ວັນ​ບຸນ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ກິ​ລາ ແລະທ່ອງ​ທ່ຽວເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 1 – 3 ຕຸ​ລາ

11:20 | 24/09/2022

ຍສໝ - ລາຍການດັ່ງກ່າວ ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຄະນະ ກຳມະການປະຊາຊົນແຂວງ ດ້ຽນບຽນ ເປັນເຈົ້າພາບ, ສົມທົບກັບບັນດາແຂວງ ຊາຍແດນ ຫວຽດນາມ - ລາວ ຈັດຕັ້ງ.

ວັນ​ບຸນ​ຄອບ​ຄົວ ຫວຽດ​ນາມ ປີ 2022 ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 25 ມິ​ຖຸ​ນາ ຫາ ວັນ​ທີ 28 ມິ​ຖຸ​ນາ ວັນ​ບຸນ​ຄອບ​ຄົວ ຫວຽດ​ນາມ ປີ 2022 ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 25 ມິ​ຖຸ​ນາ ຫາ ວັນ​ທີ 28 ມິ​ຖຸ​ນາ
ມອບ​ຂອງ​ຂວັນ​ບຸນ​ເຕັດ 60 ພູດ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ແລະ ກຳ​ປູ​ເຈຍ ທີ່ພວມ​ປະ​ຕິບດ​ການ​ແຍກ​ຕົວ ມອບ​ຂອງ​ຂວັນ​ບຸນ​ເຕັດ 60 ພູດ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ແລະ ກຳ​ປູ​ເຈຍ ທີ່ພວມ​ປະ​ຕິບດ​ການ​ແຍກ​ຕົວ

ວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ຢູ່ ແຂວງ ດ້ຽນບຽນ, ປີ 2022 ດ້ວຍຫົວຂໍ້ “ນ້ຳໃຈໄມຕີຈິດມິດຕະພາບອັນອົບອຸ່ນ - ມຸ່ງໄປສູ່ອະນາຄົດ” ຈະດຳເນີນແຕ່ວັນທີ 1 – 3 ຕຸລາ ຢູ່ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ.

ລາຍການດັ່ງກ່າວ ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຄະນະ ກຳມະການປະຊາຊົນແຂວງ ດ້ຽນບຽນ ເປັນເຈົ້າພາບ, ສົມທົບກັບບັນດາແຂວງ ຊາຍແດນ ຫວຽດນາມ - ລາວ ຈັດຕັ້ງ.

ວັນ​ບຸນ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ກິ​ລາ ແລະທ່ອງ​ທ່ຽວເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 1 – 3 ຕຸ​ລາ
ກອງປະຊຸມຂ່າວດຳເນີນໃນຕອນເຊົ້າວັນທີ 22 ກັນຍາ ຢູ່ຮ່າໂນ້ຍ. ພາບ:TTXVN

ນີ້ແມ່ນຂໍ້ມູນຂ່າວທີ່ໄດ້ຍົກອອກມາໃນການຖະແຫຼງຂ່າວ ເຊິ່ງດຳເນີນໃນຕອນ ເຊົ້າວັນທີ 22 ກັນຍາ ຢູ່ຮ່າໂນ້ຍ. ຕາມຄະນະຈັດຕັ້ງແລ້ວ, ວັນບຸນດັ່ງກ່າວ ມີການເຂົ້າຮ່ວມຂອງນັກສິລະປະກອນ, ນັກສິລະປິນ, ນັກສະແດງ, ນັກກິລາ, ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ 10 ແຂວງຂອງຫວຽດນາມ ແລະ ຄະນະສະແດງສິລະປະມະຫາຊົນຂອງ ລາວ 10 ຄະນະ.

ວັນບຸນລວມມີກິດຈະກຳແນະນຳກ່ຽວກັບງານບຸນ, ວັດທະນະທຳ; ການປະກວດ ຊຸດອາພອນປະຈຳເຜົ່າ; ງານວາງສະແດງ, ແນະນຳ, ໂຄສະນາຜະລິດຕະພັນ ວັດທະນະທຳ ແລະ ການທ່ອງທ່ຽວ, ປະເທດຊາດ, ປະຊາຊົນ ແລະ ຜົນງານທາງດ້ານເສດຖະກິດ - ສັງຄົມຂອງທ້ອງຖິ່ນຕ່າງໆ; ງານມະໂຫລານ ສິລະປະວັນນະຄະດີມະຫາຊົນ; ງານວາງສະແດງ “ວັດທະນະທຳທີ່ເປັນ ເອກະລັກສະເພາະຢູ່ເຂດຊາຍແດນ ແລະ ນ້ຳໃຈສາມັກຄີ, ມິດຕະພາບ ຫວຽດນາມ - ລາວ”. ຄະນະສະແດງສິລະປະມະຫາຊົນຂອງສອງປະເທດ ຈະພົບປະແລກປ່ຽນ ແລະ ສະແດງຮັບໃຊ້ປະຊາຊົນ, ພະນັກງານ, ກຳລັງປະກອບອາວຸດໃນບໍລິເວນແຂວງ ດ້ຽນບຽນ.

ບູນມີ

ເຫດການ
302 Found

Found

The document has moved here.