| ນັກສຶກສາ ລາວ ແລະ ກຳປູເຈຍ ສະເຫຼີມສະຫຼອງປີໃໝ່ປະຈຳຊາດຢ່າງອົບອຸ່ນ ທີ່ນະຄອນ ໂຮ່ຈິມິນ | |
| ທຶນການສຶກສາ 77 ທຶນຈາກລັດ Hessen ໄດ້ມອບໃຫ້ນັກຮຽນທີ່ດ້ອຍໂອກາດໃນແຂວງ ອານຢາງ |
ໃນໂຄງການ, ຄະນະຈັດຕັ້ງໄດ້ມອບທຶນການສຶກສາ 700 ທຶນ ໃຫ້ແກ່ນັກຮຽນຢູ່ບັນດາແຂວງ ແທ່ງດົງ, ຫາຍເຢືອງ, ເລແທ່ງຫງິ; ນັກຮຽນບັນດາໂຮງຮຽນ ມັດທະຍົມຕອນປາຍ ຮົ່ງກວາງ, ມັດທະຍົມຕອນປາຍ ຫງວຽນຢູ, ມັດທະຍົມຕອນປາຍ ຫງວຽນວັນກື; ພ້ອມກັບນັກສຶກສາ ມະຫາວິທະຍາໄລ ແທ່ງດົງ ແລະ ມະຫາວິທະຍາໄລ ຫາຍເຢືອງ.
![]() |
| ຜູ້ຕາງໜ້າ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນ ຫາຍຟອງ ມອບທຶນການສຶກສາໃຫ້ແກ່ນັກສຶກສາທີ່ມີເງື່ອນໄຂຄອບຄົວຫຍຸ້ງຍາກ.(ຮູບ: ຫງວຽນແຮ້ງ/haiphong.gov.vn) |
ມູນຄ່າຂອງທຶນການສຶກສາແມ່ນໄດ້ແບ່ງຕາມແຕ່ລະຊັ້ນຮຽນ, ລະອຽດຄື: ນັກຮຽນປະຖົມຮັບທຶນການສຶກສາມູນຄ່າ 1,5 ລ້ານດົ້ງ/ທຶນ; ນັກຮຽນ ມັດທະຍົມຕອນຕົ້ນ ແມ່ນ 2,5 ລ້ານດົ້ງ/ທຶນ; ນັກຮຽນ ມັດທະຍົມຕອນປາຍ ແມ່ນ 3 ລ້ານດົ້ງ/ທຶນ. ສຳລັບນັກສຶກສາມະຫາວິທະຍາໄລ, ລະດັບທຶນການສຶກສາແມ່ນມີການຜັນແປແຕ່ 6 ລ້ານດົ້ງ ຫາ 52 ລ້ານດົ້ງ/ທຶນ, ອີງຕາມເງື່ອນໄຂຄອບຄົວ ແລະ ຜົນການຮຽນ.
ນີ້ແມ່ນກິດຈະກຳທີ່ແທດຕົວຈິງ ເພື່ອແນໃສ່ປຸກລະດົມ, ຊຸກຍູ້ຈິດໃຈບາກບັ່ນຜ່ານຜ່າຄວາມຫຍຸ້ງຍາກ ເພື່ອ ຢຽດຕົວ ໃນການຮຽນຂອງນັກຮຽນ, ນັກສຶກສາທີ່ມີເງື່ອນໄຂຄອບຄົວຫຍຸ້ງຍາກ, ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງບັນດາອົງການຈັດຕັ້ງ, ພາກສ່ວນ, ຊຸມຊົນສັງຄົມ ທີ່ມີຕໍ່ວຽກງານສົ່ງເສີມການສຶກສາ, ປະກອບສ່ວນແຜ່ຂະຫຍາຍນ້ຳໃຈມະນຸດສະທຳ, ສົ່ງເສີມກຳລັງແຮງໃຫ້ແກ່ຄົນລຸ້ນໜຸ່ມ ບົນເສັ້ນທາງການສຶກສາ ແລະ ການສ້າງສາອາຊີບ.
ກໍ່ໃນໂຄງການນີ້, ຜູ້ຕາງໜ້າຄະນະຈັດຕັ້ງໃຫ້ຮູ້ວ່າ, ໃນຕໍ່ໜ້າ, ບັນດາກິດຈະກຳຊ່ວຍເຫຼືອດ້ານການສຶກສາ, ເບິ່ງແຍງດູແລນັກຮຽນ, ນັກສຶກສາທີ່ມີເງື່ອນໄຂຄອບຄົວຫຍຸ້ງຍາກ ຈະສືບຕໍ່ໄດ້ຮັບການຮັກສາ ແລະ ຂະຫຍາຍອອກ, ຜ່ານນັ້ນ ປະກອບສ່ວນຮັບປະກັນສະຫວັດດີການສັງຄົມ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບໃຫ້ແກ່ທ້ອງຖິ່ນ.
