ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ທີ່ຈັບອົກຈັບ​ໃຈ​ໃນ​ວັນ​ປຶ້ມ ແລະວັດ​ທະ​ນະ​ທຳ​ການ​ອ່ານ ຫວຽດ​ນາມ ຄັ້ງ​ທີ 1

13:36 | 20/04/2022

ນີ້ແມ່ນຄັ້ງທຳອິດ ເຫດການກ່ຽວກັບປຶ້ມ ແລະ ວັດທະນະທຳການອ່ານ ທີ່ມີຂອບຂະໜາດລະດັບຊາດ ໄດ້ຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ ໂດຍມີການເຂົ້າຮ່ວມຂອງສຳນັກພິມຈຳໜ່າຍກວ່າ 20 ແຫ່ງ ໃນທົ່ວປະເທດ.

ສະ​ມາ​ຄົມ​ປັນ​ຍາ​ຊົນ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ໃນ​ອາ​ຍຸ​ການ​ໃໝ່ ສະ​ມາ​ຄົມ​ປັນ​ຍາ​ຊົນ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ໃນ​ອາ​ຍຸ​ການ​ໃໝ່
ວັນ​ບຸນ “ເສັ້ນ​ທາງ​ແຫ່ງວັດ​ທະ​ນະ​ທຳ ສ​.ເກົາຫຼີ” ວັນ​ບຸນ “ເສັ້ນ​ທາງ​ແຫ່ງວັດ​ທະ​ນະ​ທຳ ສ​.ເກົາຫຼີ”
ການກະກຽມໃຫ້ແກ່ວັນປຶ້ມ ແລະ ວັດທະນະທຳການອ່ານ ຫວຽດນາມ ຄັ້ງທີ 1. ພາບ: qdnd.vn
ການກະກຽມໃຫ້ແກ່ວັນປຶ້ມ ແລະ ວັດທະນະທຳການອ່ານ ຫວຽດນາມ ຄັ້ງທີ 1. ພາບ: qdnd.vn

ວັນປຶ້ມ ແລະວັດທະນະທຳການອ່ານຫວຽດນາມ ຄັ້ງທີ 1 ຈະໄດ້ຈັດຕັ້ງດ້ວຍການເຄື່ອນໄຫວຫຼາຍຢ່າງອຸດົມສົມບູນ ເຊິ່ງແກ່ຍາວໝົດເດືອນເມສາ ປີ 2022. ທີ່ກອງປະຊຸມຂ່າວ ໄຂວັນປຶ້ມ ແລະ ວັດທະນະທຳການອ່ານ ຫວຽດນາມ ຄັ້ງທີ 1 ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 18 ເມສາ, ຢູ່ນະຄອນໂຮ່ຈີມິນ, ການນໍາກົມພິມຈຳໜ່າຍ (ກະຊວງຖະແຫຼງຂ່າວ ແລະ ການສື່ສານ) ໃຫ້ຮູ້ວ່າ: ພິທີໄຂວັນປຶ້ມ ແລະ ວັດທະນະທຳການອ່ານ ຫວຽດນາມ ຄັ້ງທີ 1 ໄດ້ດຳເນີນໃນຕອນຄ່ຳວັນທີ 19 ເມສາ ຢູ່ຖະໜົນຍ່າງ ຫງວຽນເຫ້ວ (ເມືອງ 1). ນີ້ແມ່ນຄັ້ງທຳອິດ ເຫດການກ່ຽວກັບປຶ້ມ ແລະ ວັດທະນະທຳການອ່ານ ທີ່ມີຂອບຂະໜາດລະດັບຊາດ ໄດ້ຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ ໂດຍມີການເຂົ້າຮ່ວມຂອງສຳນັກພິມຈຳໜ່າຍກວ່າ 20 ແຫ່ງ ໃນທົ່ວປະເທດ. ຄາດວ່າ ຈະມີປຶ້ມ ກວ່າ 500.000 ຫົວຂໍ້ປຶ້ມ ແລະ ບັນດາຮູບແບບພິມຈຳໜ່າຍ ປຶ້ມເອເລັກໂຕນິກ, ປຶ້ມເວົ້າ, ຫໍສະໝຸດອັດສະລິຍະເພື່ອຮັບໃຊ້ຄວາມຕ້ອງການໃນການອ່ານ ແລະ ຊື້ປຶ້ມຂອງຜູ້ອ່ານ.

ກອ​ງ​ທັບ​

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.