ຫວຽດນາມ​ໄດ້​ຮັບ​ເລືອກ​ຕັ້ງ​ຄືນ​ໃໝ່ເຂົ້າສະພາສິດທິມະນຸດຂອງ​ສະຫະ​ປະຊາ​ຊາດອະຍຸການ 2026 – 2028

10:51 | 15/10/2025

ຍສໝ - ວັນທີ 14 ຕຸລາ 2025 (ຕາມເວລາ New York), ທີ່ສໍານັກງານໃຫຍ່ສະຫະປະຊາຊາດ, ສະມັດຊາໃຫຍ່ ສປຊ ໄດ້ເລືອກຕັ້ງສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2026-2028, ໃນນັ້ນ ຫວຽດນາມ ໄດ້ຮັບການເລືອກຕັ້ງຄືນໃໝ່ໃຫ້ດຳລົງຕຳແໜ່ງນີ້ ດ້ວຍຄະແນນສຽງສູງສຸດ 180 ສຽງ, ເຊິ່ງສູງສຸດໃນກຸ່ມອາຊີ - ປາຊີຟິກ.

ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ Malta: ມີ​ທ່າແຮງຫຼາຍຢ່າງ ​ແລະ ທ່າອຽງ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ
ຮອງ​ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ນາງ ​ເລ​ທິທູ​ຮັ່ງ ຢ້ຽມຢາມ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ Cyprus

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 14 ຕຸລາ 2025 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 190 ປະ​ເທດ​ສະມາຊິກ​ທີ່​ມີ​ສິດ​ເລືອກ​ຕັ້ງ​ຂອງ ສປຊ, ​ໄດ້​ເລືອກ​ຕັ້ງ 14 ປະ​ເທດ​ສະມາຊິກ​ສະພາ​ສິດທິ​ມະນຸດ ສປຊ ອາຍຸ​ການ 2026-2028 ​ເຊິ່ງລວມມີ: ຫວຽດນາມ, ອິນ​ເດຍ, ປາ​ກີ​ສະຖານ, ອີຣັກ, ອີ​ຢິບ, ອາ​ຟຣິກາ​ໃຕ້, Mauritus, ອັງໂກລາ, ແອັດສະໂຕນີ, ສະໂລເວນີ, ຈີເລ, ເອກົວດໍ, ອິຕາລີ ແລະ ອັງກິດ. ຫວຽດນາມ ບັນລຸໄດ້ຄະແນນສຽງສູງສຸດ 180 ສຽງໃນກຸ່ມອາຊີ - ປາຊີຟິກ ທີ່ເປັນສະມາຊິກຂອງສະພາສິດທິມະນຸດ ສປຊ ໄລຍະ 2023-2025 ໄດ້ຮັບການເລືອກຕັ້ງຄືນໃໝ່ໃນໄລຍະ 2026-2028.

ຫວຽດນາມ​ໄດ້​ຮັບ​ເລືອກ​ຕັ້ງ​ຄືນ​ໃໝ່ເຂົ້າສະພາສິດທິມະນຸດຂອງ​ສະຫະ​ປະຊາ​ຊາດອະຍຸການ 2026 – 2028
ເພື່ອນ​ມິດ​ສາ​ກົນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຫວຽດ​ນາມ ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 2026-2028.

