ກະຊວງປ້ອງກັນປະເທດລາວ ປະດັບຫຼຽນໄຊພິລະອາດຫານໃຫ້ບັນດາໝູ່ຄະນະ, ບຸກຄົນ ແມ່ທັບນ້ອຍ 15

00:00 | 22/11/2023

ກະຊວງປ້ອງກັນປະເທດລາວ ປະດັບຫຼຽນໄຊພິລະອາດຫານໃຫ້ບັນດາໝູ່ຄະນະ, ບຸກຄົນ ແມ່ທັບ 15

ກະຊວງປ້ອງກັນປະເທດລາວ ຊ່ວຍເຫຼືອເງິນຈຳນວນ 200.000 USD ໃຫ້​ແກ່ກອງງທຶນປ້ອງກັນ, ຕ້ານ​ໂລກລະບາດ​ໂຄວິດ - 19 ຂອງ ຫວຽດນາມ ກະຊວງປ້ອງກັນປະເທດລາວ ຊ່ວຍເຫຼືອເງິນຈຳນວນ 200.000 USD ໃຫ້​ແກ່ກອງງທຶນປ້ອງກັນ, ຕ້ານ​ໂລກລະບາດ​ໂຄວິດ - 19 ຂອງ ຫວຽດນາມ
ມີໝູ່ຄະນະ ແລະ ບຸກຄົນ 9 ຄົນ ໄດ້ຮັບໃບຍ້ອງຍໍ ທີ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງທາຍບິ່ງ ຄັ້ງທີ 2 ມີໝູ່ຄະນະ ແລະ ບຸກຄົນ 9 ຄົນ ໄດ້ຮັບໃບຍ້ອງຍໍ ທີ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງທາຍບິ່ງ ຄັ້ງທີ 2

ຕອນບ່າຍວັນທີ 21 ພະຈິກ, ຢູ່ແຂວງຢາລາຍ, ກອງບັນຊາການທະຫານ ແມ່ທັບນ້ອຍ 15 ແລະຄະນະຊີ້ນໍາກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ (ເອີ້ນຫຍໍ້ວ່າຄະນະຊີ້ນໍາ), ກະຊວງປ້ອງກັນປະເທດລາວ ໄດ້ຈັດຕັ້ງກອງປະຊຸມສະຫຼຸບກ່ຽວກັບການເຄື່ອນໄຫວແຮກສ່ຽວລະຫວ່າງສອງຝ່າຍ.

ກະຊວງປ້ອງກັນປະເທດລາວ ປະດັບຫຼຽນໄຊພິລະອາດຫານໃຫ້ບັນດາໝູ່ຄະນະ, ບຸກຄົນ ແມ່ທັບນ້ອຍ 15

ສະຫາຍ ພົນຕີ ວົງຄໍາ ພົມມະກອນ ປະດັບຫຼຽນໄຊພິລະອາດຫານ ຊັ້ນ 2 ໃຫ້ແກ່ບຸກຄົນຂອງແມ່ທັບນ້ອຍ 15. ພາບ: ຫງວຽນແອງເຊີນ.

ສະຫາຍ ພົນຕີ ວົງຄໍາ ພົມມະກອນ, ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະສະຫາຍ ພົນຈັດຕະວາ ຮວ່າງວັນສີ, ຜູ້ບັນຊາການທະຫານແມ່ທັບນ້ອຍ 15 ໄດ້ເປັນປະທານຮ່ວມກອງປະຊຸມ.

ກອງປະຊຸມໄດ້ຢືນຢັນວ່າ ສອງຝ່າຍຍາມໃດກໍ່ສະແດງໃຫ້ເຫັນຈິດໃຈຮັບຜິດຊອບສູງ, ມີຄວາມສາມັກຄີ, ໄວ້ເນື້ອເຊື່ອໃຈ, ຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອປະຕິບັດໜ້າທີ່ໃຫ້ປະສົບຜົນສຳເລັດ, ມີກຳລັງແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງໃນໝູ່ຊົນ. ພິເສດ, ແມ່ທັບນ້ອຍ 15 ແລະຄະນະຊີ້ນຳໄດ້ສົມທົບກັນຈັດຕັ້ງການສຳຫຼວດເງື່ອນໄຂທຳມະຊາດ, ສະພາບການທາງດ້ານເສດຖະກິດ-ສັງຄົມ, ຊ່ວຍຄະນະຊີ້ນຳພັດທະນາໂຄງການປູກຝັງ, ລ້ຽງສັດ, ຜະລິດຝຸ່ນຊີວະພາບໃຫ້ມີປະສິດທິຜົນສູງ. ແມ່ທັບນ້ອຍ 15 ກໍ່ໄດ້ໜູນຊ່ວຍຄະນະຊີ້ນຳກໍ່ສ້າງໂຄງການຮັບໃຊ້ສາທາລະນະ, ດ້ວຍມູນຄ່າ 300 ລ້ານດົ່ງ; ມອບທຶນການສຶກສາ 100% ໃຫ້ນັກສຶກສາລາວ 5 ຄົນ ຢູ່ມະຫາວິທະຍາໄລ ໄຕງວຽນ ດ້ວຍມູນຄ່າທັງໝົດ 1,5 ຕື້ດົ່ງ; ຝຶກອົບຮົມກ່ຽວກັບຂົງເຂດກະສິກຳໃຫ້ແກ່ພະນັກງານກະຊວງປ້ອງກັນປະເທດລາວ ຈຳນວນ 80 ຄົນ...

ທີ່ກອງປະຊຸມ, ສະຫາຍ ພົນຕີ ວົງຄໍາ ພົມມະກອນ ໄດ້ປະກັບຫຼຽນໄຊພິລະອາດຫານ ຊັ້ນ 2 ໃຫ້ແກ່ແມ່ທັບນ້ອຍ 15 ແລະບັນດາສະຫາຍ ຄື: ພົນຈັດຕະວາ ຮວ່າງວັນສີ; ພັນເອກພິເສດ ເລຊວັນເຟືອງ, ອະດີດຫົວໜ້າເສນາທິການ, ຮອງຜູ້ບັນຊາການແມ່ທັບນ້ອຍ 15; ພັນເອກພິເສດ ເຈິ່ນງອກຫາຍ, ຫົວໜ້າພະແນກແຜນການ ແລະທຸລະກິດ (ແມ່ທັບນ້ອຍ 15); ມອບຫຼຽນໄຊພິລະອາດຫານ ຊັ້ນ 3 ໃຫ້ 2 ໝູ່ຄະນະ ແລະ 4 ບຸກຄົນຂອງແມ່ທັບນ້ອຍ 15.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.