ການປະດິດສ້າງໃໝ່: "ເຄື່ອງຈັກ" ຊຸກດັນການເຕີບໂຕແບບໃໝ່

10:37 | 17/07/2026

ຍສໝ - ໃນຕອນບ່າຍວານນີ້ (15 ກໍລະກົດ), ຢູ່ທີ່ຮາໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມ "ລະບອບລະບຽບການວິທະຍາສາດ, ເຕັກໂນໂລຊີ, ການປະດິດສ້າງໃໝ່ ແລະ ການຫັນເປັນດິຈິຕອນ - ແກ້ໄຂຂໍ້ຄົງຄ້າງ ແລະ ສ້າງສັນການພັດທະນາ".

ຫວຽດນາມ, ອິນເດຍ ຊຸກຍູ້ການຮ່ວມມືພັດທະນາຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນເປັນດີຈີຕອນ
ແຮງບັນດານໃຈໃນການປະດິດສ້າງ ແລະ ຄວາມຄິດສ້າງສັນ, ປັບປຸງຄຸນນະພາບຊີວິດ

ໃນການກ່າວປາໄສທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ ກວົກ ຢຸງ (Hồ Quốc Dũng) ໄດ້ຊີ້ແຈ້ງວ່າ ພັກ ແລະ ລັດ ໄດ້ກຳນົດເອົາ ວິທະຍາສາດເຕັກໂນໂລຊີ, ການປະດິດສ້າງໃໝ່ ແລະ ການຫັນເປັນດິຈິຕອນ ແມ່ນກຳລັງຂັບເຄື່ອນຕົ້ນຕໍ ເພື່ອນຳພາປະເທດຊາດໃຫ້ຂະຫຍາຍຕົວຢ່າງວ່ອງໄວ ແລະ ຍືນຍົງ.

ການປະດິດສ້າງໃໝ່:

ບັນຍາກາດຂອງກອງປະຊຸມ

ທ່ານຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ມີຄວາມເປັນເອກະພາບກັນຢ່າງສູງ ທາງດ້ານຈິດສຳນຶກ ແລະ ການກະທຳ, ມຸ່ງໝັ້ນເຮັດໃຫ້ ວິທະຍາສາດເຕັກໂນໂລຊີ, ການປະດິດສ້າງໃໝ່ ແລະ ການຫັນເປັນດິຈິຕອນ ກາຍເປັນກຳລັງຂັບເຄື່ອນແຫ່ງການພັດທະນາຢ່າງແທ້ຈິງ. ປະສິດທິຜົນຂອງຂົງເຂດນີ້ ຈຳເປັນຕ້ອງໄດ້ວັດແທກດ້ວຍຄວາມສາມາດໃນການເປັນເຈົ້າການທາງດ້ານເຕັກໂນໂລຊີ, ຈຳນວນຜະລິດຕະພັນທີ່ຖືກຫັນເປັນສິນຄ້າໃນທ້ອງຕະຫຼາດ, ຈຳນວນວິສາຫະກິດປະດິດສ້າງໃໝ່ທີ່ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ລະດັບການປະກອບສ່ວນເຂົ້າໃນການເຕີບໂຕທາງດ້ານເສດຖະກິດ: "ພາຍຫຼັງກອງປະຊຸມຄັ້ງນີ້, ແຕ່ລະຂະແໜງການ, ແຕ່ລະທ້ອງຖິ່ນ ຈຳເປັນຕ້ອງມີແຜນການເຄື່ອນໄຫວສະເພາະຕື່ມອີກ, ນັກວິທະຍາສາດແຕ່ລະທ່ານ ຕ້ອງມີຜົນງານຄົ້ນຄວ້າທີ່ຕິດພັນກັບຕົວຈິງຫຼາຍຂຶ້ນ, ວິສາຫະກິດແຕ່ລະແຫ່ງ ຕ້ອງມີຄວາມມຸ່ງໝັ້ນກວ່າເກົ່າໃນການລົງທຶນໃສ່ວິທະຍາສາດເຕັກໂນໂລຊີ ແລະ ການປະດິດສ້າງໃໝ່. ຮ່ວມກັນສ້າງສະພາບແວດລ້ອມທີ່ລະບອບລະບຽບການຈະບໍ່ເປັນອຸປະສັກຂັດຂວາງອີກຕໍ່ໄປ ແຕ່ຈະກາຍເປັນທ່າແຮງໃນການແຂ່ງຂັນຢ່າງແທ້ຈິງ; ເຮັດໃຫ້ ວິທະຍາສາດເຕັກໂນໂລຊີ, ການປະດິດສ້າງໃໝ່ ແລະ ການຫັນເປັນດິຈິຕອນ ບໍ່ພຽງແຕ່ແມ່ນຂົງເຂດພັດທະນາທົ່ວໄປເທົ່ານັ້ນ ແຕ່ຕ້ອງກາຍເປັນເຄື່ອງຈັກຊຸກດັນການເຕີບໂຕແບບໃໝ່ຂອງປະເທດຊາດຢ່າງແທ້ຈິງ".

ຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ, ປ່ຽນແປງໃໝ່ປະດິດສ້າງປະກອບສ່ວນຢັ້ງຢືນຄຸນຄ່າທະຫານລຸງໂຮ່ ຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ, ປ່ຽນແປງໃໝ່ປະດິດສ້າງປະກອບສ່ວນຢັ້ງຢືນຄຸນຄ່າທະຫານລຸງໂຮ່

ເຖິງວ່າຕ້ອງປະຕິບັດໜ້າທີ່ໃນເງື່ອນໄຂທີ່ປະສົບຄວາມຫຍຸ້ງຍາກລໍາບາກທີ່ສຸດນັບແຕ່ຊຸມວັນສ້າງຕັ້ງ ກໍ່ຄືໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ, ຈັກກະພັດຜູ້ຮຸກຮານ, ປົກປັກຮັກສາປະເທດຊາດ; ແຕ່ວ່າດ້ວຍຈິດໃຈມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຊອກຮູ້, ປະດິດສ້າງຢ່າງບໍ່ຢຸດຢັ້ງຂອງພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ເຊິ່ງຍາມໃດກໍ່ໄດ້ຮັບການປຸກລຸກ, ເສີມຂະຫຍາຍຢ່າງແຂງແຮງ, ປະກອບສ່ວນສ້າງຄຸນທາດ, ຄຸນຄ່າອັນສູງສົ່ງຂອງທະຫານລຸງໂຮ່ ແລະມູນເຊື້ອຕັດສິນໃຈສູ້ຮົບ - ຕັດສິນໃຈຍາດເອົາໄຊຊະນະ.

ໜູນຊ່ວຍວິສາຫະກິດສັງຄົມປ່ຽນແປງໃໝ່ປະດິດສ້າງ: ກຳລັງຜັກດັນໃຫ້ພັດທະນາແບບຍືນຍົງ ໜູນຊ່ວຍວິສາຫະກິດສັງຄົມປ່ຽນແປງໃໝ່ປະດິດສ້າງ: ກຳລັງຜັກດັນໃຫ້ພັດທະນາແບບຍືນຍົງ

ຍສໝ - ວັນທີ 22 ຕຸລາ, ຢູ່ຮ່າໂນ້ຍ ໄດ້ຈັດພິທີປະກາດລາຍການໜູນຊ່ວຍວິສາຫະກິດສັງຄົມນະ​ວັດ​ຕະ​ກຳ, ເປັນຂີດໝາຍບາດກ້າວສຳຄັນໃນການຊຸກຍູ້ການພັດທະນາວິສາຫະກິດສັງຄົມ ໃນສະພາບການເສດຖະກິດດີຈີຕອນ ແລະ ການຫັນເປັນດີຈີຕອນຢ່າງເຂັ້ມແຂງ. ​ໂດຍ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ຫວຽດ​ນາມ - ສິງ​ກະ​ໂປ, ບໍ​ລິ​ສັດ​ຫຸ້ນ​ສ່ວນ​ຄົ້ນ​ຄ້​ວາ​ຂະແໜງການ ແລະ ໃຫ້ຄຳປຶກ​ສາ ​ຫວຽດ​ນາມ (VIRAC), ກອງ​ທຶນ​ລົງ​ທຶນ​ເລີ່ມທຸລະກິດ​ປະ​ດິດ​ສ້າງສັບພະວິຊາ ຮ່າ​ໂນ້ຍ (BK Fund) ແລະ ...

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