ການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງໃຫ້ເຫັນ “ຄວາມສຳຄັນ” ຂອງການພົວພັນ ຫວຽດນາມ - ຈີນ

12:00 | 28/10/2022

ໃນບົດຂຽນເອົາລົງເມື່ອວັນທີ 26 ຕຸລາ, ໜັງສືພິມ ກວານຈ໋ຽວ, ກະບອກສຽງຂອງພັກກອມມູນິດ ຈີນ, ເນັ້ນໜັກວ່າ: ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈະແມ່ນການນຳຕ່າງປະເທດຄົນທຳອິດມາຢ້ຽມຢາມປະເທດນີ້ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດ ຈີນ.

ການຢ້ຽມຢາມ ສປປ ລາວ ຂອງປະທານສະພາແຫ່ງຊາດ “ປະສົບຜົນສຳເລັດຢ່າງຈົບງາມ” ການຢ້ຽມຢາມ ສປປ ລາວ ຂອງປະທານສະພາແຫ່ງຊາດ “ປະສົບຜົນສຳເລັດຢ່າງຈົບງາມ”
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່ ສີຈີ້ນຜິງ (ພາບ: TTXVN)
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່ ສີຈີ້ນຜິງ (ພາບ: TTXVN)

ພາຍຫຼັງແຈ້ງຂ່າວວ່າທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຢ້ຽມຢາມ ຈີນ ຢ່າງເປັນທາງການ ໂດຍສື່ມວນຊົນສອງປະເທດປະກາດນັ້ນ, ສື່ມວນຊົນ ແລະ ນັກຊ່ຽວຊານ ຈີນ ໄດ້ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມສະແດງໃຫ້ເຫັນລັກສະນະພິເສດ ແລະ ຄວາມສຳຄັນຂອງການພົວພັນ ຫວຽດນາມ - ຈີນ.

ໃນບົດຂຽນເອົາລົງເມື່ອວັນທີ 26 ຕຸລາ, ໜັງສືພິມ ກວານຈ໋ຽວ, ກະບອກສຽງຂອງພັກກອມມູນິດ ຈີນ, ເນັ້ນໜັກວ່າ: ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈະແມ່ນການນຳຕ່າງປະເທດຄົນທຳອິດມາຢ້ຽມຢາມປະເທດນີ້ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດ ຈີນ. ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພາຍຫຼັງໄດ້ແຕ່ງຕັ້ງດຳລົງຕຳແໜ່ງເປັນເລຂາທິການໃຫຍ່ ອາຍຸການທີ 3. ບົດຂຽນໄດ້ຄັດສະເໜີການຕີລາຄາຂອງທ່ານນາງ ຟານເຈີເຫຼືອ, ນັກຄົ້ນຄ້ວາສະຖາບັນລັດທິມັກຊິດ, ຂຶ້ນກັບສະຖາບັນວິທະຍາສາດ ສັງຄົມ ຈີນ, ຢັ້ງຢືນວ່າ: ການຢ້ຽມຢາມສະແດງໃຫ້ເຫັນ “ລັກສະນະພິເສດ ແລະ ຄວາມສຳຄັນ” ຂອງການພົວພັນ ຫວຽດນາມ - ຈີນ ແລະ “ໄດ້ລື່ນກາຍການພົວພັນສອງຝ່າຍຕາມຄວາມໝາຍປົກກະຕິ, ເຊິ່ງມັນມີຄວາມໝາຍຍຸດທະສາດສຳຄັນ”.

ໃນຂະນະນັ້ນ, ທ່ານ ເກືອຫົງແລງ, ຮອງຫົວໜ້າສະຖາບັນ ອາຊຽນ ຂຶ້ນກັບມະຫາວິທະຍາໄລຊົນເຜົ່າຈວາງ ກວາງສີ, ກໍ່ມີບົດໄຈ້ແຍກເອົາລົງໃນ ໜັງສືພິມ ກວານຈ໋ຽວ ໂດຍໃຫ້ຮູ້ວ່າ: ກ່ອນນີ້ 5 ປີ, ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIX ຂອງພັກກອມມູນິດ ຈີນ ສິ້ນສຸດລົງນັ້ນ, ທ່ານເລຂາທິການໃຫຍ່ ສີຈີ້ນຜິງ ໄດ້ເລືອກເອົາ ຫວຽດນາມ ໃຫ້ແກ່ການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງຕົນ. ນີ້ໄດ້ສະແດງໃຫ້ແກ່ມູນເຊື້ອເພີ່ມທະວີການພົວພັນແລກປ່ຽນຂັ້ນສູງລະຫວ່າງສອງພັກ, ສອງລັດພາຍຫຼັງກອງປະຊຸມໃຫຍ່, ກໍ່ແມ່ນການສະແດງໃຫ້ເຫັນ “ການພົວພັນຈີນ - ຫວຽດນາມ ບືນຕົວຂຶ້ນໃນການພົວພັນສອງຝ່າຍຕາມຄວາມໝາຍປົກກະຕິ ແລະ ມີຄວາມໝາຍສຳຄັນຍຸດທະສາດ”.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.