ສະຫະ​ປະຊາ​ຊາດ ໄດ້​ມອບຫຼຽນກາ​ໃຫ້​ກຳລັງ​ຮັກສາ​ສັນຕິພາບ​ ຫວຽດນາມ ​ຢູ່ຄະນະປະຕິບັດງານ UNISFA

08:55 | 13/06/2024

ຍສໝ - ກອງທະຫານຊ່າງເລກ 2 ແລະ ໜ່ວຍປະຕິບັດງານຢູ່ຄະນະປະຕິບັດງານ UNISFA ໄດ້ຮັບຫຼຽນກາຮັກສາສັນຕິພາບສະຫະປະຊາຊາດ ສໍາລັບການປະກອບສ່ວນທີ່ພົ້ນເດັ່ນ.

VASEA: ຈະ​ໃຫ້​ບຸລິມະສິດ​ບັນດາ​ການ​ເຄື່ອນ​ໄຫວ, ໂຄງການ​ທີ່ ອົດສະຕຣາລີ ​ແລະ ຫວຽດນາມ ​ໄດ້​ຕົກລົງ​ເປັນເອກະພາບກັນ​
ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະພາ​ສັນຕິພາບ​ໂລກ ສືບ​ຕໍ່​ຮ່ວມ​ມື​ເພື່ອ​ສັນຕິພາບ

ວັນທີ 10 ມິຖຸນາ, ​ກຳລັງ​ຮັກສາ​ສັນຕິພາບ​ ຫວຽດນາມ ​ຢູ່ຄະນະປະຕິບັດງານ UNISFA, ພາກພື້ນ Abyei (ອາຟະລິກາ) ໄດ້ຈັດຕັ້ງພິທີປະດັບຫຼຽນກາ “ເພື່ອພາລະກິດຮັກສາສັນຕິພາບ ສປຊ” ໃຫ້ກອງທະຫານຊ່າງເລກ 2 ແລະ ໜ່ວຍປະຕິບັດງານຢູ່ຄະນະປະຕິບັດງານ UNISFA.

ສະຫະ​ປະຊາ​ຊາດ ໄດ້​ມອບຫຼຽນກາ​ໃຫ້​ກຳລັງ​ຮັກສາ​ສັນຕິພາບ​ ຫວຽດນາມ ​ຢູ່ຄະນະປະຕິບັດງານ UNISFA

ທ່ານວາທີນາຍພົນ Ameer Muhammad Umrani, ຮັກສາການຫົວໜ້າຄະນະ ທັງເປັນຜູ້ບັນຊາການຄະນະປະຕິບັດງານ UNISFA ກ່າວ​ຄຳ​ປາໄສທີ່​ພິທີ. (ພາບ: ທີມທະຫານຊ່າງເລກ 2)

ກ່າວ​ຄຳ​ປາໄສທີ່​ພິທີ, ທ່ານວາທີນາຍພົນ Ameer Muhammad Umrani - ຮກສາການຫົວໜ້າຄະນະ ທັງເປັນຜູ້ບັນຊາການຄະນະປະຕິບັດງານ UNISFA ເນັ້ນ​ໜັກ​ວ່າ ບັນດາ​ທະຫານ​ຮັກສາ​ສັນຕິພາບ​ຂອງ ຫວຽດນາມ ​ແລະ ການ​ປະກອບສ່ວນ​ຂອງ​ຕົນ​ໃຫ້​ບັນດາ​ປະຊາ​ຄົມ​ແມ່ນ​ໄດ້​ຮັບ​ການ​ຮັບ​ຮູ້ ​ແລະ ​ສົມທີ່ຈະໄດ້ຮັບການຍ້ອງຍໍ​.

