ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ APEC ຈົ່ງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ໜູນ​ຊ່ວຍ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຂອງ​ການ​ທ່ອງ​ທ່ຽວ​ສາ​ກົນ

17:55 | 20/08/2022

ທ່ານຮອງລັດຖະມົນຕີ ດວ່ານວັນຫວຽດ ຮຽກຮ້ອງໃຫ້ບັນດາລັດຖະມົນຕີ, ຫົວໜ້າຄະນະຜູ້ແທນ APEC ຈົ່ງພ້ອມກັນເພີ່ມທະວີການຮ່ວມມືແລກປ່ຽນ, ແບ່ງປັນບັນດາຂໍ້ກຳນົດໃໝ່ກ່ຽວກັບການເຂົ້າ-ອອກເມືອງ ແລະ ຄຸ້ມຄອງແຂກທ່ອງທ່ຽວຢ່າງປອດໄພ, ທັນການ ແລະ ຖືກຕ້ອງ, ຍູ້ແຮງການສົ່ງເສີມບັນດາບໍລິສັດການບິນ, ບັນດາບໍລິສັດສະໜອງການບໍລິການທ່ອງທ່ຽວມີນະໂຍບາຍຢ່າງມີໄຫວພິບໃຫ້ແກ່ແຂກທ່ອງທ່ຽວທີ່ໃຊ້ການບໍລິການ.

ຫ​ວຽດ​ນາມ - ອັງ​ກິດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຕ້ານ​ການ​ປ່ຽນ​ແປງ​ຂອ​ງ​ດິນ​ຟ້າ​ອາ​ກາດ ຫ​ວຽດ​ນາມ - ອັງ​ກິດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຕ້ານ​ການ​ປ່ຽນ​ແປງ​ຂອ​ງ​ດິນ​ຟ້າ​ອາ​ກາດ
ຊຸກ​ຍູ້​ມາດ​ຕະ​ການ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ ຫວຽດ​ນາມ ຊຸກ​ຍູ້​ມາດ​ຕະ​ການ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ ຫວຽດ​ນາມ
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ທີ່ກອງປະຊຸມລັດຖະມົນຕີທ່ອງທ່ຽວຄັ້ງທີ 11 (TMM 11) ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໄດ້ດຳເນີນຢູ່ນະຄອນຫຼວງ ບາງກອກ ປະເທດ ໄທ ໃນວັນທີ 19 ສິງຫາ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ຫວຽດນາມ ດວ່ານວັນຫວຽດ ໄດ້ຮຽກຮ້ອງໃຫ້ APEC ເພີ່ມທະວີການແລກປ່ຽນ ແລະ ໜູນຊ່ວຍການໂຄສະນານະໂຍບາຍເປີດປະຕູການທ່ອງທ່ຽວສາກົນ.

ທ່ານຮອງລັດຖະມົນຕີ ດວ່ານວັນຫວຽດ ຮຽກຮ້ອງໃຫ້ບັນດາລັດຖະມົນຕີ, ຫົວໜ້າຄະນະຜູ້ແທນ APEC ຈົ່ງພ້ອມກັນເພີ່ມທະວີການຮ່ວມມືແລກປ່ຽນ, ແບ່ງປັນບັນດາຂໍ້ກຳນົດໃໝ່ກ່ຽວກັບການເຂົ້າ-ອອກເມືອງ ແລະ ຄຸ້ມຄອງແຂກທ່ອງທ່ຽວຢ່າງປອດໄພ, ທັນການ ແລະ ຖືກຕ້ອງ, ຍູ້ແຮງການສົ່ງເສີມບັນດາບໍລິສັດການບິນ, ບັນດາບໍລິສັດສະໜອງການບໍລິການທ່ອງທ່ຽວມີນະໂຍບາຍຢ່າງມີໄຫວພິບໃຫ້ແກ່ແຂກທ່ອງທ່ຽວທີ່ໃຊ້ການບໍລິການ, ພ້ອມທັງໜູນຊ່ວຍກັນໂຄສະນານະໂຍບາຍເປີດປະຕູການທ່ອງທ່ຽວສາກົນ ແລະ ສົ່ງເສີມພົນລະເມືອງໄປທ່ອງທ່ຽວຢູ່ບັນດາພື້ນຖານເສດຖະກິດ ທີ່ໄດ້ເປີດປະຕູຊາຍແດນໃຫ້ແກ່ການເຄື່ອນໄຫວທ່ອງທ່ຽວ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.