ເຕະບານກະຊັບມິດກັບຜູ້ອ່ານ ໜັງສືພິມ ເທີ່ຍດ້າຍ ພາກພາສາ ຂະເໝນ

10:34 | 13/08/2018

ຍສໝ - ຕອນແລງ ຂອງວັນທີ 12 ສິງຫາ ນີ້ ທີ່ຮ່າໂນ້ຍ ໜັງສືພິມເທີ່ຍດ້າຍ ໄດ້ຈັດການແຂ່ງຂັນເຕະບານ ກະຊັບມິດກັບຜູ້ອ່ານ ໜັງສືພິມເທີ່ຍດ້າຍ ພາກພາສາ ຂະເໝນ.

ເຂົ້າຮ່ວມໃນການແຂ່ງຂັນຄັ້ງນີ້ ມີ ທ່ານ ເລກວາງທ້ຽນ ບັນນາທິການໃຫຍ່ ໜັງສືພິມເທີ່ຍດ້າຍ ແລະ ພະນັກງານ ນັກຂ່າວຂອງໜັງສືພິມ ເທີ່ຍດ້າຍ.

ທີມກຳປູເຈຍ ອ້າຍນ້ອງມີ ທ່ານ Op-Sophy ທີ່ປຶກສາທູດ ລາຊະອານາຈັກ ກຳປູເຈຍ ປະຈຳ ສສ ຫວຽດນາມ ພ້ອມກັບ ພະນັກງານ ແລະ ນ້ອງນັກຮຽນນຶກສຶກສາ ທີ່ກຳລັງຮຽນຢູ່ ຫວຽດນາມ.

ເຕະບານກະຊັບມິດກັບຜູ້ອ່ານ ໜັງສືພິມ ເທີ່ຍດ້າຍ ພາກພາສາ ຂະເໝນ

ທ່ານເລກວາງທ້ຽນ ບັນນາທິການໃຫຍ່ ໜັງສືພິມເທີ່ຍດ້າຍ ກ່າວຄຳປາໄສໃນງານ.

ທ່ານ ເລກວາງທ້ຽນ ກ່າວວ່າ ການເຕະບານກະຊັບມິດຄັ້ງນີ້ແມ່ນເພື່ອເຮັດໃຫ້ ມິດຕະພາບ ຫວຽດນາມ-ກຳປູເຈຍ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ເພີ່ມພູນຄູນສ້າງເລື້ອຍໆ ພ້ອມທັງ ເຮັດໃຫ້ມິດຕະພາບລະຫວ່າງ ໜັງສືພິມ ເທີ່ຍດ້າຍ ແລະ ເພື່ອນຜູ້ອ່ານ ກຳປູເຈຍ ທີ່ກຳລັງສຶກສາຮຳ່ຮຽນ ແລະ ເຮັດວຽກຢູ່ ສສ ຫວຽດນາມ ນັບມື້ນັບດີຂື້ນ.

ກ່າວຄຳປາໄສໃນງານການແຂ່ງຂັນ ທ່ານ ເລກວາງທ້ຽນ ຊົມເຊີຍຕໍ່ຜົນສຳເລັດຂອງພັກປະຊາຊົນກຳປູເຈຍ ໃນການເລືອກຕັ້ງທີ່ຜ່ານມາ.

ຢູ່ໃນງານການແຂ່ງຂັນກິລາ ທ່ານ ເລກວາງທ້ຽນ ກໍ່ຍັງໄດ້ແນະນຳ ກັບບັນດາເພື່ອນຜູ້ອ່ານຄົນກຳປູເຈຍ ໜັງສືພິມເທີ່ຍດ້າຍ ເອເລັກໂຕນິກ ພາກພາສາຂະເໝນ . ເຊິ່ງໜັງສືພິມມີຊື່ huunghivietnamcampuchia.thoidai.com.vn ໄດ້ເປີດໂຕ ໃນເດືອນ ມິຖຸນາ ປີ 2018 ທີ່ຜ່ານ.

ເຕະບານກະຊັບມິດກັບຜູ້ອ່ານ ໜັງສືພິມ ເທີ່ຍດ້າຍ ພາກພາສາ ຂະເໝນ

ທ່ານເລກວາງທ້ຽນ ແລະ ທ່ານ Op-Sophy ແລກທຸງມິດຕະພາບລະຫວ່າງສອງທີມ.

ທ່ານ Op-Sophy ກ່າວໃນງານວ່າ: ທ່ານມີຄວາມດີໃຈຫຼາຍທີ່ໄດ້ເຂົ້າຮ່ວມໃນການແຂ່ງຂັນກະຊັບມິດຄັ້ງນີ້, ການແຂ່ງຂັນມິດຕະພາບຄັ້ງມີ້ປຽບເໝືອນຂົວຕໍ່່ແຫ່ງຄວາມສາມັກຄີ ແລະ ມິດຕະພາບ ຂອງສອງຊາດ ຫວຽດນາມ-ກຳປູເຈຍເວົ້າລວມ ກໍ່ຄືໜັງສືພິມເທີ່ຍດ້າຍ ກັບ ສະຖານທູດກຳປູເຈຍເວົ້າສະເພາະ.

