ຄົ້ນ​ຫາ​ວັດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່​ແຂວງ​ຈ່າ​ວິງ

08:22 | 24/11/2022

ຍ​ສ​ໝ - ໂດຍ​ແມ່ນ​ວັດ​​ໜຶ່ງ​ດຽ​ວ​ຢູ່​ແຂວງ​ຈ່າ​ວິງ ​ທີ່​ມີ​ນົກ​ຍາງ​ມາດຳ​ລົງ​ຊີ​ວິດຫຼາຍ​ທີ່​ສຸດ ດັ່ງ​ນັ້ນ ວັດ​ແຫ່ງ​ນີ້​ປ​ຽ​ບ​ເໝືອ​ເດີ່ນ​ນົກ​ຢູ່​ແຂວງ​ຈ່າ​ວິງ.

ຫຼາຍ​ຮູບ​ແບບ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ ໄດ້​ນຳ​ສະ​ເໜີ ​ຢູ່ ໂອຕຣິດ ຫຼາຍ​ຮູບ​ແບບ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ ໄດ້​ນຳ​ສະ​ເໜີ ​ຢູ່ ໂອຕຣິດ
ຊຸກ​ຍູ້​ການ​ຄົ້ນ​ຄ້​ວາ ເພື່ອ​ແນ​ໃສ່ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ຢາງ​ປ​ຼາສ​ຕິກ ຕໍ່​ສຸ​ຂະ​ພາບ ແລະ ສະ​ພາບ​ແວດ​ລ້ອມ​ການ​ດຳ​ລົງ​ຊີ​ວິດ ຊຸກ​ຍູ້​ການ​ຄົ້ນ​ຄ້​ວາ ເພື່ອ​ແນ​ໃສ່ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ຢາງ​ປ​ຼາສ​ຕິກ ຕໍ່​ສຸ​ຂະ​ພາບ ແລະ ສະ​ພາບ​ແວດ​ລ້ອມ​ການ​ດຳ​ລົງ​ຊີ​ວິດ
ຄົ້ນ​ຫາ​ວັດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່​ແຂວງ​ຈ່າ​ວິງ

ວັດ ພະໂນ​​ດົນ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ວັດ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານທີ່​ສຸດ ໃນ​ລະ​ບົບ​ວັດ 143 ແຫ່ງ​ຢູ່​ແຂວງ​ຈ່າ​ວິງ. ວັດ​ແຫ່ງ​ນີ້ ມີ​ພື້ນ​ທີ່ກວ້າງ​ໃຫຍ່, ສະ​ຖາ​ປັດ​ຕະ​ຍາ​ກຳ​ທີ່​ງາມ​ຕາ, ເຂັ້ມ​ຂຸ້ນ​ໄດ້​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຂະ​ແມ, ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ບໍ່​ອາດ​ພາດ​ເມື່ອ​ແຂກ​ທ່ອງ​ທ່ຽວ​ມີ​ໂອ​ກາດ​ແວ່​ຢາມ​ແຂວງ​ຈ່າ​ວິງ.

ວັດ​ພະ​ໂນ​ດົນ (ຍັງ​ໄດ້​ເອີ້ນ​ວ່າ​ວັດ ຢົງ​ເລີນ ຫຼື ວັດ​ນົກຍາງ) ນອນ​ຢູ່​ຕາ​ແສງ ດ້າຍ​ອານ, ເມືອງ ຈ່າ​ກຸ, ຫ່າງ​ຈາກ​ນະ​ຄອນ​ຈ່າ​ວິງ ໄປ​ທາງ​ທິດ ໃຕ້​ປະ​ມານ 40 ກີ​ໂລ​ແມັດ. ວັດ​ແຫ່ງ​ນີ້​ໄດ້​ຮັບ​ການ​ກໍ່​ສ້າງ​ເມື່ອ​ປີ 1677 ບົນ​ດິນ​ແດນທີ່​ມີ​ດິນ​ສັນ​ດອນ​ອຸ​ດົມ​ສົມ​ບູນ ຢູ່​ແຄມ​ຄອງ​ເໝືອງ​ໃຫຍ່​ຂອງ​ຕາ​ແສງ​ດ້າຍ​ອານ ດັ່ງ​ນັ້ນ​ຍັງ​ໄດ້​ເອີ້ນ​ວ່າ​ວັດ ຢົງ​ເລີນ.

