ຫຼາຍ​ຮູບ​ແບບ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ ໄດ້​ນຳ​ສະ​ເໜີ ​ຢູ່ ໂອຕຣິດ

07:00 | 03/10/2022

ຍສໝ - ​ໃນ​ພື້ນ​ທີ່​ວັດທະນະທຳ ຫວຽດນາມ ຍັງ​ແນະນຳ​ບັນດາ​ຮູບ​ແບບ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຫວຽດນາມ. ຄຽງ​ຄູ່​ກັບ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ຄື: ສິ​ລະ​ປະ​ ຊາ​ຫວຽດ​ນາມ, ການ​ສະ​ແດງ​ເຄື່ອງ​ດົນ​ຕີ​ຊົນ​ເຜົ່າ...

ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເປັນ​ປະ​ທານ​ເຫດ​ການ​ສະເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 77 ປີ ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ​ປ​ຊ ຄົບ​ຮອບ 45 ປີ ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເປັນ​ປະ​ທານ​ເຫດ​ການ​ສະເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 77 ປີ ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ​ປ​ຊ ຄົບ​ຮອບ 45 ປີ
ວັ​ນ​ທີ 8 ກັນ​ຍາ ແມ່ນ​ວັນ​ເຊີດ​ຊູ​ພາ​ສາ ຫວຽດ ໃນ​ໝູ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ຢ່າງ​ເປັນ​ທາງ​ການ ວັ​ນ​ທີ 8 ກັນ​ຍາ ແມ່ນ​ວັນ​ເຊີດ​ຊູ​ພາ​ສາ ຫວຽດ ໃນ​ໝູ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ຢ່າງ​ເປັນ​ທາງ​ການ

ລາຍການວັນຫວຽດນາມ ຢູ່ ໂອຕຣິດ 2022 ໂດຍກົມພົວພັນຕ່າງປະເທດ ດ້ານວັດທະນະທໍາ ແລະ UNESCO, ກະຊວງການຕ່າງປະເທດ ເປັນປະທານ ໄດ້ຈັດຂຶ້ນແຕ່ວັນທີ 28-29 ກັນຍາ ຢູ່ ວຽນນາ (ໂອຕຣິດ). ຢູ່​ທີ່​ນີ້, ຫຼາຍ​ຮູບ​ແບບ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ ໄດ້​ຮັບ​ການ​ແນະ​ນຳ​ກັບ​ປະ​ຊາ​ຊົນ ໂອຕຣິດ.

ວັນຫວຽດນາມ ຢູ່ ໂອຕຣິດ 2022 ໄດ້ດຳເນີນດ້ວຍ 3 ການເຄື່ອນໄຫວ ຕົ້ນຕໍຄື: ພື້ນທີ່ວັດທະນະທຳຫວຽດນາມ ຢູ່ ວັງ Palffy Palais; ​ສະ​ເຫຼີມ​ສະ​ຫຼອງ “50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ - ໂອຕຣິດ” ແລະ ເວ​ທີ​ປາ​ໄສ​ວິ​ສາ​ຫະ​ກິດ ຫວຽດ​ນາມ - ອົດ​ສະ​ຕາ​ລີ ຢູ່​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ໂອຕຣິດ.

ຫຼາຍ​ຮູບ​ແບບ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ ໄດ້​ນຳ​ສະ​ເໜີ ​ຢູ່ ໂອຕຣິດ
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທງເຊີນ ແລະທ່ານຮອງ​ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ຕ້າກວາງດົງ ທີ່ລາຍການວັນຫວຽດນາມ ຢູ່ ໂອຕຣິດ 2022.

ຕາມ​ນັ້ນ​ແລ້ວ, ພື້ນ​ທີ່​ວັດທະນະທຳ ຫວຽດນາມ ​ໄດ້​ສ້າງ​ໂອກາດ​ໃຫ້​ປະຊາຊົນ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ໂອຕຣິດ ​ໄດ້​ຊອກຮູ້​ກ່ຽວ​ກັບ​ໄລຍະ 50 ປີ​ແຫ່ງ​ການ​ສ້າງ ​ແລະ ພັດທະນາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ຜ່ານ​ການ​ວາງສະ​ແດງ​ຮູບ​ພາບ 34 ​ແຜ່ນ​ກ່ຽວກັບການຢ້າຽມຢາມ ຂອງການນໍາຂັ້ນສູງສອງປະເທດ.

​ໃນ​ພື້ນ​ທີ່​ວັດທະນະທຳ ຫວຽດນາມ ຍັງ​ແນະນຳ​ບັນດາ​ຮູບ​ແບບ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຫວຽດນາມ. ຄຽງ​ຄູ່​ກັບ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ຄື: ສິ​ລະ​ປະ​ ຊາ​ຫວຽດ​ນາມ, ການ​ສະ​ແດງ​ເຄື່ອງ​ດົນ​ຕີ​ຊົນ​ເຜົ່າ...

ຫຼາຍ​ຮູບ​ແບບ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ ໄດ້​ນຳ​ສະ​ເໜີ ​ຢູ່ ໂອຕຣິດ
​ພື້ນ​ທີ່​ວັດທະນະທຳ ຫວຽດນາມ.

​ທີ່ພິທີ​​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ໂອຕຣິດ, ບັນດາ​ແຂກ​ຖືກ​ເຊີນໄດ້​ເຂົ້າ​ຮ່ວມ​ພິທີ​ຊັກ​​ທຸງ ​ແລະ ຮ້ອງ​ເພງ​ຊາດ​ຂອງ​ສອງ​ປະ​ເທດ​ຕາມ​ແບບ Opera...

ກໍ່​ທີ່​ພິທີ​ເປີດ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ອົດ​ສະ​ຕາ​ລີ, ບັນດາ​ການ​ນຳ​ວິ​ສາ​ຫະກິດ ຫວຽດນາມ - ໂອຕຣິດ ​ໄດ້​ປຶກສາ​ຫາລື​ບັນດາ​ບັນຫາ​ຄື: ສະພາບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ດໍາເນີນທຸລະກິດ ຫວຽດນາມ - ໂອຕຣິດ; ກາລະໂອກາດ ​ແລະ ສິ່ງ​ທ້າ​ທາຍ​ໃນ​ໄລຍະ​ຈະ​ມາ​ເຖິງ...

ຫຼາຍ​ຮູບ​ແບບ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ ໄດ້​ນຳ​ສະ​ເໜີ ​ຢູ່ ໂອຕຣິດ
ທ່ານ​ປະ​ທານ​ສະ​ພາ VUFO ຫງວຽນ​ເຟືອງ​ງາ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ ແລະ ໂອຕຣິດ

ບູນມີ

ເຫດການ
302 Found

Found

The document has moved here.