ຮັບຮູ້ການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ Georgios Stilianopoulos ໃນການເພີ່ມທະວີການພົວພັນ ຫວຽດນາມ - ເກຼັກ

10:16 | 20/10/2024

​ຍສໝ - ໃນ​ອາຍຸການ 5 ປີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ​ສາທາລະນະ​ລັດ ເກຼັກ ປະຈຳ ຫວຽດນາມ Georgios Stilianopoulos ໄດ້​ມີຄວາມນະ​ພະຍາຍາມ​ຫຼາຍ​ຢ່າງ​ໃນການຊຸກຍູ້​ການ​ຮ່ວມ​ມື ເກຼັກ - ຫວຽດນາມ ​ໃນ​ຫຼາຍ​ຂົງ​ເຂດ, ເປັນຕົ້ນແມ່ນ​ເສດຖະກິດ - ການ​ຄ້າ, ແຮງ​ງານ, ການ​ເດີນ​ທະ​ເລ, ການ​ສຶກສາ, ກິລາ. ​ເພື່ອແນໃສ່ຮັບຮູ້​ການ​ປະກອບສ່ວນເຂົ້າ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ, ​ວັນ​ທີ 15 ຕຸລາ, ຢູ່​ຮ່າ​ໂນ້ຍ, ຄະນະປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ​ໄດ້​ປະດັບຫຼຽນ​ກາ​ທີ່ລະນຶກ “​ເພື່ອ​ສັນຕິພາບ, ມິດຕະພາບ​ ລະຫວ່າງ​ບັນດາຊາດ” ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ.

ເກຼັກ ຍາມໃດກໍ່ຖືຫວຽດນາມເປັນຄູ່ຮ່ວມມືບຸລິມະສິດຢູ່ພາກພື້ນອາຊີຕາເວັນ ອອກສ່ຽງໃຕ້
ຫວຽດນາມ ແລະ ເກຼັກ ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ

ຕາມ VUFO ແລ້ວ, ທ່ານເອກອັກຄະລັດຖະທູດ Georgios Stilianopoulos ໄດ້ສົມທົບກັບບັນດາອົງການຂອງຫວຽດນາມ ຈັດຕັ້ງບັນດາການຢ້ຽມຢາມ, ແລກປ່ຽນບັນດາຂັ້ນ, ບັນດາຂະແໜງການ ລະຫວ່າງ 2 ປະເທດເປັນຢ່າງສຳເລັດຜົນ. ​ໃນ​ນັ້ນ, ພົ້ນເດັ່ນແມ່ນ​ການ​ຢ້ຽມຢາມ​ມາຫວຽດນາມ ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະທານາທິບໍດີ ເກຼັກ Katerina Sakellaropoulou (​ພຶດສະພາ 2022), ການ​ຢ້ຽມຢາມ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ເກຼັກ Nikos Dendias (​ສິງຫາ 2022), ການ​ຢ້ຽມຢາມ ເກຣັກ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ຮອງ​ປະທານ​ປະ​ເທດ ຫວຽດນາມ ນາງ ຫວໍທິແອ໋ງຊວນ (​ພະຈິກ 2021).

ກ່ຽວ​ກັບ​ດ້ານ​ເສດຖະກິດ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຕັ້ງໜ້າ​ສົ່ງເສີມການ​ສົ່ງ​ອອກຜະລິດຕະພັນກະ​ເສດ​ຂອງ​ເກຼັກ ​ທີ່ມີຄຸນ​ນະພາ​ບສູງ​ໄປຍັງຫວຽດນາມ ເຊັ່ນ: ຫຍ້າຝະລັ່ນ (Safran) ​ແລະ ໝາກ​ໄມ້. ເກຼັກ ແມ່ນໜຶ່ງໃນບັນດາປະເທດທີ່ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - EU (PCA) ແລະ ສັນຍາອາລັກຂາ​ການ​ລົງທຶນ ຫວຽດນາມ - EU (EVIPA), ພ້ອມທັງສະໜັບສະໜູນການຮັບຮອງສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ໂດຍໄວ.

​ໃນ​ຂົງ​ເຂດ​ກິລາ, ສະຖານທູດ ​ເກຼັກ ​ໄດ້​ມອບ​ເງິນ 50.000 ​ເອີ​ໂຣ ​ໃຫ້​ຄະນະ​ກຳມະການ​ໂອ​ລິ​ມປິກ ​ແຫ່ງ​ຊາດ ຫວຽດນາມ ​ເພື່ອແນໃສ່​ປະກອບສ່ວນ​ເຂົ້າໃນການພັດທະນາ​ຂະ​ແໜງ​ກິລາ ​ຫວຽດນາມ. ກ່ຽວ​ກັບ​ດ້ານການ​ແພດ, ໃນ​ໄລ​ຍະ ໂຄວິດ-19, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Georgios Stilianopoulos ໄດ້​ມອບ​ວັກ​ຊີນ AstraZeneca ເກຼັກ 250.000 ໂດດ​ໃຫ້​ປະ​ຊາ​ຊົນ ​ຫວຽດ​ນາມ (ພະ​ຈິກ 2021).