ຊາວ​ຂະ​ແມ​ເອີ້​ນ​ວັດ​ແມ່ນ ວັດ​ພະໂນ​ດົນ ເພາະ​ວ່າ​ຢູ່​​ອ້ອມ​ວັດ ມີ​ຕົ້ນ​ໝາກ​ພ້າວ (ພາ​ສາ​ຂະ​ແມ​ ພະ​ນົມ​ແມ່ນຫາດຊາຍ, ດົນ​ແມ່ນ​ໝາກ​ພ້າວ). ບໍ​ລິ​ເວນ​ວັດ ໄດ້​ຮັບ​ການ​ປົກ​ຄຸມ​ດ້ວຍແຖວ​ຕົ້ນ​ໄມ້​ໄຝ່, ບັນ​ດາ​ແຖວ​ຕົ້ນ​ໄມ້​ຊະ​ນິດ​ຕ່າງໆ ທີ່​​ຮົ່ມ​ເຢັນ​ຕະຫຼອດ​ປີ, ຢູ່ນອກ​ແມ່ນ​ທົ່ງ​ນາ​ທີ່​ຍາວ​ຢຽດ​ຈົນ​ສຸດ​ສາຍ​ຕາ. ເພາະ​ສະ​ນັ້ນ, ຢູ່​ແຫ່ງ​ນີ້​ມີ​ນົກຫຼາຍ​ຊະ​ນິດ​ໄດ້​ມາ​ເຮັດ​ຮັງ ແລະ ປະ​ຊາ​ຊົນ​ເອີ້ນ​ວ່າ​ວັດນົກຍາງ (ວັດກໍ່).

ອ້າຍ​ຈິງວັນ​ມິງ, ປະ​ຊາ​ຊົນ​ຕາ​ແສງ​ດ້າຍ​ອານ ​ເລົ່າ​ສູ່​ຟັງ​ວ່າ: ວັດ​ມີ​ນົກ​ຍາງ​ຢູ່​ຈັງ​ຊັ້ນກໍເລີຍ​ເອີ້ນ​ວ່າ​ວັດ​ກໍ່. ຕາມ​ປົກ​ກະ​ຕິ ນົກ​ຍາງ​ເຄີຍ​ກັບ​ມາ​ວັດ​ຍາມ​ລະ​ດູ​ຝົກ​ຕົກຫຼາຍ​ເພື່ອ​ຮັດ​ຮັງ, ເກີດ​ລູກ. ນີ້​ແມ່ນ​ວັດ​ທີ່​ມີ​ຊື່​ສຽງ​ທີ່​ສຸດ, ງາມ​ໃຫຍ່​ໂຕ​ທີ່​ສຸດ​ຢູ່​ແຂວງ​ຈ່າ​ວິງ. ວັດ​ໄດ້​ດຶງ​ດູດ​ແຂກ​ທົ່ວທຸກສາ​ລະ​ທິດ​ມາ​ຢ້ຽມ​ຊົມທິ​ວ​ທັດ​ທຳ​ມະ​ຊາດ​ເປັນ​ຈຳ​ນວນຫຼາຍ. ໃນ​ໂອ​ກາດ​ວັນ​ບຸນ, ບຸນ​ເຕັດ​ມີ​ແຂກ​ທ່ອງ​ທ່ຽວ​ມາ​ເປັນ​ຈຳ​ນວນຫຼາຍ ແລະ ​ຍັງ​ມີ​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ອີກ​ດ້ວຍ.