“ນັບ​ແຕ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ, ກອງທະຫານຊ່າງເລກ 2 ຂອງ​ຫວຽດ​ນາມ ກໍ່ໄດ້ສວມບົດບາດສຳ​ຄັນ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ. ຄວາມພະຍາຍາມຢ່າງບໍ່ອິດເມື່ອຍຂອງພວກເຂົາບໍ່ພຽງແຕ່ປະກອບສ່ວນເຂົ້າໃນການກໍ່ສ້າງ ແລະ ຮັກສາພື້ນຖານໂຄງລ່າງທີ່ສໍາຄັນເທົ່ານັ້ນ, ຫາກຍັງໄດ້ນໍາເອົາຄວາມຫວັງມາສູ່ຊຸມຊົນທ້ອງຖິ່ນອີກດ້ວຍ", ທ່ານວາທີນາຍພົນ Ameer Muhammad Umrani ກ່າວ.

​ໃນ​ຂະນະ​ນັ້ນ, ທ່ານ Joseph Twin, ຮັກສາການຜູ້ອໍານວຍການກົມ​ໜູນ​ຊ່ວຍ​ບໍລິເວນຕົວຈິງ, ຄະນະປະຕິບັດງານ UNISFA ໃຫ້​ຮູ້​ວ່າ Abyei ​ແມ່ນ​ເຂດ​ທີ່ເຮັດວຽກບໍ່ສະດວກ, ນັບ​ແຕ່​ກຳລັງ​ຮັກສາ​ສັນຕິພາບ​ຂອງ ຫວຽດນາມ ​ໄດ້​ຜັນຂະຫຍາຍມາຢູ່​ທີ່​ນີ້ ເຊິ່ງອາດເວົ້າໄດ້ວ່າ “ເກມ​ໄດ້​ປ່ຽນ​ແປງ”. ເຂົາເຈົ້າເປັນແບບຢ່າງໃນການເຮັດວຽກ, ນັບແຕ່ກອງທະຫານຊ່າງເລກ 1 ໂດຍທ່ານພັນເອກ ໝາກດຶກຈ້ອງ ເປັນຫົວໜ້າບັນຊາການ ຕະຫຼອດຮອດກອງທະຫານຊ່າງເລກ 2 ໃນປັດຈຸບັນ.

ພິເສດ, ທ່ານ Joseph Twin ເນັ້ນໜັເຖິງຜົນງານຂອງກອງທະຫານຊ່າງເລກ 2 ໃນການຮັບປະກັນບັນດາໜ້າທີ່ຊ່າງແສງຂອງຄະນະປະຕິບັດງານ, ຊ່ວຍໃຫ້ວຽກງານລາດຕະເວນ ແລະ ການສະໜອງຂອງຄະນະປະຕິບັດງານ ປະຕິບັດ ໄດ້ຢ່າງດີຂຶ້ນ.

ກ່າວ​ຄຳ​ປາໄສ​ທີ່​ພິ​ທີ, ທ່ານພົນຕີ ຟ້າ​ມເຈື່ອງເຊີ່ນ, ຮອງຫົວໜ້າເສນາທິການໃຫຍ່ ກອງທັບ​ປະຊາຊົນ​ ຫວຽດນາມ ​ເນັ້ນ​ໜັກ​ວ່າ ກ່ວາ 70 ປີ​ຜ່ານ​ມາ, ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​​ສະຫະ​ປະຊາ​ຊາດ ​ໄດ້​ມີ​ບົດບາດ​ສຳຄັນ​ໃນ​ການ​ສະກັດກັ້ນສົງຄາມ, ​ແກ້​ໄຂ​ຄວາມເສຍຫາຍຫຼັງການ​ຂັດ​ແຍ່ງຢູ່​ໃນ​ຫຼາຍ​ຂົງ​ເຂດໃນໂລກ. ຫວຽດນາມ ມີຄວາມພາກພູມໃຈທີ່ໄດ້ປະກອບສ່ວນເຫື່ອແຮງຂອງຕົນເຂົ້າໃນຜົນສຳເລັດນີ້.