ໝາກຜົນການເລືອກຕັ້ງຄັ້ງນີ້ ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ ແລະ ຕີລາຄາສູງຂອງບັນດາສະມາຊິກ ສະຫະປະຊາຊາດ ຕໍ່ກັບບັນດາຄຳໝັ້ນສັນຍາ ແລະ ຄວາມມານະພະຍາຍາມອັນໜັກແໜ້ນຂອງ ຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ, ພ້ອມກັບບັນດາການປະກອບສ່ວນ ແລະ ຂໍ້ລິເລີ່ມຂອງ ຫວຽດນາມ ໃນບົດບາດເປັນສະມາຊິກສະພາສິດທິມະນຸດ ສປຊ ໄລຍະ 2023 – 2025. ພ້ອມ​ກັນ​ນັ້ນ, ສິ່ງ​ດັ່ງກ່າວ​ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາ​ຄົມ​ໂລກ​ຕໍ່​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ເປີດ​ກ້ວາງ​ຂອງ​ຫວຽດນາມ, ມານະ​ພະຍາຍາມ​ເຂົ້າ​ຮ່ວມ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ກົນ​ໄກ​ຫຼາຍ​ຝ່າຍ, ບັນລຸ​ໄດ້​ທີ່​ຕັ້ງ​ຂອງ​ຫວຽດນາມ ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ແລະ ຮັບ​ຮູ້​ທີ່​ຕັ້ງ​ນັບ​ມື້​ນັບ​ແໜ້ນ​ແຟ້ນຂອງ​ຫວຽດນາມ ​ໃນ​ຖານະ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ ​ແລະ ຄູ່​ຮ່ວມ​ມື​ທີ່​ໜ້າ​ເຊື່ອ​ຖື​ຂອງ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ແບບ​ຍືນ​ຍົງ.

​ໃນ​ຖານະ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດຄັ້ງ​ທີ 3, ຫວຽດນາມ ຈະ​ສືບ​ຕໍ່​ຊຸກຍູ້ 8 ຂົງ​ເຂດ​ບຸລິມະສິດ​ກ່ຽວ​ກັບ​ການ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ສະພາ​ສິດທິ​ມະນຸດ, ຮັບປະກັນ​ສິດທິ​ມະນຸດ​ໃນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ການ​ຫັນ​ເປັນ​ດິຈິ​ຕອລ, ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ, ປົກ​ປັກ​ຮັກສາ​ບັນດາ​ກຸ່ມ​ດ້ອຍ​ໂອກາດ, ສິດ​ສຸຂະພາບ, ສິດ​ເຮັດ​ວຽກ, ສິດທິ​ມະນຸດ ​ແລະ ສິດ​ສຶກສາ. ຫວຽດ​ນາມ ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ປະ​ຊາ​ຄົມ​ສາ​ກົນ, ແກ້​ໄຂ​ບັນ​ດາ​ຄວາມ​ກັງ​ວົນ​ລວມ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ ດ້ວຍ​ຈິດ​ໃຈ "ເຄົາລົບ ແລະ ເຂົ້າໃຈ - ການປຶກສາຫາລື ແລະ ການຮ່ວມມື - ສິດທິມະນຸດທັງຫມົດສໍາລັບປະຊາຊົນທັງຫມົດ".

ຫວຽດນາມ​ໄດ້​ຮັບ​ເລືອກ​ຕັ້ງ​ຄືນ​ໃໝ່ເຂົ້າສະພາສິດທິມະນຸດຂອງ​ສະຫະ​ປະຊາ​ຊາດອະຍຸການ 2026 – 2028
ຫວຽດນາມ ​ແມ່ນ​ປະ​ເທດ​ດຽວ​ໃນ​ອາຊີ - ປາຊີ​ຟິກ ປະ​ເທດ​ດຽວທີ່​ໄດ້​ເຂົ້າ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ ສປຊ ອາຍຸ​ການ 2023 – 2025 ​ແລະ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຄືນ​ໃໝ່​ອາຍຸ​ການ 2026 – 2028.

