ຊຸກ​ຍູ້​ການ​ຄົ້ນ​ຄ້​ວາ ເພື່ອ​ແນ​ໃສ່ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ຢາງ​ປ​ຼາສ​ຕິກ ຕໍ່​ສຸ​ຂະ​ພາບ ແລະ ສະ​ພາບ​ແວດ​ລ້ອມ​ການ​ດຳ​ລົງ​ຊີ​ວິດ

09:43 | 22/08/2022

ຍ​ສ​ໝ - ກິດຈະກຳດັ່ງກ່າວເປັນສ່ວນໜຶ່ງຂອງໂຄງການ “ຫຼຸດຜ່ອນມົນລະພິດປ​ຼາສຕິກດ້ວຍວິທີແກ້ໄຂໃນທ້ອງຖິ່ນ” (LSPP) ທີ່ໄດ້ຮັບທຶນຈາກອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID).

ຫຼາຍ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ - ລາວ ຢູ່​ເຂດ​ຊາຍ​ແດນ​ແຂວງ ເກວ້​ຟອງ ຫຼາຍ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ - ລາວ ຢູ່​ເຂດ​ຊາຍ​ແດນ​ແຂວງ ເກວ້​ຟອງ
ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ: “ສະ​ແດງ​ຄວາມ​ເຄົາລົບນັບຖື​ຕໍ່​ການ​ປະ​ກອບ​ສ່ວນ​ຂອງ​ທ່ານ Abe Shinzo ເພື່ອ​ສັນ​ຕິ​ພາບ​ໂລກ” ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ: “ສະ​ແດງ​ຄວາມ​ເຄົາລົບນັບຖື​ຕໍ່​ການ​ປະ​ກອບ​ສ່ວນ​ຂອງ​ທ່ານ Abe Shinzo ເພື່ອ​ສັນ​ຕິ​ພາບ​ໂລກ”
ຊຸກ​ຍູ້​ການ​ຄົ້ນ​ຄ້​ວາ ເພື່ອ​ແນ​ໃສ່ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ຢາງ​ປ​ຼາສ​ຕິກ ຕໍ່​ສຸ​ຂະ​ພາບ ແລະ ສະ​ພາບ​ແວດ​ລ້ອມ​ການ​ດຳ​ລົງ​ຊີ​ວິດ
ກອງ​ປະ​ຊຸມ​ສຳ​ມະ​ນາ (ພາບ: PHA)

ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ຄູ່​ຮ່ວມ​ມື​ກະ​ທຳ​ກ່ຽວ​ກັບ​ຢາງ​ປ​ຼາສ​ຕິກ ແລະ ສຸ​ຂະ​ພາບ (PHA) ພ້ອມ​ກັບ FHI 360 ໄດ້ຮ່ວມຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ “ຜົນ​ກະ​ທົບ​ຕໍ່​ສຸ​ຂະ​ພາບ​ຂອງສິ່ງເສດເຫຼືອ​ປ​ຼາສ​ຕິກ - ບັນ​ດາ​ຂໍ້​ສະ​ເໜີ​ນະ​ໂຍ​ບາຍ ແລະ ການ​ແຊກ​ແຊງ​ຢູ່ ຫວຽດ​ນາມ.”

ກິດຈະກຳດັ່ງກ່າວເປັນສ່ວນໜຶ່ງຂອງໂຄງການ “ຫຼຸດຜ່ອນມົນລະພິດປ​ຼາສຕິກດ້ວຍວິທີແກ້ໄຂໃນທ້ອງຖິ່ນ” (LSPP) ທີ່ໄດ້ຮັບທຶນຈາກອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID).

ກອງ​ປະຊຸມສຳ​ມະ​ນາ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ສ່ຽງ​ດ້ານ​ສຸຂະພາບ​ທີ່​ກ່ຽວຂ້ອງເຖິງ​​ການ​ຜະລິດ, ການ​ບໍລິ​ໂພ​ກ ​ແລະ ນຳ​ມາຜະລິດ​ໃຊ້ຄືນ​ໃໝ່, ​ຈາກນັ້ນ ກໍ​ໄດ້​ຍົກອອກຂໍ້ສະເໜີແນະເພື່ອ​ຊຸກຍູ້​ການ​ຄົ້ນຄວ້າ​ຫຼຸດຜ່ອນ​ຜົນ​ກະທົບ​ຈາກ​ປຼາສຕິກ​ຕໍ່​ສຸຂະພາບ ​ແລະ ສິ່ງ​ແວດ​ລ້ອມການດຳລົງຊີວິດຢູ່​ຫວຽດນາມ.