ສະຫະ​ປະຊາ​ຊາດ ໄດ້​ມອບຫຼຽນກາ​ໃຫ້​ກຳລັງ​ຮັກສາ​ສັນຕິພາບ​ ຫວຽດນາມ ​ຢູ່ຄະນະປະຕິບັດງານ UNISFA

ທ່ານພົນຕີ ຟ້າ​ມເຈື່ອງເຊີ່ນ ໄດ້​ມອບຫຼຽນກາເພື່ອພາລະກິດຮັກສາສັນຕິພາບ ສປຊ ໃຫ້ພະນັກງານ, ລັດຖະກອນກອງທະຫານຊ່າງເລກ 2 ຂອງ ຫວຽດນາມ ແລະ ໜ່ວຍປະຕິບັດງານ UNISFA ທີ່ພວມປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ. (ພາບ: ທີມທະຫານຊ່າງເລກ 2)

ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບສະຫະ​ປະຊາ​ຊາດ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ເດືອນ ພຶດສະພາ 2014, ດ້ວຍການຜັນຂະຫຍາຍນາຍທະຫານ 2 ຄົນເປັນຜູ້ສັງເກດການ​ທະຫານ​ໄປ​ຍັງ​ ຊູດັງ ໃຕ້. ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ສົ່ງ​ນາຍ​ທະຫານ, ຕຳຫຼວດ 125 ຄົນ​ເຂົ້າ​ຮ່ວມ​ບັນດາ​ຕຳ​ແໜ່​ງ​ເປັນ​ບຸກຄົນ​ຢູ່ບັນດາຄະນະປະຕິບັດງານ UNMISS, MINUSCA, UNISFA ​ແລະ ສຳນັກງານ​ສະຫະ​ປະຊາ​ຊາດ; ໂຮງໝໍກາງສະໜາມ ຂັ້ນ 2 ເຂົ້າຮ່ວມຄະນະປະຕິບັດງານ UNMISS 5 ຄັ້ງ ແລະ ກອງທະຫານຊ່າງຢູ່ພາກພື້ນ Abyei 2 ຄັ້ງ.

ບັນດາ​ຄວາມ​ມານະ​ພະຍາຍາມ​ດັ່ງກ່າວ​ ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດນາມ ​ແມ່ນ​ປະ​ເທດ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ຂອງ​ສະຫະ​ປະຊາ​ຊາດ, ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ສະຫະ​ປະຊາ​ຊາດ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຊີວິດ​ການ​ເປັນ​ຢູ່​ທີ່ອີ່ມໜຳສຳລານ, ມີຄວາມ​ຜາສຸກ​ໃຫ້ແກ່​ປະ​ຊາ​ຊົນ​ໃນ​ທົ່ວ​ໂລກ, ລວມ​ທັງ​ປະ​ຊາ​ຊົນ​ໃນ​ພາກ​ພື້ນ Abyei.

ທ່ານພົນຕີ ຟ້າ​ມເຈື່ອງເຊີ່ນ ໄດ້ຕີລາຄາວ່າ ນັບແຕ່ໄດ້ຜັນຂະຫຍາຍປ່ຽນແທນກອງທະຫານຊ່າງເລກ 1, ພະນັກງານ, ລັດຖະກອນຂອງກອງທະຫານຊ່າງເລກ 2 ໄດ້ມີມານະພະຍາຍາມຫຼາຍດ້ານ ແລະ ບັນລຸໄດ້ບັນດາຜົນງານທີ່ເປັນໜ້າສົ່ງເສີມໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ. ນອກຈາກນັ້ນ, ພະນັກງານ, ລັດຖະກອນຂອງກອງ ກໍ່ໄດ້ສະແດງໃຫ້ເຫັນຄຸນນະທາດ, ຮີດຄອງປະເພນີຂອງກອງທັບປະຊາຊົນຫວຽດນາມ ໃນສະພາບແວດລ້ອມແຫ່ງການເຮັດວຽກຫຼາຍ​ປະເທດ ​ແລະ ​ໄດ້​ຮັບ​ຄວາມຮັກແພງຂອງການ​ນຳ, ຜູ້​ບັນຊາ​ການຄະນະປະຕິບັດງານ UNISFA, ​ເພື່ອນ​ຮ່ວມ​ມື​ສາກົນ ​ແລະ ປະຊາຊົນພາກພື້ນ Abyei.