ນອກຈາກນັ້ນ, ທ່ານເອກອັກຄະລັດຖະທູດ Georgios Stilianopoulos ກໍ່ໄດ້ຊຸກຍູ້ຂັ້ນຕອນການລົງນາມໃນບັນດາບົດບັນທຶກຊ່ວຍຈຳໃນຫຼາຍຂົງເຂດ ແຮງງານ, ການສຶກສາ - ບຳລຸງສ້າງ, ການເດີນທະເລ, ຄື: ບົດບັນທຶກຊ່ວຍຈຳການຮ່ວມມື ກ່ຽວກັບດ້ານການອົບພະຍົບ ແລະ ການເຄື່ອນຍ້າຍແຮງງານ ລະຫວ່າງກະຊວງການອົບພະຍົບ ແລະ ລີ້ໄພ ສາທາລະນະລັດ ​ເກຼັກ ແລະ ກະຊວງການແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ; ບົດ​ບັນທຶກ​ຊ່ວຍຈຳການຮ່ວມມື​ລະຫວ່າງ​ມະຫາວິທະຍາ​ໄລ​ພາຍໃນ ຮ່າ​ໂນ້ຍ (HUHA) ກັບ 2 ພື້ນຖານ​ການ​ສຶກສາ​​ມະຫາວິທະຍາ​ໄລຂອງເກຼັກ ແມ່ນມະຫາວິທະຍາ​ໄລ​ການເສດຖະກິດ ​ແລະ ການທຸລະ​ກິດ Athens (AUEB) ​ແລະ ມະຫາວິທະຍາ​ໄລການທຸລະກິດ Athens (BCA)… ບັນດາ​ເອກະສານ​ດັ່ງກ່າວ​ແມ່ນ​ພື້ນຖານ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື ​ແລະ ​ເພີ່ມ​ທະວີການ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ສອງ​ປະ​ເທດ.

ຮັບຮູ້ການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ Georgios Stilianopoulos ໃນການເພີ່ມທະວີການພົວພັນ ຫວຽດນາມ - ເກຼັກ

ທ່ານ ຟານ​ແອງ​ເຊີນ, ປະທານ ​VUFO (ຂວາ) ​ໄດ້​ປະດັບ​ຫຼຽນ​ກາທີ່ລະນຶກ “​ເພື່ອ​ສັນຕິພາບ, ມິດຕະພາບ​ ລະຫວ່າງ​ບັນດາຊາດ” ​ໃຫ້​ທ່ານເອກ​ອັກຄະ​ລັດຖະທູດ​ເກຼັກ Georgios Stilianopoulos, ວັນ​ທີ 15 ຕຸລາ ຢູ່​ຮ່າ​ໂນ້ຍ. (ພາບ: ດິງຮ່ວາ)

ທີ່ພິທີປະດັບຫຼຽນໄຊ “ເພື່ອ​ສັນຕິພາບ, ມິດຕະພາບ​ ລະຫວ່າງ​ບັນດາຊາດ” ໃຫ້ແກ່ທ່ານເອກອັກຄະລັດຖະທູດ Georgios Stilianopoulos, ທ່ານ ຟານແອງເຊີນ, ປະທານ VUFO ໄດ້ຮອງຮູ້ ແລະ ຕີລາຄາສູງບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດໃຫ້ແກ່ການພົວພັນ ລະຫວ່າງ 2 ປະເທດ. ​ໃນ​ອາຍຸການ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້ແບ່ງຄວາມ​ເອົາ​ໃຈ​ໃສ່ ​ແລະ ໜູນ​ຊ່ວຍຫຼາຍຢ່າງໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ເມືອງ, ການ​ສຶກສາ, ການ​ຄ້າ, ການພົບປະ​ແລກປ່ຽນ​ປະຊາຊົນ​ ລະຫວ່າງຫວຽດນາມ ກັບ ເກຼັກ ​ເວົ້າ​ສະເພາະ ​ແລະ ຫວຽດນາມ ​ກັບ ​ສະຫະພາບ ເອີ​ລົບ ເວົ້າ​ລວມ. ທ່ານ​ປະທານ ຟານ​ແອງ​ເຊີນ ປາດ​ຖະໜາ​ວ່າ ບໍ່​ວ່າ​ຈະ​ດຳລົງ​ຕຳ​ແໜ່​ງ​ໃດ​ກໍ່ຕາມ, ທ່ານ​ເອກ​ອັກຄະ​ລັດຖະທູດ Georgios Stilianopoulos ຈະ​ສືບ​ຕໍ່​ປະກອບສ່ວນຊຸກຍູ້ ເພື່ອແນໃສ່ການພັດທະນາສາຍພົວພັນມິດຕະພາບ ແລະ ການ​ຮ່ວມ​ມື ​ຫວຽດນາມ - ເກຼັກ ອີກດ້ວຍ.