ເມື່ອ​ສະໝັກ​ເຂົ້າ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ​ອາຍຸ​ການ 2026-2028, ຫວຽດນາມ ຍັງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ສະໝັກ​ໃຈ 12 ຂໍ້​ໃນ​ຫຼາຍ​ຂົງ​ເຂດ​ສິດທິ​ມະນຸດ ​ແລະ ຈະ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ດັ່ງກ່າວ​ຢ່າງ​ຕັ້ງໜ້າ. ບັນດາຄຳໝັ້ນສັນຍາດັ່ງກ່າວບໍ່ພຽງແຕ່ຕິດພັນກັບຂໍ້ລິເລີ່ມຂອງສະພາສິດທິມະນຸດ ສປຊ ແລະ ບັນດາກົນໄກສິດທິມະນຸດໃນພາກພື້ນເທົ່ານັ້ນ, ຫາກຍັງ​ຢູ່​ໃນ​ຂະ​ບວນການ​ປະຕິບັດ​ຂໍ້​ສະ​ເໜີ​ແນະ​ທີ່​ຫວຽດນາມ​ໄດ້​ຮັບ​ເອົາ​ພາຍ​ໃຕ້​ການ​ກວດກາ​ຮອບ​ເວລາ​ສາກົນ (UPR) ຮອບ​ທີ IV ຫຼື​ຈາກ​ຄະນະ​ກຳມະການ​ສົນທິສັນຍາ​ສິດທິ​ມະນຸດ​ທີ່​ຫວຽດນາມ​ເຂົ້າ​ເປັນ​ສະມາຊິກ. ບັນດາຄຳໝັ້ນສັນຍາສະໝັກໃຈຂອງ ຫວຽດນາມ ກໍ່ຕິດພັນກັບບັນດາວຽກງານທີ່ຖືເປັນສຳຄັນຍຸດທະສາດ, ຮຽກຮ້ອງບັນດາບາດກ້າວບຸກທະລຸເພື່ອນຳປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍເປົ້າໝາຍກາຍເປັນປະເທດທີ່ພັດທະນາ, ມີລາຍຮັບສູງໃນປີ 2045; ​ໂດຍ​ສະ​ເພາະ​ແມ່ນ​ວຽກ​ງານ​ກໍ່ສ້າງ​ລັດ​ປົກຄອງ​ດ້ວຍ​ກົດໝາຍ, ການ​ປະຕິ​ຮູບ​ກົດໝາຍ, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ການ​ປະດິດ​ສ້າງ ​ແລະ ການ​ຫັນປ່ຽນ​ດີ​ຈີ​ຕອນ...

ອາຍຸການເປັນສະມາຊິກຂອງສະພາສິດທິມະນຸດ ສປຊ 026-2028 ຈະເລີ່ມໃນວັນທີ 1 ມັງກອນ 2026.

ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ເຊເນການ ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ປະ​ເທດ​ຊາດ​ທີ່​ຂາດ​ບໍ່​ໄດ້. ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ເຊເນການ ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ປະ​ເທດ​ຊາດ​ທີ່​ຂາດ​ບໍ່​ໄດ້.

ຍສໝ - ນັ້ນ​ແມ່ນ​ຄຳ​ເຫັນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທງເໝີນ ທີ່​ການ​ພົບ​ປະ​ກັບ​ພະນັກງານ, ພາລະ​ກອນ​ສະຖານທູດ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ປະຈຳ ເຊເນການ, ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 22 ກໍລະກົດ (ຕາມ​ເວລາ​ທ້ອງ​ຖິ່ນ), ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ສາທາລະນະ​ລັດ ເຊເນການ ຢ່າງ​ເປັນ​ທາງ​ການ. ເຂົ້າຮ່ວມກອງປະຊຸມຍັງມີທ່ານ Samba Dang ຮອງປະທານສະພາແຫ່ງຊາດ ເຊເນການ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນຮ່ວາງຮ້ຽບ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫວຽດ​ນາມ - ບຣາ​ຊິນ ​ອາຍຸການ 2025-2030. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນຮ່ວາງຮ້ຽບ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫວຽດ​ນາມ - ບຣາ​ຊິນ ​ອາຍຸການ 2025-2030.

ຍສໝ -​ ວັນ​ທີ 15 ກໍລະກົດ​ນີ້, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ບຣາຊິນ ​ໄດ້​ຈັດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 3 ​ອາຍຸການ​ 2025-2030. ທ່ານ ຫງວຽນ​ຮ່ວາງຮ້ຽບ, ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະມາຄົມ​ອາຍຸການ​ໃໝ່.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