ຢູ່​ຫວຽດນາມ, ​ແຕ່ລະ​ປີ​ໄດ້​ຜະລິດສິ່ງເສດເຫຼືອຈາກການດຳລົງຊີວິດປະມານ 25 ລ້ານ​ໂຕນ, ​ໃນ​ນັ້ນ​ອັດຕາ​ສ່ວນ​ສິ່ງເສດເຫຼືອ​ປຼາສຕິກ​ກວມ 10-20% (ປະມານ 2,5 ຫາ 5 ລ້ານ​ໂຕນ) ​ແລະ ​ເພີ່ມ​ຂຶ້ນ​ພາຍຫຼັງ​ໂລກລະບາດ​ໂຄ​ວິດ-19 ຢ່າງເຫັນໄດ້ຊັດ. ສິ່ງເສດເຫຼືອປຼາສຕິກອາດຈະຖືກປ່ອຍອອກມາໃນສິ່ງແວດລ້ອມ ແລະ ແຊກຊຶມເຂົ້າໄປໃນລະບົບຕ່ອງໂສ້ອາຫານໂດຍການແຕກອອກເປັນປ່ຽງ ຫຼື ຕ່ອນນ້ອຍໆຕາມການເວລາ.

ກອງ​ປະ​ຊຸມ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ຜົນ​ກະ​ທົບຕໍ່​ສຸ​ຂະ​ພາບ​ຂອງປຼາ​ສ​ຕິກ​ຕໍ່ກັບ​ສຸ​ຂະ​ພາບ​ຂອງ​ມະ​ນຸດ​ຢູ່​ຫວຽດ​ນາມ; ຕົວຈິງຂອງມົນລະພິດ microplastic ແລະ ຜົນກະທົບຕໍ່ສຸຂະພາບ; ຜົນກະທົບຕໍ່ສຸຂະພາບຂອງວິວັດການລີໄຊເຄີນສິ່ງເສດເຫຼືອປຼາສຕິກ; ພ້ອມ​ກັນ​ນັ້ນ​ກໍ​ຍົກອອກບັນດາ​ຂໍ້​ສະ​ເໜີ​ແນະ​ ແລະ ​ ​​ທິດ​ທາງການ​ເຄື່ອນ​ໄຫວ​ໃນ​ຕໍ່ໜ້າ.

ໂດຍແບ່ງປັນກ່ຽວກັບພາລະກິດຂອງ PHA, ທ່ານ ປທ ຫງວຽນ​ດຶກ​ວິງ, ​ເລຂາທິການ​ໃຫຍ່ PHA ​ເນັ້ນ​ໜັກ​ວ່າ: “PHA ຈະ​ສົມທົບ​ກັບ​ບັນດາ​ຄູ່​ຮ່ວມ​ມື ​ແລະ ​ເຄືອ​ຂ່າຍ​ທີ່​ກ່ຽວຂ້ອງ ​ເພື່ອ​ແນ​ໃສ່​ສ້າງ​ປະຊາ​ຄົມ​ຮ່ວມ​ມື​ກ່ຽວ​ກັບ​ບັນຫາ​ປຼາສຕິກ ​ແລະ ສຸຂະພາບ ​ແລະ ສົມທົບ​ກັນ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ຄົ້ນ​ຄ້ວາ, ກໍ່ສ້າງ ​ແລະ ສື່ສານ​ບັນດາ​ຕົວ​ແບບ​ປະຕິບັດ​ທີ່​ດີ; ການ​ໂອ້​ລົມ​ສົນທະນາ ​ແລະ ​ໂຄສະນາ​ນະ​ໂຍບາຍ​ເພື່ອ​ຫລຸດຜ່ອນ​ຜົນ​ກະທົບ​ຈາກ​ມົນ​ລະ​ພິດ​ປຼາສຕິກ​ຕໍ່​ສຸຂະພາບ​ຂອງ​ມະນຸດ ​ແລະ ສິ່ງ​ແວດ​ລ້ອມການດຳລົງ​ຊີວິດ​​ຢູ່ ຫວຽດນາມ”.

ທ່ານ​ ປອ ນາງ ຫງວຽນ​ທິທູ​ນາມ, ຫົວໜ້າ​ຜູ້ຕາງໜ້າ FHI 360 ຫວຽດນາມ ​ໃຫ້​ຮູ້​ວ່າ, ດ້ວຍທ່າແຮງວິຊາສະເພາະ ​ແລະ ປະສົບ​ການ​ໃນ​ການ​ຄົ້ນຄວ້າ ​ແລະ ໜູນ​ຊ່ວຍ​ດ້ານ​ເຕັກນິກ​ສາກົນ, FHI 360 ພ້ອມ​ແລ້ວ​ທີ່​ຈະ​ນຳ​ເອົາ​ຂໍ້​ລິ​ເລີ່​ມ ​ແລະ ພ້ອມ​ກັບ​ບັນດາ​ອົງການ​ຄຸ້ມ​ຄອງ, ອົງການຈັດຕັ້ງ ​ແລະ ປະຊາ​ຄົມ​ໃນ​ບັນດາ​ຂົງ​ເຂດ ແລະ ປະຊາຄົມໃນຄວາມ​ພະ​ຍາ​ຍາມ​ເພື່ອ​ແກ້​ໄຂ​ມົນ​ລະ​ພິດ​ປຼາ​ສ​ຕິກ ​ແລະ ​ຜົນ​ກະ​ທົບ​ທາງ​ລົບ​ຕໍ່​ສຸ​ຂະ​ພາບ​ຂອງ​ມະ​ນຸດ ​ແລະ ​ສິ່ງ​ແວດ​ລ້ອມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.