ສະເໜີຕົວໜ່ວຍຕໍາຫຼວດຮັກສາສັນຕິພາບ ເລກ 1

11:41 | 12/01/2024

ສະເໜີຕົວໜ່ວຍຕໍາຫຼວດຮັກສາສັນຕິພາບ ທີ 1

ວັນ​ບຸນ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ກິ​ລາ ແລະທ່ອງ​ທ່ຽວເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 1 – 3 ຕຸ​ລາ ວັນ​ບຸນ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ກິ​ລາ ແລະທ່ອງ​ທ່ຽວເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 1 – 3 ຕຸ​ລາ
ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ທີ່ຈັບອົກຈັບ​ໃຈ​ໃນ​ວັນ​ປຶ້ມ ແລະວັດ​ທະ​ນະ​ທຳ​ການ​ອ່ານ ຫວຽດ​ນາມ ຄັ້ງ​ທີ 1 ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ທີ່ຈັບອົກຈັບ​ໃຈ​ໃນ​ວັນ​ປຶ້ມ ແລະວັດ​ທະ​ນະ​ທຳ​ການ​ອ່ານ ຫວຽດ​ນາມ ຄັ້ງ​ທີ 1

ວັນທີ 11 ມັງກອນ, ທີ່ຮ່າໂນ້ຍ, ກະຊວງຕໍາຫຼວດຫວຽດນາມ ໄດ້ຈັດພິທີປະກາດສ້າງຕັ້ງ ແລະສະເໜີຕົວໜ່ວຍຕໍາຫຼວດຮັກສາສັນຕິພາບ ເລກ 1 ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.

ສະເໜີຕົວໜ່ວຍຕໍາຫຼວດຮັກສາສັນຕິພາບ ເລກ 1

ທ່ານພົນໂທ ເລືອງຕາມກວາງ ແລະທ່ານ Faisal Shahkar ມອບຊໍ່ດອກໄມ້ ອວຍພອນຜູ້ບັນຊາການໜ່ວຍຕໍາຫຼວດຮັກສາສັນຕິພາບ ເລກ 1. ພາບ: bocongan.gov.vn

ທ່ານພົນໂທ ເລືອງຕາມກວາງ ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ເປັນປະທານພິທີ. ເຂົ້າຮ່ວມພິທີ ມີທ່ານ Faisal Shahkar ຜູ້ບັນຊາການຕໍາຫຼວດ ສປຊ ກ່ຽວກັບການຮ່ວມມືໃນຂົງເຂດຮັກສາສັນຕິພາບ; ທ່ານນາງ Pauline Tamesis ຜູ້ປະສານງານ ສປຊ ປະຈໍາ ຫວຽດນາມ; ຜູ້ຕາງໜ້າບັນດາຄະນະ, ກະຊວງ, ຂະແໜງການ.

ກ່າວຄໍາເຫັນທີ່ພິທີ, ທ່ານພົນໂທ ເລືອງຕາມກວາງ ເນັ້ນໜັກວ່າ ເລື່ອງເປັນຄັ້ງທໍາອິດທີ່ຕໍາຫຼວດປະຊາຊົນຫວຽດນາມ ສົ່ງກົມກອງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ແມ່ນບາດກ້າວພັດທະນາໃໝ່ພາຍຫຼັງຜົນສໍາເລັດໃນເບື້ອງຕົ້ນທີ່ສົ່ງໜ່ວຍປະຕິບັດງານ ລວມມີບັນດານາຍທະຫານຕໍາຫຼວດປະຊາຊົນ ເຂົ້າຮ່ວມທີ່ບັນດາຄະນະປະຕິບັດງານໃນຮູບແບບສ່ວນຕົວ; ສະແດງຄວາມເຊື່ອໝັ້ນວ່າ ບັນດາສະມາຊິກຈະເສີມຂະຫຍາຍສູງສຸດກ່ຽວກັບຄວາມຮັບຜິດຊອບໃນການປະຕິບັດພາລະກໍາຮັກສາສັນຕິພາບ.

ສ່ວນທ່ານ Faisal Shahkar ກໍ່ຂອບໃຈລັດຖະບານຫວຽດນາມ ເພາະໄດ້ມີການໜູນຊ່ວຍ ແລະຮ່ວມມືກັບຕໍາຫຼວດ ສປຊ, ຫວັງວ່າ ການຮ່ວມມືນີ້ ຈະສືບຕໍ່ເປີດກວ້າງໃນອະນາຄົດ. ເລື່ອງຫວຽດນາມ ຈະສົ່ງໜ່ວຍຕໍາຫຼວດຮັກສາສັນຕິພາບ ທໍາອິດ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ສະແດງໃຫ້ເຫັນບົດບາດ ແລະການປະກອບສ່ວນທີ່ນັບມື້ນັບເພີ່ມຂຶ້ນຂອງຫວຽດນາມ ຕໍ່ກັບສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະທົ່ວໂລກ.

ໜ່ວຍຕໍາຫຼວດຮັກສາສັນຕິພາບ ເລກ 1 ເມື່ອຜັນຂະຫຍາຍເຖິງບໍລິເວນ ຈະປະຕິບັດບັນດາໜ້າທີ່: ເພີ່ມທະວີຄວາມໝັ້ນຄົງໃຫ້ແກ່ພາກພື້ນທີ່ຜັນຂະຫຍາຍ ແລະບັນດາອົງການຂອງ ສປຊ; ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ຕໍາຫຼວດປະເທດປະຈໍາຖິ່ນ, ປະກອບສ່ວນຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ແລະເຂົ້າຮ່ວມບັນດາການເຄື່ອນໄຫວກູ້ຊ່ວຍມະນຸດສະທໍາ, ປະຕິບັດການປົກປ້ອງສິດທິມະນຸດ. ຕາມຂໍ້ກໍານົດຂອງ ສປຊ, ບັນດາປະເທດທີ່ສົ່ງຕໍາຫຼວດຮັກສາສັນຕິພາບ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຈະເຂົ້າຮ່ວມ 3 ຮູບການ ປະກອບມີ: ນາຍທະຫານສ່ວນຕົວ, ໜ່ວຍຕໍາຫຼວດພິເສດ ແລະໜ່ວຍຕໍາຫຼວດປະກອບອາວຸດ.

ທີ່ພິທີສະເໜີຕົວ, ບັນດາຜູ້ແທນໄດ້ເບິ່ງບາງກໍລະນີຝຶກແອບຈໍາລອງທີ່ມີເນື້ອໃນໃກ້ຊິດຕິດແທດກັບສະພາບຕົວຈິງການປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຂອງກໍາລັງຕໍາຫຼວດຮັກສາສັນຕິພາບ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.