![]() |
ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ Sandeep Arya. (ທີ່ມາ: TTXVN) |
ຕອນບ່າຍວັນທີ 6 ສິງຫາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ຕ້ອນຮັບທ່ານ Sandeep Arya ເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ.
ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ອວຍພອນປະຊາຊົນອິນເດຍ ຢ່າງອົບອຸ່ນເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນປະກາດເອກະລາດສາທາລະນະລັດ ອິນເດຍ (15 ສິງຫາ 1947 – 15 ສິງຫາ 2025) ແລະ ບັນດາຜົນງານອັນພົ້ນເດັ່ນທີ່ອິນເດຍ ບັນລຸໄດ້ໃນໄລຍະຜ່ານມາ, ພິເສດແມ່ນໃນບັນດາຂົງເຂດພັດທະນາເສດຖະກິດ - ສັງຄົມ, ວິທະຍາສາດເຕັກໂນໂລຢີ ແລະ ສາກົນໃນພາກພື້ນ.
ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳ ແລະ ປະຊາຊົນສອງປະເທດຫຼາຍລຸ້ນຄົນ, ທ່ານເລຂາທິການໃຫຍ່ ໄດ້ສະແດງຄວາມຂອບອົກຂອບໃຈ ອິນເດຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ໜູນຊ່ວຍ ຫວຽດນາມ ໃນໄລຍະຜ່ານມາ ເພື່ອເອກະລາດແຫ່ງຊາດ ແລະ ກໍ່ສ້າງປະເທດຊາດໃນປະຈຸບັນ.
ໂດຍຕີລາຄາສູງການພັດທະນາຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຂອງການພົວພັນລະຫວ່າງສອງປະເທດໃນຫຼາຍຂົງເຂດ, ທ່ານເລຂາທິການໃຫຍ່ ໂຕເລີມ ຢືນຢັນວ່າ ອິນເດຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດຮອບດ້ານແຖວໜ້າຫວຽດນາມ ໃນພາກພື້ນ, 2 ຝ່າຍມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ມີຫຼາຍຈຸດສຸມຍຸດທະສາດທີ່ຄ້າຍຄືກັນ, ເປັນພື້ນຖານມາແຕ່ດົນນານຂອງການແລກປ່ຽນ ແລະ ການຮ່ວມມືດ້ານວັດທະນະທຳ ແລະ ຊົນເຜົ່າ.
ທ່ານເລຂາທິການໃຫຍ່ເນັ້ນໜັກວ່າ ນີ້ແມ່ນພື້ນຖານສຳຄັນທີ່ສຸດເພື່ອສືບຕໍ່ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ເຂັ້ມແຂງ, ມີປະສິດທິຜົນ ແລະ ເລິກເຊິ່ງກ່ວາອີກ, ຂຸດຄົ້ນຢ່າງສູງສຸດບັນດາຄວາມສາມາດບົ່ມຊ້ອນ ແລະ ຄວາມໄດ້ປຽບຂອງສອງປະເທດ.
![]() |
ທ່ານເລຂາທິການໃຫຍ່ ໂຕເລີມ ຢືນຢັນວ່າ ອິນເດຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດຮອບດ້ານແຖວໜ້າຫວຽດນາມ ໃນພາກພື້ນ. (ທີ່ມາ: TTXVN) |
ທ່ານເລຂາທິການໃຫຍ່ ໂຕເລີມ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ອິນເດຍ ເອົາໃຈໃສ່ຊຸກຍູ້ບັນດາຂົງເຂດຮ່ວມມືສອງຝ່າຍ, ພິເສດແມ່ນເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ຢ່າງມີປະສິດທິຜົນ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ຄວາມປອດໄພ, ຊຸກຍູ້ການເຊື່ອມຕໍ່ເສດຖະກິດ, ສູ້ຊົນນຳວົງເງິນການຄ້າ 2 ປະເທດຂຶ້ນເຖິງ 20 ຕື້ USD ແລະ ເພີ່ມການລົງທຶນສອງສົ້ນ 2 ເທົ່າ, ເປີດກວ້າງການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ສຶກສາ, ສາສະໜາ, ການທ່ອງທ່ຽວ... ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ທິດທາງພັດທະນາໃນໄລຍະໃໝ່ຂອງສອງປະເທດ, ປະກອບສ່ວນເພີ່ມທະວີການພັດທະນາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງທ່ານປະທານາທິບໍດີ ອິນເດຍ Droupadi Murmu, ທ່ານນາຍົກລັດຖະມົນຕີ Narendra Modi ແລະ ໄດ້ເຊື້ອເຊີນບັນດາການນຳ ອິນເດຍ ຈັດຕັ້ງການຢ້ຽມຢາມ ຫວຽດນາມ ໃນເວລາທີ່ເໝາະສົມ.
ໂດຍສະແດງຄວາມປິຕິຊົມຊື່ນ ແລະ ເປັນກຽດທີ່ໄດ້ຮັບການຕ້ອນຮັບຈາກທ່ານເລຂາທິການໃຫຍ່ ໂຕເລີມ, ທ່ານເອກອັກຄະລັດຖະທູດ Sandeep Arya ໄດ້ສົ່ງຄຳຢື້ຢາມຖາມຂ່າວຂອງບັນດາການນຳອິນເດຍ ເຖິງທ່ານເລຂາທິການໃຫຍ່; ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈທ່ານເລຂາທິການໃຫຍ່ ໂຕເລີມ ທີ່ໄດ້ສະໜັບສະໜູນອັນລ້ຳຄ່າ ແລະ ຄວາມຮູ້ສຶກທີ່ດີຕໍ່ ອິນເດຍ ແລະ ການພົວພັນອິນເດຍ - ຫວຽດນາມ.
ຊົມເຊີຍຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ, ທ່ານເອກອັກຄະລັດຖະທູດ Sandeep Arya ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມ ທີ່ຫວຽດນາມ ບັນລຸໄດ້ໃນໄລຍະມໍ່ໆມານີ້, ຕີລາຄາສູງວິໄສທັດ ແລະ ຄວາມຕັ້ງໃຈອັນຈະແຈ້ງຂອງພັກ ແລະ ລັດ ຫວຽດນາມ ໃນການຊຸກຍູ້ການປະຕິຮູບ, ມີຍຸດທະສາດພັດທະນາໃໝ່, ນຳພາປະເທດຊາດກ້າວເຂົ້າສູ່ໄລຍະການເຕີບໂຕ.
ທ່ານເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ທ່ານເລຂາທິການໃຫຍ່ ໂຕເລີມ ເປັນນຳໜ້າ, ຫວຽດນາມ ຈະບັນລຸເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045 ຢ່າງສຳເລັດຜົນ.
ລາຍງານທີ່ເຕັມໄປດ້ວຍຄວາມຊົມຊື່ນຕໍ່ທ່ານເລຂາທິການໃຫຍ່ກ່ຽວກັບການພັດທະນາອັນດີງາມໃນການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃນຫວ່າງມໍ່ໆນີ້, ທ່ານເອກອັກຄະລັດຖະທູດ Sandeep Arya ໃຫ້ຮູ້ວ່າ 2 ຝ່າຍພວມສົມທົບກັນຢ່າງຕັ້ງໜ້າເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ແລະ ໂຄງການປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໄລຍະ 2024-2028.
ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ອິນເດຍ ມີທ່າແຮງໃນຫຼາຍຂົງເຂດຄື: ວິທະຍາສາດເຕັກໂນໂລຢີ, ເຕັກໂນໂລຢີຂໍ້ມູນຂ່າວສານ, ປັນຍາປະດິດ ແລະ ອື່ນໆ, ພ້ອມແລ້ວທີ່ຈະແບ່ງປັນປະສົບການ ແລະ ເພີ່ມທະວີການຮ່ວມມືກັບ ຫວຽດນາມ ເພື່ອສົມທົບກັນປະຕິບັດບັນດາຈຸດໝາຍພັດທະນາໃນໄລຍະໃໝ່.
![]() |
ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ບັນດາຜູ້ແທນ. (ທີ່ມາ: TTXVN) |
ທ່ານເອກອັກຄະລັດຖະທູດ Sandeep Arya ຢືນຢັນວ່າ ອິນເດຍ ຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງ ອິນເດຍ ໃນພາກພື້ນ.
ໂດຍແບ່ງປັນຄວາມເຫັນຂອງທ່ານເລຂາທິການໃຫຍ່ ໂຕເລີມ, ທ່ານເອກອັກຄະລັດຖະທູດ ອິນເດຍ ຢືນຢັນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ ເພື່ອເຮັດໃຫ້ການຮ່ວມມືລະຫວ່າງ 2 ປະເທດເລິກເຊິ່ງກ່ວາອີກ, ພິເສດແມ່ນໃນບັນດາຂົງເຂດສຳຄັນຄື: ປ້ອງກັນປະເທດ, ຄວາມປອດໄພ, ເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ, ການແລກປ່ຽນປະຊາຊົນ, ການສຶກສາ, ບຳລຸງສ້າງ, ການທ່ອງທ່ຽວ..., ສືບຕໍ່ນຳການພົວພັນເຂົ້າສູ່ລວງເລິກຮອບດ້ານ, ແທດເໝາະກັບຄວາມສາມາດບົ່ມຊ້ອນ ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ.
![]() | ຜູ້ຊ່ຽວຊານອົດສະຕາລີ: ຫວຽດນາມ ຈະສືບຕໍ່ແມ່ນກຳລັງຊຸກຍູ້ການພັດທະນາຂອງພາກພື້ນ ຍສໝ - ທ່ານ ສາດສະດາຈານ Hal Hill ຖືວ່າ ຫວຽດນາມ ແມ່ນແບບຢ່າງໃນການດຸ່ນດ່ຽງລະຫວ່າງ 2 ປະເທດມະຫາອຳນາດ ບົນພື້ນຖານຮັບປະກັນຜົນປະໂຫຍດແຫ່ງຊາດ - ເປັນສິ່ງທີ່ຫຼາຍປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພະຍາຍາມຮ່ຳຮຽນ. |
![]() | ປະຊາຄົມຊາວຫວຽດນາມ ຢູ່ເຊເນການ ແມ່ນພາກສ່ວນໜຶ່ງຂອງປະເທດຊາດທີ່ຂາດບໍ່ໄດ້. ຍສໝ - ນັ້ນແມ່ນຄຳເຫັນຂອງທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ທີ່ການພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ປະຈຳ ເຊເນການ, ໄດ້ດຳເນີນໃນຕອນບ່າຍວັນທີ 22 ກໍລະກົດ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມ ສາທາລະນະລັດ ເຊເນການ ຢ່າງເປັນທາງການ. ເຂົ້າຮ່ວມກອງປະຊຸມຍັງມີທ່ານ Samba Dang ຮອງປະທານສະພາແຫ່ງຊາດ ເຊເນການ. |
ມີງດຶກ