ໄດ້ຮັບຊາບວ່າ, ນັບແຕ່ເດືອນ ມິຖຸນາ 2016 ມາຮອດປັດຈຸບັນ, Tzu Chi ໄດ້ຈັດຕັ້ງປະຕິບັດບັນດາໂຄງການ/ໂຄງການກຸສົນມະນຸດສະທຳທີ່ແທດຕົວຈິງ ລາກຍາວແຕ່ທຶນການສຶກສາ, ຂອງຂວັນບຸນກຸດຈີນ, ການຊ່ວຍເຫຼືອຄ່າຄອງຊີບ ຕະຫຼອດຮອດການຊ່ວຍເຫຼືອໄພພິບັດທາງທຳມະຊາດ. ອົງການຈັດຕັ້ງໄດ້ຊ່ວຍເຫຼືອຫຼາຍກວ່າ 134.900 ຄອບຄົວທີ່ມີຄວາມຫຍຸ້ງຍາກ, ເກືອບ 24.000 ທຶນຊ່ວຍເຫຼືອການຮຽນ, ກໍ່ສ້າງເຮືອນແຫ່ງຄວາມຮັກ 50 ຫຼັງ ແລະ ຈັດຕັ້ງການກວດພະຍາດ ແລະ ປິ່ນປົວຟຣີ 44.821 ເທື່ອຄົນ ດ້ວຍງົບປະມານທັງໝົດຫຼາຍກວ່າ 10 ລ້ານໂດລາສະຫະລັດ, ທຽບເທົ່າກັບ 262 ຕື້ດົ້ງຫວຽດນາມ.
ທີ່ໜ້າສົນໃຈ, Tzu Chi ໄດ້ມີຫຼາຍກິດຈະກຳທີ່ທັນການ, ມອບເຄື່ອງຊ່ວຍເຫຼືອຫຼາຍສິບພັນຊຸດຢູ່ບັນດາແຂວງພາກກາງ ແລະ ພາກເໜືອ ໃນຊ່ວງເກີດພາຍຸ ແລະ ນ້ຳຖ້ວມ (ຮ່າຕິງ, ຮ່ວາບິ່ງ, ກວາງບິ່ງ, ອຽນບາຍ, ລາວກາຍ…). ເປັນພິເສດ, ໃນໄລຍະການລະບາດໃຫຍ່ຂອງ COVID-19, Tzu Chi ບໍ່ພຽງແຕ່ຊ່ວຍເຫຼືອຫຼາຍກວ່າ 16.000 ຄອບຄົວທີ່ມີຄວາມຫຍຸ້ງຍາກ ເທົ່ານັ້ນ ແຕ່ຍັງໄດ້ມອບອຸປະກອນການແພດ, ເຄື່ອງຊ່ວຍຫາຍໃຈ, ເຄື່ອງຜະລິດອົກຊີເຈນ ໃຫ້ແກ່ບັນດາໂຮງໝໍດ່ານໜ້າ ຢູ່ລັດນະຄອນ ໂຮ່ຈີມິນ.
| ອົງການຊ່ວຍເຫຼືອເດັກນ້ອຍ ໜູນຊ່ວຍການສຶກສາໃຫ້ເດັກນ້ອຍ 27.000 ກວ່າຄົນຢູ່ແຂວງ ຫາຍຟອງ ແລະ ດົງທາບ ຍສໝ - ນີ້ແມ່ນຕົວເລກທີ່ໄດ້ປະກາດໃນການສະຫຼຸບ ແລະ ແບ່ງປັນບັນດາຕົວແບບຜົນສຳເລັດຂອງໂຄງການ “ຍົກສູງຄຸນນະພາບການສຶກສາໃຫ້ເດັກດ້ອຍໂອກາດຢູ່ຫວຽດນາມ - ໄລຍະ 3 (2022-2025)” ຈັດຕັ້ງໂດຍ ອົງການຊ່ວຍເຫຼືອເດັກນ້ອຍ, ກົມຄູອາຈານ ແລະ ພະນັກງານຄຸ້ມຄອງການສຶກສາ (ກະຊວງການສຶກສາ ແລະ ບຳລຸງສ້າງ) ໃນວັນທີ 16 ເມສາ ຢູ່ຮ່າໂນ້ຍ. |
| Sunflower Mission ມອບທຶນການສຶກສາ 355 ທຶນໃຫ້ນັກສຶກສາທຸກຍາກແຕ່ຮຽນເກັ່ງຢູ່ ຝູອຽນ ແລະ ກຽນຢາງ ຍສໝ - ອົງການ Sunflower Mission (ອາເມລິກາ) ຫາກໍ່ມອບທຶນສຶກສາ 355 ທຶນໃຫ້ນັກຮຽນທຸກຍາກແຕ່ຮຽນເກັ່ງຢູ່ແຂວງ ຝູອຽນ ແລະ ກຽນຢາງ ໃນເດືອນ ມີນາ ແລະ ຕົ້ນເດືອນ ເມສາ 2025.. |
ແທັງຮັ່ງ
