![]() | ອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ມຽນມາ ແລະ ໄທ ຕິດຕາມສະພາບການຂອງພົນລະເມືອງຢູ່ເຂດແຜ່ນດິນໄຫວຢ່າງໃກ້ຊິດ |
![]() | ວິສາຫະກິດ ຫວຽດນາມ ຢູ່ ຍີ່ປຸ່ນ - ໄທ - ຫວຽດນາມ ເຊື່ອມຕໍ່ ແລະ ຮ່ວມມື |
ໃນຄຳເຕືອນ, ສະຖານທູດ ຫວຽດນາມ ປະຈຳ ໄທ ໃຫ້ຮູ້ວ່າ: ກ່ຽວຂ້ອງແຜ່ນດິນໄຫວທີ່ເກີດຂຶ້ນໃນເວລາ 13:30 ໂມງຂອງວັນທີ 28 ມີນາ 2025, ທ່ານ ນາຍົກລັດຖະມົນຕີ ໄທ Paetongtarn Shinawatra ໄດ້ຮຽກຮ້ອງໃຫ້ກະຊວງພາຍໃນປະກາດສະພາບການສຸກເສີນຢູ່ ບາງກອກ ແລະ ເຕືອນໃຫ້ທົ່ວປະເທດມີສະຕິລະວັງຕົວຕໍ່ເຫດການແຜ່ນດິນໄຫວພາຍຫຼັງ 24 ຊົ່ວໂມງຕໍ່ໜ້າ.
ສະຖານທູດ ຫວຽດນາມ ປະຈຳ ໄທ ກ່າວເຕືອນໃຫ້ພົນລະເມືອງ ຫວຽດນາມ ຕ້ອງເອົາໃຈໃສ່ເປັນພິເສດເຖິງຮັບປະກັນຄວາມປອດໄພໃນໄລຍະນີ້. ສໍາລັບຕ້ອງການຊ່ວຍເຫຼືອສຸກເສີນ, ຕິດຕໍ່ສາຍດ່ວນການປົກປ້ອງພົນລະເມືອງຂອງສະຖານທູດ: +66 89 896 6653.
ຕາມນັ້ນແລ້ວ, ຕອນທ່ຽງວັນທີ 28 ມີນານີ້, ແຜ່ນດິນໄຫວລະດັບ 7,7 ລິກເຕີທີ່ເກີດຈາກ ມຽນມາ ໄດ້ເຮັດໃຫ້ນະຄອນຫຼວງ ບາງກອກ ຂອງໄທ ເກີດແຜ່ນດິນໄຫວຢ່າງແຮງ. ຕຳຫຼວດ ບາງກອກ ກ່າວວ່າ ຕຶກອາຄານສູງທີ່ກຳລັງກໍ່ສ້າງໄດ້ພັງລົງ, ບັນດາຕຶກອາຄານໃນນະຄອນຫຼວງຂອງໄທ ທີ່ສັ່ນສະເທືອນ ແລະ ບັງຄັບປະຊາຊົນຕ້ອງອົບພະຍົບໃນທົ່ວເມືອງ.
![]() |
Một tòa nhà đang xây bị sập tại Bangkok (Thái Lan). (Ảnh: CNN) ຕຶກທີ່ກຳລັງກໍ່ສ້າງພັງລົງຢູ່ ບາງກອກ (ປະເທດໄທ). (ພາບ: CNN) |
ອົງການສຳຫຼວດທໍລະນີ ອາເມລິກາ ແລະ ສູນທໍລະນີວິທະຍາສາດ GFZ ຂອງ ເຢຍລະມັນ ກ່າວວ່າ ແຜ່ນດິນໄຫວໃນຕອນທ່ຽງຂອງວັນທີ 28 ມີນາ ຢູ່ທີ່ຄວາມເລິກ 10 ກິໂລແມັດ, ໂດຍມີຈຸດສູນກາງຢູ່ປະເທດ ມຽນມາ. ດຽວນີ້ຍັງບໍ່ທັນມີລາຍງານຢ່າງທັນທີກ່ຽວກັບຜົນກະທົບຈາກແຜ່ນດິນໄຫວຢູ່ ມຽນມາ.
![]() | ສະຖານທູດແຫ່ງ ລາຊະອານາຈັກ ມາຣົກ ເຄົາລົບ ແລະ ຕີລາຄາສູງບັນດາທ່ານໝໍ ຫວຽດນາມ ຍສໝ - ສະຖານທູດແຫ່ງ ລາຊະອານາຈັກມາຣົກ ປະຈຳ ຫວຽດນາມ ຫາກໍມີຈົດໝາຍສະແດງຄວາມຂອບໃຈຢ່າງຈິງໃຈເຖິງໂຮງໝໍມິດຕະພາບ ຫວຽດດຶກ ພາຍຫຼັງທີ່ໄດ້ເບິ່ງແຍງໃຫ້ແກ່ພົນລະເມືອງ ມາຣົກ ສອງຄົນທີ່ປະສົບອຸບັດຕິເຫດເມື່ອບໍ່ດົນມານີ້. |
![]() | ສະຖານທູດຈີນ ມອບທຶນການສຶກສາໃຫ້ນັກຮຽນດີເດັ່ນຢູ່ໂຮງຮຽນພາກເໜືອ ຫວຽດນາມ 34 ແຫ່ງ ຍສໝ - ວັນທີ 26 ກັນຍາ 2024, ຢູ່ຮ່າໂນ້ຍ, ສະຖານທູດຈີນ ປະຈຳ ຫວຽດນາມ ໄດ້ຈັດພິທີມອບທຶນການສຶກສາໃຫ້ນັກຮຽນດີເດັ່ນ 225 ຄົນທີ່ມາຈາກ ໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ 34 ແຫ່ງຂຶ້ນກັບບັນດາແຂວງພາກເໜືອຂອງ ຫວຽດນາມ. ນີ້ແມ່ນສ່ວນໜຶ່ງໃນໂຄງການຮ່ວມມືດ້ານການສຶກສາ ເພື່ອສົ່ງເສີມຈິດໃຈຮ່ຳຮຽນ, ປະກອບສ່ວນຊຸກຍູ້ການພັດທະນາການສຶກສາ ແລະ ມິດຕະພາບ ຫວຽດນາມ ... |