![]() | ຄວາມມຸ່ງຫວັງຂອງເພື່ອນມິດສາກົນກ່ຽວກັບຫວຽດນາມ ໃນອະນາຄົດ |
![]() | ທ່ານ ບໍ່ວຽງຄຳ ວົງດາລາ: ຂ້າພະເຈົ້າປະທັບໃຈຕໍ່ການເຕີບໂຕ ແລະ ຈິດໃຈຄວາມສາມັກຄີຂອງຫວຽດນາມ |
![]() |
ທ່ານເອກອັກຄະລັດຖະທູດ ໂດ້ຫວຽດຮຸງ, ຫົວໜ້າຝ່າຍຄະນະຜູ້ປະຈຳຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ກ່າວຄຳປາໄສທີ່ການສຳມະນາ |
ບັນດາຮອງເລຂາໃຫຍ່ອົງການສະຫະປະຊາຊາດຮັບຜິດຊອບຮັກສາສັນຕິພາບ ແລະ ການເມືອງ ພ້ອມກັບຜູ້ຕາງໜ້າ 70 ກວ່າປະເທດໄດ້ກ່າວຄຳປາໄສ, ລ້ວນແຕ່ຢືນຢັນວ່າການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດແມ່ນເຄື່ອງມືທີ່ຈຳເປັນເພື່ອສະໜັບສະໜູນການແກ້ໄຂຄວາມຂັດແຍ່ງ, ຊຸກຍູ້ຂະບວນການການເມືອງ ແລະ ປົກປ້ອງພົນລະເຮືອນ.
ບັນດາຜູ້ແທນສ່ວນໃຫຍ່ຕີລາຄາວ່າ ການປະຕິບັດໜ້າທີ່ຮັກສາສັນຕິພາບຂອງ ສປຊ ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ຈາກສະພາບແວດລ້ອມດ້ານຄວາມໝັ້ນຄົງ ແລະ ພູມສາດການເມືອງທີ່ສັບສົນ, ແຫຼ່ງເງິນທີ່ຈຳກັດ, ເປັນຕົ້ນແມ່ນໄພຂົ່ມຂູ່ຕໍ່ຄວາມປອດໄພຂອງກຳລັງຮັກສາສັນຕິພາບ.
ກ່າວຄຳປາໄສທີ່ການສຳມະນາ, ທ່ານເອກອັກຄະລັດຖະທູດ ໂດ້ຫວຽດຮຸງ, ຫົວໜ້າຝ່າຍຄະນະຜູ້ປະຈຳຫວຽດນາມ ປະຈຳສະຫະປະຊາຊາດ ເນັ້ນໜັກວ່າ ການເຄື່ອນໄຫວຮັກສາສັນຕິພາບແມ່ນໜຶ່ງໃນບັນດາຕົວຢ່າງທີ່ແທດຈິງ ແລະ ແຈ້ງຂາວຂອງລັດທິຫຼາຍຝ່າຍ, ແຕ່ຕ້ອງໄດ້ຮັບການປັບປຸງ ແລະ ປັບປຸງໃຫ້ແທດເໝາະກັບສະພາບການສາກົນໃໝ່.
ບົນພື້ນຖານນັ້ນ, ຫົວໜ້າຝ່າຍາຄະນະຜູ້ແທນ ຫວຽດນາມ ໄດ້ສະເໜີ 4 ກຸ່ມມາດຕະການຕ້ອງໄດ້ຮັບບຸລິມະສິດເພື່ອຜັນຂະຫຍາຍໃນໄລຍະຈະມາເຖິງເຊັ່ນ
ກ່ອນອື່ນໝົດ, ການປະຕິບັດໜ້າທີ່ຮັກສາສັນຕິພາບຕ້ອງເອົາໃຈໃສ່ເປັນພິເສດເຖິງການປົກປ້ອງພົນລະເຮືອນ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ, ຖືນີ້ແມ່ນວຽກງານໃຈກາງ, ເພື່ອໃຫ້ບັນດາພາລະກິດສ້າງສາກາຍເປັນກຳລັງໜູນໃຫ້ແກ່ປະຊາຄົມເຈົ້າພາບຢ່າງແທ້ຈິງ.
