ເດັກນ້ອຍທີ່ທຸກຍາກລຳບາກ ຈະໄດ້ເຂົ້າຊົມການສະແດງກາຍະສິນໂດຍບໍ່ເສຍຄ່າ

14:40 | 14/08/2018

ຍສໝ - ເພື່ອຕອບສະໜອງກັບ "ເດືອນແຫ່ງກິດຈະກຳເພື່ອເດັກນ້ອຍ ປີ 2018", ຄະນະກາຍຍະສິນຫວຽດນາມ ຈະມອບປີເຂົ້າຊົມການສະແດງ ແລະ ມີລົດຮັບສົ່ງ ເດັກນ້ອຍທີ່ມີຄວາມລຳບາກພິເສດ ໃຫ້ໄດ້ເຂົ້າຊົມລາຍການສະແດງ “ໂລກກະຕູນໃນປ່າແຫ່ງແດນສະຫວັນ” ຢູ່ ໂຮງກາຍຍະສິນສູນກາງ ( ເລກທີ 69 ຖະໜົນເຈິ່ນເຍິນຕົງ , ນະຄອນຫຼວງ ຮ່າໂນ້ຍ)

ເດັກນ້ອຍທີ່ທຸກຍາກລຳບາກ ຈະໄດ້ເຂົ້າຊົມການສະແດງກາຍະສິນໂດຍບໍ່ເສຍຄ່າ

ການສະແດງກາຍຍະສິນ ຢູ່ໂຮງກາຍຍະສິນ ຮ່າໂນ້ຍ.

ດ້ວຍຈິດໃຈຍາກເຊື່ອມຕໍ່ຄວາມຮັກ ຄວາມເອົາໃຈໃສ່ ແບ່ງປັນຄວາມຮັກຂອງສັງຄົມທີ່ມອບໃຫ້ແກ່ ເດັກນ້ອຍ, ລາຍການສະແດງແນໃສ່ປຸກລະດົມຈິດໃຈໃຫ້ແກ່ເດັກນ້ອຍກ່ອນທີ່ຈະກ້າວເຂົ້າສູ່ພາກຮຽນໃໝ່.

ໂອກາດນີ້ ສະຫະພັນຄະນະກາຍຍະສິນຫວຽດນາມ ຈະໄດ້ມອບປີ້ຊົມການສະແດງກາຍຍະສິນໃຫ້ແກ່ເດັກນ້ອຍທີ່ມີຄວາມທຸກຍາກລຳບາກພິເສດໃນທົ່ວ ຮ່າໂນ້ຍ ແລະ ສະໜັບສະໜູນດ້ານພາຫະນະ ໃນການເດີນທາງມາຮັບຊົມການສະແດງໃນຄັ້ງນີ້ດ້ວຍ ປະກອບມີ: ບ້ານເດັກນ້ອຍ SOS, ບ້ານເດັກນ້ອຍ ສັນຕິພາບ, ສູນປົກປ້ອງ ເດັກນ້ອຍ ວັດໂບ່ເດ່, ສູນການສຶກສາ ເດັກພິການ-ເດັກພິເສດ ຊາວມາຍ, ໂຮງຮຽນ ຫງວ໋ຽນດິ່ງຈ໋ຽວ, ບ້ານເດັກມິດຕະພາບ-ບ່ອນຮັບລ້ຽງເດັກກຳ່ພ້າ ແລະ ລຳບາກພິເສດ ເມືອງ ຮາຍບ່າຈຶງ, ບ້ານຫຼັງທີ 2 ສະຖານທີ່ປົກປ້ອງ, ລ້ຽງເດັກນ້ອຍກຳ່ພ້າ ແລະ ພິການ.

“ໂລກກະຕູນໃນປ່າແຫ່ງແດນສະຫວັນ” ໂດຍ ສິນລະປິນແຫ່ງຊາດ ຕົ໋ງຕວ່ານຖັງ ຮອງອຳນວຍການ ສະຫະພັນ ຄະນະກາຍຍະສິນ ຫວຽດນາມ ເປັນຜູ້ຂຽນບົດລະຄອນ ແລະ ກຳກັບການສະແດງ.

ມີລາຍການສະແດງຂອງສັດຢ່າງມີສີສັນຄື: ຊ້າງ, ງູເຫຼືອມ, ລີງ, ໝາ, ໝູ, ນົກແກ້ວ... ພ້ອມທັງມີການປະກົດກາຍຂອງບັນດາຕົວລະຄອນໃນໜັງກາຕູນທີ່ດົ່ງດັງເປັນຕົ້ນແມ່ນ ເຈົ້າຍິງຜົມຂາວ, ແມວໂດເລມ້ອນ, ໝີ Kungfu Panda, 5 ອ້າຍນ້ອງຊຸບເປີ້ແມນ... ເປັນການສະແດງທີ່ເປັນເອກກະພາບ, ປະສານກັນຢ່າງສອດຄ່ອງກັນລະຫວ່າງ ສັດ, ນັກກາຍຍະສິນ ແລະ ການຫຼິ້ນມາຍາກົນ, ສອດປະສານລາຍການຕະຫຼົກເລັກໜ້ອຍ, ກ່ອນທີ່ບັນດາຜູ້ຊົມຄືເດັກນ້ອຍຈະເຂົ້າສູ່ບັນຍາກາດແຫ່ງປ່າແດນສະຫວັນ ແລະ ເຂົ້າຮ່ວມໃນການເຕັ້ນລະບຳຂອງບັນດາສັດນາໆພັນ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.