ໂດຍສະ​ແດງ​ຄວາມ​ເປັນ​ກຽດ​ທີ່​ໄດ້​ຮັບການປະດັບ​ຫຼຽນກາທີ່ລະນຶກ “ເພື່ອ​ສັນຕິພາບ, ມິດຕະພາບ​ ລະຫວ່າງ​ບັນດາຊາດ” - ລາງວັນລ້ຳ​ຄ່າທີ່​ສຸດ​ຂອງ VUFO, ທ່ານ​ເອກ​ອັກຄະ​ລັດຖະທູດ ເກຼັກ ໃຫ້ຮູ້ວ່າ ຍາມ​ໃດ​ກໍ່​ຮັກສາ​ຄວາມຊົງຈຳ​ກ່ຽວກັບຫວຽດນາມ ດ້ວຍ​ທິວ​ທັດ​ທຳ​ມະ​ຊາດທີ່ຫຼາກຫຼາຍ; ມູນເຊື້ອປະຫວັດສາດ ​ແລະ ວັດທະນະທຳ​ທີ່​ເປັນ​ເອກະລັກ​; ປະຊາຊົນມີຄວາມເປັນມິດ ແລະ ຮັກແພງແຂກຄົນ. ຫວຽດນາມ - ເກຼັກ ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ໃນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ, ກະສິກຳ, ການ​ເດີນ​ທະ​ເລ, ​ແຮງ​ງານ... ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ຢາກ​ໃຫ້ ຫວຽດນາມ ​ເພີ່ມ​ທະວີ​ການ​ພົວພັນ​ກັບ EU ​ແລະ ຫວັງ​ວ່າ ​ເກຼັກ ຈະ​ແມ່ນ​ປະຕູ​ໃຫ້​ບັນດາ​ສິນຄ້າ​ຫວຽດນາມ ​ເຂົ້າ​ສູ່​ພາກພື້ນ.

ປະທານາທິບໍດີ ​ເກຼັກ ສະ​ເໜີ​ການ​ຮ່ວມ​ມື​ກັບ​ນະ​ຄອນ ໂຮ່​ຈິ​ມີນ ໃນ​ຂົງ​ເຂດ​ສຶກ​ສາ ແລະ ວັດ​ທະ​ນະ​ທຳ

ປະທານາທິບໍດີ ​ເກຼັກ ສະ​ເໜີ​ການ​ຮ່ວມ​ມື​ກັບ​ນະ​ຄອນ ໂຮ່​ຈິ​ມີນ ໃນ​ຂົງ​ເຂດ​ສຶກ​ສາ ແລະ ວັດ​ທະ​ນະ​ທຳ

ຍສໝ - ທ່ານນາງ​ປະທານາທິບໍດີ ​ເກຼັກ Katerina Sakellaropoulou ສະ​ເໜີ​ເພີ່ມ​ທະວີ​ການ​ຮ່ວມ​ມືກວ່າອີກ, ​ແລກປ່ຽນ​ບົດຮຽນ, ​ແບ່ງປັນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ດີ​ທີ່​ສຸດ​ໃນ​ຂົງ​ເຂດ​ສຶກສາ ​ແລະ ພົບປະ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ ເກຼັກ ແລະ ນະຄອນ​ໂຮ່ຈິ​ມິນ...

2 ຝ່າຍ ຫວຽດນາມ ແລະ ເກຼັກ ສົມທົບກັນເພື່ອແນໃສ່ເພີ່ມວົງເງິນການຄ້າລະຫວ່າງ

2 ຝ່າຍ ຫວຽດນາມ ແລະ ເກຼັກ ສົມທົບກັນເພື່ອແນໃສ່ເພີ່ມວົງເງິນການຄ້າລະຫວ່າງ

ກ່າວຄຳເຫັນທີ່ການຕ້ອນຮັບ ທ່ານ Joannis E. Raptakis ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເກຼັກ ປະຈຳ ຫວຽດນາມ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ
302 Found

Found

The document has moved here.