ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນຄູ ຫວຽດນາມ 20/11

16:22 | 19/11/2018

ນີ້ແມ່ນລາຍການທີ່ມີຄວາມໝາຍ, ເຊິ່ງໄດ້ຮັບການຈັດຕັ້ງປະຈຳປີເນື່ອງໃນໂອກາດວັນຄູ ຫວຽດນາມ 20 ພະຈິກ.

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນຄູ ຫວຽດນາມ 20/11

ບັນນດາຄູອາຈານໄດ້ຮັບການຍ້ອງຍໍໃນລາຍການ "ແທນຄຳສະແດງຄວາມຮູ້ບຸນຄຸນ" (ພາບ: Thanh Tùng/TTXVN)

ຕອນຄ່ຳວັນທີ 18 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງສຶກສາ ແລະ ບຳລຸງສ້າງ, ກຳມະບານຂະແໜງການສຶກສາ ຫວຽດນາມ ແລະ ສະຖານີໂທລະພາບ ຫວຽດນາມ ໄດ້ສົມທົບກັນຈັດຕັ້ງລາຍການ “ແທນຄຳສະແດງຄວາມຮູ້ບຸນຄຸນ” ເພື່ອແນໃສ່ຮັບຮູ້ ແລະ ເຊີດຊູບັນດາຄູອາຈານໃນທຸກແຖບຖິ່ນຂອງປະເທດຊາດທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນ, ປະກອບສ່ວນໃຫ້ແກ່ຜົນສຳເລັດຂອງຂະແໜງການສຶກສາຂອງປະເທດຊາດ. ນີ້ແມ່ນລາຍການທີ່ມີຄວາມໝາຍ, ເຊິ່ງໄດ້ຮັບການຈັດຕັ້ງປະຈຳປີເນື່ອງໃນໂອກາດວັນຄູ ຫວຽດນາມ 20 ພະຈິກ. ຈຸດພົ້ນເດັ່ນຂອງລາຍການແມ່ນການພົບປະແລກປ່ຽນ, ການໂອ້ລົມສົນທະນາດ້ວຍບັນດາແບບຢ່າງຄູດີເດັ່ນ, ຕາງໜ້າໃຫ້ຖັນແຖວຄູອາຈານທີ່ມາຈາກ 63 ແຂວງ, ນະຄອນໃນທົ່ວປະເທດ.

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 18 ພະຈິກ, ຢູ່ ວັນມ໊ຽວກວັກຕື໋ຢາມ, ກະຊວງສຶກສາ ແລະ ບຳລຸງສ້າງ ພ້ອມກັບກຳມະບານຂະແໜງສຶກສາ ຫວຽດນາມ ກໍ່ພ້ອມກັນຈັດຕັ້ງພິທີຖະຫວາຍທູບທຽນ, ມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງໃຫ້ຄູສອນດີເດັ່ນທົ່ວປະເທດ 183 ຄົນໃນປີ 2018.

ໃນຂະນະນັ້ນ, ຕອນຄ່ຳວັນທີ 18 ພະຈິກ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ກໍ່ໄດ້ຈັດຕັ້ງການຍ້ອງຍໍຊົມເຊີຍ “ຄູອາຈານດີເດັ່ນປີ 2018”. ປີນີ້, ໃນທົ່ວນະຄອນມີຄູອາຈານ 248 ຄົນໄດ້ຮັບລາງວັນດັ່ງກ່່າວ. ທ່ານນາງປະລິຍາໂທ ເລທິແທັງຍ່ານ, ຄູສອນພະແນກບໍລິການທຸລະກິດ, ມະຫາວິທະຍາໄລເຕັກໂນໂລຊີ ຖູດຶກ, ເຊິ່ງເປັນໜຶ່ງໃນຈຳນວນບັນດາຄູອາຈານໄດ້ຮັບການເຊີດຊູໃນປີນີ້, ໃຫ້ຮູ້ວ່າ:

“ຂ້າພະເຈົ້າມີຄວາມເປັນກຽດໄດ້ຮັບລາງວັນນີ້. ນີ້ແມ່ນລາງວັນ ເຊິ່ງກໍ່ແມ່ນໜ້າທີ່ຄວາມຮັບຜິດຊອບທີ່ສຳຄັນເພື່ອໃຫ້ຄູອາຈານຄືຂ້າພະເຈົ້າສືບຕໍ່ເສີມຂະຫຍາຍໃນຊຸມປີຕໍ່ໄປ. ລະອຽດຄື, ພວກເຮົາຈະພະຍາຍາມປ່ຽນແປງໃໝ່ຕົນເອງໃນວຽກງານການສອນ ແລະ ມຸ່ງໄປເຖິງວຽກງານການຄົ້ນຄ້ວາວິທະຍາສາດ ກໍ່ຄືບັນດາຂໍ້ລິເລີ່ມວິທະຍາສາດເພື່ອເສີມຂະຫຍາຍລັກສະນະປະດິດຄິດສ້າງຂອງຄູອາຈານ.”

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.