| ປ່ຽນ "ຄວາມໃກ້ຊິດທາງດ້ານພູມສາດ" ໃຫ້ກາຍເປັນ "ທ່າແຮງແຫ່ງການຮັດແໜ້ນຍຸດທະສາດ" ລະຫວ່າງ 3 ປະເທດ ຫວຽດນາມ, ກຳປູເຈຍ ແລະ ລາວ | |
| ຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ສະໂລວາກີ |
ຕອນແລງວານນີ້ (ວັນທີ 03 ເດືອນມິຖຸນາ), ຢູ່ສໍານັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອັງໂກລາ ເຕເຕ ອັນໂຕນີໂອ ໃນໂອກາດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
![]() |
| ທ່ານນາຍົກລັດຖະມົນຕີ ເລມິງຮຶງ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອັງໂກລາ ເຕເຕ ອັນໂຕນີໂອ. ຮູບ: ຫຼາຍຮວາ/VOV |
ທຳນຽມການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ປາດຖະໜາວ່າ ອັງໂກລາ ຈະກາຍເປັນຂົວຕໍ່ຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນຕົວຈິງ ລະຫວ່າງ ຫວຽດນາມ ກັບ ສະຫະພາບອາຟຣິກາ ແລະ ສະແດງຄວາມພ້ອມແລ້ວທີ່ຈະເປັນຂົວຕໍ່ຊຸກຍູ້ການຮ່ວມມື ລະຫວ່າງ ອັງໂກລາ ກັບ ອາຊຽນ. ທ່ານນາຍົກລັດຖະມົນຕີ ເໜີໃຫ້ລັດຖະບານອັງໂກລາ ສືບຕໍ່ເອົາໃຈໃສ່, ສະໜັບສະໜູນ, ສ້າງເງື່ອນໄຂສະດວກ ເພື່ອໃຫ້ກຸ່ມບໍລິສັດອຸດສາຫະກຳ - ພະລັງງານແຫ່ງຊາດຫວຽດນາມ (PVN) ແລະ ບັນດາວິສາຫະກິດຫວຽດນາມ ລົງທຶນ, ດຳເນີນທຸລະກິດຢູ່ ອັງໂກລາ.
ຄຽງຂ້າງນັ້ນ, ທັງສອງຝ່າຍປະສານງານເພື່ອສໍາເລັດການເຈລະຈາໂດຍໄວ, ລົງນາມໃນບັນດາເອກະສານສໍາຄັນ, ເຊັ່ນ: ສັນຍາສົ່ງເສີມ ແລະ ປົກປ້ອງການລົງທຶນ ແລະ ສັນຍາຫຼີກເວັ້ນການເກັບພາສີຊ້ອນ ເພື່ອສ້າງພື້ນຖານຫັນໂຄງປະກອບສິນຄ້າຂາອອກຂາເຂົ້າເປັນຫຼາຍຮູບຫຼາຍແບບ; ຄົ້ນຄວ້າຮື້ຟື້ນບັນດາໂຄງການຮ່ວມມືແບບດັ້ງເດີມ ໃນຂົງເຂດການສຶກສາ, ສາທາລະນະສຸກ, ກະສິກໍາ...
ທ່ານນາຍົກລັດຖະມົນຕີ ກໍໄດ້ສະເໜີໃຫ້ລັດຖະບານອັງໂກລາ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ແລະ ຊຸມຊົນຄົນຫວຽດນາມ ຢູ່ ອັງໂກລາ ດໍາລົງຊີວິດ, ເຮັດວຽກຢ່າງມີສະຖຽນລະພາບ, ປະກອບສ່ວນຢ່າງມີປະສິດທິຜົນຕົວຈິງເຂົ້າໃນການພັດທະນາຂອງທັງສອງປະເທດ.
![]() |
| ທັດສະນີຍະພາບຂອງການຕ້ອນຮັບ. ຮູບ: ຫຼາຍຮວາ/VOV |
ທາງດ້ານຕົນເອງ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອັງໂກລາ ເເຕເຕ ອັນໂຕນີໂອ ເຫັນດີເປັນເອກະພາບສູງກັບບັນດາທິດທາງການຮ່ວມມືສອງຝ່າຍຂອງ ທ່ານນາຍົກລັດຖະມົນຕີ ເລມິງຮຶງ; ທັງມີຄວາມປາດຖະໜາຢາກໃຫ້ ຫວຽດນາມ ສືບຕໍ່ຮ່ວມເດີນທາງກັບ ອັງໂກລາ ໃນໄລຍະການພັດທະນາໃໝ່, ຊຸກຍູ້ການຮ່ວມມືຮອບດ້ານໃນບັນດາຂົງເຂດກະສິກຳ, ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ...
| ຊຸກຍູ້ການຮ່ວມມືລັດຖະສະພາລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຍສໝ - ທ່ານຮອງລັດຖະມົນຕີການຕ່າງປະເທດ ເລແອງຕ໋ວນ ໄດ້ຕອບຄຳສຳພາດຕໍ່ນັກຂ່າວໃນໂອກາດການໄປປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລະຫວ່າງລັດຖະສະພາ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 46 (AIPA-46) ແລະ ການຢ້ຽມຢາມມາເລເຊຍ ຢ່າງເປັນທາງການແຕ່ວັນທີ 16-20 ກັນຍາ 2025. |
| ອົງການ LDSC - ຂົວທາງມະນຸດສະທຳລະຫວ່າງຊາວອາເມລິກາ ແລະ ຫວຽດນາມ ຍສໝ - ໃນໄລຍະ 20 ປີຜ່ານມາ, ອົງການ LDSC (ອາເມລິກາ) ໄດ້ຜັນຂະຫຍາຍກ່ວາ 450 ໂຄງການຢູ່ຫວຽດນາມ ດ້ວຍມູນຄ່າການອຸປະຖຳກວ່າ 12 ລ້ານ USD, ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນນັບແສນຄົນ. |
ແທັງຮັ່ງ

