ນັກສຶກສາລາວ ແລະ ກຳປູເຈຍ 72 ຄົນ ລົງຕົວຈິງ ແລະ ຊອກຮູ້ກ່ຽວກັບຊີວິດວັດທະນະທຳຫວຽດນາມ

10:30 | 20/09/2023

ນັກສຶກສາລາວ ແລະ ກຳປູເຈຍ ຈໍານວນ 72 ຄົນ ໄດ້ປະສົບການ ແລະຮຽນຮູ້ກ່ຽວກັບ ຊີວິດວັດທະນະທຳຫວຽດນາມ

ທີມນັກສຶກສາລາວ ໄດ້ຮັບລາງວັນທີໜຶ່ງໃນການແຂ່ງເວົ້າພາສາຫວຽດ ທີມນັກສຶກສາລາວ ໄດ້ຮັບລາງວັນທີໜຶ່ງໃນການແຂ່ງເວົ້າພາສາຫວຽດ
ອົບອຸ່ນອາຫານທຳອິດຂອງນັກສຶກສາລາວນາໆຊາດ ຢູ່ເຮືອນພໍ່ແມ່ປະຊາຊົນຫວຽດນາມ ອົບອຸ່ນອາຫານທຳອິດຂອງນັກສຶກສາລາວນາໆຊາດ ຢູ່ເຮືອນພໍ່ແມ່ປະຊາຊົນຫວຽດນາມ

ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 56 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ (24 ມິຖຸນາ 1967 – 24 ມິຖຸນາ 2023) ແລະ ຄົບຮອບ 61 ປີ ວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5 ກັນຍາ 1962 – 5 ກັນຍາ 2023).

ງານ​ບຸນ​ມີ​ນັກ​ສຶກ​ສາ​ລາວ ແລະ ກຳ​ປູ​ເຈຍ 72 ຄົນ​ເຂົ້າ​ຮ່ວມ; ​ໃນ​ນັ້ນ, ມີ​ນັກ​ສຶກສາ​ລາວ 7 ຄົນ ​ເປັນ​ລູກ​ລ້ຽງ​ຂອງ​ຊາວ​ຫວຽດນາມ 3 ຄອບຄົວ​ຢູ່​ເມືອງ ຝູ້ຢວນ.

ງານບຸນດັ່ງກ່າວໄດ້ສ້າງບັນຍາກາດ ສະພາບແວດລ້ອມ ໃຫ້ບັນດານັກສຶກສາລາວ ແລະ ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ ໄດ້ມີປະສົບການ, ແລກປ່ຽນ, ຊອກຮຽນຮູ້ກ່ຽວກັບຊີວິດວັດທະນະທຳ ຂອງຊາວ ຫວຽດນາມ.
ງານບຸນດັ່ງກ່າວໄດ້ສ້າງສະພາບແວດລ້ອມໃຫ້ບັນດານັກສຶກສາລາວ ແລະ ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ ໄດ້ມີປະສົບການ, ແລກປ່ຽນ, ຊອກຮຽນຮູ້ກ່ຽວກັບຊີວິດວັດທະນະທຳຂອງຊາວ ຫວຽດນາມ.

ກ່າວ​ຄຳ​ເຫັນ​ທີ່ງານດັ່ງກ່າວໂດຍ ທ່ານ ​ເລ ​ວັນ ທູ, ​ ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ - ການພົວພັນຕ່າງປະເທດ ຄະນະກໍາມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ນະຄອນ​ໂຮ່ຈິ​ມິນ ກ່າວ​ວ່າ: ​ໃນ​ໄລຍະ​ຜ່ານມາ​ນີ້, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ບັນດາ​ອົງການ​ການ​ເມືອງ​-ສັງຄົມ ​ຂອງ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຜັນ​ຂະຫຍາຍປະຕິບັດ​ຫຼາຍ​ກິດຈະກໍາການ​ເຄື່ອນ​ໄຫວເພື່ອ​ຍົກສູງ, ປັບປຸງ​ຊີວິດການເປັນຢູ່ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ນັກ​ສຶກສາ ລາວ - ກຳປູ​ເຈຍ ທີ່​ຮ່ຳຮຽນ​ຢູ່​ນະຄອນ ​ໂຮ່ຈີ​ມິນ, ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ລາວ - ກຳປູ​ເຈຍ, ​ເພີ່ມ​ທະວີ​ການ​ພົວພັນມິດຕະພາບທີ່​ເປັນ​ມູນ​ເຊື້ອ ​ລະຫວ່າງ 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ.

