| ຄວາມຊ່າລືສາກົນ: ເສດຖະກິດຫວຽດນາມມີຫຼາຍເງື່ອນໄຂເພື່ອເຂົ້າສູ່ວົງຈອນການເຕີບໂຕໃໝ່ | |
| ບັນດາອົງການຈັດຕັ້ງສາກົນ ເຊື່ອໝັ້ນຕໍ່ກຳລັງແຮງຂອງເສດຖະກິດຫວຽດນາມ |
ເສດຖະກິດຫວຽດນາມສືບຕໍ່ສ້າງຄວາມປະທັບໃຈໃຫ້ແກ່ນັກສັງເກດການສາກົນ ເມື່ອບັນລຸອັດຕາການເຕີບໂຕ 8,02% ໃນປີ 2025, ສູງທີ່ສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.
![]() |
| ທ່າເຮືອສາກົນ ເຈມາລິ້ງ, ເມືອງ ຝູໝີ, ແຂວງ ບ່າເຣັຍ-ວຸ່ງຕ່າວ. ຮູບພາບ: ຫົງດາດVNA |
ໃນບົດລາຍງານທີ່ປະກາດເມື່ອວານນີ້ (2 ເດືອນມິຖຸນາ), ອົງການເສດຖະກິດ ຂຶ້ນກັບ ກະຊວງເສດຖະກິດ ແລະ ການເງິນຝຣັ່ງ ຕີລາຄ່ວາ ຫວຽດນາມ ໄດ້ຢືນຢັນຄວາມສາມາດໃນການຕ້ານທານ ແລະ ຮັກສາທ່າຂະຫຍາຍຕົວຢ່າງແຂງແຮງ ໃນສະພາບການທີ່ການຄ້າທົ່ວໂລກຊຸດໂຊມລົງ, ການປະທະກັນທາງດ້ານພູມສາດການເມືອງແກ່ຍາວ ແລະ ບັນດາຕ່ອງໂສ້ອຸປະທານສືບຕໍ່ຜະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ. ບົດລາຍງານຮັບຮູ້ວ່າ ຫວຽດນາມ ຮັກສາໄດ້ສະຖຽນລະພາບເສດຖະກິດມະຫາພາກ ໂດຍມີອັດຕາເງິນເຟີ້ຖືກຄວບຄຸມຢູ່ໃນລະດັບປະມານ 3,3%, ໜີ້ສາທາລະນະຕ່ຳ ແລະ ບັນດາຄວາມດຸນດ່ຽງງົບປະມານພື້ນຖານໄດ້ຮັບການຄໍ້າປະກັນ.
ຕາມການຕີລາຄາຂອງອົງການເສດຖະກິດຝຣັ່ງ, ປັດຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີຄວາມຂະຫຍັນຂັນເຄື່ອນທີ່ສຸດໃນອາຊີ, ສືບຕໍ່ດຶງດູດກະແສທຶນການລົງທຶນຈາກຕ່າງປະເທດຢ່າງແຂງແຮງ ຍ້ອນສະພາບແວດລ້ອມທາງດ້ານການເມືອງທີ່ມີສະຖຽນລະພາບ, ທີ່ຕັ້ງຍຸດທະສາດໃນຕ່ອງໂສ້ອຸປະທານທົ່ວໂລກ ແລະ ຄວາມສາມາດໃນການປັບຕົວຢ່າງວ່ອງໄວກັບບັນດາຄວາມຜັນຜວນຂອງເສດຖະກິດໂລກ. ບົດລາຍງານເນັ້ນໜັກວ່າ ຜົນການເຕີບໂຕຂອງຫວຽດນາມແມ່ນລື່ນກາຍຄາດຄະເນຂອງຫຼາຍອົງການຈັດຕັ້ງສາກົນຢ່າງຫຼວງຫຼາຍ. ກ່ອນໜ້ານັ້ນ, ທະນາຄານໂລກ (WB) ຄາດຄະເນການເຕີບໂຕຂອງຫວຽດນາມຢູ່ໃນລະດັບ 6,6%, ໃນຂະນະທີ່ ກອງທຶນການເງິນສາກົນ (IMF) ຄາດຄະເນ 6,5%.
ອົງການເສດຖະກິດຝຣັ່ງເອົາໃຈໃສ່ເປັນພິເສດເຖິງຍຸດທະສາດການພັດທະນາໃໝ່ຂອງຫວຽດນາມ. ໃນປີ 2025, ກົມການເມືອງໄດ້ປະກາດໃຊ້ 4 ມະຕິໃຫຍ່ເພື່ອ ກຳນົດທິດທາງການພັດທະນາເສດຖະກິດ ໂດຍມີເປົ້າໝາຍເຮັດໃຫ້ຫວຽດນາມກາຍເປັນປະເທດພັດທະນາທີ່ມີລາຍຮັບສູງໃນປີ 2045. ເພື່ອຫັນເປົ້າໝາຍນີ້ໃຫ້ປະກົດຜົນເປັນຈິງ, ຫວຽດນາມ ໄດ້ວາງຄວາມທະເຍີທະຍານຮັກສາອັດຕາການເຕີບໂຕໃນແຕ່ລະປີໃຫ້ໄດ້ 10% ຂຶ້ນໄປໃນໄລຍະຍາວ ແລະ ຈັດຕັ້ງປະຕິບັດໂຄງການລົງທຶນພື້ນຖານໂຄງລ່າງຂະໜາດໃຫຍ່ ດ້ວຍທຶນທັງໝົດຄາດຄະເນປະມານ 570 ຕື້ USD.
| ເພີ່ມທະວີການຮ່ວມມືລະຫວ່າງສາມພື້ນຖານເສດຖະກິດຫວຽດນາມ-ລາວ-ກໍາປູເຈຍ ຍສໝ - ທີ່ການເຮັດວຽກ, ນາຍົກລັດຖະມົນຕີ ສາມທ່ານ ຢັ້ງຢືນວ່າຈະສືບຕໍ່ເພີ່ມທະວີຄວາມສາມັກຄີລະຫວ່າງສາມປະເທດໃນການຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ສ້າງສາ ແລະພັດທະນາປະເທດຊາດ; ຮັກສາການພົບປະ, ແລກປ່ຽນຂັ້ນສູງໃນທຸກຊ່ອງທາງເປັນປະຈຳ; ຜັນຂະຫຍາຍບັນດາກົນໄກ ແລະຂໍ້ຕົກລົງຮ່ວມມືຢ່າງມີປະສິດທິຜົນ; ພ້ອມໜູນຊ່ວຍກັນ ເພື່ອກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ... |
| ບັນດາອົງການຈັດຕັ້ງສາກົນເຊື່ອໝັ້ນຕໍ່ແງ່ຫວັງຂອງເສດຖະກິດຫວຽດນາມ ຍສໝ - ໃນສະພາບການຫຍຸ້ງຍາກລວມດັ່ງກ່າວ, ການຄາດຄະເນອັບເດດເດືອນກັນຍາ 2023, OECD ຄາດຄະເນເສດຖະກິດຫວຽດນາມ ເຕີບໂຕ 4,7% ປີ 2023. ພິເສດ, ຕາມທະນາຄານພັດທະນາອາຊິີ (ADB), ການເຕີບໂຕ GDP ປີ 2023 ຂອງຫວຽດນາມ ຈະບັນລຸ 5,8%, ສູງທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈະເພີ່ມ 6% ... |
ແທັງຮັ່ງ