ໂດຍຕາງໜ້າກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນຕີ ຟ້າ​ມເຈື່ອງເຊີ່ນ ໄດ້ຮັບຮູ້, ຕີລາຄາສູງບັນດາໝາກຜົນການຊຸກຍູ້ຂອງກອງທະຫານຊ່າງເລກ 2 ແລະ ບັນດານາຍທະຫານບຸກຄົນຂອງຫວຽດນາມ ປະຈໍາ ຄະນະປະຕິບັດງານ. ທ່ານພົນຕີ ເຊື່ອ​ໝັ້ນ​ວ່າ ​ກຳລັງ​ຮັກສາ​ສັນຕິພາບ​ຫວຽດນາມ ຈະ​ສືບ​ຕໍ່ຮັກສາ​ຮີດຄອງ​ປະ​ເພນີ, ສືບ​ທອດ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ເພື່ອ​ເສີມຂະຫຍາຍຄຸນນະທາດ, ພູມປັນຍາ, ຄວາມ​ສາມາດ​ໃນການປະຕິບັດ​ໜ້າ​ທີ່​ອັນ​ສູງ​ສົ່ງ​ທີ່​ພັກ, ລັດ​, ກອງທັບ ​ແລະ ປະຊາຊົນ ຫວຽດນາມ ມອບ​ໝາຍ​ໃຫ້, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການຂອງສະຫະປະຊາຊາດ ໃນໄລຍະຈະມາເຖິງ.

ໂດຍຕາງໜ້າກຳລັງຮັກສາສັນຕິພາບ ຫວຽດນາມ ປະຈຳຄະນະປະຕິບັດງານ UNISFA, ທ່ານພັນເອກ ຫງວຽນຫວຽດຮື່ງ, ຫົວໜ້າກອງບັນຊາການກຳລັງ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ອຸທິດສ່ວນຈົນສຸດຄວາມສາມາດຂອງຕົນໃຫ້ແກ່ພາລະກິດຂອງຄະນະປະຕິບັດງານ, ປະຊາຄົມ ແລະ ພື້ນຖານສັນຕິພາບຢູ່ Abyei ດ້ວຍນາມມະຍົດທູດສັນຕິພາບ ​ແລະ ພາລະສຳຄັນທີ່​ພັກ, ລັດ ​ແລະ ກອງທັບ ​ມອບ​ໝາຍ​ໃຫ້.

ນາຍທະຫານ ຫວຽດນາມ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ  ຕື່ມອີກ 3 ຄົນ ນາຍທະຫານ ຫວຽດນາມ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ ຕື່ມອີກ 3 ຄົນ

Ngày 8/4, tại Hà Nội, Bộ Quốc phòng tổ chức buổi Lễ trao Quyết định của Chủ tịch nước và Quyết định của Bộ trưởng ...

ຫວຽດນາມ​ ໄດ້​ຮັບ​ການ​ເລືອກ​ເປັນ 'ຖານທັບແນວໜ້າ' ​ໃຫ້​ບັນດາ​ບໍລິສັດ​ເຄິ່ງຊັກນຳໄຟຟ້າໃນ​ທົ່ວ​ໂລກ. ຫວຽດນາມ​ ໄດ້​ຮັບ​ການ​ເລືອກ​ເປັນ 'ຖານທັບແນວໜ້າ' ​ໃຫ້​ບັນດາ​ບໍລິສັດ​ເຄິ່ງຊັກນຳໄຟຟ້າໃນ​ທົ່ວ​ໂລກ.

ຍສໝ - ໜ້າເວບໄຊ Meil Kyungjae (ສ.​ເກົາຫຼີ) ​ໃຫ້​ຄຳ​ເຫັນ​ວ່າ ເມື່ອ​ ຫວຽດນາມ​ ກາຍ​ເປັນ “ພະວິຫານ” ຂອງ​ຂະ​ບວນການຫຼັງການ​ຜະລິດທາດເຄິ່ງຊັກນຳໄຟຟ້າ​ທົ່ວ​ໂລກ, ທ້ອງຕະຫຼາດຫຼັກຊັບ​ກໍ່​ຮ້ອນ​ຂຶ້ນພ້ອມ.

ມິງດຶກ

ເຫດການ
302 Found

Found

The document has moved here.