ທ່ານ ເລ ​ວັນ ທູ ໃຫ້ຮູ້ວ່າ: ປະຈຸບັນ, ມີຊາວຫວຽດນາມ 67 ຄອບຄົວ, ນັກສຶກສາລາວ 91 ຄົນ ແລະ ນັກສຶກສາກຳປູເຈຍ 14 ຄົນ ເຂົ້າຮ່ວມໂຄງການ “ຄອບຄົວຫວຽດນາມ ກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນໂຮ່ຈີມິນ”. ຜ່ານ​ການ​ປະຕິບັດ​ໂຄງການ​ປີ 2023, ທັງຈຳນວນ​ຄອບຄົວ ​ແລະ ນັກ​ສຶກສາ ລ້ວນແຕ່​ເພີ່ມ​ຂຶ້ນທົບ 2 ​ເທົ່າ​ເມື່ອ​ທຽບ​ໃສ່​ປີ 2022. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນຄວາມ​ດຶງ​ດູດ​ຂອງ​ໂຄງການ ກໍ່ຄືຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ນັກ​ສຶກສາລາວ, ​ກຳປູ​ເຈຍ ​ໄດ້​ລົງຕົວຈິງໃນການດໍາລົງ​ຊີວິດ, ວັດທະນະທຳ​ຊຸມ​ຊົນ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວຊາວ​ຫວຽດນາມ.

ທ່ານ ​ເລ​ ວັນ​ ທູ ​ເນັ້ນ​ໜັກ​ວ່າ “ດ້ວຍຄວາມຮັກແພງ, ຄວາມເອົາໃຈໃສ່ເບິ່ງແຍງດູແລຂອງບັນດາສະມາຊິກໃນຄອບຄົວຊາວຫວຽດນາມ, ບັນດານ້ອງໆນັກຮຽນລາວ ແລະ ກຳປູເຈຍ ກໍ່ໄດ້ສຳຜັດ ແລະ ດຳລົງຊີວິດປະຈຳວັນ ດ້ວຍອາຫານເອກະລັກພື້ນເມືອງຂອງຄອບຄົວຫວຽດນາມ; ຮຽນພາສາຫວຽດນາມ ເພື່ອສື່ສານກັບຄອບຄົວ; ​ໄປ​ຢ້ຽມຢາມ ​ແລະ ​ພັກຜ່ອນ​ກັບ​ຄອບຄົວ;... ດ້ວຍ​ເຫດ​ນັ້ນ, ​ໄດ້​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ໝັ້ນ​ໃຈ ​ແລະ ​ອຸ່ນອ່ຽນທຸ່ນທ່ຽງ​ໃນ​ການ​ສຶກສາຮ່ຳຮຽນ​ຢູ່​ນະຄອນ ​ໂຮ່ຈີ​ມິນ ດ້ວຍແນວຄິດດຸໝັ່ນ, ຂະຫຍັນ, ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກກວ່າເກົ່າຕໍ່​ກັບ​ວັດທະນະທຳ​ພື້ນ​ເມືອງ​ຂອງຄົນຫວຽດນາມ, ຂອງປະເທດຫວຽດນາມ ​ແລະ ນະຄອນ​ໂຮ່ຈິ​ມິນ”.

ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແຂວງ ຟູຈ້ອງ ໄດ້ມອບທຶນສຶກສາ 14 ທຶນ ເປັນມູນຄ່າ 1 ລ້ານດົ່ງໃຫ້ນັກສຶກສາລາວ - ກຳປູເຈຍ.
ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເມືອງ ຟູ້​ຢວນ ໄດ້ມອບທຶນສຶກສາ 14 ທຶນ ມີມູນຄ່າ 1 ລ້ານດົ່ງ/ທຶນ ໃຫ້ນັກສຶກສາ ລາວ - ກຳປູເຈຍ.

