| ປະຕິບັດສົນທິສັນຍາຮ່າໂນ້ຍ: ຫວຽດນາມປະເຊີນໜ້າກັບກາລະໂອກາດ ແລະ ສິ່ງທ້າທາຍສອງດ້ານ | |
| ຫຼາຍປະເທດຕີລາຄາສູງບົດບາດນຳໜ້າຂອງຫວຽດນາມໃນສົນທິສັນຍາຮ່າໂນ້ຍ. |
![]() |
| ພາບບັນຍາກາດຂອງກອງປະຊຸມຂ່າວສາກົນປະກາດໝາກຜົນຂອງພິທີລົງນາມສົນທິສັນຍາຮ່າໂນ້ຍ. (ພາບ: ຕວນແອງ/VNA) |
ຕາມນັກຂ່າວ VNA ຢູ່ນະຄອນຫຼວງ ປາຣີ ແລ້ວ, ວັນທີ 28 ຕຸລາ, ຝ່າຍຄະນະປະຈຳ ຝຣັ່ງ ປະຈຳ ສະຫະປະຊາຊາດ ໄດ້ອອກຖະແຫຼງການຕ້ອນຮັບ ຫວຽດນາມ ເປັນເຈົ້າພາບຈັດຕັ້ງພິທີລົງນາມສົນທິສັນຍາ ສະຫະປະຊາຊາດ ຕ້ານອາດຊະຍາກຳທາງອິນເຕີເນັດ (ຫຼືເອີ້ນວ່າ ສົນທິສັນຍາ ຮ່າໂນ້ຍ) ເຊິ່ງດຳເນີນໃນວັນທີ 25 ຕຸລາ.
ສົນທິສັນຍາດັ່ງກ່າວໄດ້ໃຫ້ປະເທດຝຣັ່ງ, ສະຫະພາບເອີຣົບ (ອີຢູ) ແລະປະເທດທີ່ລົງນາມມີກອບທົ່ວໄປສໍາລັບການປະຕິບັດງານເພື່ອຮັບມືກັບການລະເມີດຂ້າມຊາຍແດນທີ່ຮຽກຮ້ອງໃຫ້ມີການຕອບໂຕ້ແບບປະສານງານ. ເອກະສານດັ່ງກ່າວຍັງໄດ້ເສີມສ້າງສົນທິສັນຍາ Budapest ຂອງສະພາເອີຣົບ, ດ້ວຍເຫດນີ້, ເພີ່ມທະວີກົນໄກຮ່ວມມືສາກົນເພື່ອຕ້ານອາດຊະຍາກຳທາງອິນເຕີເນັດ.
ຝ່າຍຄະນະຜູ້ແທນຝຣັ່ງກ່າວວ່າ ນທິສັນຍາຈະອະນຸຍາດໃຫ້ອຳນາດການປົກຄອງແຫ່ງຊາດປະສານງານຢ່າງໃກ້ຊິດກວ່າເກົ່າໃນການແລກປ່ຽນຂໍ້ມູນ, ດຳເນີນການສືບສວນຮ່ວມ, ແລະ ອຳນວຍຄວາມສະດວກໃຫ້ແກ່ການຈັບກຸມ, ສົ່ງນອກ ແລະດຳເນີນຄະດີອາຊະຍາກຳທາງອິນເຕີແນັດຢູ່ບ່ອນໃດກໍຕາມ. ດ້ວຍການຊຸກຍູ້ການຮ່ວມມືສາກົນ, ຂໍ້ຕົກລົງດັ່ງກ່າວໄດ້ສະໜອງເຄື່ອງມືພາກປະຕິບັດເພື່ອຕອບສະໜອງຕໍ່ໄພຂົ່ມຂູ່ດ້ານດິຈິຕອລທີ່ນັບມື້ນັບທັນສະໄໝ.