ວັດ​ພະ​ໂນ​​ດົນ ມີ​ສະ​ຖາ​ນີ​ປັດ​ຕະ​ຍາ​ກຳ​ທີ່​ເປັນ​ມູ​ນ​ເຊື້ອ​ຂອ​ງ​ຊາວ​ເຜົ່າ​ຂະ​ແມ. ​ສະ​ຖາ​ນີ​ປັດ​ຕະ​ຍາ​ກຳ​ທີ່​ພົ້ນ​ເດັ່​ນ​ນີ້ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ທຸກ​ກິດຈະກຳ​ໃຫຍ່​ນ້ອຍ​ນັບ​ແຕ່​ປະ​ຕູ​ໂຂງ​ຂອງວັດ, ຕະຫຼອດ​ຮອດດ້ານ​ໜ້າ​ຂອງວັດ…ແຕ່​ລະ​ກິດຈະກຳ​ລ້ວນ​ແຕ່​ມີ​ການ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງການ​ທາ​ສີ​ແດງ​ອົບ​ຄຳ ແລະ ບັນ​ດາ​ລວດ​ລາຍທີ່​ມີ​ສີ​ສັນ​ພົ້ນ​ເດັ່ນ. ເມື່ອ​ມາ​ຮອດ​ປະ​ຕູ​ໂຂງ​ຂອງວັດ, ແຂກ​ທ່ອງ​ທ່ຽວ​ຈະ​ຮູ້​ສຶກ​ດຶງ​ດູດ​ໃຈ​ດ້ວຍ​ປະ​ຕູ​ ຕາມກວານ ທີ່​ມີ​ຄວາມ​ປະ​ທັບ​ໃຈ​ຂອງວັດ. ປະ​ຕູ​ໂຂງ​ໄດ້​ຮັບ​ການ​ແກະຄວັດ​ສະຫຼັກ​ດ້ວຍ​ບັນດາ​ແບບ​ຢ່າງ​ລະ​ອຽດ​ລະ​ອໍ, ໃນ​ນັ້ນ​ມີ 4 ຮູບ​ປັ້ນ​ເທ​ວະ​ດາ ພວມ​ຍໍ​ມື​ຮັບ​ຊາຍ​ຄາ ທີ່​ໄດ້​ຮັບ​ການສ້າງ​ຢ່າງ​ລະ​ອຽດ​ລະ​ອໍ. ຢູ່ເທິງ​ປະ​ຕູໂຂງ​ຍັງ​ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ດ້ວຍ​ພາບດອກ​ບົວ​ຢູ່​ສອງ​ເບື້ອງ, ໃນ​ປະ​ຕູ​ໂຂງ​ຍັງ​ມີ​ພາບ​ຂອງ​ເທວະ​ດາ​ຕ່າງໆ.

ທ່ານ​ເຈິ່ນ​ແກ້ວ, ຫົວ​ໜ້າ​ຄະ​ນະ​ບໍ​ລິ​ຫານ​ງານ​ວັດ​ພະໂນ​​ດົນ​ໃຫ້​ຮູ້​ວ່າ: ວັດ​ມີ​ປະ​ຫວັດ​ສາດ​ມາ​ເປັນ​ເວ​ລາ​ກ່​ວາ 340 ປີ. ດ້ານ​ໜ້າ​ຂອງວັດ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ, ຫໍກາງມີ​ຄວາມ​ສູງ 50ແມັດ, ກວ້າງ 60 ແມັດ, ຍາວ​ກ່​ວາ 100 ແມັດ. ຮູບ​ປັ້ນ​ຕ່າງໆ​ຢູ່​ນີ້ ​ມື​ຖືອາ​ວຸດ​ເພື່ອ​ປົກ​ປ້ອງວັດ. ວັດ​ຍັງ​ມີ​ຮູບ​ປັ້ນ​ຍິງສາວ​ພວມ​ຢືນ​ຮັບ​ຕ້ອນ​ແຂກ. ວັດ​ແມ່ນ​ມໍ​ລະ​ດົກ​ຂັ້ນ​ແຂວງ, ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວທີ່​ມີ​ຊາວ​ຕ່າງ​ປະ​ເທດ​ມາ​ຢ້ຽມ​ຊົມ.

ວັດ​ຂະ​ແມ​ແຕ່​ລະ​ແຫ່ງ​ລ້ວນ​ແຕ່​ແມ່ນ​ກິດຈະກຳ​ສິ​ລະ​ປະ, ໃນ​ນັ້ນ ​ຕ້ອງ​ເວົ້​າ​ເຖິງວັດ​ພະ​ໂນ​​ດົນ ຢູ່​ແຂວງ ຈ່າ​ວິງ. ເຊິ່ງ​ແມ່ນ​ວັດ​ໜຶ່ງ​ດຽວ​ມີ​ນົກ​ຍາງມາ​ດຳ​ລົງ​ຊີ​ວິດຢູ່ຫຼາຍ​ທີ່​ສຸດ ສະນັ້ນ ກໍ່​ປຽບ​ເໝືອ​ເດີ່ນ​ນົກ​ຢູ່​ແຂວ​ງ​ຈ່າ​ວິງ

ບຸນ​ຄົງ

ເຫດການ
302 Found

Found

The document has moved here.