ໃນງານ​​ຄັ້ງ​ນີ້ ​ລວມມີ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ, ອາຫານ​ການ​ກິນ ​ແລະ ​ພົບປະແລກປ່ຽນ​ກັບ​ນັກ​ສຶກສາ​ຍິງ​ ລາວ ​ແລະ ກຳປູ​ເຈຍ. ພິ​ເສດ, ຈຸດ​ພົ້ນ​ເດັ່ນ​ແມ່ນລາຍ​ການສິລະປະ, ແລກປ່ຽນ​ວັດ​ທະ​ນະ​ທຳ ແລະ ການ​ປຸງ​ແຕ່ງ​ອາ​ຫານ. ດ້ວຍຫຼາຍລາຍການ​ສະ​ແດງ​ສິລະປະດົນຕີ​ທີ່​ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງຊາດ ຫວຽດນາມ - ລາວ - ກຳປູ​ເຈຍ ກໍ່ຄື​ບັນດາ​ລົດຊາດ ແລະ ກິ່ນຫອມຂອງອາ​ຫານ​ທີ່​ມີ​ລັກສະນະ​ພິເສດສະເພາະ​ຂອງ 3 ປະ​ເທດນັ້ນ, ບັນດາພະນັກງານ, ກຸ່ມສະມາຊິກ ​ແລະ ນັກ​ສຶກສາ ລາວ - ກຳປູ​ເຈຍ ກໍ່ໄດ້ນຳ​ມາ​ໃນງານບຸນເພື່ອໃຫ້ມີຫຼາຍສີສັນ, ບັນຍາກາດທີ່ຟົດຟື້ນ, ສະໜິດຕິດພັນກັນອີກ.

​ ໃນ​ໂອກາດ​ດັ່ງກ່າວ, ຄະນະ​ກຳມະການ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເມືອງ ຟູ້ຢວນ ກໍ່​ໄດ້​ມອບ​ທຶນ​ການສຶກສາ 14 ທຶນ, ມີມູນຄ່າ 1 ລ້ານ​ດົ່ງ/ທຶນ ​ໃຫ້​ບັນດາ​ນັກ​ສຶກສາ ລາວ - ກຳປູ​ເຈຍ ​ແລະ ​ໄດ້​ມອບ​ຂອງ​ທີ່​ລະນຶກ​ໃຫ້​ບັນດາ​ຜູ້​ເຂົ້າ​ຮ່ວມ​ລາຍການ.

ມອບເສື້ອກະໂປງຍາວຫວຽດນາມ (ເຊິ່ງຊຸດເອກະລັກຂອງຍິງຫວຽດນາມ) ໃຫ້ແກ່ນັກຮຽນລາວ ແລະ ກຳປູເຈຍ.
ມອບຊຸດເສື້ອຍາວຫວຽດນາມ ໃຫ້ແກ່ນັກສຶກສາ ລາວ ແລະ ກຳປູເຈຍ.

ງານ​ດັ່ງກ່າວ ​ໄດ້​ສ້າງ​ສະພາບ​ແວດ​ລ້ອມເພີ່ມ​ເຕີມ​ໃຫ້​ບັນດາ​ນັກ​ສຶກສາ​ ລາວ ​ແລະ ກຳປູ​ເຈຍ ທີ່​ພວມ​ຮ່ຳຮຽນ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ສຳ​ຜັດ, ​ພົບປະແລກປ່ຽນ, ຊອກຮູ້ກ່ຽວ​ກັບ​ຊີວິດ​ວັດທະນະທຳ​ຂອງ​ຄົນຫວຽດນາມ; ຜ່ານ​ນັ້ນ ກໍ່ຍັງໄດ້ຕິດພັນທາງດ້ານ​ຈິດ​ໃຈ, ປະກອບສ່ວນ​ຊ່ວຍເຫຼືອຊີວິດ​ການເປັນຢູ່ທາງດ້ານ​ວັດຖຸ ​ແລະ ຈິດ​ໃຈໃຫ້ບັນດານັກ​ສຶກສາຕ່າງປະເທດ; ປະກອບສ່ວນ​ປະຕິບັດ​ລາຍການ “ຄອບຄົວ​ຫວຽດນາມ ກັບ​ນັກ​ສຶກສາ ລາວ ​ແລະ ກຳປູ​ເຈຍ ທີ່ພວມ​ຮ່ຳຮຽນ​ຢູ່​ນະຄອນ ​ໂຮ່ຈີ​ມິນ” ​ໄລຍະປີ 2021 – 2025 ຢ່າງ​ມີ​ປະສິດທິ​ຜົນ.

ອານຸໄຊ ສະຫວັດ

ທ່ານອາດຈະມັກ

302 Found

Found

The document has moved here.