ຫວນຄືນວ່າ ປາຣີ ພ້ອມກັບບັນດາຄູ່ຮ່ວມມື EU ລ້ວນແຕ່ເນັ້ນໜັກຕະຫຼອດການເຈລະຈາວ່າ ປະສິດທິຜົນຂອງບັນດາກົນໄກຮ່ວມມືສາກົນໃໝ່ຕ້ອງອີງໃສ່ບັນດາມາດຕະຖານສູງກ່ຽວກັບການເຄົາລົບສິດທິມະນຸດ ແລະ ການປົກປ້ອງຂໍ້ມູນສ່ວນຕົວ, ຖະແຫຼງການຢືນຢັນວ່າ ບັນດາການຮັບປະກັນທີ່ໄດ້ວາງອອກໃນເອກະສານຮັບຮອງເອົາແມ່ນສອດຄ່ອງກັບບັນດາຄຳໝັ້ນສັນຍາສາກົນຂອງ ຝຣັ່ງ.
ສຸດທ້າຍ, ຄະນະປະຈຳຝຣັ່ງປະຈຳສະຫະປະຊາຊາດເນັ້ນໜັກວ່າ, ການປະຕິບັດສົນທິສັນຍາຮ່າໂນ້ຍໂດຍໄວ, ໂດຍມີການເຂົ້າຮ່ວມຂອງສັງຄົມພົນລະເຮືອນ ແລະ ພາກເອກະຊົນ, ຖືວ່າແມ່ນພື້ນຖານສຳຄັນເພື່ອແກ້ໄຂບັນດາສິ່ງທ້າທາຍທີ່ເກີດຈາກອາດຊະຍາກຳທາງອິນເຕີແນັດ.
| ສົນທິສັນຍາຮ່າໂນ້ຍ: ພະຍານຫຼັກຖານທີ່ຕັ້ງນັບມື້ນັບເຕີບໂຕຂອງຫວຽດນາມໃນເວທີສາກົນ ຍສໝ - ໃນພິທີລົງນາມ ແລະ ກອງປະຊຸມຂັ້ນສູງກ່ຽວກັບສົນທິສັນຍາສະຫະປະຊາຊາດຕ້ານອາດຊະຍາກຳທາງອິນເຕີແນັດ (ສົນທິສັນຍາຮ່າໂນ້ຍ) ດຳເນີນໄປຢູ່ຮ່າໂນ້ຍ ແຕ່ວັນທີ 25-26 ຕຸລາ 2025, ນັກຊ່ຽວຊານຫຼາຍທ່ານໄດ້ວິເຄາະຄວາມໝາຍຂອງເຫດການ ແລະ ສະເໜີບັນດາບາດກ້າວສະເພາະຂອງຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດຕັ້ງໜ້າ ແລະ ມີອິດທິພົນໃນການຊຸກຍູ້ການປະຕິບັດສົນທິສັນຍາ ແລະ ການຮ່ວມມືສາກົນກ່ຽວກັບຄວາມປອດໄພທາງອິນເຕີແນັດ. |
| ຫຼາຍອົງການຈັດຕັ້ງສາກົນສະໜັບສະໜູນຫວຽດນາມໃນການຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ. ຍສໝ - ປະເຊີນໜ້າກັບໄພທຳມະຊາດສ້າງຄວາມເສຍຫາຍຢ່າງໜັກໜ່ວງຢູ່ຫຼາຍທ້ອງຖິ່ນຂອງຫວຽດນາມ, ບັນດາອົງການຈັດຕັ້ງສາກົນ, ລັດຖະບານຂອງຫຼາຍປະເທດໄດ້ໜູນຊ່ວຍດ້ານການເງິນ, ສິນຄ້າ, ສິ່ງຂອງຈຳເປັນຢ່າງໄວ, ປະກອບສ່ວນໜູນຊ່ວຍປະຊາຊົນຢູ່ ລ້ານເຊີນ, ກາວບັງ, ໄທງວຽນ, ຕວຽນກວາງ, ບັກນິງ… ຜ່ານຜ່າຄວາມຫຍຸ້ງຍາກ ແລະ ໝັ້ນຄົງ. |
ມີງດຶກ
