) ສົມທົບກັບສາຂາສະມາຄົມມິດຕະພາບ ຫວຽດນາມ - ລາວ ເທດສະບານເມືອງ ເຊີນໄຕ ໄດ້ຈັດຕັ້ງພິທີຕ້ອນຮັບບັນດາຄອບຄົວຫວຽດນາມ ທີ່ເບິ່ງແຍງດູແລນັກສຶກສາລາວ ຄັ້ງທີ 8. ໂດຍມີ 13 ຄອບຄົວຢູທ້ອງຖິ່ນ ແລະ ນັກສຶກສາລາວ 91 ຄົນເຂົ້າຮ່ວມໃນ​ໂຄງ​ການ​.

ນັກສຶກສາ ລາວ ແລະ ກຳປູເຈຍ ມີຄວາມປະທັບໃຈກັບວັນທີ 8/3 ຢູ່ ສສ ຫວຽດນາມ ນັກສຶກສາ ລາວ ແລະ ກຳປູເຈຍ ມີຄວາມປະທັບໃຈກັບວັນທີ 8/3 ຢູ່ ສສ ຫວຽດນາມ
ນັກສຶກສາ ສິງກະໂປ ແລະ ຊາວໜຸ່ມ ເບັ໋ນແຈ່ ຮ່ວມມືກັນແປງຫ້ອງຮຽນໃຫ້ນັກຮຽນ ນັກສຶກສາ ສິງກະໂປ ແລະ ຊາວໜຸ່ມ ເບັ໋ນແຈ່ ຮ່ວມມືກັນແປງຫ້ອງຮຽນໃຫ້ນັກຮຽນ

​ໂດຍເຂົ້າ​ຮ່ວມ​ພິທີ ມີ ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ​ລາວ ປະຈຳ ສສ ຫວຽດນາມ, ນາງ ຄຳເພົາ ເອີນທະວັນ; ທ່ານພົນຕີ ເລວັນເຮີນ, ຮອງປະທານສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ; ບັນດາຄູອາຈານ ແລະ ນັກສຶກສາລາວ ທີ່ພວມຮຽນຢູ່ໂຮງຮຽນມິດຕະພາບ 80...

ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດນາງ ຄຳເພົາ ເອີນທະວັນ ໄດ້​ຮັບ​ຮູ້, ຍ້ອງຍໍ​ການ​ປະກອບສ່ວນ​ຂອງ​ໂຮງຮຽນ​ມິດຕະພາບ 80 ​ໃນ​ການ​ບຳລຸງ​ສ້າງບັນດາລຸ້ນນັກສຶກສາລາວ ໃນ​ຊຸມ​ປີຜ່ານ​ມາ​ ກໍຄືໃນການປັບປຸງ ແລະ ພັດທະນາ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ທ່ານນາງ ໄດ້ຕີລາຄາສູງບັນດາການປະກອບສ່ວນ ແລະ ຄວາມຮັກແພງຂອງບັນດາສະມາຊິກສະມາຄົມມິດຕະພາບ ຫວຽດນາມ - ລາວ ຢູ່ເທດສະບານເມືອງ ເຊີນໄຕ ໃນຊຸມປີຜ່ານມາ ໄດ້ກາຍເປັນຄອບຄົວເບິ່ງແຍງອຸປະຖໍາໃຫ້ແກ່ນັກສຶກລາວ.

ນັກສຶກສາລາວ 91 ຄົນຢູ່ໂຮງຮຽນມິດຕະພາບ 80 ມີຄອບຄົວທີສອງຢູ່ ຫວຽດນາມ ຕື່ມອີກ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດນາງ ຄຳເພົາ ເອີນທະວັນ ໄດ້​ມອບ​ໃບຍໍອງຍໍຂອງ​ສະ​ຖານ​ທູດ​ລາວ ປະ​ຈຳ​ຫວຽດ​ນາມ ໃຫ້​ບັນ​ດາ​ຄອບ​ຄົວຫວຽດນາມ ທີ່ເບິ່ງແຍງດູແລນັກສຶກສາລາວ. (ພາບ: ໂຮງຮຽນມິດຕະພາບ 80)

​ເນື່ອງ​ໃນ​ໂອກາດ​ນີ້, ສະຖານທູດ​ລາວ ປະຈຳ ຫວຽດນາມ ກໍ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້ 23 ຄອບຄົວ​ດັ່ງກ່າວ.

