ບັນຍາດຟົດຟື້ນຂອງການເປີດສົກຮຽນໃໝ່ 2018-2019

15:50 | 05/09/2018

ຍສໝ - ຕອນເຊົ້າມື້ນີ້ 5 ກັນຍາ ນັກຮຽນ, ນັກສຶກສາ ກວ່າ 22 ລ້ານຄົນທົ່ວປະເທດ ກ້າວເຂົ້າສູ່ການເປີດສົກຮຽນໃໝ່2018-2019. ບັນດາທ້ອງຖິ່ນໄດ້ຈັດພິທີເປີດສົກຮຽນໃໝ່ຢ່າງສະຫງ່າງາມຖືກຕ້ອງຕາມຄຳສັ່ງຊີ້ນຳ.

ບັນຍາດຟົດຟື້ນຂອງການເປີດສົກຮຽນໃໝ່ 2018-2019

ທ່ານປະທານປະເທດ ເຂົ້າຮ່ວມໃນການເປີດສົກຮຽນໃໝ່ ຢູ່ໂຮງຮຽນ ຈູວັນອານ.

ກ່າວຄຳໂອວາດ ທີ່ໂຮງຮຽນມັດທະຍົມ ຈູວັນອານ ນະຄອນຫຼວງ ຮ່າໂນ້ຍ ທ່ານປະທານປະເທດ ເຈີ່ນດ້າຍ ກວາງ ຕີລາຄາສູງ ມູນເຊື້ອ ແລະ ຜົນສຳເລັດທີ່ຄູອາຈານ ແລະ ສິດ ຂອງໂຮງຮຽນ ບັນລຸໄດ້ໃນ 110 ປີທີ່ຜ່ານມາ. ທ່ານປະທານປະເທດ ເນັ້ນໜັກວ່າ ການສຶກສາແມ່ນຮາກຖານຂອງການພັດທະນາໄວ ແລະ ຍືນຍົງຂອງປະເທດ , ຕັດສິນອານາຄົດ ສະຕາກຳຂອງຊົນເຜົ່າ. ຮັບຮູ້ເຖິງຄວາມສຳຄັນຂອງການສຶກສາ-ກໍ່ສ້າງ ພັກ-ລັດ ຍາມໃດກໍ່ເອົາການສຶກສາເປັນນະໂຍບາຍອັນຕົ້ນຕໍ ແລະ ເປັນຈຸດໃຈກາງໃນຂະບວນການ-ການພັດທະນາ.

ທ່ານປະທານປະເທດກ່າວວ່າ: ປີ 2018-2019 ມີຄວາມໝາຍສຳຄັນຕໍ່ກັບຂະແໜງການສຶກສາໃນວຽກງານການສືບຕໍ່ຜັນຂະຫຍາຍຢ່າງເປັນເອກກະພາບ ບັນດາ ພາລະກິດ, ມາດຕະການປ່ຽນແປງໃໝ່ພື້ນຖານ ແລະ ການສຶກສາຮອບດ້ານ -ກໍ່ສ້າງ ຕອບສະໜອງເປັນຢ່າງດີຄວາມຮຽກຮ້ອງຕ້ອງການໃນການກໍ່ສ້າງ ຊັບພະຍາກອນມະນຸດຄຸນນະພາບສູງ ຮັບໃຊ້ຂະບວນວິວັດອຸດສາຫະກຳ -ທັນສະໄໝ ແລະ ເຊື່ອມໂຍງສາກົນຂອງປະເທດຊາດ.

ທ່ານປະທານປະເທດຍັງກ່າວຕື່ມອີກວ່າ: “ເສີມຂະຫຍາຍຜົນສຳເລັດ ແລະ ບັນດາ ຜົນງານທີ່ບັນລຸໄດ້ໃນໄລຍະຜ່ານມາ ໂຮງຮຽນຕ້ອງໄດ້ຜັນຂະຫຍາຍມູນເຊື້ອອັນສະຫງ່າລາສີ, ຄວາມມານະພະຍາຍາມຈັດຕັ້ງປະຕິບັດການໃຫ້ໄດ້ດີຄຳສັ່ງສອນຂອງ ລຸງ ໂຮ່ , ບັນດາຄູອາຈານ ສັ່ງສອນດີ, ລູກຫຼານຮ່ຳຮຽນດີ, ທຸກຄົນອອກແຮງແຂ່ງຂັນດີ. ປະຊາຊົນທົ່ວປະເທດມີຄວາມສາມັກຄີ”.