ອັນທີສອງ, ສະຫະປະຊາຊາດ ແລະບັນດາອົງການຕ່າງໆຕ້ອງເພີ່ມທະວີຄວາມມານະພະຍາຍາມສ້າງຄວາມປອງດອງກັນ, ຊຸກຍູ້ການທູດປ້ອງກັນ, ຊຸກຍູ້ບັນດາຂໍ້ລິເລີ່ມຂອງເລຂາທິການໃຫຍ່, ໜູນຊ່ວຍແກ້ໄຂຂໍ້ຂັດແຍ່ງຈາກຮາກຖານ, ແທນທີ່ຈະຢຸດພຽງໃນການຄຸ້ມຄອງວິກິດການ.
ທີສາມ, ບັນດາປະເທດສະມາຊິກຕ້ອງປະຕິບັດພັນທະດ້ານການເງິນຢ່າງຄົບຖ້ວນ ແລະ ທັນການ, ເຊື່ອມໂຍງເຂົ້າກັບບັນດາການກະທຳທີ່ແທດຈິງ.
ທີສີ່, ສະຫະປະຊາຊາດຕ້ອງເພີ່ມທະວີການສະຫຼຸບສັງລວມ ແລະ ຖອດຖອນປະສົບການຈາກການເຄື່ອນໄຫວໃນຫຼາຍທົດສະວັດທີ່ຜ່ານມາ, ລວມທັງການຮັກສາສັນຕິພາບ ແລະ ການສ້າງສັນຕິພາບພາຍຫຼັງການປະທະກັນ, ເພື່ອເປັນພື້ນຖານໃຫ້ແກ່ການໝູນໃຊ້ທີ່ຄ່ອງຕົວເຂົ້າໃນການປະຕິບັດໜ້າທີ່ໃນສະພາບການໃໝ່.
ທ່ານເອກອັກຄະລັດຖະທູດ ໂດ້ຫວຽດຮຸງ ຢືນຢັນວ່າ ພາຍຫຼັງກ່ວາ 1 ທົດສະວັດການເຂົ້າຮ່ວມຢ່າງກົງໄປກົງມາເຂົ້າໃນບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ, ຫວຽດນາມ ຍາມໃດກໍ່ຖືວ່າ ລັດທິຫຼາຍຝ່າຍແມ່ນເສັ້ນທາງທີ່ໝັ້ນຄົງເພື່ອບັນລຸໄດ້ ແລະ ຮັກສາສັນຕິພາບສາກົນແບບຍືນຍົງ. ຫວຽດນາມ ຈະພ້ອມກັບບັນດາຄູ່ຮ່ວມມືເພື່ອແນໃສ່ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ.
![]() | ບັນດາການເຄື່ອນໄຫວທີ່ໜ້າຕື່ນເຕັ້ນເພື່ອເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຫວຽດນາມ - ລາວ ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ ແລ້ວ, ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025), ຕອນເຊົ້າວັນທີ 16 ສິງຫາ, ຢູ່ແຂວງສະຫວັນນະເຂດ, ພາກກາງຂອງລາວ, ກົງສູນໃຫຍ່ ຫວຽດນາມ ປະຈຳ ແຂວງສະຫວັນນະເຂດ ... |
![]() | ຫວຽດນາມ ເປັນບົດບາດສຳຄັນການສ້າງອະນາຄົດລວມຂອງອາຊຽນ ຍສໝ - ພາຍຫຼັງ 30 ປີແຫ່ງການເຂົ້າຮ່ວມອາຊຽນ, ຫວຽດນາມ ໄດ້ຢືນຢັນນະໂຍບາຍການຕ່າງປະເທດເປີດກວ້າງ, ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫັບເປັນຫຼາຍຮູບຫຼາຍແບບ, ນັບມື້ນັບຍົກສູງທີ່ຕັ້ງ, ອິດທິພົນຂອງປະເທດໃນພາກພື້ນ ແລະ ໃນໂລກ. |
ມີງດຶກ