ບັນດາທ້ອງຖິ່ນຂອງເມືອງ ເຈື່ອງຊາ ໄດ້ຈັດຕັ້ງການພົບປະສະເຫຼີມສະຫຼອງວັນຄູ ຫວຽດນາມ

00:00 | 20/11/2023

ຍສໝ - ຕອນ​ເຊົ້າ​ວັນ​ທີ 20 ພະຈິກ, ບັນດາ​ຕາແສງ, ​ເມືອງ ​ເຈື່ອງ​ຊາ, ​ແຂວງ​ແຄ໋ງຮ່ວາ ​ໄດ້​ຈັດ​ຕັ້ງການພົບປະ​ສະ​ເຫຼີ​ມສະຫຼອງ 41 ປີ​ແຫ່ງ​ວັນ​ຄູ ຫວຽດນາມ (20 ພະຈິກ 1982 – 20 ພະຈິກ 2023). ​ເຂົ້າ​ຮ່ວມພິທີ​ມີ​ຜູ້ຕາງໜ້າ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ພະນັກງານ, ນັກຮົບ, ຄູ​ອາຈານ, ພໍ່​ແມ່​ປະຊາຊົນ ​ແລະ ນັກຮຽນ.

ນຳ “ບຸນປີໃໝ່” ໄປຍັງກອງທັບ ແລະ ປະຊາຊົນ ເຈື່ອງຊາ ນຳ “ບຸນປີໃໝ່” ໄປຍັງກອງທັບ ແລະ ປະຊາຊົນ ເຈື່ອງຊາ
ທຸກການກະທຳລະເມີດອະທິປະໄຕຂອງ ຫວຽດນາມ ຢູ່ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແມ່ນບໍ່ມີຄຸນຄ່າ ທຸກການກະທຳລະເມີດອະທິປະໄຕຂອງ ຫວຽດນາມ ຢູ່ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແມ່ນບໍ່ມີຄຸນຄ່າ

ການພົບປະ​ໄດ້​ເຈັດຂຶ້ນ​ໃນ​ບັນ​ຍາ​ກາດ​ອັນ​ອົບ​ອຸ່ນ ແລະ ​ມ່ວນ​ຊື່ນ. ບັນດາ​ຜູ້​ແທນ, ຄູ​ອາຈານ ​ແລະ ນັກຮຽນ​ໄດ້​ພ້ອມ​ກັນ​ທົບ​ທວນຄືນ​ປະຫວັດສາດ​ມູນເຊື້ອຂອງ​ວັນ​ຄູ ຫວຽດນາມ; ຮັບຊົມບັນດາລາຍການສະ​ແດງ​​ສິລະປະ​ຂອງພະ​ນັກ​ງານ​, ທະ​ຫານ ​ແລະ​ ນັກ​ຮຽນ.

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຄູ​ອາຈານ ​ແລະ ນັກຮຽນ​ບັນດາ​ໂຮງຮຽນ​ຢູ່​ເມືອງ​ເກາະ​ເຈື່ອງ​ຊາ ​ໄດ້​ສຳເລັດໜ້າທີ່​ສິດສອນ ​ແລະ ຮຽນ​ທີ່ດີເລີດ; ນັກຮຽນທຸກຄົນບັນລຸຜົນການຮຽນທີ່ດີ, ດີເລີດ ແລະ ມີຄຸນສົມບັດທີ່ດີ. ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ຫົວໜ່ວຍ​ຢູ່​ເກາະ ​ແລະ ການ​ແບ່ງປັນ​ຂອງ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ, ພື້ນຖານວັດຖຸ​ຂອງ​ບັນດາໂຮງຮຽນ​ຢູ່​ເກາະ​ນັບ​ມື້​ນັບ​ສະອາດ, ສວຍ​ງາມ, ກວ້າງຂວາງ​ກວ່າ.

ບັນດາທ້ອງຖິ່ນຂອງເມືອງ ເຈື່ອງຊາ ໄດ້ຈັດຕັ້ງການພົບປະສະເຫຼີມສະຫຼອງວັນຄູ ຫວຽດນາມ
ຜູ້ຕາງໜ້າ​ອຳນາດ​ການ​ປົກຄອງ​ເມືອງ ​ເຈື່ອງ​ຊາ ​ແລະ ຫົວໜ່ວຍ​ໄດ້​ມອບ​ດອກ​ໄມ້​ອວຍພອນ​ຄູ​ສອນ​ໂຮງຮຽນ​ປະຖົມ​ເມືອງ​ເຈື່ອງ​ຊາ.

​ເນື່ອງ​ໃນ​ໂອກາດ​ນີ້, ລັດຖະບານ ​ແລະ ບັນດາ​ກຳລັງ​ປະຕິບັດ​ໜ້າ​ທີ່​ຢູ່​ຕາ​ແສງ ​ແລະ ​ເທດສະບານເມືອງ ​ເຈື່ອງ​ຊາ ​ໄດ້​ອວຍພອນ ​ແລະ ມອບ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍ​ໃຫ້​ແກ່​ບັນດາຄູ​ - ອາຈານ.

​ເມືອງ​ເກາະ​ເຈື່ອງ​ຊາ, ​ແຂວງ​ແຄ໋ງຮ່ວາ ປະຈຸ​ບັນ​ມີ 4 ​ໂຮງຮຽນ​ປະຖົມ​ຢູ່​ໝູ່​ເກາະ​ຄື: ​ເຈື່ອງ​ຊາ, ຊອງຕຶໄຕ ​ແລະ ຊີ່ງໂຕນ, ດາ໋ໄຕ. ດ້ວຍ​ຄວາມ​ຮັກ​ແພງ​ອາຊີບ, ຮັກ​ລູກ​ຫຼານ ​ແລະ ມີຈິດໃຈ​ຄວາມ​ຮັບຜິດຊອບ, ຄູ​ສອນ 8 ຄົນ​ຢູ່​ໝູ່​ເກາະ​ໄດ້​ອຸທິດ​ຊີວິດ​ໃຫ້​ແກ່​ໄວໜຸ່ມ​ຢ່າງ​ງຽບໆ ​ເຮັດເພື່ອພາລະກິດ​ “ສ້າງຄົນ” ຢູ່​ບັນດາເກາະ​ຫ່າງ​ໄກ​ທີ່ເປັນດ່ານໜ້າຂອງ​ປະ​ເທດ​ຊາດ. ສຳລັບ​ເຂົາ​ເຈົ້າ​ແລ້ວ, ການ​ສອນ​ຢູ່​ເຈື່ອງ​ຊາ ​ແມ່ນ​ເປັນ​ກຽດ ​ແລະ ຄວາມ​ພາກພູມ​ໃຈອັນໃຫຍ່ຫຼວງ​ແທ້ໆ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.