ຕາມ​ທ່ານ ຟ່ານວັນ​ບົນ, ຫົວໜ້າສາຂາສະມາຄົມມິດຕະພາບ​ ຫວຽດນາມ - ລາວ ​ເທດສະບານເມືອງ ເຊີນໄຕ ແລ້ວ, ​ໂຄງການ​ຕ້ອນຮັບ​ຄອບຄົວ​ອຸປະຖຳ ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ, ມີຄວາມ​ມະນຸດສະທຳຢ່າງເລິກ​ເຊິ່ງ, ປະກອບສ່ວນ​ສ້າງ​ສາຍ​ພົວພັນ​ອັນ​ດີງາມ, ຄວາມ​ຕິດພັນລະຫວ່າງ​ຄອບຄົວ​ອຸປະຖຳ ​ແລະ ນັກ​ສຶກ​ສາ​ລາວ ເວົ້າ​ສະ​ເພາະ, ລະ​ຫວ່າງ​ປະ​ຊາ​ຊົນ ​ຫວຽດ​ນາມ ແລະ ລາວ ເວົ້າ​ລວມ. ໂດຍບໍ່​ພຽງ​ແຕ່​ມີ​ໂອກາດ​ຝຶກ​ຝົນ​ຫຼໍ່​ຫຼອມການ​ສື່ສານ​ພາສາ ຫວຽດນາມ​ ເທົ່າ​ນັ້ນ, ຫາກ​ຍັງ​ມີ​ໂອກາດ​ພົວພັນ, ຮຽນ​ຮູ້​ກ່ຽວ​ກັບ​ຊີວິດ, ປະຊາຊົນ, ວັດທະນະທຳ ຫວຽດນາມ ນຳອີກ, ຈາກນັ້ນ ກໍ່​ເຊື່ອມ​ໂຍງ ​ແລະ ມີ​ຄວາມ​ໝັ້ນ​ໃຈ​ໃນ​ການ​ຮ່ຳຮຽນ ​ແລະ ການດຳລົງຊີວິດ​ໃໝ່. ພວກ​ລູກ​ຫຼານ ​ໄດ້​ມີຄອບຄົວ​ທີ 2 ຢູ່ ຫວຽດນາມ, ພໍ່​ແມ່ ​ແລະ ຄອບຄົວ​ອຸປະຖຳ​ ຍາມ​ໃດ​ກໍ່​ຕ້ອນຮັບ​ເຂົາ​ເຈົ້າ​ດ້ວຍຄວາມເປີດ​ອົກ​ເປີດ​ໃຈ, ຖື​ເຂົາ​ເຈົ້າ​ຄື​ດັ່ງສະມາຊິກ​ໃນ​ຄອບຄົວ.

ໂດຍແມ່ນພໍ່​ແມ່​ທີ່​ຕາງໜ້າ​ໃຫ້​ບັນດາ​ຄອບຄົວ​ທີ່​ມີ​ລູກ​ຫຼານ​ດຳລົງ​ຊີວິດ ​ແລະ ຮຽນ​ຢູ່​ໂຮງຮຽນ​ມິດຕະພາບ 80, ທ່ານ ຜາ​ດວນ ອິນ​ສະ​ແຫວງ ​ໃຫ້​ຮູ້​ວ່າ ຕົນ​ເອງກໍ​ເຄີຍ​ໄປ​ຮຽນ​ຢູ່ ຫວຽດນາມ. ທ່ານ​ເຊື່ອ​ໝັ້ນ​ວ່າ ໂຄງການ​ຮັບ​ເອົາ​ຄອບຄົວ​ອຸປະຖຳ​ໃຫ້​ແກ່​ນັກ​ສຶກສາ​ລາວ​ ​ແມ່ນ​ໜຶ່ງ​ໃນ​ຂົວ​ແຫ່ງ​ມິດຕະພາບ, ​ເຊື່ອມ​ຕໍ່​ຄວາມ​ຮັກ​ແພງ​ສາມັກຄີ​ຂອງ​ປະຊາຊົນ​ສອງ​ປະ​ເທດ ​ແລະ​ ສອງຊາດ.

ນ້ອງ ບົວເງິນ ແກ້ວປະເສີດ, ນັກສຶກສາລາວ ທີ່ຮຽນຢູ່ໂຮງຮຽນມິດຕະພາບ 80 ໄດ້ສະແດງຄວາມຮູ້ບຸນຄຸນ, ເປັນກຽດເມື່ອເຂົ້າຮ່ວມໃນພິທີຕ້ອນຮັບຄອບຄົວອຸປະຖໍາຂອງນ້ອງ. ນ້ອງໃຫ້ຮູ້ວ່າ ຈະ​ມານະ​ພະຍາຍາມ​ຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດແຫ່ງການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ ຫວຽດນາມ - ລາວ ໃຫ້ຫຼາຍກວ່າອີກ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.