ໃນສົກຮຽນປີ 2018-2019 ຂະແໜງສືກສາ ຈະສືບຕໍ່ຈັດຕັ້ງປະຕິບັດ ພາລະກິດ 9 ຢ່າງ ແລະ 5 ກຸ່ມ ມາດຕະການຫັຼັກເພື່ອຍົກສູງຄຸນນະພາບການສຶກສາ ລັນດາເງື່ອນໄຂເພື່ອຮັບປະກັນຄຸນນະພາບການສຶກສາ; ຈັດຈຕັ້ງປະຕິບັດຢ່າງເຂັ້ມງວດ, ຮີດຄອງປະເພນີ, ປະຊາທິປະໄຕໃນໂຮງຮຽນ, ສ້າງສະພາບແວດລ້ອມຂອງການສຶກສາທີ່ປອດໄພ , ຈົບງາມປອດໃສ ແລະ ເປັນມິດ.

ບັນຍາດຟົດຟື້ນຂອງການເປີດສົກຮຽນໃໝ່ 2018-2019

ນ້ອງນັກຮຽນຫຼາຍກ່ວາ 1.000 ຄົນເຂົ້າຮ່່ວມໃນພິທີເປີດສົກຮຽນ ທີ່ ຮຮ ເລືອງເຖວິງ.

ໃນນັ້ນ ການສຶກສາ ອະນຸບານ ສຸມໃສ່ພັດທະນາໂຮງຮຽນ, ຫ້ອງຮຽນ ຢູ່ບັນດາ ນິຄົມອຸດສາຫະກຳ, ນິຄົມປຸງແຕ່ງ; ຍູ້ແຮງບັນດາມາດຕະການເພື່ອຍົກສູງຄວາມສັກສິດ, ປະສິດທິຜົນວຽກງານຄຸ້ມຄອງລັດ, ຕີຖອຍພຶດຕິກຳ ໃຊ້ຄວາມຮຸນແຮງຕໍ່ເດັກ ແລະ ແກ້ໄຂສະພາບການຂາດຄູອາຈານໃນການສິດສອນ.

ການສຶກສາຂັ້ນພື້ນຖານສືບຕໍ່ກະກຽມສ້າງເງື່ອນໄຂເພື່ອຈັດຕັ້ງປະຕິບັດແຜນງານ, ປື້ມແບບຮຽນໃໝ່, ໂດຍສະເພາະແມ່ນ ປໍ 1; ຍົກສູງຄຸນນະພາບກວດກາ ຕີລາຄາຜົນການຮ່ຳຮຽນ, ຫຼໍ່ຫຼອມ ພິເສດແມ່ນ ໃນການສອບເສັງມັດທະຍົມທົ່ວປະເທດ; ປ່ຽນແປງກົນໄກຄຸ້ມຄອງໃນໂຮງຮຽນມັດທະຍົມຕ່າງໆ.

ບັນຍາດຟົດຟື້ນຂອງການເປີດສົກຮຽນໃໝ່ 2018-2019

ບັນດາຄູອາຈານ ເຂົ້າຮ່ວມງານເປີດສົກຮຽນໃໝ່ 2018-2019.

ການສຶກສາຂັ້ນມະຫາວິທະຍາໄລສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດການເປັນເຈົ້າຕົນເອງ ຍົກສູງຄຸນນະພາບໃນການກໍ່ສ້າງ ຄົ້ນຄວ້າວິທະຍາສາດ ສະໜັບສະໜູນໃນການລິເລີ່ມວິຊາຊີບຂອງນັກສຶກສາ; ເຮັດໃຫ້ກາຍເປັນມາດຕະຖານລວມ, ເພີ່ມທະວີການເຊື່ອມໂຍງສາກົນ, ຮຽກຮ້ອງຂະບວນການປະຕິວັດອຸດສາຫະກຳ 4.0; ເພີ່ມອັດຕາສ່ວນນັກຮຽນທີ່ຈົບໄປມີວຽກເຮັດງານທຳສອດຄ່ອງກັບວິຊາຮຽນ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.