ໜັງສືພິມ ຈະສືບຕໍ່ພ້ອມຮ່ວມເດີນທາງກັບຊົນຊັ້ນກຳມະກອນ ແລະ ອົງການກຳມະບານ

17:33 | 03/12/2023

ຍສໝ - ວັນ​ທີ 3 ທັນວາ, ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​ດິ່ງ​ຂ່າງ - ປະທານສູນກາງສະຫະພັນແຮງງານ ຫວຽດນາມ - ​ໄດ້ເປັນປະທານຂອງກອງ​ປະ​ຊຸມ​ຂ່າວ​ປະກາດເປັນທາງການກ່ຽວ​ກັບ​ໝາກຜົນ​ຂອງ​ກອງ​ປະຊຸມ​ໃຫຍ່ອົງການກຳມະບານ ຫວຽດນາມ ຄັ້ງ​ທີ 13.

ໜັງສືພິມ​ມີ​ໜ້າ​ທີ່​ປົກ​ປັກ​ຮັກສາ​ຮາກ​ຖານ​ອຸດົມ​ການ​ຂອງ​ພັກ ໜັງສືພິມ​ມີ​ໜ້າ​ທີ່​ປົກ​ປັກ​ຮັກສາ​ຮາກ​ຖານ​ອຸດົມ​ການ​ຂອງ​ພັກ
ຄະນະ​ຜູ້​ແທນ​ໜັງສືພິມ​ກອງທັບ​ປະຊາຊົນ​ລາວ ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ບັນດາ​ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ກວາງ​ນິງ ຄະນະ​ຜູ້​ແທນ​ໜັງສືພິມ​ກອງທັບ​ປະຊາຊົນ​ລາວ ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ບັນດາ​ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ກວາງ​ນິງ

​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂ່າວ​ຍັງ​ມີ​ທ່ານ​ຮອງ​ປະທານສູນກາງສະຫະພັນແຮງງານ ຫວຽດນາມ ຫຼັກສູດທີ 13 ຄື: ຟານວັນ​ແອງ, ຫງໍ້ຢູຍຫຽວ, ​ໄທທູ​ເຊຶ່ອງ, ຮຸ້ຍແທງ​ຊວນ, ຫງວຽນ​ຊວນ​ຮຸ່ງ.

ກ່າວ​ຄຳ​ປາໃສ​ທີ່​ການ​ປະຊຸມ​ຂ່າວ, ທ່ານ ທ່ານ ຫງວຽນດິ່ງຂ່າງ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ນຳ, ນັກ​ຂ່າວ, ນັກບັນນາທິການ​ຂອງ​ບັນດາ​ອົງການ​ຂ່າວ​ທີ່​ໄດ້​ລາຍ​ງານ​ບັນດາ​ເນື້ອ​ໃນ​ສຳຄັນ​ຂອງ​ກອງ​ປະຊຸມ​ໃຫຍ່​ອົງການກຳມະບານ ຫວຽດນາມ ຄັ້ງ​ທີ 13 ​ເຖິງ​ຜູ້​ອ່ານ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ.

ທ່ານ​ປະທານ​ອົງການກຳມະບານ ຫວຽດນາມ ຫງວຽນດິ່ງຂ່າງ ຢືນຢັນ​ວ່າມາ​ຮອດ​ປະຈຸ​ບັນ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ອົງການກຳມະບານ ຫວຽດນາມ ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ.

ໜັງສືພິມ ຈະສືບຕໍ່ພ້ອມຮ່ວມເດີນທາງກັບຊົນຊັ້ນກຳມະກອນ ແລະ ອົງການກຳມະບານ

ທ່ານ ຫງວຽນ​ດິ່ງ​ຂ່າງ - ປະທານສູນກາງສະຫະພັນແຮງງານ ຫວຽດນາມ ໄດ້ກ່າວ​ຄຳ​ປາໃສ​ທີ່​ການ​ປະຊຸມ​ຂ່າວ

ກອງ​ປະຊຸມ​ໃຫຍ່ ໄດ້ສຳເລັດທຸກ​ເນື້ອ​ໃນ​ທີ່​ໄດ້​ສະ​ເໜີ, ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກຫຼາຍ​ສະມາຊິກ, ຄົນ​ງານ​ໃນ​ທົ່ວ​ປະ​ເທດ, ​ໄດ້ບັນດາການ​ນຳ​ຂອງ​ພັກ, ລັດ, ບັນດາອົງການຈັດຕັ້ງ​ສູນ​ກາງ ​ແລະ ບັນດາທ້ອງ​ຖິ່ນ ​ໄດ້​ເອົາ​ໃຈ​ໃສ່​ເປັນ​ຢ່າງ​ດີ, ຕິດຕາມ, ສະໜັບສະໜູນ, ຊົມ​ເຊີຍໃຫ້​ກອງ​ປະຊຸມ​ໃຫຍ່​ອົງການກຳມະບານ ຫວຽດນາມ.

ທ່ານ ຫງວຽນດິ່ງຂ່າງ ໃຫ້​ຮູ້​ວ່າ ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້, ຫຼາຍ​ໜ້າ​ທີ່​ສຳຄັນ​ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງໄວໂດຍ​ບັນດາອົງການກຳມະບານທຸກ​ຂັ້ນ​ ເພື່ອ​ນຳ​ເອົາ​​ຂອງ​ກອງ​ປະຊຸມ​ໃຫຍ່​ອົງການກຳມະບານ ຫວຽດນາມ ຄັ້ງ​ທີ 13 ເຂົ້າ​ໃນຂະບວນການກຳມະກອນຢ່າງພຶດຕິກຳ. ພິ​ເສດໃນ​ປີ 2024 - ປີ​ທຳ​ອິດ​ຂອງ​ການ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງອົງການກຳມະບານ ຫວຽດນາມ - ກໍ່​ແມ່ນ​ຈຸດ​ເວລາ​ທີ່​ອົງການກຳມະບານ ໃດ້ສະ​ເຫຼີ​ມສະຫຼອງ 95 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ. ພ້ອມ​ກັນ​ນັ້ນ, ກົດໝາຍຂອງອົງການກຳມະບານ (ສະບັບ​ປັບປຸງ ​ແລະ ​ເພີ່ມ​ເຕີມ) ຈະ​ໄດ້​ຮັບ​ການ​ປຶກສາ​ຫາລື ​ແລະ ປະກາດ​ໃຊ້​ຈາກສະພາ​ແຫ່ງ​ຊາດ.

ຕາງໜ້າ​ໃຫ້​ຄະນະ​ປະທານ​ ສູນກາງສະຫະພັນແຮງງານ ຫວຽດນາມ, ທ່ານ ຫງວຽນດິ່ງຂ່າງ ໃດ້ສະແດງຄວາມປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ຮ່ວມເດີນທາງ, ສະໜັບສະໜູນຫຼາຍກ່ວາອີກຈາກ​ບັນດາ​ການ​ນຳ, ນັກ​ຂ່າວ, ນັກບັນນາທິການຂອງບັນດາອົງການຂ່າວສານ, ໜັງສືພິມ.

ມິງດຶກ

ເຫດການ
302 Found

Found

The document has moved here.