ທ່ານ Op-Sophy ຂອບໃຈນຳໜັງສືພິມເທີ່ຍດ້າາຍ ແລະ ຫວັງເປັນຢ່າງຍີ່ງວ່າ ໜັງສືພິມ ເທີ່ຍດ້າຍ ກໍ່ຄືປະຊາຊົນຫວຽດນາມ ຈະຄຳຊູຍູ້ໜູນແກ່ການພັດທະນາ ຂອງພັກປະຊາຊົນກຳປູເຈຍ.

ເຕະບານກະຊັບມິດກັບຜູ້ອ່ານ ໜັງສືພິມ ເທີ່ຍດ້າຍ ພາກພາສາ ຂະເໝນ

ໜັງສືພິມ ສະແດງເນື້ອໃນທີ່ຫຼາກຫຼາຍ ແລະ ມີສີສັນ; ແນະນຳພາກລັກຂອງປະເທດ, ການດຳລົງຊີວິດປະຈຳວັນຂອງປະຊາຊົນຄົນຫວຽດນາມ ທີ່ຊີວິດຊີວາ; ມີຄວາມທັນສະໄໝ, ຈະເລີນຮຸ່ງເຮືອງ; ມີນຳ້ໃຈເຊື່ອມໂຍງ ແລະ ຈິດໃຈເປີດກວ້າງ, ເປັນມິດກັບປະເທດ, ປະຊາຊົນດິນແດນ ອັງກໍວັດ.

ໜັງສືພິມ ຂ່າວສ່ວນຫຼາຍ ແມ່ນນຳສະເໜີ ກ່ຽວກັບ ມິດຕະພາບລະຫວ່າງສອງປະເທດ ນັບແຕ່ປະຫວັດສາດມາ ໄປຈົນຮອດ ສະໄໝໃໝ່; ນັບຕັ້ງແຕ່ ການເມືອງ, ເສດຖະກິດມະຫາພາກໄປຈົນຮອດການດຳລົງຊີວິດປະຈຳວັນ; ນັບຕັ້ງແຕ່ ການພົວພັນລະຫວ່າງປະເທດ ໄປຈົນຮອດບຸກຄົນຂອງສອງປະເທດ. ໜັງສືພິມ ມີເປົ້າໝາຍໃນການແນະນຳເຖິງ ປະຊາຊົນປະເທດ ອັງກໍວັດ ນັບແຕ່ປະຫວັດສາດໄປຈົນຮອດສະໄໝໃໝ່.

ຕ່າງໜ້າໃຫ້ແກ່ໜັງສືພິມ ທ່ານ ເລກວາງທ້ຽນ ຫວັງເປັນຢ່າງຍິ່ງວ່າເພື່ອນຜູ້ອ່ານ ຈະບໍ່ພຽງແຕ່ເປັນຜູ້ອ່ານເທົ່ານັ້ນແຕ່ຍັງ ຢາກໃຫ້ປະກອບສ່ວນເຂົ້າໃນການສົ່ງຂ່າວ, ການຂີດຂຽນ, ປະໂຫຍກ ແລະ ຮ່ວມໃນການແຕ່ງແຕ້ມ ບັນດາຜົນງານໃຫ້ແກ່ໜັງສືພິມນີ້.

ການແຂ່ງຂັນດຳເນີນໄປຢ່າງຟົດຟື້ນ ບົນພື້ນຖານມິດຕະພາບ ຜົນການແຂ່ງຂັນ ທີມໜັງສືພິມເທີ່ຍດ້າຍຊະນະໄປດ້ວຍປະຕູລວມ 6-2.

ເຕະບານກະຊັບມິດກັບຜູ້ອ່ານ ໜັງສືພິມ ເທີ່ຍດ້າຍ ພາກພາສາ ຂະເໝນ


ເຕະບານກະຊັບມິດກັບຜູ້ອ່ານ ໜັງສືພິມ ເທີ່ຍດ້າຍ ພາກພາສາ ຂະເໝນ


ເຕະບານກະຊັບມິດກັບຜູ້ອ່ານ ໜັງສືພິມ ເທີ່ຍດ້າຍ ພາກພາສາ ຂະເໝນ

ການແຂ່ງຂັນກິລາເຕະບານກະຊັບມິດ.

ພາຍຫຼັງການແຂ່ງຂັນ ເຕະບານກະຊັບມິດ ລະຫວ່າງ ທີມເທີ່ຍດ້າຍ ແລະ ສະຖານທູດກຳປູເຈຍ ທີ່ສະໜາມກິລາ ກອງທັບອາກາດ, ທັງສອງທີມໄດ້ຮ່ວມພາເຂົ້າສາມັກຄີ ດ້ວຍບັນຍາກາດທີ່ຟົດຟື້ນ ເຕັມໄປດ້ວຍຄວາມສາມັກຄີ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.